ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກອ​ງ​ປະ​ຊຸມ​ສຸດຍອດ​ ສ​ຫລ-​ອາ​ຟຣິ​ກາ ສິ້ນ​ສຸດ​ລົງ​ດ້ວຍ ການໃຫ້​ສັນ​ຍາ​​ເງິນຊ່ວຍ​ເຫລືອ ຫຼາຍ​ຕື້​ໂດ​ລາ ແລະໃຫ້​ ຮູ້​ວ່າ ທ. ໄບ​ເດັນ​ຈະໄປ​ຢ້ຽມ​ຢາມ


ປະ​ທາ​ນາ​ທິ​ບໍ​ດີ ໂຈ​ ໄບ​ເດັນໂອ້​ລົ​ມ​ກັບ​ບັນາດ​ຜູ້​ນຳ​ຂອງ​ອາ​ຟ​ຣິ​ກາ​ກ່ອນ​ທີ່​ພວກ​ເພິ່ນ​ຈະ​ຖ່າຍ​ຮູບ​ລວມ​ກັນໃນ​ກອງ​ປະ​ຊຸມ​ສຸດຍອດ ສ​ຫລ-ອາ​ຟ​ຣິ​ກາຢູ່​ຫ້ອງ​ປະ​ຊຸມ​ໃຫຍ່ Walter E. Washington Convention Center ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ, ວັນ​ທີ 15 ທັນ​ວາ, 2022.
ປະ​ທາ​ນາ​ທິ​ບໍ​ດີ ໂຈ​ ໄບ​ເດັນໂອ້​ລົ​ມ​ກັບ​ບັນາດ​ຜູ້​ນຳ​ຂອງ​ອາ​ຟ​ຣິ​ກາ​ກ່ອນ​ທີ່​ພວກ​ເພິ່ນ​ຈະ​ຖ່າຍ​ຮູບ​ລວມ​ກັນໃນ​ກອງ​ປະ​ຊຸມ​ສຸດຍອດ ສ​ຫລ-ອາ​ຟ​ຣິ​ກາຢູ່​ຫ້ອງ​ປະ​ຊຸມ​ໃຫຍ່ Walter E. Washington Convention Center ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ, ວັນ​ທີ 15 ທັນ​ວາ, 2022.

ປະທານາທິບໍດີສະຫະລັດ ທ່ານໂຈ ​ໄບ​ເດັນ ​ໄດ້​ປິດ​ກອງ​ປະຊຸມ​ສຸດ​ຍອດ​ ກັບ​ຜູ້​ນໍາ​ອາ​ຟຣິກາ 50 ທ່ານ​ໂດຍ​ກ່າວ​ວ່າ ທ່ານ​ອາດ​ຈະໄປຢ້ຽມຢາມເຂົາ​ເຈົ້າ, ຫລັງ​ຈາກທ່ານ​ໄດ້​ກ່າວ​ເນັ້ນ​ອີກ​ເທື່ອ​ນຶ່ງ​ ເຖິງ​ຄຳ​ໝັ້ນ​ສັນຍາ​ອັນ​ເລິກ​ເຊິ່ງ ຂອງ​ລັດ​ຖະ​ບານ​ຂອງ​ທ່ານ​ຕໍ່​ອາ​ຟຣິກາ.

ກອງ​ປະຊຸມ​ສຸດ​ຍອດ​ຜູ້ນຳ​ສະ​ຫະ​ລັດ-ອາ​ຟຣິກາ​ໄດ້​ສິ້ນ​ສຸດ​ລົງ​ໃນ​ວັນ​ພະຫັດ​ວານ​ນີ້​ດ້ວຍການໃຫ້​ຄຳ​ໝັ້ນ​ສັນຍາວ່າ ​ຈະ​ໃຫ້ເງິນຊ່ວຍ​ເຫລື 55 ຕື້​ໂດລາ​, ​ແລະ​ນີ້ເປັນ​ຄຳເວົ້າ​ຈາກ​ທ່ານ​ໄບ​ເດັນ.

"ດັ່ງທີ່ຂ້າພະເຈົ້າໄດ້ເວົ້າ​ກັບບາງທ່ານໄປ​ແລ້ວ - ທ່ານໄດ້ເຊື້ອເຊີນຂ້າພະເຈົ້າໄປປະ ເທດຂອງທ່ານ". ທ່ານ​ກ່າວ​ອີກວ່າ “ຂ້າ​ພະ​ເຈົ້າ​ເວົ້າ​ວ່າ, ‘ຈົ່ງລະວັງ ໃນ​ສິ່ງ​ທີ່​ທ່ານ​ປາ​ຖະ​ຫນາ​ຢາກ​ໃຫ້​ເກີດໄວ້​ເດີ້ ​ເພາະ​ວ່າ​ຂ້າ​ພະ​ເຈົ້າ​ອາດ​ຈະໄປ​ປາ​ກົດ​ໂຕ ໃຫ້​ເຫັນໂລດ. ພີ່ນ້ອງຜູ້ທຸກຍາກມັກ​ໄປປາກົດຕົວໃຫ້​ເຫັນຢູ່ສະເໝີ. ຜູ້ຮັ່ງຜູ້ມີບໍ່ເຄີຍໄປຫາ. ຄົນທຸກ ຍາກມາຫາທ່ານ ແລະພວກເຂົາກໍກິນອາຫານຂອງທ່ານ ແລະກໍຢູ່ດົນນານ ແບບບໍ່​ສົມ ຄວນ. ເອີ​ຈັ່ງ​ໃດ ຂ້າ​ພະ​ເຈົ້າ​ກໍຫວັງວ່າ ຈະໄດ້ພົບ​ບັນ​ດາທ່ານຫຼາຍຄົນຢູ່ໃນປະເທດ ຂອງທ່ານ."

ທ່ານ​ບໍ່ໄດ້ໃຫ້ລາຍລະອຽດໃດໆກ່ຽວກັບການເດີນທາງ ທີ່ອາດເປັນໄປໄດ້ ທີ່​ວ່ານັ້ນ.

ມັນເປັນເລື່ອງຕະຫລົກທີ່ໜ້າ​ສົນ​ໃຈຈາກຜູ້ນໍາຂອງປະເທດທີ່ຮັ່ງມີທີ່ສຸດໃນໂລກ, ຜູ້ທີ່ໄດ້ໃຊ້ເວລາສ່ວນ ຫລາຍ ໃນວັນພຸດຜ່ານ​ມານີ້ ປະກາດແຜນການຂອງສະຫະລັດ ທີ່ຈະສົ່ງເງິນຊ່ວຍເຫຼືອ 55 ຕື້ໂດລາ ໃຫ້ແກ່ ທະວີບທີ່ປະສົບກັບຄວາມບໍ່ຫມັ້ນຄົງດ້ານອາຫານ, ຄວາມບໍ່ສະເຫມີພາບ ແລະສິ່ງຫລົງ​ເຫລືອ​ອັນ​ແສນ ເຈັບປວດຈາກການ​ເປັນ​ຫົວເມືອງ​ຂຶ້ນ.

​ແຕ່​ຖ້າ​ເອົາ​ເລື້ອງ​ຕະຫຼົກ​ອອກໄປ​ແລ້ວ, ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ປະ​ຈໍາ​ອົງການ​ສະຫະ​ປະຊາ​ຊາດ ກ່າວ​ຕໍ່ວີ​ໂອ​ເອວ່າ ການ​ເດີນທາງ​ຂອງ​ປະທານາທິບໍດີ ​ຈະ​ມີ​ຜົນ​ກະ ທົບ​ອັນ​ໃຫຍ່​ຫລວງ.

ທ່ານ​ນາງ Janet Yellen ລັດ​ຖະ​ມົນ​ຕ​ກະ​ຊວງ​ການ​ເງິນ, (ຂວາ) ສະ​ແດງ​ຄວາມ​ຕ້ອນ​ຮັບ​ຕໍ່ປະ​ທາ​ນາ​ທິ​ບໍ​ດີ ເຊ​ເນ​ການ, ທ່ານ Macky Sall ກ່ອນ​ເປີດກອງ​ປະ​ຊຸມ​ສຸດຍອດ ສ​ຫລ ກັບ​ຜູ້​ນຳ​ປະ​ເທດ​ອາ​ຟ​ຣິ​ກາ ທີ່​ຫ້ອງ​ປະ​ຊຸມ​ໃຫຍ່ E. Washington Convention ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ, ວັນ​ທີ 15 ທັນ​ວາ, 2022.
ທ່ານ​ນາງ Janet Yellen ລັດ​ຖະ​ມົນ​ຕ​ກະ​ຊວງ​ການ​ເງິນ, (ຂວາ) ສະ​ແດງ​ຄວາມ​ຕ້ອນ​ຮັບ​ຕໍ່ປະ​ທາ​ນາ​ທິ​ບໍ​ດີ ເຊ​ເນ​ການ, ທ່ານ Macky Sall ກ່ອນ​ເປີດກອງ​ປະ​ຊຸມ​ສຸດຍອດ ສ​ຫລ ກັບ​ຜູ້​ນຳ​ປະ​ເທດ​ອາ​ຟ​ຣິ​ກາ ທີ່​ຫ້ອງ​ປະ​ຊຸມ​ໃຫຍ່ E. Washington Convention ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ, ວັນ​ທີ 15 ທັນ​ວາ, 2022.

"ອັນ​ນີ້​ຈະ​ເປັນ​ໂອກາດທີ່​ປະຊາຊົນ​ອາ​ຟຣິກາ ບໍ່​ວ່າ​ປະ​ເທດ​ໃດ​ກໍ​ຕາມ ຖ້າ​ທ່ານປະທາ ນາທິບໍດີ ​ຕັດສິນ​ໃຈ​ທີ່​ຈະ​ເດີນທາງ​ໄປ​ຢ້ຽມຢາມເຊັ່ນ​ນັ້ນ ແລ້​ວ​ເຂົາ​ເຈົ້າ​ກໍ​ຈະ​ເຫັນ​ໄດ້ ເຖິງ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ພວກ​ເຮົາ,” ນັ້ນ​ຄື​ຄຳ​ເວົ້າຂອງທ່ານນາງ​ລິນ​ດາ ໂທ​ມັ​ສ-ກ​ຣີນ​ຟຽວ (Linda Thomas-Greenfield) ​ທີ່​ກ່າວ​ຕໍ່ວີ​ໂອ​ເອ​ຢູ່​ນອກກອງປະຊຸມສຸດຍອດ.

ການ​ສະ​ແດງ​ທ່າທີ​ອັນ​ສຳ​ຄັນ ​ແລະ​ຄຳ​ໝັ້ນ​ສັນຍາ​ອັນ​ໃຫຍ່​ຫຼວງ​ເຫຼົ່າ​ນີ້ອອກ​ມາ​ ແມ່ນ ກົງກັນຂ້າມ ​ກັບວິ​ທີ​ການ​ທູດ​ທີ່​ງຽບ​ສະຫງົບ​ ທີ່​ເກີດ​ຂຶ້ນ​ຢູ່​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ນີ້, ​ເຊິ່ງລວມມີ​ການຍາດ​ກັນລົ​ມ ລະຫວ່າງ​ລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ, ທ່ານ​ແອນ​ໂ​ທ​ນີ ບ​ລິງ​ເຄັນ ກັບ​ຜູ້ນຳ​ຂອງ​ເອທິ​ໂອ​ເປຍ ​ແລະຄອງ​ໂກ - ທັງ​ສອງເປັນ​ປະ​ເທດ​ທີ່​ມີ​ຄວາມ​ຂັດ​ແຍ້ງ​ກັນຢູ່. ຢູ່ໃນ​ການໂອ້​ລົມ​ກັບ​ນາຍົກລັດຖະມົນຕີ​ເອທິ​ໂອ​ເປຍນັ້ນ ສະຫະລັດ "​ໄດ້​ຮຽກຮ້ອງ​ໃຫ້​ເລັ່ງລັດ​ການ​ປະຕິບັດ​ຂໍ້​ຕົກລົງ​ສັນຕິພາບ​” ທີ່ເຊັນ​ບໍ່​ດົນ ຜ່ານ​ມາ​ນີ້ ​ແລະ "ໃຫ້​ເອົາ​ຊ່ອງ​ທາງ​ເຂົ້າ​ເຖິງ​ເຂດ​ທີ່ມີ​ການຂັດ​ແຍ້​ງກັນ​ແກ່​ຜູ້​ຕິດຕາມສິ້ງ​ຊອມ​ດ້ານ​ສິດທິ​ມະນຸດ​ສາກົນ," ນັ້ນ​ຄື​ຄຳ​ເວົ້າ​ຂອງກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ
XS
SM
MD
LG