ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດ ກ່າວ​ວ່າ ​ການ​ເມືອງ ແມ່ນ​ທາງ​ອອກ​​ເສັ້ນ​ທາງດຽວ ທີ່​ຈະ​ແກ້​ໄຂ​ຄວາມ​ຄັດ​ແຍ້ງ​ໃນ​ເຢ​ເມນ


ພວກ​ກະ​ບົດ​ຊາວ​ຮູ​ຕີ ຢືນ​ລາດ​ຕະ​ເວນ ຢູ່​ເທິງ​ຕຶກ ເຟົ້າ​ເບິ່ງ​ຊາວ​ຮູ​ຕິ ທີ່​ເຕົ້າໂຮມກັນ​​ປະ​ທ້ວງ ໃນ​ເມືອງ​ຊາະນາອາ, ເຢ​ເມັນ, 5 ຕຸ​ລາ 2018.
ພວກ​ກະ​ບົດ​ຊາວ​ຮູ​ຕີ ຢືນ​ລາດ​ຕະ​ເວນ ຢູ່​ເທິງ​ຕຶກ ເຟົ້າ​ເບິ່ງ​ຊາວ​ຮູ​ຕິ ທີ່​ເຕົ້າໂຮມກັນ​​ປະ​ທ້ວງ ໃນ​ເມືອງ​ຊາະນາອາ, ເຢ​ເມັນ, 5 ຕຸ​ລາ 2018.

​ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດປະ​ຈຳ​ປະ​ເທດ​ເຢ​ເມນ ໄດ້ບອກ​ໂທ​ລະ​ພາບ
ແອ​ລ​ຮູ​ຣາ ທີ່ສະ​ຫະ​ລັດໃຫ້​ການ​ອຸບ​ປະ​ຖຳ​ນັ້ນວ່າ ຄວາມ​ຄັດ​ແຍ້ງ​ກັນ ຍັງມີຢູ່​ສືບ​ຕໍ່ມາ​
ໃນ​ເຢ​ເມນ ທີ່​ບໍ່​ສາ​ມາດ​ແກ້​ໄຂ​ທາງ​ການ​ທະ​ຫານໄດ້, ແທນ​ທີ່ຄວາມ​ພະ​ຍາ​ຍາມ
​ໂດຍທຸກ​ພັກ​ຝ່າຍ ຈະແມ່ນເພື່ອ​ຊອກ​ຫາ​ຊ່ອງ​ທາງແກ້​ໄຂ​ໂດຍການ​ເມືອງ.

“ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ພວກ​ເຮົາ​ມີ​ແນວທາງ​ທີ່​ນຳ​ໄປ​ສູ່ຄວາມກ້າວໜ້າທີ່​ແຂງ​ຂັນ
ຂອງນາ​ໆ​ຊາດເພື່ອ​ສືບ​ຕໍ່​ຊຸກ​ຍູ້​ໃຫ້​ຫາ​ທາງ​ອອກ​ທາງ​ການ​ເມືອງ,”
ຊຶ່ງເອກ​ອັກ​ຄະ​ລັດ
​ຖະ​ທູດ​ສະ​ຫະ​ລັດ ປະ​ຈຳ​ປະ​ເທດ​ເຢ​ເມນ ​ທ່ານເມັ​ຕ​ທິວ ທູ​ລ​ເລີ​ຣ໌ ໄດ້​ກ່າວ​ໄປ. ທ່ານ​ຍັງ
​ໄດ້​ກ່າວ​ເພີ້ມ​ຕື່ມ​ວ່າ ສະ​ຫະ​ລັດ ຈະ​ສືບ​ຕໍ່​ຕັ້ງ​ໜ້າ​ທີ່​ຈະ​ຊອກ​ຫາ​ທາງ​ອອກ​ທາງ​ການ
​ເມືອງ ເພື່ອ​ແກ້​ໄຂ​ຄວາມ​ບໍ່​ລົງ​ຮອຍ​ກັນ ໃນ​ປະ​ເທດ​ສົງ​ຄາມ​ແຫ່ງ​ນີ້.

“ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ໃນ​ທີ່​ສຸດ​ ຊາວເຢ​ເມນເອງ​ ກໍຈະຮູ້​ດີ​ວ່າ ມັນ​ຈະ​ຕ້ອງ​ມີທາງ​ອອກ​
ທາງ​ການ​ເມືອງ,
” ຊຶ່ງທ່ານເມັ​ຕ​ທິວ ທູ​ລ​ເລີ​ຣ໌ ໄດ້​ກ່າວ​ໄປ.

ແມ່​ຍິງ​ຜູ້​ນຶ່ງ​ອູ້ມ​ລູກ ​ທີ່​ເປັນ​ໂຣກ​ຂາດ​ອາ​ຫານ ທີ່​ໂຮງ​ພະ​ຍາ​ບານ ແອ​ລ-ຊາ​ບີນ ໃນ​ເມືອງ​ຊາ​ນາ, ເຢ​ເມນ, 11 ກັນ​ຍາ 2018.
ແມ່​ຍິງ​ຜູ້​ນຶ່ງ​ອູ້ມ​ລູກ ​ທີ່​ເປັນ​ໂຣກ​ຂາດ​ອາ​ຫານ ທີ່​ໂຮງ​ພະ​ຍາ​ບານ ແອ​ລ-ຊາ​ບີນ ໃນ​ເມືອງ​ຊາ​ນາ, ເຢ​ເມນ, 11 ກັນ​ຍາ 2018.

ທ່ານ​ອາ​ເມດ ອາ​ວາດ ບິນ ມູ​ບາ​ຣັກ ເອກ​ອັກ​ຄະ​ລັດ​ຖະ​ທູດເຢ​ເມນ ປະ​ຈຳ​ສະ​ຫະ​ລັດ
ໄດ້ບອກວີ​ໂອ​ເອ​ວ່າ ໃນ​ຂະ​ນະ​ທີ່​ລັດ​ຖະ​ບານ​ຂອງ​ທ່ານ ສະ​ໜັບ​ສະ​ໜຸນຄວາມ​ພະ​ຍາ​
ຍາມ ຂອງສະຫະລັດແລະ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທີ່​ຈະ​ຫາ​ທາງ​ອອກ​ທາງ​ການ​ເມືອງ
​ຕໍ່​ສົງ​ຄາມຢູ່ ແຕ່ຄວາມກົດ​ດັນທາງ​ການ​ທະ​ຫານ ກໍແມ່ນມີຄວາມ​ຈຳ​ເປັນ.

ທ່ານບິນ ມູ​ບາ​ຣັກ ກ່າວ​ວ່າ “ພວກ​ເຮົາເຊື່ອ​ວ່າ, ຈົນ​ເທົ່າ​ເຖິງ​ປະ​ຈຸ​ບັນ​ນີ້ທາງ​ອອກ​ອັນ​
ດຽວ​ຕໍ່​ຄວາມ​ຄັດ​ແຍ້ງ​ໃນ​ເຢ​ເມນ ແມ່ນ ການ​ແກ້​ໄຂ​ທາງ​ການ​ເມືອງ. ພວກ​ເຮົາຍັງ
ເຊື່ອອີກວ່າ ຈາກ​ປະ​ສົບ​ການ​ຂອງ​ພວກ​ເຮົາ ກັບ​ກຸ່​ມຮູຕີແລ້ວ ກໍຄື​ວ່າ ​ພວກ​ເຂົາ​ເຈົ້າ
​ບໍ່​ເຂົ້າ​ມາ​ຮ່ວມ​ໃນ​ໂຕະເຈ​ລະ​ຈາ ຈົນ​ກວ່າ​ວ່າ ມັນຈະ​ມີ​ຄວາມ​ກົດ​ດັນ​ທາງ​ການ​ທະ
​ຫານ. ອົງ​ການສະ​ຫະ​ປະ​ຊາ​ຊາດ ໄດ້​ພະ​ຍາ​ຍາມ ທີ່​ຈະ​ໄກ່​ເກ່ຍ ລະ​ຫວ່າງ​ຝ່າຍ​ທີ່​
ເຮັດ​ສົງ​ຄາມ ໃຫ້​ພະ​ຍາຍາມ​ທີ່​ຈະ​ຫາ​ທາງ​ແກ້​ໄຂ​ຄວາມ​ຄັດ​ແຍ້ງ​ກັນ. ໃນ​ເດືອນ​ແລ້ວ
​ນີ້ ສະ​ຫະ​ປະ​ຊາ​ຊາດໄດ້​ຈັດ​ກອງ​ປະ​ຊຸມເປັນ​ເວ​ລາ 3 ມື້ ທີ່​ນະ​ຄອນເຈ​ນີ​ວາ ເພື່ອ​ປຶກ
​ສາ​ຫາ​ລື ຍຸ​ຕິ​ຄວາມ​ຄັດແຍ້ງ, ແຕ່​ວ່າ​ກຸ່ມ​ຮູ​ຕີ ບໍ່​ໄດ້​ເຂົ້າ​ຮ່ວມ."

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຊາວ​ເຢ​ເມນ ປະ​ກອບ​ສ່ວນ​ເຂົ້າ​ໃນ​ພິ​ທີ​ຊາ​ປະ​ນະ​ກິດ ​ຂອງ​ພວກ​ເຄາະ​ຮ້າຍ ທີ່​ເສຍ​ຊີ​ວິດ​ ຈາກການ​ໂຈມ​ຕີ​ທາງ​ອາ​ກາດ ທີ່​ນຳ​ພາ​ໂດຍ​ຊາວ​ດີ​ອາ​ຣາ​ເບຍ, ຊາດ​ດາ, ເຢ​ເມນ, 13 ສິງ​ຫາ 2018.
ຊາວ​ເຢ​ເມນ ປະ​ກອບ​ສ່ວນ​ເຂົ້າ​ໃນ​ພິ​ທີ​ຊາ​ປະ​ນະ​ກິດ ​ຂອງ​ພວກ​ເຄາະ​ຮ້າຍ ທີ່​ເສຍ​ຊີ​ວິດ​ ຈາກການ​ໂຈມ​ຕີ​ທາງ​ອາ​ກາດ ທີ່​ນຳ​ພາ​ໂດຍ​ຊາວ​ດີ​ອາ​ຣາ​ເບຍ, ຊາດ​ດາ, ເຢ​ເມນ, 13 ສິງ​ຫາ 2018.

XS
SM
MD
LG