ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເອກອັກຄະລັດຖະທູດ ຣິນາ ບິດເຕີ ຢ້ຽມຢາມ ແຂວງຫົວພັນ


ເອກອັກຄະລັດຖະທູດ ສຫລ ປະຈຳ ສປປ ລາວ ທ່ານນາງ ຣິນາ ບິດເຕີ ຢ້ຽມຢາມແຂວງຫົວພັນ ທາງພາກເໜືອ ຂອງ ສປປ ລາວ.
ເອກອັກຄະລັດຖະທູດ ສຫລ ປະຈຳ ສປປ ລາວ ທ່ານນາງ ຣິນາ ບິດເຕີ ຢ້ຽມຢາມແຂວງຫົວພັນ ທາງພາກເໜືອ ຂອງ ສປປ ລາວ.

ໃນລະຫວ່າງການເດີນທາງໄປຢ້ຽມຢາມແຂວງຫົວພັນເມື່ອໄວໆມານີ້ ເອກອັກຄະລັດ
ຖະທູດສະຫະລັດປະຈຳ ສປປ ລາວ ທ່ານນາງຣີນາ ບິດເຕີ ໄດ້ໄປເບິ່ງໂຕຈິງໂຄງການ
ທີ່ສະໜັບສະໜູນ ໂດຍລັດຖະບານສະຫະລັດ ໃນການສົ່ງເສີມ ການດຳລົງຊີວິດທາງ
ເລືອກ ໃຫ້ກັບຊຸມຊົນໃນຂົງເຂດຊົນນະບົດ ເພື່ອເປັນການຫລຸດຜ່ອນການປູກຝິ່ນ.

ໂດຍການເຮັດວຽກ ກັບເຈົ້າໜ້າທີ່ພາກລັດ ຂັ້ນແຂວງແລະຂັ້ນເມືອງ ພວກກະສິກອນ
ໃນ 3 ໝູ່ບ້ານ ຂອງເມືອງຊ່ອນ ໄດ້ຮັບການຝຶກອົບຮົມ ແລະການສະໜັບສະໜູນ ໃນ
ການປູກກາເຟ. ໂຄງການດັ່ງກ່າວຍັງໄດ້ກວມເອົາອີກ 20 ໝູ່ບ້ານຊຶ່ງຈະຊ່ອຍປັບປຸງ ໃນຂົງເຂດການລ້ຽງສັດແລະການຊ່ອຍເຫລືອອື່ນໆ.

ການຊ່ອຍເຫຼືອດັ່ງກ່າວຈະເຮັດໃຫ້ຊຸມຊົນເຫຼົ່ານີ້ມີຊີວິດທີ່ດີຂຶ້ນ ຊຶ່ງການຮ່ວມມືກັບລັດ
ຖະບານ ກໍປຽບສະເໝືອນ ການສ້າງອະນາຄົດ ທີ່ສົດໃສ ໃຫ້ກັບປະຊາຊົນຂອງ ສປປ
ລາວ.

On her trip to Huaphan Province, Ambassador Bitter visited a USG funded project to offer alternative livelihoods to rural communities as a way to reduce poppy cultivation. Working with provincial and district officials, farmers in 3 villages of Xone district have received training and support to grow coffee. The project will ultimately reach 20 villages and will improve livestock production as well as provide other assistance. By helping these communities earn a better living, this government collaboration is building a better future for the people of Laos.

XS
SM
MD
LG