ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສຫລ ປະກາດໃຫ້ທຶນ 3 ລ້ານໂດລາ ສະໜັບສະໜຸນວຽກງານ ຮັບມືກັບ ໂຄວິດ-19 ໃນ ສປປ ລາວ


ກອງປະຊຸມສຳມະນາກ່ຽວກັບການຍົກລະດັບຄວາມພ້ອມວຽກງານເຝົ້າລະວັງ ແລະຮັບມືກັບການລະບາດຂອງພະຍາດ COVID-19 ໃຫ້ແກ່ທິມງານຕອບໂຕ້ໄວຂັ້ນແຂວງ ຈັດຂຶ້ນໂດຍສະຖານທູດສະຫະລັດ ປະຈຳນະຄອນວຽງຈັນ ເມື່ອວັນທີ 13-14 ກຸມພາ 2020.
ກອງປະຊຸມສຳມະນາກ່ຽວກັບການຍົກລະດັບຄວາມພ້ອມວຽກງານເຝົ້າລະວັງ ແລະຮັບມືກັບການລະບາດຂອງພະຍາດ COVID-19 ໃຫ້ແກ່ທິມງານຕອບໂຕ້ໄວຂັ້ນແຂວງ ຈັດຂຶ້ນໂດຍສະຖານທູດສະຫະລັດ ປະຈຳນະຄອນວຽງຈັນ ເມື່ອວັນທີ 13-14 ກຸມພາ 2020.

ທ່ານ ປອ ປີເຕີ ເຮມອນ ເອກອັກຄະລັດຖະທູດສະຫະລັດປະຈໍາ ສປປ ລາວ ປະກາດໃຫ້ທຶນການຊ່ວຍເຫຼືອເພີ່ມ ເພື່ອຊ່ວຍ ສປປ ລາວ ໃນການຮັບມືກັບໄວຣັສໂຄໂຣນາ ຫຼື ພະຍາດ COVID-19. ສະຫະລັດ ໄດ້ໃຫ້ຄໍາໝັ້ນສັນຍາ ໃນການໃຫ້ເງິນຊ່ວຍເຫຼືອເພີ່ມ ຈໍານວນ 3 ລ້ານ 1 ແສນ 7 ໝື່ນໂດລາ ຊຶ່ງເປັນເງິນທຶນສະໜັບສະໜູນຮ່ວງໃໝ່ ໂດຍຜ່ານສູນກາງຄວບຄຸມແລະປ້ອງກັນພະຍາດຂອງສະຫະລັດຫລື USCDC ເພື່ອວັດຖຸປະສົງຂອງວຽກງານປ້ອງກັນ ກຽມພ້ອມ ແລະຮັບມືກັບພະຍາດ COVID-19 ໃນ ສປປ ລາວ. ຊັບພະຍາກອນທີ່ສະໜອງໃຫ້ໃນຄັ້ງນີ້ ຈະຖືກນໍາໃຊ້ເຂົ້າໃນວຽກງານຕິດຕາມເຝົ້າລະວັງ ການເສີມສ້າງຄວາມສາມາດຂອງຫ້ອງວິເຄາະ ການປ້ອງກັນ ແລະ ຄວບຄຸມການຕິດເຊື້ອ ການຫຼຸດຜ່ອນຜົນກະທົບຕໍ່ຊຸມຊົນ ການຮັບມືກັບສະຖານະການສຸກເສີນ ແລະ ການກະກຽມຄວາມພ້ອມທາງດ້ານວັກຊີນ.

ທ່ານ ທູດ ເຮມ໋ອນ ກ່າວວ່າ “ສະຫະລັດອາເມຣິກາມີຄວາມຍີນດີ ທີ່ຈະສືບຕໍ່ຂະຫຍາຍການຊ່ວຍເຫຼືອຂອງພວກເຮົາ ໃຫ້ແກ່ ສປປ ລາວ ເນື່ອງຈາກວ່າ ພວກເຮົາກໍາລັງເຮັດວຽກຮ່ວມກັນກັບທົ່ວໂລກ ເພື່ອຮບມ້່ກັບພະຍາດ COVID-19. ຄຽງຄູ່ກັບການປະກາດທືນຊ່ວຍເຫຼືອທີ່ຈະມອບໃຫ້ໂດຍສູນກາງຄວບຄຸມ ແລະປ້ອງກັນພະຍາດ ຂອງສະຫະລັດ ໃນຄັ້ງນີ້ ພວກເຮົາສາມາດເວົ້າໄດ້ວ່າ ສະຫະລັດໄດ້ເພີ່ມການຊ່ວຍເຫຼືອຂອງຕົນ ທີ່ກ່ຽວຂ້ອງກັບພະຍາດໂຄວິດ-19 ໃຫ້ແກ່ລັດຖະບານລາວ ຫຼາຍກ່ວາສອງເທົ່າ ຈົນເຖິງປັດຈຸບັນ.”

ການຊ່ວຍເຫຼືອຫຼ້າສຸດນີ້ ແມ່ນສ່ວນໜຶ່ງຂອງແຜນການຮ່ວມມືທາງດ້ານສາທາລະນະສຸກ ໃນໄລຍະຍາວ ຂອງສະຫະລັດ ໃນ ສປປ ລາວ. ໃນຖານະທີ່ເປັນສ່ວນໜຶ່ງຂອງຄວາມພະຍາຍາມນີ້ ສູນກາງຄວບຄຸມແລະປ້ອງກັນພະຍາດຂອງ ສະຫະລັດ ໄດ້ໃຫ້ການສະໜັບສະໜູນແກ່ ສປປ ລາວ ມາແຕ່ປີ 2006 ໂດຍໃຫ້ຄວາມຊ່ວຍເຫຼືອແກ່ກະຊວງສາທາລະນະສຸກໃນການກຽມຄວາມພ້ອມ ແລະ ຮັບມືກັບການລະບາດຂອງພະຍາດ ໃນໄລຍະຜ່ານມາ ເຊັ່ນ ພະຍາດໄຂ້ຫວັດສັດປີກ ແລະ ໄຂ້ຫວັດໃຫຍ່ ແລະໃນເວລານີ້ ກໍ່ຄືການລະບາດ ຂອງພະຍາດ COVID-19. ການຊ່ວຍເຫຼືອຕ່າງໆສາມາດສະຫຼຸບໄດ້ດັ່ງນີ້:

11 ປີ ໃນການຝຶກອົບຮົມນັກລະບາດວິທະຍາ (disease detectives) ໃນຫຼັກສູດຝຶກອົບຮົມການລະບາດວິທະຍາພາກສະໜາມ (FET) ເພື່ອຮັບປະກັນວ່າ ພວກເຂົາມີທັກສະຄວາມສາມາດ ຢ່າງພຽງພໍ ເພື່ອດໍາເນີນການເກັບລວບ ລວມ ວິເຄາະ ແລະ ແປຜົນຂໍ້ມູນ ແລະ ປະກອບສ່ວນ ສະໜັບສະໜູນຂໍ້ມູນຈຳເປັນພື້ນຖານໃຫ້ແກ່ການການຕັດສິນໃຈຂອງການນຳສາທາລະນະສຸກ.

ສະໜັບສະໜູນການພັດທະນາ ສູນປະຕິບັດງານ ເຫດການສຸກເສີນທາງດ້ານສາທາລະນະສຸກ (PHEOC) ໂດຍການເຮັດວຽກຮ່ວມກັບກະຊວງສາທາລະນະສຸກ ເພື່ອສ້າງຕັ້ງສູນປະຕິບັດການສຸກເສີນ ທາງດ້ານສາທາລະນະສຸກ ທີ່ເປັນໜ່ວຍປະຕິບັດງານຂັ້ນສູງແລະດໍາເນີນການໃນຖານະທີ່ເປັນ “ຫ້ອງຄວບຄຸມ” ການຕອບໂຕ້ພະຍາດ COVID-19.

ໃຫ້ການຊ່ວຍເຫຼືອທາງດ້ານວິຊາການກ່ຽວກັບການປະຕິບັດງານໃນຫ້ອງວິເຄາະ ການປ້ອງກັນ ແລະຄວບຄຸມການຕິດເຊື້ອ ການກວດຄັດກອງ ໃນຈຸດດ່ານຂາເຂົ້າ ການມີສ່ວນຮ່ວມຂອງຊຸມຊົນ ແລະການຕິດຕາມເຝົ້າລະວັງພະຍາດ.

ສະໜັບສະໜູນການພັດທະນາຄວາມຍືນຍົງຂອງແຜນງານແຫ່ງຊາດດ້ານການໃຫ້ວັກຊີນກັນພະຍາດໄຂ້ຫວັດໃຫຍ່.

“ກະຊວງສາທາລະນະສຸກຂອງ ສປປ ລາວ ແມ່ນຄູ່ຮ່ວມງານທີ່ໂດດເດັ່ນຂອງ ສູນກາງຄວບຄຸມແລະປ້ອງກັນພະຍາດຂອງສະຫະລັດ ໂດຍສະເພາະໃນການສືບຕໍ່ຮ່ວມມືຂອງພວກເຮົາ ກ່ຽວກັບຄວາມໝັ້ນຄົງ ທາງດ້ານສຸຂະພາບໃນທົ່ວໂລກ ແລະເຊື້ອເອຈໄອວີ/ພະຍາດເອດສ໌ (HIV/AIDS)” ນັ້ນຄືຄຳເວົ້າຂອງຜູ້ ອໍານວຍການແຜນການ USCDC-Laos ດຣ ຈອນ ແມັກອາເທີ (Dr. John MacArthur) ທີ່ໄດ້ກ່າວໄວ້.

ເງິນທຶນຊ່ວຍເຫຼືອເພີ່ມ ທີ່ສະໜອງໃຫ້ໂດຍສູນກາງຄວບຄຸມ ແລະປ້ອງກັນພະ ຍາດຂອງສະຫະລັດຈະປະກອບເພີ້ມເຂົ້າກັບການສະໜອງອຸປະກອນການແພດ ເຄື່ອງໃຊ້ສອຍ ແລະການຝຶກອົບຮົມທີ່ສະໜອງໃຫ້ໂດຍອົງການຊ່ວຍເຫຼືອເພື່ອການພັດທະນາສາກົນຂອງສະຫະລັດອາເມຣິກາ (USAID) ແລະ USCDC ແກ່ ກະຊວງສາທາລະນະສຸກ ໃນຕົ້ນເດືອນກຸມພາທີ່ຜ່ານມາ. ການຊ່ວຍເຫຼືອດັ່ງກ່າວ ຖືກຕິດຕາມດ້ວຍ ການປະກາດໃນເດືອນມີນາ ກ່ຽວກັບການໃຫ້ເງິນທຶນຊ່ວຍເຫຼືອ ຈໍານວນເກືອບ $2 ລ້ານໂດລາ ຊຶ່ງຢູ່ໃນຮ່ວງເງິນທຶນຊ່ວຍເຫຼືອຂອງ USAID ສໍາລັບ ອົງການອະນາໄມໂລກ (WHO) ອົງການ UNICEF ແລະ ອົງການຊ່ວຍເຫຼືອເດັກ (Save the Children) ທີ່ປະຕິບັດງານ ຢູ່ໃນ ສປປ ລາວ ເພື່ອຂະຫຍາຍວຽກງານໂຄງການສາທາລະນະສຸກທີ່ກ່ຽວຂ້ອງກັບການສະກັດກັ້ນການລະບາດຂອງພະຍາດ COVID-19.

ກອງປະຊຸມສຳມະນາກ່ຽວກັບການຍົກລະດັບຄວາມພ້ອມວຽກງານເຝົ້າລະວັງ ແລະຮັບມືກັບການລະບາດອງພະຍາດອັກເສບປອດສາພັນໃໝ່ (COVID-19) ໃຫ້ແກ່ທິມງານຕອບໂຕ້ໄວຂັ້ນແຂວງ ຈັດຂຶ້ນໂດຍສະຖານທູດສະຫະລັດ ປະຈຳນະຄອນວຽງຈັນ ເມື່ອວັນທີ 13-14 ກຸມພາ 2020.
ກອງປະຊຸມສຳມະນາກ່ຽວກັບການຍົກລະດັບຄວາມພ້ອມວຽກງານເຝົ້າລະວັງ ແລະຮັບມືກັບການລະບາດອງພະຍາດອັກເສບປອດສາພັນໃໝ່ (COVID-19) ໃຫ້ແກ່ທິມງານຕອບໂຕ້ໄວຂັ້ນແຂວງ ຈັດຂຶ້ນໂດຍສະຖານທູດສະຫະລັດ ປະຈຳນະຄອນວຽງຈັນ ເມື່ອວັນທີ 13-14 ກຸມພາ 2020.

ເປົ້າໝາຍຂອງການຮັບມືທາງດ້ານສຸຂະພາບໃນທົ່ວໂລກຂອງສູນກາງຄວບຄຸມ ແລະປ້ອງກັນພະຍາດຫຼື CDC) ແມ່ນຈໍາກັດການແຜ່ເຊື່ອ COVID-19 ຈາກຄົນສູ່ຄົນ ສະກັດກັ້ນການແຜ່ລະບາດ ແລະ ຫຼຸດຜ່ອນຜົນກະທົບຂອງພະຍາດ COVID-19 ໃນທົ່ວໂລກ ຜ່ານການເຮັດວຽກຮ່ວມກັບ ບັນດາໜ່ວຍງານຫຼັກຂອງລັດຖະບານ ແລະຄູ່ຮ່ວມງານ ຈາກອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ເພື່ອຫຼຸດຜ່ອນຄວາມສ່ຽງ ແລະ ຊ່ອງຫວ່າງໃນການກຽມຄວາມພ້ອມ. ເງິນທຶນຊ່ວຍເຫຼືອທີ່ຖືກປະກາດໃນມື້ນີ້ ແມ່ນມາຈາກເງິນຈໍານວນ $300 ລ້ານ ທີ່ຖືກອະນຸມັດສໍາລັບການຮັບມືກັບພະຍາດ COVID-19 ໃນທົ່ວໂລກຂອງສູນກາງຄວບຄຸມ ແລະປ້ອງກັນພະຍາດຂອງສະຫະລັດ.

ໃນ ສປປ ລາວ ສະຫະລັດ ໄດ້ເຮັດວຽກຢ່າງໃກ້ສິດ ຮ່ວມກັບລັດຖະບານແລະ ປະຊາຊົນລາວ ໃນຫຼາຍໂຄງການ ເພື່ອປັບປຸງຜົນໄດ້ຮັບທາງດ້ານສາທາລະນະສຸກ. ບັນດາໂຄງການເຫຼົ່ານີ້ລວມມີ ຄວາມພະຍາຍາມໃນໄລຍະຍາວເພື່ອປັບປຸງທາງດ້ານໂພຊະນາການ ເສີມສ້າງຄວາມເຂັ້ມແຂງທາງດ້ານສຸຂະພາບແມ່ແລະ ເດັກ ແລະວຽກງານປ້ອງກັນການແຜ່ລະບາດຂອງພະຍາດຕິດຕໍ່.

ສໍາລັບຂໍ້ມູນລະອຽດເພີ້ມກ່ຽວກັບພະຍາດ COVID-19, ກະລຸນາເຂົ້າເບິ່ງໄດ້ທີ່: https://www.cdc.gov/covid19

U.S. Ambassador Dr. Peter M. Haymond today announced additional funding from the United States to help the Lao PDR fight against the novel coronavirus disease COVID-19. The United States has committed an additional US$3.17 million in new funding support, provided through the U.S. Centers for Disease Control and Prevention (USCDC), for prevention, preparedness, and response activities in response to COVID-19 in Lao PDR.These resources will be used for surveillance, laboratory capacity building, infection prevention and control, community mitigation, emergency response, and vaccine preparedness

“The United States continues to increase our support for the Lao PDR as we work together in the worldwide fight against COVID-19,” said Ambassador Haymond. “With this announcement of funding provided by USCDC, we more than double the United States’ COVID-related assistance to the Government of Laos to date.”

This latest assistance is part of the United States’ long-term health collaboration in the Lao PDR. As part of that effort, USCDC has since 2006 supported the Lao Ministry of Health to prepare for and respond to past outbreaks such as avian and pandemic influenza, and now the COVID-19 pandemic. This has included:

Eleven years of training field epidemiologists (disease detectives) with the Field Epidemiology Training (FET) to ensure they have the necessary skills to collect, analyze and interpret data and contribute to evidence-based decisions.

Supporting the Public Health Emergency Operations Center (PHEOC) development; working with the MOH to establish a high-functioning PHEOC which serves as the “control room” of the COVID-19 response.

Providing technical assistance on laboratory operations, infection prevention and control, screening at ports of entry, community engagement, and disease surveillance.

Supporting the development of a sustainable national influenza vaccination program.

“Lao PDR’s Ministry of Health is an outstanding partner for USCDC as we continue to collaborate on global health security and HIV/AIDS” added USCDC-Laos Director Dr. John MacArthur.

The new funding provided by USCDC adds to initial deliveries of equipment, supplies and training provided by the U.S. Agency for International Development (USAID) and USCDC to the Ministry of Health in early February. Those were followed in March by the announcement of almost $2 million in USAID funding support for WHO, UNICEF, and Save the Children within the Lao PDR to expand public health programs that fight the spread of COVID-19.

The goal of CDC’s global health response to COVID-19 is to limit human-to-human transmission, flatten the epidemic curve, and minimize the global impact of COVID-19 through partnership with key government and non-governmental partners to mitigate vulnerabilities and gaps in preparedness. The funds in today’s announcement come from the $300 million authorized for CDC’s global response to COVID-19.

Throughout the Lao PDR, the United States works in close partnership with the Lao government and Lao people on a range of programs to improve health outcomes. These include long-term efforts to improve nutrition, strengthen maternal and child health, and prevent the spread of infectious diseases.

For more information about COVID-19, please visit: https://www.cdc.gov/covid19

XS
SM
MD
LG