ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ປະ​ກາດ​ການ​ລົງ​ໂທດ​ເພີ້ມ​ເຕີມ ຕໍ່​ພາກ​ສ່ວນ​ອີ​ເລັກ​ໂທ​ຣ​ນິກ ຂອງ​ຣັດ​ເຊຍ


ແຟ້ມ - ຄົນ​ຂາຍ​ຢືນ​ໃກ້ໆ​ກັບ​ແລັບ​ທັອບ ທີ່​ວາງ​ສະ​ແດງ ຢູ່​ຮ້ານຮ້ານ​ຂາຍ​ເຄື່ອງ​ອີ​ເລັກ​ໂທ​ຣ​ນິກ Technopark ​ທີ່​ມົ​ສ​ກູ ເມື່ອ​ວັນ​ທີ 25 ກຸມ​ພາ 2022.
ແຟ້ມ - ຄົນ​ຂາຍ​ຢືນ​ໃກ້ໆ​ກັບ​ແລັບ​ທັອບ ທີ່​ວາງ​ສະ​ແດງ ຢູ່​ຮ້ານຮ້ານ​ຂາຍ​ເຄື່ອງ​ອີ​ເລັກ​ໂທ​ຣ​ນິກ Technopark ​ທີ່​ມົ​ສ​ກູ ເມື່ອ​ວັນ​ທີ 25 ກຸມ​ພາ 2022.

ລັດ​ຖະ​ບານ​ສະ​ຫະ​ລັດ​ ໄດ້​ປະ​ກາ​ດ​ການ​ລົງ​ໂທດ​ຕໍ່ 21 ບໍ​ລິ​ສັດແລະ​ 13 ສ່ວນບຸກ​ຄົນ ທີ່​ພົວ​ພັນ​ກັບ​ພາກ​ສ່ວນ​ເທັກ​ໂນ​ໂລ​ຈີ​ຂອງ​ຣັດ​ເຊຍ ທີ່​ສະ​ຫະ​ລັດ​ກ່າວ​ວ່າ ຫາ​ທາງ​ຫຼົບ​ຫຼີກ​ການ​ລົງ​ໂທດ​ທີ່​ມີ​ຢູ່​ແລ້ວນັ້ນ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ປະ​ເທດ​ດັ່ງ​ກ່າວ​ໄດ້​ຮັບ​ເທັກ​ໂນ​ໂລ​ຈີ ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ ເພື່ອ​ຈຸດ​ປະ​ສົງ​ທາງ​ດ້ານ​ການ​ທະ​ຫານ.

ກະ​ຊວງ​ການ​ເງິນ​ຂອງ​ສະ​ຫະ​ລັດ ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ການ​ລົງ​ໂທດ​ດັ່ງ​ກ່າວ ​ແມ່ນ “​ສ່ວນ​ນຶ່ງ​ໃນ​ການ​ປາ​ບ​ປາມທັບ​ມ້າງ​ຕໍ່​ຕາ​ໜ່າງ​ຫຼົບ​ຫຼີກ​ການ​ລົງ​ໂທດຂອງວັງ​ເຄ​ຣັມ​ລິນແລະ​ບໍ​ລິ​ສັດ​ເທັກ​ໂນ​ໂລ​ຈີ​ ຊຶ່ງ​ເປັນ​ເຄື່ອງ​ມື​ຂອງ​ກົງ​ຈັກ​ສົງ​ຄາມ​ຂອງ​ສະ​ຫະ​ພັນ​ຣັດ​ເຊຍ.”

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ຂອງ​ສະ​ຫະ​ລັດ ທ່ານ​ນາງ​ແຈ​ແນັດ ແອ​ລ ແຢ​ລ​ເລັນ ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ວ່າ “ຣັດ​ເຊຍ​ບໍ່​ພຽງ​ແຕ່​ຍັງ​ສືບ​ຕໍ່​ລ່ວງ​ລະ​ເມີດ​ອະ​ທິ​ປະ​ໄຕ​ຂອງ​ຢູ​ເຄ​ຣນ​ເທົ່າ​ນັ້ນ ດ້ວຍ​ການ​ຮຸກ​ຮານ​ແບບ​ບໍ່​ມີ​ການ​ທ້າ​ທາຍ​ເກາະ​ຜິດ ແຕ່​ຍັງ​ໄດ້​ເພີ້ມ​ທະ​ວີການ​ໂຈມ​ຕີພົນ​ລະ​ເຮືອນ​ແລະ​ສູນ​ກາງ​ທີ່​ປະ​ຊາ​ຊົນ​ອາ​ໄສ​ຢູ່​ນຳ​ດ້ວຍ. ພວກ​ເຮົາ​ຈະ​ສືບ​ຕໍ່​ແນ​ເປົ້າ​ໝາຍ​ໃສ່​ກົງ​ຈັກ​ສົງ​ຄາມ​ຂອງ​ປູ​ຕິນ ດ້ວຍ​ການ​ລົງ​ໂທດຈາກ​ທຸກໆ​ມູມ ຈົນ​ເທົ່າ​ການ​ເຮັດ​ສົງ​ຄາມ​ທາງ​ເລືອກ​ແບບ​ທີ່​ໄຮ້​ເຫດ​ຜົນ​ດັ່ງ​ກ່າວ​ສິ້ນສຸດ​ລົງ.

ເມື່ອ​ວັນ​ທີ 24 ມີ​ນາ​ຜ່ານມ​ານີ້ ສະ​ຫະ​ລັດ​ກໍ​ໄດ້​ລົງ​ໂທດ​ຕໍ່​ຫຼາຍ​ສິບ​ບໍ​ລິ​ສັດ​ຂອງ​ຣັດ​ເຊຍ ໃນ​ພາກ​ສ່ວນ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ປະ​ເທດ ທີ່​ໃຫ້​ການ​ສະ​ໜັບ​ສະ​ໜຸນຕໍ່​ການ​ຮຸກ​ຮານ​ປະ​ເທດ​ຢູ​ເຄ​ຣນ.

The U.S. government has announced sanctions on 21 entities and 13 individuals involved in the Russian technology sector that it says are evading already existing sanctions to prevent the country from accessing western technology for military purposes.

The U.S. Treasury said on Thursday the sanctions are "part of its crackdown on the Kremlin's sanctions evasion networks and technology companies, which are instrumental to the Russian Federation's war machine."

“Russia not only continues to violate the sovereignty of Ukraine with its unprovoked aggression but also has escalated its attacks striking civilians and population centers,” said Secretary of the Treasury Janet L. Yellen in a statement. “We will continue to target Putin’s war machine with sanctions from every angle, until this senseless war of choice is over.”

On March 24 the United States sanctioned dozens of Russian companies in the defense-industrial base for supporting the invasion of Ukraine.

XS
SM
MD
LG