ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສ​ຫລ ອີກ​ເທື່ອນຶ່ງ ບໍ່​ຍອມ​ລະ​ບຸ ຈີນ ເປັນ​ປະ​ເທດ ຄວບ​ຄຸມ ເງິນ​ຕາ


​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ສ​ຫລ ທ່ານ​ສ​ຕີ​ເວັນ ມ​ນຸກ​ຈີນ ພວມ​ກ່າວ​ຢູ່​ໃນ​ກອງ​ປະ​ຊຸມ ສະ​ພາ​ຄວບ​ຄ​ຸມຄວາມ​ທຸ່ນ​ທ່ຽງ​ດ້ານ​ການ​ເງິນ. (ວັນ​ທີ 16 ຕຸ​ລາ 2018)
​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ສ​ຫລ ທ່ານ​ສ​ຕີ​ເວັນ ມ​ນຸກ​ຈີນ ພວມ​ກ່າວ​ຢູ່​ໃນ​ກອງ​ປະ​ຊຸມ ສະ​ພາ​ຄວບ​ຄ​ຸມຄວາມ​ທຸ່ນ​ທ່ຽງ​ດ້ານ​ການ​ເງິນ. (ວັນ​ທີ 16 ຕຸ​ລາ 2018)

ລັດ​ຖະ​ບານ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ອີກ​ເທື່ອ​ນຶ່ງ ບໍ່​ຍອມ​ທີ່​ຈະ​ລະ​ບຸ​ຈີນ​ວ່າ ເປັນ​ຜູ້​ຄວບ​ຄຸມ​ເງິນ​ຕາ ແຕ່​ກໍ​ກ່າວ​ວ່າ ຕົນ​ຍັງ​ຈັດ​ໃຫ້​ຈີນ ຢູ່​ໃນ​ບັນ​ຊີ​ລາຍ​ຊື່ຂອງ​ຫ້າ​ປະ​ເທດ ທີ່​ຖືກ​ຕິດ​ຕາມ​ສິ້ງ​ຊອມ​.

ທ່ານ​ສ​ຕີ​ເວັນ ມ​ນຸກຈິນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ຂອງ​ສະ​ຫະ​ລັດ ກ່າວ​ຢູ່​ໃນ​ລາຍ​ງານ ​ປີ​ລະ 2 ຄັ້ງ​ຕໍ່​ລັດ​ຖະ​ສະ​ພາ​ວ່າ “ຄວາມ​ເປັນ​ຫ່ວງ​ພິ​ເສດ​ ກໍ​ແມ່ນ​ຈີນບໍ່​ມີ​ຄວາມ​ໂປ່ງ​ໃສ​ໃນ​ເລື້ອງເງິນຕາ ແລະ​ຄວາມ​ອ່ອນ​ແອ​ເມື່ອ​ບໍ່​ດົນ​ມານີ້ ໃນ​ລະບົບ​ເງິນ​ຕາ​ຂອງ​ຕົນ.”

​ທ່ານ​ກ່າວ​ວ່າ “ສິ່ງ​ເຫຼົ່າ​ນັ້ນ ແມ່ນ​ເປັນ​ໄພ​ຂົ່ມ​ຂູ່​ທີ່​ສຳ​ຄັນ​ຕໍ່​ການ​ບັນ​ລຸ ການ​ຄ້າ​ທີ່​ເປັນ​ທຳ ແລະ​ມີ​ຄວາມ​ກ້ຳ​ເກິ່ງ​ຫຼາຍ​ຂຶ້ນ ແລະ​ພວກ​ເຮົາ​ຈະ​ສືບ​ຕໍ່​ຕິດ​ຕາມ ແລະ ທົບ​ທວນ​ເບິ່ງ​ການ​ປະ​ຕິ​ບັດ​ໃນ​ເລື້ອງ​ເງິນ​ຕາ​ຂອງ​ຈີນ ຮວມ​ທັງ​ການ​ສົນ​ທະ​ນາ​ຫາ​ລື​ຢ່າງ​ລະ​ອຽດ​ຖີ່​ຖ້ວນ​ກັບ​ທະ​ນາ​ຄານ​ປະ​ຊາ​ຊົນ​ຂອງ​ຈີນ ທີ່​ກຳ​ລັງ​ດຳ​ເນີນ​ຢູ່.”

ທ່ານມ​ນຸກຈິນ ກ່າວ​ວ່າ ຈີນ ພ້ອມ​ກັບ​ເຢຍ​ຣະ​ມັນ ອິນ​ເດຍ ຍີ່​ປຸ່ນ ເກົາ​ຫຼີ​ໃຕ້ ແລະ​ສວິດ​ເຊີ​ແລນ ຈ​ະ​ຖືກ​ຈັດ​ເຂົ້າ​ໄວ້​ໃນ​ບັນ​ຊີ​ປະ​ເທດ ທີ່​ການ​ປະ​ຕິ​ບັດ​ທາງ​ດ້ານ​ເງິນ​ຕາ​ແມ່ນ​ຈຳ​ເປັນ​ໃນ​ອັນ​ທີ່​ລາຍ​ງານ​ຮຽກ​ຮ້ອງ “ໃຫ້​ມີ​ການ​ຕິດ​ຕາມ​ເບິ່ງ​ຢ່າງ​ໃກ້ຊິດ.”

ລັດ​ຖະ​ບານ​ຂອງ​ປະ​ເທດ​ຕ່າງໆ ​ໄດ້​ຄວບ​ຄຸມ​ເງິນ​ຕາ​ ໂດຍ​ຈະ​ຮັກ​ສາ​ອັດ​ຕາ​ການ​ແລກ​ປ່ຽນໄວ້​ຕ່ຳ​ແບບ​ບໍ່​ເປັນ​ຈິງ ເພື່ອ​ຈະ​ໃຫ້​ສິນ​ຄ້າ​ແລະ​ການ​ບໍ​ລິ​ການ​ຂອງ​ຕົນ​ມີ​ລາ​ຄາ​ຖືກ ຢູ່​ໃນ​ຕະ​ຫຼາດ​ໂລກ.

ແຕ່​ມັນ​ຈະ​ເຮັດ​ໃຫ້​ຄູ່​ການ​ຄ້າ ແລະ​ປະ​ເທດ​ອື່ນໆ ຕົກ​ຢູ່​ໃນ​ທ່າ​ເສຍ​ປຽບ.

ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ໄດ້ສັນ​ຍາ​ໃນ​ລະ​ຫວ່າງ​ການ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານ​ວ່າ ຈະ​ລະ​ບຸ​ຊື່​ຈີນວ່າ​ເປັນ​ຜູ້​ຄວບ​ຄຸມ​ເລື້ອງ​ເງິນ​ຕາ ເວ​ລາ​ໃດ​ທີ່​ທ່ານ​ເຂົ້າ​ຮັບ​ຕຳ​ແໜ່ງ ແຕ່​ມາ​ຮອດ​ປັດ​ຈຸ​ບັນ​ນີ້ ທ່ານ​ຍັງ​ບໍ່​ທັນ​ຍອມ​ລະ​ບຸ​ຊື່​ຈີນ​ເທື່ອ.

ແຕ່​ແທນ​ທີ່ ທ່ານ​ທ​ຣຳ​ໄດ້​ເກັບ​ພາ​ສີ​ຫຼາຍ​ພັນ​ລ້ານ​ໂດ​ລາ ຕໍ່​ສິນ​ຄ້າ​ທີ່​ນຳ​ເຂົ້າ​ຂອງ​ຈີນ ເພື່ອ​ແກ້​ໄຂ​ໃນ​ອັນ​ທີ່​ທ່ານ​ເອີ້ນ​ວ່າ ການ​ເຮັດການ​ຄ້າ​ທີ່​ບໍ່​ເປັນ​ທຳ​ແລະ​ການ​ຂາດ​ດຸນ​ການ​ຄ້າ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG