ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເອກອັກຄະລັດຖະທູດ ສຫລ ພົບປະກັບ ນັກຂ່າວອາເມຣິກັນ ທີ່ໄດ້ຖືກຄຸມຂັງ ໂດຍຣັດເຊຍ


ນັກຂ່າວຂອງໜັງສືພິມ Wall Street Journal ທ່ານແອບວັນ ເກີສໂກວິຈ (Evan Gershkovich) ຢືນຢູ່ໃນກົງຂັງປິດດ້ວຍແກ້ວ ພາຍໃນຫ້ອງການສານ ນະຄອນມົສກູ ຂອງຣັດເຊຍ, ເມື່ອວັນທີ 22 ມິຖຸນາ 2023
ນັກຂ່າວຂອງໜັງສືພິມ Wall Street Journal ທ່ານແອບວັນ ເກີສໂກວິຈ (Evan Gershkovich) ຢືນຢູ່ໃນກົງຂັງປິດດ້ວຍແກ້ວ ພາຍໃນຫ້ອງການສານ ນະຄອນມົສກູ ຂອງຣັດເຊຍ, ເມື່ອວັນທີ 22 ມິຖຸນາ 2023

ເອກອັກຄະລັດຖະທູດ ສະຫະລັດ ປະຈຳຣັດເຊຍ ໄດ້ເດີນທາງໄປຢ້ຽມຢາມ ນັກຂ່າວຂອງໜັງສືພິມ Wall Street Journal ທ່ານແອບວັນ ເກີສໂກວິຈ (Evan Gershkovich) ທີ່ໄດ້ຖືກຄຸມຂັງຢູ່ໃນມົສກູ ເມື່ອວັນຈັນວານນີ້ ອີງຕາມລາຍງານຂອງໜັງສືພິມດັ່ງກ່າວ. ມັນເປັນຄັ້ງທີສອງ ທີ່ນັກການທູດ ໄດ້ພົບເຫັນທ່ານ ນັບຕັ້ງແຕ່ໄດ້ຖືກຈັບກຸມເມື່ອສາມເດືອນກ່ອນ ໃນຂໍ້ກ່າວຫາວ່າ ເປັນສາຍລັບ ຊຶ່ງທ່ານໄດ້ປະຕິເສດ.

ໜັງສືພິມດັ່ງກ່າວ ບໍ່ໄດ້ສະໜອງລາຍລະອຽດໃດໆ ກ່ຽວກັບ ການພົບປະກັບທ່ານເກີສໂກວິຈ ຂອງເອກອັກຄະລັດຖະທູດ ລິນນ໌ ເທຣຊີ. ທ່ານນາງ ໄດ້​ພົບຜູ້ກ່ຽວຄັ້ງສຸດທ້າຍ ເມື່ອເດືອນເມສາ ບໍ່ດົນຫຼັງຈາກລາວໄດ້ຖືກຈັບກຸມໃນວັນທີ 29 ມີນາ ເມື່ອຣັດເຊຍ ໄດ້ກ່າວຫາລາວວ່າ ພະຍາຍາມ​ເກັບ​ກຳຄວາມລັບດ້ານການທະຫານ ໃນຂະນະທີ່ເດີນທາງມາຍັງເມືອງເຢກາເທີຣິນເບີກ ຂອງຣັດເຊຍ ເພື່ອລາຍງານຂ່າວ.

ຜູ້ພິພາກສາ ເມື່ອເດືອນແລ້ວນີ້ ໄດ້ປະຕິເສດຕໍ່ຄຳຮ້ອງຂໍໃຫ້ປ່ອຍໂຕ ທ່ານເກີສໂກວິຈ ໄວ 31 ປີ ອອກຈາກຄຸກມົສກູ ໃນຂະນະລໍຖ້າການດຳເນີນຄະດີ. ທ່ານນາງເທຣຊີ ໄດ້ກ່າວຫາຣັດເຊຍ ວ່າ ດຳເນີນການ “ຈັບໂຕປະກັນ ເພື່ອທາງການທູດ.”

ຕະຫຼອດໄລຍະຫຼາຍປີ ຣັດເຊຍ ໄດ້ຕົກລົງທີ່ຈະແລກປ່ຽນນັກໂທດທີ່ມີຊື່ສຽງກັບສະຫະລັດ ໂດຍສ່ວນຫຼາຍ ໃນປີກາຍບໍ່ດົນມານີ້ ເມື່ອດາລານັກກິລາບານບ້ວງມືອາຊີບ ນາງ ບຣິຕນີ ກຣາຍເນີ (Brittney Griner) ໄດ້ຖືກສານຕັດສິນລົງໂທດໃນຂໍ້ຫາມີຢາເສບຕິດນັ້ນ ໄດ້ຖືກແລກປ່ຽນກັບ ນັກໂທດລັກລອບຄ້າອາວຸດ ຊາວຣັດເຊຍ ທ້າວວິກເຕີ ບຸຕ (Victor Bout).

The U.S. ambassador to Russia visited jailed Wall Street Journal reporter Evan Gershkovich in Moscow on Monday, the newspaper reported. It was the second time the diplomat has seen him since his arrest three months ago on espionage charges that he denies.

The newspaper did not provide details about Ambassador Lynne Tracy’s meeting with Gershkovich. She last saw him in April shortly after his March 29 arrest, when Russia accused him of trying to obtain military secrets while on a reporting trip to the Russian city of Yekaterinburg.

A judge last month rejected an application for Gershkovich, 31, to be released from a Moscow prison while awaiting trial. Tracy has accused Russia of conducting "hostage diplomacy."

Over the years, Russia has agreed to high-profile prisoner exchanges with the United States, most recently last year when professional basketball star Brittney Griner, sentenced on a drug charge, was traded for convicted Russian arms trafficker Viktor Bout.

XS
SM
MD
LG