ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການອາຫານແລະຢາ ສະຫະລັດ ອະນຸມັດຢາວັກຊີນກັນໂຄວິດ ເຂັມບູສເຕີ ສຳລັບເດັກນ້ອຍອາຍຸ 12 ຫາ 15 ປີ


ນັກຮຽນມັດທະຍົມຜູ້ນຶ່ງ ກຳລັງສະແດງອາການ ຫຼັງຈາກໄດ້ສັກຢາວັກຊີນກັນພະຍາດໂຄວິດ19 ຢູ່ໃນນະຄອນນິວຢອກ, ເມື່ອວັນທີ 27 ກໍລະກົດ 2021.
ນັກຮຽນມັດທະຍົມຜູ້ນຶ່ງ ກຳລັງສະແດງອາການ ຫຼັງຈາກໄດ້ສັກຢາວັກຊີນກັນພະຍາດໂຄວິດ19 ຢູ່ໃນນະຄອນນິວຢອກ, ເມື່ອວັນທີ 27 ກໍລະກົດ 2021.

ບັນດາເຈົ້າໜ້າທີ່ຄຸ້ມຄອງລະ​ບຽບ​ການດ້ານສາທາລະນະສຸກຂອງສະຫະລັດ ໄດ້ເຄື່ອນໄຫວອີກຄັ້ງນຶ່ງ ໃນວັນຈັນວານນີ້ ເພື່ອຂະຫຍາຍການມີສິດໄດ້ສັກຢາວັກຊີນເຂັມເພີ້ມ ຫຼື ບູສເຕີ ກັນໄວຣັສໂຄໂຣນາ ຂອງບໍລິສັດຟາຍເຊີ-ໄບໂອເອັນ ເທັກ (Pfizer-BioNTech).

ອົງການອາຫານແລະຢາ ຫຼື FDA ໄດ້ກ່າວວ່າ ຜູ້ທີ່ມີອາຍຸ 12 ຫາ 15 ປີ ສາ ມາດສັກຢາເຂັມດັ່ງກ່າວໄດ້ ອັນເປັນພາສ່ວນນຶ່ງຂອງຄວາມພະຍາຍາມທີ່ແນໃສ່ການປົກປ້ອງພວກເຂົາເຈົ້າໃນຂະນະທີ່ບັນດາໂຮງຮຽນທັງຫຼາຍ ພະຍາຍາມທີ່ຈະເປີດຄືນໃໝ່ ຫຼື ເປີດຢູ່ ທ່າມກາງການເພີ້ມສູງຂຶ້ນຂອງໄພຂົ່ມຂູ່ຈາກໄວຣັສໂຄໂຣນາສາຍພັນໃໝ່ ໂອໄມຄຣອນ ຢູ່ນັ້ນ.

ນອກຈາກນັ້ນແລ້ວ ອົງການ FDA ໄດ້ກ່າວວ່າ ໝົດທຸກຄົນຜູ້ທີ່ມີອາຍຸຢ່າງໜ້ອຍ 12 ປີ ສາມາດສັກເຂັມບູສເຕີໄດ້ຫຼັງຈາກ 5 ເດືອນທີ່ໄດ້ຮັບຢາວັກຊີນເຂັມທີສອງຂອງຟາຍເຊີ-ໄບໂອເອັນເທັກແລ້ວ ເມື່ອປຽບທຽບກັບການລໍຖ້າໄລຍະ 6 ເດືອນ ໃນປັດຈຸບັນນີ້. ອົງການນີ້ ຍັງໄດ້ອະນຸມັດເຂັມບູສເຕີ ສຳລັບພວກເດັກນ້ອຍອາຍຸ 5 ປີ ຫາ 11 ປີ ຜູ້ທີ່ມີລະບົບພູມຕ້ານທານທີ່ບົກຜ່ອງ.

ການອະນຸມັດຂອງອົງການດັ່ງກ່າວ ບັດນີ້ໄດ້ຖືກກຳນົດໃຫ້ມີການທົບທວນຄືນໂດຍສູນກາງຄວບຄຸມແລະປ້ອງກັນພະຍາດ ຫຼື CDC ແລະຄະນະທີ່ປຶກສາຢູ່ພາຍນອກຂອງຕົນ ໃນວັນພຸດມື້ອື່ນນີ້. ໂດຍການສັນນິຖານວ່າ ຄະນະດັ່ງກ່າວຕົກລົງເຫັນດີກັບການປະເມີນຜົນຂອງອົງການ FDA ຊຶ່ງ ຜູ້ອຳນວຍການຂອງອົງການ CDC ທ່ານນາງ ໂຣແຊລ ວໍເລັນສ໌ກີ (Rochelle Walensky) ອາດຈະແນະນຳໃຫ້ເປັນການນຳໃຊ້ຢາພວກນັ້ນ ຢ່າງເປັນທາງການໃນມື້ດຽວກັນຕາມທີຫຼັງ ກໍເປັນໄດ້.

ທ່ານປີເຕີ ມາກສ໌ (Peter Marks) ຜູ້ອຳນວຍການສູນກາງດ້ານການວິໄຈແລະຄົ້ນຄວ້າຊີວະວິທະຍາ ຂອງອົງການ CDC ໄດ້ກ່າວໃນຖະແຫລງການວ່າ “ເຂັມບູສເຕີຂອງໂດສວັກຊີນທີ່ໄດ້ຮັບການອະນຸມັດໃນປັດຈຸບັນນີ້ ອາດຊອ່ຍສະໜອງການປ້ອງກັນຕໍ່ທັງ ໄວຣັສສາຍພັນ ແດລຕາ ແລະໂອໄມຄຣອນ ໄດ້. ໂດຍສະເພາະ ໄວຣັສສາຍພັນໂອໄມຄຣອນ ປາກົດວ່າ ຈະຕ້ານທານໜ້ອຍນຶ່ງກວ່າ” ຕໍ່ຢາວັກຊີນສອງໂດສໃນເບື້ອງຕົ້ນ ຂອງຢາວັກຊີນທີ່ຜະລິດໂດຍບໍລິສັດ ຟາຍເຊີ ແລະໂມເດີຣນາ.

ໂຮງຮຽນບາງສ່ວນໃນສະຫະລັດ ລວມທັງບັນດາມະຫາວິທະຍາໄລທີ່ສຳຄັນ ໄດ້ຕັດສິນໃຈ ຢ່າງໜ້ອຍເປັນການຊົ່ວຄາວ ໃຫ້ຫັນປ່ຽນໄປເປັນການສິດສອນທາງໄກ ເພື່ອຫລຸດຜ່ອນການແຜ່ລະບາດຂອງໄວຣັສດັ່ງກ່າວ. ສ່ວນໂຮງຮຽນຂອງເມືອງຕ່າງໆ ແມ່ນສືບຕໍ່ການເຂົ້າຮ່ຳຮຽນຢູ່ໃນຫ້ອງຮຽນດ້ວຍຕົນເອງ ແຕ່ໃຫ້ມີຄຳສັ່ງໃຫ້ໃສ່ໜ້າກາກຢ່າງເຂັ່ງຄັດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG