ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະ​ຫະ​ລັດ​ປະ​ກາດ​ການ​ຊ່ວຍ​ເຫລືອ​ແກ່​ຢູ​ເຄ​ຣນ 3 ພັນ​ລ້ານ​ໂດ​ລາ ໃນ​ຂະ​ນະ​ທີ່​ສົງ​ຄາມ​ ກ້າວ​ເຂົ້າສູ່​ຂີດ​ໝາຍ 6 ເດືອນ


​ຜູ້​ຊາຍ​ຄົນ​ນຶ່ງ​ກຳ​ລັງ​ຊອກ​ຫາ​ເຄື່ອງ​ຂອງ​ລາວ​ຢູ່​ອາ​ພາດ​ເມັນທີ່​ຖືກ​ເພ​ພັງຈາ​ການ​ໂຈມ​ຕີ​ຂອງ​ຣັດ​ເຊຍ ໃນ​ເມືອງ Borodyanka ປະ​ເທດ​ຢູ​ເຄ​ຣນ ວັນ​ທີ 5 ສິງ​ຫາ 2022.
​ຜູ້​ຊາຍ​ຄົນ​ນຶ່ງ​ກຳ​ລັງ​ຊອກ​ຫາ​ເຄື່ອງ​ຂອງ​ລາວ​ຢູ່​ອາ​ພາດ​ເມັນທີ່​ຖືກ​ເພ​ພັງຈາ​ການ​ໂຈມ​ຕີ​ຂອງ​ຣັດ​ເຊຍ ໃນ​ເມືອງ Borodyanka ປະ​ເທດ​ຢູ​ເຄ​ຣນ ວັນ​ທີ 5 ສິງ​ຫາ 2022.

ທຳນຽບຂາວໄດ້ປະກາດການຊ່ວຍເຫລືອດ້ານຄວາມປອດໄພຄັ້ງໃຫຍ່ທີ່ສຸດແບບບໍ່ເຄີຍມີມາກ່ອນໃ ຫ້ແກ່ຢູເຄຣນໃນວັນພຸດວານນີ້ ຫົກເດືອນນັບແຕ່ຣັດເຊຍໄດ້ເລີ້ມທຳການຮຸກຮານ ດ້ວຍຈຳນວນເງິນ 3 ພັນລ້ານທີ່ໝັ້ນໝາຍໃນການໃຊ້ຈ່າຍທັງໝົດ ສຳລັບບັນຫາຂັດແຍ້ງເປັນເວລາ 184 ມື້ ຕົກເປັນມູນ ຄ່າເຖິງ 13 ພັນ 6 ຮ້ອຍລ້ານໂດລາ.

ບໍ່ຄືກັບການຊ່ວຍເຫລືອເທື່ອກ່ອນ ທີ່ໄດ້ແກ້ໄຂຄວາມຕ້ອງການທາງທະຫານໃນທັນທີ ແຕ່ການຊ່ວຍເຫລືອໃໝ່ນີ້ ເຈາະຈົງໃສ່ການຊ່ວຍເຫລືອໄລຍະກາງ ແລະໄລຍະຍາວ ທີ່ຈະໃຊ້ເວລາຫລາຍເດືອນ ແມ່ນແຕ່ເຖິງຫລາຍປີທີ່ຈະມາເຖິງ.

“ນິ້ແມ່ນຄວາມໝັ້ນໝາຍໄລຍະຍາວແກ່ຢູເຄຣນ ສຳລັບດຳເນີນການຕໍ່ສູ້ເພື່ອອິດສະຫລະພາບຂອງເຂົາເຈົ້າ ແລະຄວາມກ້າຫານ ດັ່ງທີ່ເຂົາເຈົ້າໄດ້ເຮັດໃນຫົກເດືອນທີ່ຜ່ານມາ” ນັ້ນຄືຄຳເວົ້າຂອງໂຄສົກທຳນຽບຂາວ ທ່ານນາງແຄຣິນ ຊັງ-ປີແອຣ (Karine Jean-Pierre) ໄດ້ກ່າວ.

ທ່ານນາງໄດ້ກ່າວເພີ້ມວ່າ ປະທານາທິບໍດີໂຈ ໄບເດັນ ຈະໂອ້ລົມກັບປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລນສກີ ໃນວັນພະຫັດມື້ນີ້. ເມື່ອມີການຖາມວ່າ ເມື່ອໃດ ຫລືເວລາໃດ ທີ່ທ່ານໄບເດັນ ອາດຈະໄປຢ້ຽມຢາມ ທ່ານເຊເລນສກີ ທີ່ນະຄອນກິຢິບ ທ່ານຈອນ ເຄີບີ ຜູ້ປະສານງານທາງດ້ານ ຍຸດທະສາດສື່ສານຂອງສະພາຄວາມໝັ້ນຄົງແຫ່ງຊາດ ກ່າວຕໍ່ບັນດານັກຂ່າວວ່າ ປັດຈຸບັນນີ້ ຍັງບໍ່ມີແຜນເດີນທາງດັ່ງກ່າວເທື່ອ.

ໃນທ້າຍເດືອນມິຖຸນາຜ່ານມາ ຢູ່ກອງປະຊຸມສຸດຍອດອົງການ NATO ທ່ານໄບເດັນໄດ້ກ່າວວ່າ ສະຫະລັດໃຫ້ ການສະໜັບສະໜູນແກ່ຢູເຄຣນ “ຕາບໃດທີ່ຍັງມີຄວາມຕ້ອງການຢູ່.” ໃນວັນພຸດວານນີ້ ທຳນຽບຂາວກ່າວວ່າ ນັ້ນຍັງເປັນຄວາມຈິງຢູ່.

“ປະທານາທິບໍດີໄບເດັນ ໄດ້ເປັນທີ່ແຈ້ງຂາວວ່າ ພວກເຮົາຈະສືບຕໍ່ ໃຫ້ຣັດເຊຍມີຄວາມຮັບຜິດຊອບ ແລະໃຫ້ການສະໜັບສະໜູນແກ່ຢູເຄຣນ ຕາບໃດ ທີ່ຍັງມີຄວາມຕ້ອງການຢູ່” ທີ່ທ່ານເຄີບີ ກ່າວໃນວັນພຸດວານນີ້. ແລະພວກ ເຮົາຈະສືບຕໍ່ຮຽກຮ້ອງ ໃຫ້ບັນດາປະເທດເສລີ ພັນທະມິດແລະພາຄີເພື່ອໃຫ້ການສະໜັບສະໜູນແກ່ຢູເຄຣນ ໃນຂະນະທີ່ອີກເທື່ອນຶງ ປ້ອງກັນອະທິປະໄຕຂອງຕົນ ຈາກການຮຸກຮານຂອງຣັດເຊຍຕື່ມອີກ.”

The White House announced its largest-ever security assistance package for Ukraine on Wednesday — six months to the day since Russia invaded — with a $3 billion commitment that brings the U.S. price tag for this 184-day conflict to $13.6 billion.

Unlike previous aid packages that addressed immediate military needs, this new package focuses on medium- and long-term military assistance that will take months or even years to land.

“This is a long-term commitment to Ukraine to continue to fight for their freedom, and bravely, as they have been doing for the past six months,” said White House press secretary Karine Jean-Pierre.

She added that President Joe Biden will speak to Ukrainian President Volodymyr Zelenskyy on Thursday. When asked if or when Biden might visit Zelenskyy in Kyiv, John Kirby, the National Security Council’s coordinator of strategic communications, told reporters there currently are no plans for such a trip.

In late June at a NATO summit, Biden said U.S. support for Ukraine would continue “as long as it takes.” On Wednesday, the White House said that remains true.

“President Biden has been clear that we will continue to hold Russia accountable and support Ukraine for as long as it takes,” Kirby said Wednesday. “... And we're going to continue to rally the free world, galvanize allies and partners to support Ukraine as they again defend their sovereignty against this further invasion by Russia.”

The Pentagon emphasized this large new commitment doesn’t presuppose an outcome to the grueling conflict, which technically started in 2014 with Russia’s annexation of Crimea.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 19 ເມສາ 2024

XS
SM
MD
LG