ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ​ອະນຸຍາດ​ ໃຫ້​ບໍລິສັດ ZTE ຂອງຈີນ ຮັກສາ ເຄືອຂ່າຍຂອງຕົນ ໄວ້ຄືເກົ່າ


ຊາຍສອງຄົນຍ່າງຜ່ານຕຶກຂອງບໍລິສັດ ZTE ຊຶ່ງ​ເປັນ​ບໍລິສັດ​ໂທລະ​ຄົມມະນາຄົມ​ຍັກ​ໃຫຍ່​ຂອງ​ຈີນ ​ຢູ່ນະຄອນປັກກິ່ງ (ພາບຖ່າຍໃນວັນທີ 8 ພຶດສະພາ, 2018)
ຊາຍສອງຄົນຍ່າງຜ່ານຕຶກຂອງບໍລິສັດ ZTE ຊຶ່ງ​ເປັນ​ບໍລິສັດ​ໂທລະ​ຄົມມະນາຄົມ​ຍັກ​ໃຫຍ່​ຂອງ​ຈີນ ​ຢູ່ນະຄອນປັກກິ່ງ (ພາບຖ່າຍໃນວັນທີ 8 ພຶດສະພາ, 2018)

ຄະນະ​ລັດຖະບານ​ທ່ານ​ທຣໍາ ​ໄດ້​ອະນຸຍາດ​ໃຫ້​ບໍລິສັດ ZTE ຊຶ່ງ​ເປັນ​ບໍລິສັດ​ໂທລະ​ຄົມ
ມະນາຄົມ​ຍັກ​ໃຫຍ່​ຂອງ​ຈີນ ​ສາມາດ​ເຮັດ​ທຸລະ​ກິດ​ບາງ​ຢ່າງໄດ້ ​ຢູ່​ໃນ​ສະຫະລັດ ໃນ​ຂະ
ນະ​ທີ່​ບໍລິສັດ​ດັ່ງກ່າວ​ ກໍາລັງ​ພະຍາຍາມ​ທີ່​ຈະກັບ​ຄືນ​ມາ​ດໍາ​ເນີນ​ທຸລະ​ກິດ​ໄດ້​ ອີກ​ຢ່າງ​
ເຕັມ​ສ່ວນ ​ພາຍຫລັງ​ທີ່​ຖືກສະຫະລັດ​ລົງ​ໂທດຈົນ​ເກືອບ​ວ່າ ​ຕ້ອງ​ໄດ້​ປິດ​ບໍລິສັດ​ໄປ.

ກະຊວງ​ການ​ຄ້າ​ອະນຸຍາດ​ໃຫ້​ບໍລິສັດ ZTE ຮັກສາ​ເຄືອ​ຂ່າຍ ​ທີ່​ມີ​ຢູ່​ນັ້ນ​ໄວ້ ໃນຕະຫລອດ
​ເດືອນ​ກໍລະ​ກົດ​ນີ້.

ບໍລິສັດນີ້ ​ໄດ້​ໄລ່​ບັນດາ​ຜູ້​ຈັດການ​ໃນ​ລະດັບ​ສູງ​ອອກ ​ແລະ​ໄດ້​ປ່ຽນຄະນະ​ບໍລິຫານ​ງານ​
ຂອງ​ບໍລິສັດ​ໃໝ່ ​ເພື່ອ​ປະຕິບັດ​ໃຫ້​ໄດ້​ຕາມ​ເງື່ອນ​ໄຂ​ນຶ່ງ​ໃນ​ຫລາຍໆ​ເງື່ອນ​ໄຂທີ່​ວາງ​ໄວ້
​ກ່ອນ​ບໍລິສັດ​ຈະ​ກັບ​ຄືນ​ມາ​ດໍາ​ເນີນ​ງານ​ຢ່າງ​ເຕັມ​ສ່ວນ​ໄດ້.

ບໍລິສັດ ZTE ຍັງ​ຈະ​ຕ້ອງ​ໄດ້​ຈ່າຍ​ເງິນ​ຄ່າ​ປັບ​ໄໝ 1 ຕື້​ໂດ​ລາ​ນຳ ​ທັງ​ຕ້ອງ​ໄດ້​ເອົາ​ເງິນ​ໄວ້
​ໃນ​ຄັງ​ຄໍ້າປະກັນ 400 ລ້ານ​ໂດ​ລາ​ເພື່ອ​ໃຊ້​ຈ່າຍ​ຄ່າ​ປັບ​ໃໝ​ໃດໆທີ່​ອາດ​ມີຂຶ້ນ​ໃນ​ອະນາຄົດ.

ກະຊວງ​ການ​ຄ້າ ​ໄດ້​ຕັດ​ສິນຄ້າສົ່ງ​ອອກ​ໄປ​ໃຫ້​ແກ່​ບໍລິສັດ ZTE ​ໃນ​ເດືອນ​ເມສາ​ທີ່​ຜ່ານ​ມາ.
ບໍລິສັດ ZTE ຖື​ກຈັບ​ໄດ້​ວ່າ​ ເປັນ “ຜູ້​ເອົາ​ໃຫ້​ພວກ​ມືແດ​ງ” ຫລື "red-handed" ເອີ້ນຕາມ​
ຄໍາ​ເວົ້າຂອງ​ເຈົ້າໜ້າທີ່​ທ່ານ​ນຶ່ງ​ ຢູ່​ໃນ​ລັດຖະບານ​ຂອງ ທ່ານ​ທຣໍາ ​ໂດຍໄດ້​ເອົາ​ສິ້ນສ່ວນ​
ປະກອບ​ທີ່​ຜະລິດ​ຢູ່​ສະຫະລັດໃສ່​ໃນ​ສິນຄ້າ​ທາງ​ໂທລະ​ຄົມ​ຂອງ​ຕົນ ​ແລະ​ຂາຍ​ສິນຄ້າ
​ເຫລົ່ານັ້ນ ​ໃຫ້​ແກ່​ປະ​ເທດ​ຕ່າງໆ ທີ່ຢູ່​ໃນ ການ​ເກືອດຫ້າມ ​ທາງ​ການ​ຄ້າ​ຂອງ​ສະຫະລັດ
ຊຶ່ງ​ລວມທັງອີຣ່ານ ​ແລະ​ເກົາຫລີ​ເໜືອ.

ບໍລິສັດ ZTE ​ແມ່ນ​ອີງ​ອາ​ໄສ​ຕໍ່ສິນຄ້າ​ສົ່ງ​ອອກ​ ຈາກ​ສະຫະລັດ ​ແລະ​ການ​ຕັດການ​ສົ່ງ
​ອອກ​ສິນຄ້າ​ດັ່ງກ່າວ ​ແມ່ນ​ເຮັດ​ໃຫ້​ບໍລິສັດນີ້​ຫລົ້ມລະລາຍ​ໄປ.

​ແຕ່​ວ່າ ​ພຽງ​ແຕ່​ບໍ່​ເທົ່າ​ໃດ​ອາທິດ ປະທານາທິບໍດີ ດໍ​ໂນ​ລ ທຣໍາ ​ໄດ້​ສັ່ງ​ໃຫ້​ກະ ຊວງ​ການ​ຄ້າ
​ຂອງ​ສະຫະລັດ​ຫາ​ຊ່ອງ​ທາງ ທີ່​ຈະ​ເຮັດ​ໃຫ້​ບໍລິສັດ ZTE ດໍາ​ເນີນ​ທຸລະ​ກິດ​ໄດ້​ຄືນ​ອີກ ​ໂດຍ
​ເວົ້າວ່າ ​ມັນ​ເຮັດ​ໃຫ້​ຄົນ​ຈີນເສຍ​ວຽກ​ເຮັດ​ງານ​ທໍາຫລາຍ​ເກີນ​ໄປ​.

ພວກ​ຜູ້ແທ​ນ​ຈາກ​ພັກຣີພັບ​ບລິ​ກັນ ​ແລະ​ເດ​ໂມແຄຣັດ​ ໄດ້ພາກັນ​ຂັດຂວາງ ການ​ດໍາ​ເນີນ
​ຄວາມ​ພະຍາຍາມ​ຂອງ​ທ່ານ​ທຣໍາ​ໄວ້ ​ໂດຍເອີ້ນການເຮັດ​ການຄ້າ​ຂອງ​ບໍລິສັດ ZTE ກັບ
​ເກົາຫລີ​ເໜືອ ​ແລະ​ອີຣ່ານວ່າ​ ລະ​ເມີດ​ຕໍ່ຄວາມໝັ້ນຄົງ ​ແຫ່ງ​ຊາດ​ຂອງ​ສະຫະລັດ.

ພວກເພິ່ນ​ຍັງບໍ່​ເຂົ້າ​ໃຈ​ວ່າ​ເປັນ​ຫຍັງ​ທ່ານ​ທຣໍາ ຈຶ່ງ​ເປັນ​ຫ່ວງ ຕໍ່ການ​ເສຍວຽກ​ເຮັດ​ງານ​ທໍາ
ຂອງ​ຄົນ​ຈີນ ​ເມື່ອ​ທ່ານ​ໄດ້​ກ່າວ​ຫາ​ຈີນ​ວ່າ​ໄດ້​ລັກ​ເອົາວຽກ​ເຮັດ​ງານ​ທໍາ​ໃນ​ດ້ານ​ການ​ຜະ
ລິດອຸດສາຫະກໍາ​ຂອງ​ສະຫະລັດ​ໄປແຕ່​ດົນ​ມາ​ແລ້ວ.


The Trump administration has allowed Chinese telecommunications giant ZTE to carry on some business in the U.S. as it works to resume full operations after U.S. sanctions nearly shut it down.

The Commerce Department is letting ZTE maintain existing networks in the U.S. through all of July

The company has already fired top management and replaced its board of directors, meeting one of the conditions to fully get back into business.

ZTE must still pay a $1 billion fine and place $400 million more in escrow to cover any possible future penalties.

The Commerce Department cut off exports to ZTE in April. ZTE was caught -- in the words of one Trump official -- "red-handed" putting U.S.-built components in its telecommunications products and selling those goods to countries under a U.S. trade embargo, including Iran and North Korea.

ZTE depends on U.S. exports and the cutoff practically put the company out of business.

But just weeks later, President Donald Trump ordered the U.S. Commerce Department to look for a way to get ZTE running again, saying too many Chinese jobs have been lost.

Republican and Democratic lawmakers balked at Trump's efforts, calling ZTE's trade with North Korea and Iran a violation of U.S. national security.

They were also perplexed by Trump's concern over Chinese jobs when he has long accused China of stealing U.S. manufacturing jobs.

XS
SM
MD
LG