ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເອກ​ອັກ​ຄະ​ລັດ​ຖະ​​ທູດ ສ​​ຫລ ປະ​ຈຳ​ຢູ​ເຄ​ຣນ ຢືນ​ຢັນ ມີ​ການຕັ້ງ​ເງື່ອນ​ໄຂ ສຳ​ລັບ​ແລກ​ປ່ຽນ ກັບ ປ. ທ​ຣຳ


ທ່ານ ວິ​ລ​ລຽມ ບ. ເທ​ເລີ (William B. Taylor) ຮັກ​ສາ​ການເອກ​ອັກ​ຄະ​ລັດ​ຖະ​ທູດສະ​ຫະ​ລັດປະ​ຈຳ​ຢູ​ເຄ​ຣນ ທີ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ວັນ​ທີ 22 ຕຸ​ລ​າ 2019.
ທ່ານ ວິ​ລ​ລຽມ ບ. ເທ​ເລີ (William B. Taylor) ຮັກ​ສາ​ການເອກ​ອັກ​ຄະ​ລັດ​ຖະ​ທູດສະ​ຫະ​ລັດປະ​ຈຳ​ຢູ​ເຄ​ຣນ ທີ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ວັນ​ທີ 22 ຕຸ​ລ​າ 2019.

ຫົວ​ໜ້ານັກ​ການ​ທູດສະ​ຫະ​ລັດ ​ໃນ​ຢູ​ເຄ​ນ ໄດ້​ກ່າ​ວ​ຕໍ່​ບັນ​ດາ​ເຈົ້າ​ໜ້າ​ທີ່​ສະ​ພາ​ຕ່ຳ​ໃນ​
ວັນ​ອັງ​ຄານ​ວານ​ນີ້​ວ່າ ທ່ານຖືກແຈ້ງ​ໃຫ້​ຊາບວ່າ ​ທຳ​ນຽບ​ຂາວຈະ​ປ່ອຍເງິນ​ການ​
ຊ່ວຍ​ເຫຼືອ​ທາງ​ທະ​ຫານ ​ໃຫ້​ແກ່​ຢູ​ເຄ​ຣນ ກໍ​ຕໍ່​ເມື່ອ​ປະ​ເທດ​ດັ່ງ​ກ່າວ​ປະ​ກາດ​ໃຫ້​ຄຳ
​ໝັ້ນ​ສັນ​ຍາ​ຢ່າງເປີດ​ເຜີຍ​ທີ່ຈະ​ສືບ​ສວນ​ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ ແລະ​ອະ​ດີດ

ຮອງ​ປະ​ທາ​ນາ​ທິ​ບໍ​ດີໂຈ ໄບ​ເດັນ ແລະ​ລູກ​ຊາຍ​ຂອງ​ເພິ່ນ.

ທ່ານ ວິ​ລ​ລຽມ ບ. ເທ​ເລີ (William B. Taylor) ຮັກ​ສາ​ການເອກ​ອັກ​ຄະ​ລັດ​
ຖະ​ທູດສະ​ຫະ​ລັດປະ​ຈຳ​ຢູ​ເຄ​ຣນ ໄດ້​ໃຫ້​ການ​ແບບ​ປິດ​ລັບ​ກ່ຽວ​ກັບ​ການ​ສືບ​ສວນ
ຟ້ອງ​ຮ້ອງ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ແມ່ນ​ການຂັດ​ແຍ້ງ​ໂດຍ​ກົງກັບ​ການ​ກ່າວ
​ຢ້ຳ ທີ່ປະ​ທາ​ນາ​ທິ​ບໍ​ດີໄດ້ປະ​ກາດ​ວ່າ ​ບໍ່ມີ​ການ "ແລກ​ປ່ຽນ” ຫຍັງກັບ​ຢູເຄ​ຣນ.​


ທ່ານ​ເທ​ເລີ ໄດ້​ກ່າວ​ຢ້ຳ ​ເຖິງ​ຄວາມ​ເຊື່ອໝັ້ນຂອງ​ທ່ານ ທີ່ວ່າ ມັນ​ຄື “ບ້າ” ທີ່​ຈະ
​ເອົາ​ການໃຫ້​ຄຳ​ໝັ້ນ​ສັນ​ຍາ ຂອງ​ກີ​ຢິບ ​ທີ່​ຈະ​ສືບ​ສວນ​ການ​ສໍ້​ລາດ​ບັງ​ຫຼວງ​ໂດຍ​
ຜູ້​ສະ​ໝັກ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເ​ດັນແລະ​ພັກ​ເດ​ໂມ​ແຄ​ຣັດ ມາ​ເປັນ​ເງື່ອນ​ໄຂໃນ

ການຊ່ວຍ​ເຫຼືອ​ທາງທະ​ຫານ ທີ່​ຕ້ອງ​ການ​ທີ່​ສຸດ ​ສຳ​ລັບ​ຢູ​ເຄ​ຣນ. ​

ທ່ານ​ເທ​ເລີ ກ່າວໃນການ​ເປີດຮັບ​ຟັງ​ຄຳ​ໃຫ້​ການວ່າ ທ່ານ​ໄດ້ໂອ້​ລົມ​ທາງ​ໂທ​ລະ​ສັບ
​ກັບ ເອກ​ອັກຄະລັດ​ຖະ​ທູດ​ສະ​ຫະ​ລັດ ປະ​ຈຳ​ຢູ​ໂຣບ ແລ​ະ​ຜູ້​ບໍ​ລິ​ຈາກເງິນ​ໃນ​ການ
ໂຄ​ສະ​ນາ​ຫາ​ສຽງໃຫ້​ແກ່​ທ່ານ​ທ​ຣຳ ຄື​ທ່​ານ​ກໍ​ດັອນ ຊັນ​ແລນດ໌ ຜູ້​ທີ່​ໄດ້​ໃຫ້​ການ
​ໃນອ​າ​ທິດ​ແລ້ວ​ນີ້.

“​ໃນລະ​ຫວ່າງ​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ​ດັ່ງ​ກ່າວນັ້ນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຊັນ​
ແລນ​ດ໌ (Sondland) ບອກ​ຂ້າ​ພະ​ເຈົ້າ​ວ່າ ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ​ໄດ້​ບອກ​ໃຫ້
​ທ່ານເວົ້າ​ວ່າ ທ່ານ​ຕ້ອງ​ການຢາກ​ໃຫ້ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານໂວ​ໂລ​ດິ​ເມຍ
ເຊ​ເລັນ​ສ​ກີ (Volodymyr Zelenskiy) ກ່າວ​ຢ່າງ​ເປີດ​ເຜີຍ​ວ່າ ຢູເຄ​ຣນ​ຈະ​ສືບ
​ສວນບໍ​ລິ​ສັດ​ບູ​ຣິ​ສ​ມາ (Burisma) ແລະ​ກ່​າວ​ຫາ​ວ່າ ຢູ​ເຄ​ຣນ​ແຊກ​ແຊງ​ເຂົ້າ​
ໃນ​ການ​ໂຄ​ສະ​ນາ​ຫາ​ສຽງ​ເລືອກ​ຕັ້ງ ​ປີ 2016.”

ທ່ານ​ຮັນ​ເຕີ ລູກ​ຊາຍ ​ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີໂຈ ໄບ​ເດັນ ທີ່​ຢູ່​ໃນຄະ​ນະ​ກຳ​
ມະ​ການ ຂອງ​ບໍ​ລິ​ສັດ​ບູ​ຣິ​ສ​ມາ (Burisma) ຊຶ່ງ​ເປັນ​ບໍ​ລິ​ສັດ​ແກັ​ສ​ ຂອງ​ຢູ​ເຄ​ຣນ.
ທ່ານ​ທ​ຣຳ​ກ່າວ​ຫາ​ວ່າ ເວ​ລາ​ທ່ານ​ໄບ​ເດັນ ​ເປັນ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ທ່ານ​ໄດ້​ຂົ່ມ
​ຂູ່​ທີ່​ຈະ​ກັກ ​ເງິນກູ້​ຢືມ​ທີ່​ໄດ້​ຮັບ​ການ​ຄ້ຳ​ປະ​ກັນ​ແກ່​ຢູ​ເຄ​ຣນ ນ​ອກ​ຈາກວ່າ​ຢູ​ເຄ​ຣນ​
ຈະ​ຢຸດ​ເຊົາ​ການ​ສືບ​ສວນ​ກ່ຽວ​ກັບການສໍ້ໂກງກ່ອນ​ໜ້ານີ້​ຕໍ່​ບໍ​ລິ​ສັດ​ບູ​ຣິ​ສ​ມາ.

ແຕ່​ວ່າ​ບໍ່​ເຄີຍມີ​ຫລັກ​ຖານ​ໃດໆກ່ຽວ​ກັບການ​ສໍ້​ໂກງ​ໂດຍພວກ​ພໍ່​ລູກໄບ​ເດັນ.
ການ​ກ່າວ​ຫາ​ວ່າ​ຢູ​ເຄ​ຣນ ​ໄດ້​ແຊກ​ແຊງ​ເຂົ້າ​ໃນການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ປີ
2016 ​ໃນ​ນາມພັກ​ເດ​ໂມ​ແຄ​ຣັດ ​ແມ່ນ​ອີງຕາມ​ທິ​ດ​ສະ​ດີ​ ການສົມ​ຮູ້​ຮ່ວມ​ຄິດ ​
ທີ່​ພິ​ສູດ​ໄປ​ແລ້ວ​ວ່າ​ບໍ່​ມີ​ຄວ​າມ​ຈິງນັ້ນ.

ທ່ານ​ເທ​ເລີ ກ່າວ​ວ່າ ທ່ານ​ຊັນ​ແລນ​ດ໌ ບອກ​ທ່ານ​ວ່າ ທ່ານ​ທ​ຣຳ​ຕ້ອງ​ການຢາກ
​ໃຫ້ທ່ານເຊ​ເລັນ​ສ​ກີ“​ກ່າວ​ຢ່າງ​ເປັນ​ການ​ເປີດ​ເຜີຍ​ຕໍ່​ສາ​ທາ​ລະ​ນະ ​ໂດຍ​ອອກ​ຄຳ​
ສັ່ງ​ໃຫ້​ທຳ​ການ​ສອບ​ສວນ​ດັ່ງ​ກ່າວ.”

ອີງ​ຕາມ​ທ່ານ​ເທ​ເລີ​ແລ້ວ ທ່ານ​ຊັນ​ແລນ​ດ໌​ ຍອມຮັບ​ວ່າ​ທ່ານໄດ້​ “ກະ​ທຳ​ຜິດ”
ເວ​ລາ​ທ່ານບ​ອກ​ພວກ​ເຈົ້າ​ໜ້າ​ທີ່​ຢູ​ເຄ​ຣນ​ວ່າ ການ​ພົບ​ປະ​ຢູ່​ທຳ​ນຽບ​ຂາວ ​ກັບ
ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ແມ່ນ​ຂຶ້ນ​ຢູ່​ກັບ​ການ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຂອງ​ທ່ານເຊ​ເລັນ​ສ​ກີ
ຢ່າງ​ເປັນ​ການ​ເປີດ​ເຜີຍ​ເທົ່າ​ນັ້ນ ທີ່​ຈະ​ທຳ​ການ​ສືບ​ສວນ​ດັ່ງ​ກ່າວ.

Acting U.S. Ambassador William B. Taylor's closed-door testimony in the Trump impeachment inquiry directly contradicts the president's assertion that there was no "quid pro quo" with Ukraine.

Taylor repeated his belief that it was "crazy" to make badly needed military aid to Ukraine contingent on Kyiv's promise to investigate alleged corruption by presidential candidate Joe Biden and the Democratic Party.

Taylor said in his opening statement that he had a telephone conversation with U.S. Ambassador to the EU and Trump campaign donor Gordon Sondland, who testified last week.

"During that phone call, Ambassador Sondland told me that President Trump had told him that he wants (Ukrainian) President Volodymyr Zelenskiy to state publicly that Ukraine will investigate Burisma and alleged Ukrainian interference in the 2016 election."

Former U.S. Vice President Joe Biden's son, Hunter, sat on the board of Burisma, a Ukrainian gas company. Trump alleges that when Biden was vice president, he threatened to hold up loan guarantees to Ukraine unless it stopped an earlier corruption probe of Burisma.

But there has never been any evidence of corruption by the Bidens. Allegations that Ukraine interfered in the 2016 presidential election on behalf of Democrats was based on a debunked conspiracy theory.

Taylor said Sondland told him Trump wanted Zelenskiy "in a public box by making a public statement about ordering such investigations."

According to Taylor, Sondland admitted he made a "mistake" when he told Ukrainian officials that only a White House meeting with Trump depended on Zelenskiy publicly promising investigations.

XS
SM
MD
LG