ກອງທັບສະຫະລັດ ຕ້ອງການຝຸງເຮືອບິນບັນທຸກນ້ຳມັນຕື່ມອີກ ເພື່ອທີ່ຈະແຂ່ງກັບ
ກອງທັບ ຂອງຈີນ ທີ່ທັນສະໄໝຂຶ້ນ ອີງຕາມຄຳເວົ້າຂອງລັດຖະມົນຕີ ກອງທັບອາກາດ
ທ່ານນາງ ແຮເຕີ ວີລສັນ ໃນວັນພຸດວານນີ້.
ທ່ານນາງ ວີລສັນ ໄດ້ກ່າວຕໍ່ ບັນດາສະມາຊິກ ຂອງສະພາສູງ ໃນລະຫວ່າງ ການພິຈາ
ລະນາ ຮັບຟັງຄຳໃຫ້ການໃນວັນພຸດວານນີ້ ກ່ຽວກັບຄວາມພ້ອມຂອງ ກອງທັບອາກາດ
ວ່າ “ຄວາມທ້າທາຍໃນເຂດມະຫາສະໝຸດປາຊີຟິກນັ້ນ ແມ່ນ ຄວາມຍາກລຳບາກ
ຂອງໄລຍະທາງ ແລະ ອັນນັ້ນ ໝາຍຄວາມວ່າ ຝຸງເຮືອບິນ ບັນທຸກນ້ຳມັນ ແມ່ນມີ
ຄວາມສຳຄັນຫຼາຍ.”
ກອງທັບອາກາດ ເມື່ອບໍ່ດົນມານີ້ ໄດ້ປະກາດແຜນການ ທີ່ຈະເພີ້ມຈຳນວນ ຂອງຝຸງ
ເຮືອບິນບັນທຸກນ້ຳມັນ ທີ່ຕ້ອງການ ເພື່ອຕື່ມນ້ຳມັນໃຫ້ແກ່ເຮືອບິນລົບ ໃນລະຫວ່າງ
ທີ່ກຳລັງບິນຢູ່ ຈາກ 40 ຂຶ້ນເປັນ 54 ລຳ ພາຍໃນປີ 2030.
ທ່ານນາງ ວີລສັນ ໄດ້ກ່າວວ່າ “ໃນເມື່ອພວກເຮົາ ຄາດຄະເນໄປໃນຊ່ວງເວລາ ປີ
2025 ຫາ 2030 ແລ້ວໄພຂົ່ມຂູ່ທີ່ເພີ່ມຂຶ້ນເລື້ອຍໆຂອງພວກເຮົາ ພວກເຮົາເຊື່ອ ວ່າ
ແມ່ນ ປະເທດຈີນ.”
ການໃມຫ້ຄຳເຫັນຂອງລັດຖະມົນຕີກອງທັບອາກາດ ມີຂຶ້ນຫຼັງຈາກການປະຕິບັດ
ພາລະກິດ ທີ່ເອີ້ນວ່າ “ເສລີພາບໃນການເດີນເຮືອ” ຂອງກອງທັບສະຫະລັດເມື່ອ ບໍ່ດົນ
ມານີ້ ຊຶ່ງເປັນການປະຕິເສດຕໍ່ການອ້າງກຳມະສິດ ໃນເຂດນ່ານນ້ຳສາກົນ ຂອງຈີນ ແລະ
ເພື່ອການສົ່ງເສີມການເດີນເຮືອຢ່າງເສລີໃນເຂດນ່ານນ້ຳບ່ອນທີ່ ກຳປັ່ນບັນທຸກສິນຄ້າ
ເຄິ່ງນຶ່ງຂອງໂລກ ແລ່ນຜ່ານໄປມານັ້ນ.
ເຮືອບິນຖິ້ມລະເບີດ B-52 ຂອງກອງທັບອາກາດສະຫະລັດ ໄດ້ດຳເນີນພາລະກິດ
ການບິນເທິງນ່ານຟ້າສາກົນ ຜ່ານທະເລຈີນໃຕ້ ແລະທະເລຈີນຕາເວັນອອກ ເມື່ອເດືອນ
ແລ້ວນີ້ ຊຶ່ງທຳນຽບຫ້າແຈ ໄດ້ເອີ້ນພາກສ່ວນນຶ່ງຂອງພາລະກິດຂອງ ຕົນວ່າ “ການສືບຕໍ່
ມີໜ້າຂອງເຮືອບິນຖິ້ມລະເບີດ” ຢູ່ໃນຂົງເຂດ ແລະຈີນກໍເອີ້ນ ມັນວ່າ “ເປັນການ
ເກາະຜິດ.”
ແຜນການຜະລິດຝຸງເຮືອບິນບັນທຸກນ້ຳມັນໃໝ່ດັ່ງກ່າວ ເປັນສ່ວນນຶ່ງຂອງການສະເໜີ
ໃຫ້ເພີ້ມຝຸງບິນໃນທົ່ວກອງທັບອາກາດ. ທ່ານນາງ ວີລສັນ ໄດ້ກ່າວວ່າ ການສະໜັບ
ສະໜູນທີ່ເພີ້ມຂຶ້ນ ໃນແຜນຍຸດທະສາດການປ້ອງກັນຊາດໃໝ່ຂອງ ລັດຖະບານ ທ່ານ
ທຣຳ ຊຶ່ງເອົາການແຂ່ງຂັນໃນດ້ານແສນຍານຸພາບ ກັບ ຈີນ ແລະ ຣັດເຊຍ ເປັນບູລິມະ
ສິດ ເໜືອກວ່າຄວາມພະຍາຍາມຕໍ່ຕ້ານການກໍ່ການ ຮ້າຍ.
ໃນເວລາ ລັດຖະມົນຕີປ້ອງກັນປະເທດ ທ່ານ ຈິມ ແມັດຕິສ ໄດ້ນຳສະເໜີແຜນຍຸດທະ
ສາດ ໃນເດືອນມັງກອນຜ່ານມາ ທ່ານໄດ້ເຕືອນກອງທັບສະຫະລັດ ວ່າ ກຳລັງຈະສູນເສຍ
ການໄດ້ປຽບໃນຄວາມສາມາດແຂ່ງຂັນ ກັບພວກຄູ່ແຂ່ງທີ່ເຄີຍ ນຳຫລັງ.
ທ່ານ ແມັດຕິສ ໄດ້ກ່າວວ່າ “ກອງທັບຂອງພວກເຮົາ ແມ່ນຍັງແຂງແກ່ນຢູ່ ແຕ່ວ່າ ຄວາມ
ໄດ້ປຽບ ຂອງພວກເຮົານັ້ນ ກຳລັງຫາຍໄປໃນທຸກໆຂອບເຂດຂອງສົງຄາມ ບໍ່ວ່າຈະ
ແມ່ນ ໃນອາກາດ ເທິງດິນ ໃນທະເລ ອະວະກາດ ແລະ ທາງໄຊ ເບີ ຫຼື ອິນເຕີແນັດ
ແລະກຳລັງສືບຕໍ່ຫາຍໄປເລື້ອຍໆ.”