ສະຫະລັດ ຊ່ວຍເຫຼືອລາວໃນການຫຼຸດຜ່ອນບັນຫາການຊົມໃຊ້
ຢາເສບຕິດ ໃນຂະນະທີ່ຈໍານວນຄົນຕິດຢາເສບຕິດໃນລາວ ໄດ້
ເພີ່ມຂຶ້ນເປັນຫຼາຍກວ່າ 60,000 ຄົນແລ້ວ ໃນປັດຈຸບັນນີ້.
ທ່ານນາງ Karen Stewart ເອກອັກຄະລັດຖະທູດສະຫະລັດ
ອາເມຣິກາປະຈໍານະຄອນວຽງຈັນ ໄດ້ລົງນາມໃນຂໍ້ຕົກລົງຮ່ວມ
ກັບທ່ານ ກຸ ຈັນສີນາ ຮັກສາການ ປະທານຄະນະກໍາມະການ
ຄວບຄຸມ ແລະກວດກາຢາເສບຕິດແຫ່ງຊາດລາວ ໃນຕົ້ນເດືອນສິງຫານີ້ ເພື່ອໃຫ້ການ
ຊ່ວຍເຫຼືອທາງການລາວໃນການຫຼຸດຜ່ອນບັນຫາການຊົມໃຊ້ຢາເສບຕິດ ດ້ວຍການສະ
ໜັບສະໜຸນເງິນທຶນໃນມູນຄ່າ 150,000 ໂດລາ ໃຫ້ກັບສູນບໍາບັດແລະປິ່ນປົວ ຄົນຕິດ
ຢາ ສົມສະຫງ່າ ຢູ່ໃນເຂດນະຄອນວຽງຈັນ.
ການຊ່ວຍເຫຼືອດັ່ງກ່າວນີ້ ຖືເປັນສ່ວນນຶ່ງໃນຄວາມພະຍາຍາມຂອງທາງການ ສະຫະລັດ
ທີ່ຈະໃຫ້ການຊ່ວຍເຫຼືອທາງການລາວ ເພື່ອການປ້ອງກັນແລະປາບປາມ ການຄ້າຢາເສບ
ຕິດໃຫ້ມີປະສິດທິພາບສູງຂຶ້ນ ແລະເນື່ອງຈາກວ່າ ການຊົມໃຊ້ຢາເສບຕິດ ກໍເປັນອີກບັນ
ຫານຶ່ງທີ່ໄດ້ເພີ່ມລະດັບຄວາມຮຸນແຮງສູງຂຶ້ນນັບມື້ ໂດຍສະເພາະແມ່ນການຊົມໃຊ້ຢາບ້າ
ໃນກຸ່ມເຍົາວະຊົນລາວນັ້ນ ໄດ້ເພີ່ມຈໍານວນຫຼາຍຂຶ້ນຢ່າງວ່ອງໄວ ຈຶ່ງເຮັດໃຫ້ທາງການ
ສະຫະລັດໃຫ້ຄວາມສໍາຄັນກັບການບໍາບັດ ແລະປິ່ນປົວ ເພື່ອປ້ອງກັນບໍ່ໃຫ້ຄົນ ທີ່ຜ່ານການ
ບໍາບັດແລ້ວນັ້ນ ຫັນກັບຄືນໄປຊົມໃຊ້ຢາເສບຕິດອີກເທື່ອໃໝ່ນັ້ນເອງ.
ທາງດ້ານທ່ານ ກຸ ກໍຍອມຮັບວ່າ ໃນປັດຈຸບັນນີ້ ມີເຍົາວະຊົນລາວຕິດຢາບ້າ ຫຼາຍກວ່າ 40,000 ຄົນ ແລະຖ້າຫາກຄິດລວມກັບຄົນທີ່ຊົມໃຊ້ຢາເສບຕິດຊະນິດ ອື່ນໆເຂົ້າດ້ວຍ ກໍເຊື່ອວ່າມີຄົນລາວຫຼາຍກວ່າ 60,000 ຄົນ ທີ່ຕິດຢາເສບຕິດໃນ ທົ່ວປະເທດລາວໃນ
ເວລານີ້. ໃນຈໍານວນດັ່ງກ່າວກໍແບ່ງເປັນ 80% ທີ່ຕິດຢາບ້າ. ສ່ວນ 20% ທີ່ເຫຼືອນັ້ນ ຕິດ
ຢາຝິ່ນ ເຮໂຣອີນ ກັນຊາ ແລະຢາເສບຕິດ ຊະນິດອື່ນໆ.
ທ່ານກຸ ໄດ້ເນັ້ນຍໍ້າດ້ວຍວ່າສໍາລັບຄົນທີ່ຕິດຢາບ້ານັ້ນ ມີຢູ່ໃນ
ທຸກສັງຄົມໃນລາວ ໂດຍບໍ່ວ່າຈະເປັນຜູ້ອອກແຮງງານ ຜູ້ສູງ
ອາຍຸ ພະນັກງານຂອງລັດຖະບານ ພະສົງ ແລະນາງຊີ ກໍຕາມ ຕ່າງກໍລ້ວນແລ້ວແຕ່ໄດ້ມີການຊົມໃຊ້ຢາບ້າດ້ວຍກັນ ທັງນັ້ນ
ໂດຍມີສາເຫດທີ່ ສໍາຄັນມາຈາກການທີ່ລາວໄດ້ກາຍເປັນເສັ້ນ
ທາງຂອງການລັກ ລອບຂົນສົ່ງຢາບ້າ ໄປຕ່າງປະເທດຫຼາຍ
ຂຶ້ນນັບມື້ ແລະໃນຂະນະດຽວກັນ ການລັກລອບປູກຝິ່ນຢູ່ໃນ
ລາວ ກໍຍັງຄົງມີການຂະຫຍາຍພື້ນທີ່ເພີ່ມຂຶ້ນຢ່າງຕໍ່ ເນື່ອງ ອີກດ້ວຍ.
ສ່ວນການດໍາເນີນມາດຕະການ ເພື່ອແກ້ໄຂບັນຫາໃນໄລຍະທີ່ຜ່ານມານັ້ນ ທ່ານ ກຸ ກໍໄດ້ໃຫ້ການຊີ້ແຈງວ່າ:
“ຢູ່ ສປປ.ລາວ ສະພາບການຊົມໃຊ້ແລະການລັກລອບຄ້າຂາຍຢາເສບຕິດປະ ເພດຕ່າງໄດ້ມີແນວໂນ້ມເພີ່ມຂຶ້ນ ເພື່ອແກ້ໄຂບັນຫາດັ່ງກ່າວ ພວກເຮົາຕ້ອງໄດ້ ເພີ່ມທະວີຄວາມຮູ້ ຄວາມສາມາດ ແລະຍົກລະດັບວິຊາສະເພາະຕ່າງໆໃຫ້ແກ່ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເພື່ອດໍາເນີນການກໍາຈັດ ສະກັດກັ້ນ ແລະດ້ານການລັກ ລອບຄ້າຂາຍ ແລະລໍາລຽງ ຂົນສົ່ງຢາເສບຕິດຢ່າງເອົາຈິງເອົາຈັງ.”
ທາງດ້ານ ທ່ານ David Lewis ຜູ້ຊ່ຽວຊານຂອງອົງການ
ຄວບຄຸມຢາເສບຕິດ ແລະອາດຊະຍາກໍາແຫ່ງສະຫະປະ
ຊາຊາດ (UNODC) ກໍຢືນຢັນວ່າ ບັນຫາຢາ ເສບຕິດຢູ່
ເຂດສາມຫຼ່ຽມຄໍາທີ່ເປັນເຂດຊາຍແດນໃນແມ່ນໍ້າຂອງລະ
ຫວ່າງມຽນມາ ລາວ ແລະໄທນັ້ນ ໄດ້ເພີ່ມລະດັບຄວາມ
ຮຸນແຮງຫຼາຍຂຶ້ນ ທັງໃນດ້ານການຜະລິດ ການຄ້າ ແລະ
ການຊົມໃຊ້ຢາເສບຕິດ ໂດຍສະເພາະແມ່ນກ່ຽວກັບຢາ
ບ້າໃນປັດຈຸ ບັນນີ້ ສາມາດກ່າວໄດ້ວ່າ ເຂດສາມຫຼ່ຽມຄໍາ ໄດ້ກາຍເປັນແຫຼ່ງຜະລິດຢາບ້າໃຫຍ່ ທີ່ສຸດໃນໂລກໄປແລ້ວ.
UNODC ເຊື່ອວ່າ ການຜະລິດຢາບ້ານຢູ່ເຂດສາມຫຼ່ຽມຄໍາ ມີປະລິມານລວມຫຼາຍກວ່າ
2,000 ລ້ານເມັດໃນແຕ່ລະປີ ຊຶ່ງສ່ວນໃຫຍ່ກໍເປັນການລັກລອ ຜະລິດໂດຍຂອງກໍາລັງຊົນ
ເຜົ່າກຸ່ມນ້ອຍໃນເຂດມຽນມາ ແລ້ວຈຶ່ງລັກລອບຂົນສົ່ງຕໍ່ໄປຍັງຕ່າງປະເທດ ໂດຍສະເພາະ
ແມ່ນລາວ ກໍນັບເປັນເຂດທາງຜ່ານທີ່ສໍາຄັນທີ່ສຸດ ເນື່ອງຈາກວ່າລາວເປັນປະເທດດຽວທີ່ສາມາດເຊື່ອມຕໍ່ກັບປະເທດໃນເຂດລຸ່ມແມ່ນໍ້າຂອງດ້ວຍກັນໄດ້ໃນທຸກທິດ ທຸກທາງ ແລະໃນຂະນະດຽວກັນ ທາງການລາວກໍ ຍັງມີຄວາມສາມາດໃນການປາບປາມຢ່າງຈໍາກັດ
ທັງໃນດ້ານບຸກຄະລາກອນ ແລະງົບປະມານດ້ວຍນັ້ນ ນັກຄ້າຢາເສບຕິດຂ້າມຊາດຈຶ່ງ ສວຍ
ໃຊ້ລາວເປັນທາງຜ່ານຫຼາຍຂຶ້ນນັບມື້ນັ້ນເອງ.