ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະລັດ ແລະບັນດາພັນທະມິດ ເຫັນດີນຳກັນ ຫຼາຍຂຶ້ນ ກ່ຽວກັບຄວາມຈຳເປັນ ຕ້ອງໄດ້ປະເຊີນໜ້າກັບຈີນ


ປ້າຍນີ້ ອ່ານວ່າ "ບໍຣິສ ຢຸດ ຫົວເຫວີຍ" ແມ່ນເຫັນໄດ້ຕັ້ງຢູ່ແຄມທາງໃຫຍ່ເລກທີ M40, ໃນເມືອງ ເທັຕສ໌ໂວຣຕ໌ ໃນອັງກິດ, ວັນທີ 1 ພຶດສະພາ 2020.
ປ້າຍນີ້ ອ່ານວ່າ "ບໍຣິສ ຢຸດ ຫົວເຫວີຍ" ແມ່ນເຫັນໄດ້ຕັ້ງຢູ່ແຄມທາງໃຫຍ່ເລກທີ M40, ໃນເມືອງ ເທັຕສ໌ໂວຣຕ໌ ໃນອັງກິດ, ວັນທີ 1 ພຶດສະພາ 2020.

ບັນດາພັນທະມິດຂອງສະຫະລັດ ກຳລັງອອກປາກອອກສຽງຫຼາຍຂຶ້ນເລື້ອຍໆ ກ່ຽວກັບຄວາມເຕັມໃຈຂອງພວກເຂົາເຈົ້າ ທີ່ຈະຕ້ານຢັນຈີນໃນເວທີຂອງໂລກ ໂດຍທີ່ຈະເຮັດຕາມຄວາມຕ້ອງການຂອງວໍຊິງຕັນ ທີ່ຈະເອົາເລື້ອງກັບປັກກິ່ງ ເຖິງແມ່ນວ່າ ຄວາມເຫັນທີ່ແຕກຕ່າງກັນໃນວິທີທີ່ຈະກ້າວໄປໜ້ານັ້ນ ກໍຍັງມີຢູ່ ຕໍ່ມາ.

ບັນດາພັນທະມິດໃນຢູໂຣບ ໂດຍສະເພາະ ກ່າວວ່າ ພວກເຂົາເຈົາກຳລັງເຄື່ອນໄຫວຢ່າງໜັກແໜ້ນຫຼາຍຂຶ້ນ ເພື່ອແກ້ໄຂຄວາມເປັນຫ່ວງກ່ຽວກັບຄວາມພະຍາ ຍາມໂດຍບໍລິສັດຕ່າງໆຂອງຈີນ ເຊັ່ນວ່າ ຫົວເຫວີຍ (Huawei) ທີ່ຈະຄອບງຳໃນການເປີດໂຕເຄືອຂ່າຍ ລະບົບ 5G ທີ່ທັນສະໄໝ ຂອງໂທລະສັບມືຖື ພ້ອມກັນກັບເລື້ອງບັນຫາຕ່າງໆດ້ານມະນຸດສະທຳ ຕະຫຼອດເຖິງ ການກະທຳຂອງຈີນຢູ່ໃນຮົງກົງ ຈົນເຖິງເລື້ອງການປະພຶດຕໍ່ພວກຊົນກຸ່ມນ້ອຍຊາວວີເກີຂອງປະເທດໂດຍປັກກິ່ງທີ່ໜ້າເປັນຫ່ວງ.

ແຕ່ພວກປະເທດພັນທະມິດບາງສ່ວນ ແມ່ນປຸກລະດົມແບບທີ່ບໍ່ຄ່ອຍໄຕ່ຕອງ ບໍ່ຄ່ອຍເປັນສັດຕູ ໜ້ອຍກວ່າສິ່ງທີ່ພວກເຂົາເຈົ້າເຫັນອອກມາຈາກວໍຊິງຕັນ. “ມັນ ເປັນເລື້ອງງ່າຍ ແລະມັນຈະເຮັດໃຫ້ເຈົ້າຮູ້ສຶກດີ ຖ້າເຈົ້າໃຊ້ຄຳເວົ້າທີ່ແຮງ ແຕ່ພວກເຮົາກໍຮູ້ດີວ່າ ວິທີແບບນີ້ ໂດຍສ່ວນໃຫຍ່ແມ່ນຈະກີດກັນການຕິດຕໍ່ໃນທຸກດ້ານແລະທຸກການມີອິດທິພົນ ທີ່ອາດເປັນໄປໄດ້.” ນັ້ນແມ່ນຄຳເວົ້າຂອງລັດຖະມົນ ຕີປ້ອງກັນປະເທດເຢຍຣະມັນ ທ່ານນາງແອນເນເກຣຕ ແຄຣມປ໌-ຄາເຣນບາວເອີ ທີ່ໄດ້ກ່າວຕໍ່ບັນດາຜູ້ເຂົ້າຮ່ວມກອງປະຊຸມສົນທະນາກ່ຽວກັບການປ້ອງກັນສະຫະພາບຢູໂຣບ ທາງອອນໄລໃນສັບປະດານີ້.

ທ່ານນາງແຄຣມປ໌-ຄາເຣນບາວເອີ ຍັງໄດ້ເນັ້ນຢ້ຳເຖິງຄວາມຈຳເປັນທີ່ຈະຕ້ອງປະເຊີນໜ້າກັບຈີນ ກ່ຽວກັບບັນຫາຕ່າງໆທີ່ລຳບາກໃຈ ໂດຍທີ່ຍັງຈະສາມາດພົວພັນກັນໄດ້ ແທນທີ່ວ່າ ຈະຄັດຄ້ານເພື່ອທີ່ຈະຖອນຕົວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

U.S. allies are growing increasingly vocal about their willingness to push back against China on the global stage, falling in line with Washington’s desires to rein in Beijing despite continued differences on how to move forward.

European allies, in particular, say they are moving more aggressively to address concerns about attempts by Chinese companies, like Huawei, to dominate the rollout of advanced 5G mobile networks as well as on humanitarian issues, ranging from China’s actions in Hong Kong to Beijing’s alarming treatment of the country’s Uighur minority.

But some of them are advocating a less brash, less hostile approach than what they see coming out of Washington.

Annegret Kramp-Karrenbauer, German Minister of Defense, speaks at a news conference in Berlin, Germany, June 8, 2020.

"It's easy and it gives you a good feeling inside if you use strong words, but we also know that this approach is often one that blocks every contact and every possible influence,” German Defense Minister Annegret Kramp-Karrenbauer told attendees at this week’s virtual European Union Defense Forum.

Kramp-Karrenbauer also stressed the need to confront China on difficult issues by remaining engaged, as opposed to pulling back.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG