ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈຳນວນຜູ້ສະໝັກລົງແຂ່ງຂັນເປັນປະທານາທິບໍດີ ສຫລ ຈາກພັກເດໂມແຄຣັດ ຫຼຸດລົງເມື່ອ 2 ຄົນ ຖອນຕົວ


Democratic Presidential Field Shrinks with Departure of Harris and Bullock
please wait

No media source currently available

0:00 0:02:56 0:00

ເຊີນຊົມ ວີດີໂອ ລາຍງານນີ້ ເປັນພາສາອັງກິດ

ບັນ​ດາ​ກຸ່ມ​ຜູ້​ສະ​ໝັກແຂ່ງ​ຂັນ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຈາກ​ພັກ​ເດ​ໂມ​ແຄ​ຣັດ ສືບ​ຕໍ່​ຫລຸດ​ໜ້ອຍ​ລົງ. ຜູ້​ຍອມ​ແພ້​ຄົນຫຼ້າ​ສຸດ ແມ່ນ​ສະ​ມາ​ຊິກ​ສະ​ພາ​ສູງ ​ຈາກ​ລັດ​ຄາ​ລີ​ຟໍ​ເນຍ ທ່ານ​ນາງ ຄາ​ມາ​ລາ ແຮ​ຣິ​ສ ຜູ້​ທີ່​ໄດ້​ຖອນ​ຕົວ​ອອກ​ຈາກ​ການ​ແຂ່ງ​ຂັນ​ ​ປີ 2020 ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ. ກ່ອນ​ໜ້ານີ້ ຜູ້​ປົກ​ຄອງ​ລັດ​ມອນ​ຕາ​ນາ ທ່ານ​ສ​ຕີບ​ວ໌ ໂບ​ລ​ລອກ ກໍໄດ້​ຍຸ​ຕິ​ການ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານ. ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ທ່ານ​ໂຈ ໄບ​ເດັນ ກຳ​ລັງ​ນຳ​ໜ້າ ກຸ່ມ​ບັນ​ດາ​ຂູ່​ແຂ່ງ​ ຈຳ​ນວນ​ສີ່​ທ່ານ ທີ່​ຢູ່ໃນ​ຂັ້ນ​ນຳ​ຢ່າງໃກ້​ຊິດ ຈາກ​ການ​ຢັ່ງ​ຫາງ​ສຽງ​ມະ​ຫາ​ຊົນ​ໃນ​ທົ່ວ​ປະ​ເທດ ​ຫາກແຕ່​ ​ຍັງ​ມີ​ຄວາມບໍ່ໝັ້ນໃຈຫຼາຍ​ປານ​ໃດ ກ່ຽວ​ກັບ​ວ່າ ການ​ແຂ່ງ​ຂັນ​ຂອງ​ພັກ​ເດ​ໂມ​ແຄ​ຣັດ ຈະ​ມຸ້ງ​ໜ້າ​ໄປ​ໃນ​ທິດ​ທາງ​ໃດ ໃນ​ຂະ​ນະ​ທີ່ ການ​ໂຄ​ສະ​ນາ​ຫາ​ສຽງ ພວມ​ຮ້ອນ​ແຮງ​ຂຶ້ນ. ນັກ​ຂ່າວ​ແຫ່ງ​ຊາດ​ຂອງວີ​ໂອ​ເອ ​ຈິມ ມາ​ໂລນ ມີ​ລາຍ​ງານ ກ່ຽວ​ກັບ​ເລື້ອງນີ້ ຈາກ​ນະ​ຄອນຫຼວງວໍ​ຊິງ​ຕັນ ຊຶ່ງ​
ໄຊ​ຈະ​ເລີນ​ສຸກ ຈະນຳ​ເອົາ​ລາຍລະ​ອຽດ ມາ​ສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.


ໃນ​ອາ​ທິດນີ້ ໄດ້​ກາຍ​ເປັນ​ຂີດ​ໝາຍ ການ​ສິ້​ນ​ສຸດເສັ້ນ​ທາງ​ຂອງ​ການ​ໂຄ​ສະ​ນາ​ຫາ​ສຽງ​ ສຳ​ລັບ ​ທ່ານ​ນາງ ຄາ​ມາ​ລາ ແຮ​ຣິ​ສ ສະ​ມາ​ຊິກ​ສະ​ພາ​ສູງ ຈາກ​ລັດຄາ​ລີ​ຟໍ​ເນຍ.

ທ່ານ​ນາງ ຄາ​ມາ​ລາ ແຮ​ຣິ​ສ ໄດ້ປະ​ກາດ​ວ່າ “​ເລື້ອງ​ມັນ​ກໍ​ເປັນ​ຈັ່ງ​ຊີ້ ທ່ານ​ທັງ ຫຼາຍ​ເອີ້ຍ ການ​ໂຄ​ສະ​ນາ​ຫາ​ສຽງ​ເພື່ອ​ເປັນ​ປະ​ທາ​ນາ​ທິ​ບໍ​ດີຂອງ​ຂ້າ​ພະ​ເຈົ້າ ແທ້​ຈິງ​ແລ້ວ ບໍ່​ມີ​ແຫລ່ງ​ທຶນ ແລະ​ແຫລ່ງ​ທຶນ​ທີ່​ພວກ​ເຮົາ​ຕ້ອງ​ການ ​ເພື່ອ​ທີ່​ຈະ​ສືບ​ຕໍ່​ໄປໄດ້.”

ທ່ານ​ນາງ ແຮ​ຣິ​ສ ໃນ​ຕອນ​ຕົ້ນໆ​ ໄດ້​ມີ​ບົດ​ບາດ​ທີ່ດີ ໃນ​ການ​ລົງ​ແຂ່ງ​ຂັນ ແລະ​ໄດ້ແນ​ເປົ້າ​ໝາຍ​ໃສ່​ ປະ​ທາ​ນາ​ທິບໍດີ ດໍ​ໂນ​ລ ທ​ຣຳ ​ຢູ່​ເລື້ອຍໆ ໃນ​ການ​ໂຕ້​ວາ​ທີ​ຂັ້ນ​ຕົ້ນ​ຂອງ​ພັກ​ເດ​ໂມ​ແຄ​ຣັດ.

ຊຶ່ງ​ທ່ານ​ນາງ​ແຮ​ຣິ​ສ ກ່າວ​ໃນ​ການ​ໂຕ້​ວາ​ທີ ​ເຖິງ​ທ່ານ​ທ​ຣຳ ວ່າ “​ເພິ່ນ​ໄດ້​ໃຊ້​ຄວາມ​ກຽດ​ຊັງ ການ​ຂົ່ມ​ຂູ່ ຄວາມ​ຢ້ານ​ກົວ ແລະ​ການຕົວະ 12 ພັນ​ເທື່ອ ອັນ​ເປັນ​ວິ​ທີ​ທາງ​ເພື່ອ​ດຶງ​ຄວາມ​ສົນ​ໃຈ ໄປ​ຈາກ​ນະ​ໂຍ​ບາຍທີ່​ລົ້ມ​ແຫລວຕ່າງໆ​ຂອງ​ເພິ່ນ ແລະ​ຄຳ​ໝັ້ນ​ສັນ​ຍາທັງຫຼາຍ ທີ່ບໍ່​ສາ​ມາດເຮັດ​ໄດ້.”

ແຕ່​ການ​ຢັ່ງ​ຫາງ​ສຽງທົ່ວ​ປະ​ເທດ​ ເມື່ອບໍ່​ດົນ​ມານີ້ ສະ​ແດງ​ໃຫ້​ເຫັນ​ວ່າ ການ​ສະ​ໜັບ​ສະ​ໜຸນ​ຂອງ​ທ່ານ​ນາງ​ແຮ​ຣິ​ສ ຫລຸດ​ລົງ​ເຫຼືອ​ພຽງ ບໍ່​ຮອດ​ສິບ​ເປີ​ເຊັນ​ເທົ່າ​ນັ້ນ ແລະ​ໄດ້​ປະ​ສົບ​ກັບ​ບັນ​ຫາ​ຜ່ານ​ຂຶ້ນ​ໄປ​ຢູ່​ໃນ​ຂັ້ນ​ນຳ ​ຮ່ວມ​ກັບ​ບັນ​ດາ​ຜູ້​ສະ​ໝັກ​ຈາກ​ພັກ​ເດ​ໂມ​ແຄ​ຣັດຄົນ​ອື່ນໆ ​ຊຶ່ງ​ນຳໜ້າ​ໂດຍ​ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ​ໂຈ ໄບ​ເດັນ.

​ທ່ານ​ໄບ​ເດັນ ຍັງ​ໄດ້​ເພັ່ງ​ເລັງ​ໃສ່​ທ່ານ​ທ​ຣຳ ໃນ​ການ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານ ເຊັ່ນ​ກັນ.

ທ່ານ​ໄບ​ເດັນ ໄດ້​ກ່າວ​ວ່າ “ເມື່ອບໍ່​ດົນ​ມາ​ນີ້ ​ຊາວອາ​ເມ​ຣິ​ກາ ​ໄດ້ຮູ້​ສຶກ​ມີ​ຄວາມ​ສຳ​ນຶກ​ແບບ​ໃດ​ແບບ​ນຶ່ງ ​ກັບຊາຍ​ຜູ້ນີ້ ເພາະ​ວ່າ ​ບັດ​ນີ້ພວກ​ເຂົາ​ເຈົ້າ ຮັບ​ຮູ້​ແລ້ວ​ວ່າ ແມ່​ນ​ຫຍັງ​ທີ່​ພວກ​ເຂົາ​ເຈົ້າ​ໄດ້​ສູນ​ເສຍ​ໄປ ແລະ​ແມ່ນ​ຫຍັງ​ທີ່​ພວກ​ເຂົາ​ເຈົ້າ ໄດ້ຫຼິງ​ເຫັນ​ວ່າ ຈະ​ສູນ​ເສຍ​ໄປ​ຕື່ມ​ອີກ. ແລະ​ຂ້າ​ພະ​ເຈົ້າ ເຊື່ອ​ວ່າ ອັນ​ນັ້ນ ຈະ​ເສີມ​ກຳ​ລັງໃຫ້​ທັງ​ປະ​ເທດໃນ​ທາງ​ໃດ​ທາງ​ນຶ່ງ ທີ່ບໍ່​ເຄີຍ​ເກີດ​ຂຶ້ນ​ມາກ່ອນ.”

ເຂົ້າ​ຮ່ວມຢູ່​ໃນ​ຂັ້ນ​ນຳ​ກັບ ​ທ່ານ​ໄບ​ເດັນ ກໍ​ມີ ເຈົ້າ​ຄອງກຳ​ແພງ​ເມືອງ​ເຊົ້າເບັນ ໃນ​ລັດ​ອິນ​ດີ​ອາ​ນາ ທ່ານ ປີ​ເຕີ ບູ​ຕີ​ເຈັດ, ສະ​ມາ​ຊິກ​ສະ​ພາ​ສູງ​ຈາກ​ລັດ​ແມັສ​ຊາຈູ​ເສັດ​ສ໌ ທ່ານ​ນາງ​ເອ​ລີ​ຊາ​ເບັດ ວໍ​ເຣນ ແລະ ​ສະ​ມາ​ຊິກ​ສະ​ພາ​ສູງ ຈາກ​ລັດ​ເວີ​ມອນ ທ່ານ​ເບີ​ນີ ແຊນ​ເດີ​ສ໌.

ທ່ານ​ບູ​ຕີ​ເຈັດ ເຮັດ​ໄດ້​ດີຫຼາຍ ໃນ​ການ​ລົງ​ຄະ​ແນນ​ສຽງຂັ້ນ​ຕົ້ນ ເມື່ອ​ມໍ່ໆ​ມານີ້ ​ຢູ່​ລັດ​ໄອ​ໂອ​ວາ ແລະ​ລັດ​ນິວ​ແຮມ​ເຊີ ​ ແຕ່ການ​ແຂ່ງ​ຂັນ ຍັງ​ຄົງ​ຄາດ​ການບໍ່​ໄດ້​ເທື່ອ ຊຶ່ງ​ການ​ລົງ​ຄະ​ແນນ​ສຽງອີກ​ຄັ້ງ​ນຶ່ງ ໃນ​ລັດ​ໄອ​ໂອ​ວາ ຈະ​ເລີ້ມ​ຂຶ້ນ ໃນ​ວັນ​ທີ 3 ກຸມ​ພາ ຈາ​ມາ​ເຖິງນີ້.

ທ່ານ​ທອມ​ມັ​ສ ຊະ​ວອ​ຣ​ສ໌ ນັກ​ວິ​ເຄາະ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ ແວນ​ເດີ​ບິ​ລ​ຕ໌ ກ່າວ​ວ່າ “ຍັງ​ມີ​ຄວາມ​ເປັນ​ໄປ​ໄດ້​ວ່າ ຄົນ​ຜູ້​ອື່ນ ອາດ​ຈະ​ປາ​ກົດ​ຕົວ​ຂຶ້ນ​ມາ ໃນ​ກອງ​ປະ​ຊຸມ​ພັກ ​ຢູ່​ໃນ​ລັດ​ໄອ​ໂອ​ວາ ສະ​ນັ້ນ ຂ້າ​ພະ​ເຈົ້າ​ຄຶດ​ວ່າ ມັນ​ກໍ​ບໍ່​ແນ່ນອນ. ມັນ​ຍັງ​ແມ່ນການ​ແຂ່ງ​ຂັນ​ຂອງ ທ່ານ​ໂຈ ​ຜູ້​ທີ່ອາດຈະ​ເສຍ​ໄຊ ໃນ​ທາງ​ໃດ​ທາງ​ນຶ່ງ​ກໍ​ເປັນ​ໄດ້. ແຕ່​ເພິ່ນ ກໍ​ບໍ່​ແມ່ນ​ຜູ້​ທີ່​ໄດ້​ຮັ​ບ​ຄວາມ​ນິ​ຍົມ​ຢ່າງ​ຖ້ວມ​ລົ້ນ ​ແບບທີ່​ທ່ານ​ນາງ​ຮີ​ລາ​ຣີ ຄ​ລິນ​ຕັນ ໄດ້​ຮັບ​ໃນ​ປີ 2016.”

ໃນ​ເວ​ລານີ້ ​ຜູ້​ມີ​ສິດ​ອອກ​ສຽງ​ຈາກ​ພັກ​ເດ​ໂມ​ແຄ​ຣັດທັງຫຼາຍ ປາ​ກົດ​ວ່າ ແບ່ງ​ອອກ​ເປັນ​ສອງ​ກຸ່ມ ລະ​ຫວ່າງ ຝ່າຍ​ບັນ​ດາ​ຜູ້​ສະ​ໝັກ​ນິ​ຍົມແນວ​ທາງປານ​ກາງ ເຊັ່ນ​ທ່ານ​ໄບ​ເດັນ, ທ່ານ​ບູ​ຕີ​ເຈັດ ແລະ​ສະ​ມາ​ຊິກ​ສະ​ພາ​ສູງ ທ່ານ​ນາງ ເອ​ມີ ໂຄ​ລບູ​ຊາ​ຣ ແລະ ບັນ​ດາ​ຜູ້​ສະ​ໝັກຫົວເສ​ລີ​ນິ​ຍົມຫຼາຍຂຶ້ນກວ່າ​ເກົ່າ ​ເຊັ່ນ ທ່ານ​ນາງວໍ​ເຣັນ, ທ່ານ​ແຊນ​ເດີ​ສ໌ ແລະ​ສະ​ມາ​ຊິກ​ສະ​ພາ​ສູງ ຈາກ​ລັດ​ນິວ​ເຈີ​ຊີ ທ່ານ​ຄໍ​ຣີ ບຸກ​ເກີ.

ຄວາມຫຼາກຫຼາຍ​ອັນ​ນັ້ນ ເປັນ​ໄປໄດ້​ສູງວ່າ ຈະ​ມີ​ບົດ​ບາດ​ໃນ​ການ​ລົງ​ຄະ​ແນນ​ສຽງ ທີ່​ຈະ​ເລີ້ມ​ຕົ້ນ​ຂຶ້ນ ໃນ​ເດືອນ​ກຸມ​ພານີ້ ອີງ​ຕາມ​ການ​ກ່າວ​ຂອງ​ທ່ານ​ຈອນ ຟໍ​ຕີ​ເ​ຍ ນັກ​ວິ​ເຄາະ​ດ້ານ​ການ​ເມືອງ ຈາກ​ສູນ​ກາງ​ຄົ້ນ​ຄວ້ານະ​ໂຍ​ບາຍ​ຂອງ​ສອງ​ພັກ​ການ​ເມືອງ.

ທ່ານ​ຟໍ​ຕີ​ເຍ ກ່າວ​ວ່າ “ມັນ​ຈະ​ເປັນ​ການ​ປຽບ​ທຽບຂອງຄວາມແຕກ​ຕ່າງທີ່​ໜ້າ​ສົນ​ໃຈ ສຳ​ລັບ​ ບາງສ່ວນຂອງຝ່າຍ​ນຶ່ງ​ ທີ່​ອາດຈະ​ຢາກ​ໄດ້​ຜູ້​ທີ່​ຢູ່​ປານ​ກາງ​ຫຼາຍກວ່າ ຂອງ​ພັກ ແລະ​ອີກ​ສ່ວນ​ນຶ່ງ ທີ່​ຊອກ​ຫາ​ຜູ້​ທີ່​ຄ້າຍ​ຄື​ກັ​ບ​ທ່ານ​ນາງ ເອ​ລີ​ຊາ​ເບັດ ວໍ​ເຣັນ ຜູ້​ທີ່ມີ​ຫົວ​ອຽງຊ້າຍຫຼາຍກວ່າ.”

​ເຖິງ​ຢ່າງ​ໃດ​ກໍ​ຕາມ ໃນ​ຂະ​ນະ​ທີ່​ທ່ານ​ນາງ​ແຮ​ຣິ​ສ ຖອນ​ຕົວ​ອອກ​ຈາກ​ການ​ແຂ່ງ​ຂັນ ອີກ​ສອງ​ຄົນ​ຈາກ​ພັກ​ເດ​ໂມ​ແຄ​ຣັດ ກໍ​ໄດ້​ເຂົ້າ​ມາ​ຮ່ວມ​ໃນ​ການ​ໂຄ​ສະ​ນາ​ຫາ​ສຽງ ໃນ​ສອງ​ສາມ​ປະ​ດາບໍ່​ດົນ​ມານີ້ ກໍ​ຄື ​ອະ​ດີດຜູ້​ປົກຄອງລັດແມັ​ສ​ຊາ​ຈູ​ເສັດ​ສ໌ ທ່ານ​ເດີ​ວອ​ລ ແພດ​ທ​ຣິກ ແລະ​ອະ​ດີດ​ເຈົ້າ​ຄອງ​ນະ​ຄອນ​ນິວຢອກ ແລະ​ທັງ​ເປັນ​ມະ​ຫາ​ເສ​ດ​ຖີ​ພັນ​ລ້ານ ທ່ານ​ໄມ​ໂກ​ລ ບ​ລູມ​ເບີກ.

XS
SM
MD
LG