ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກ​ຊ່ຽວ​ຊານ​ຮ​ຽກ​ຮ້ອງໃຫ້​ ລັດ​ຖະ​ສະ​ພາ ສ​ຫລ ຊ່ວຍແກ້ໄຂ ​ຜົນ​ກະ​ທົບ​ຈາກ​ເຂື່ອນ​ຂອງ​ຈີນ ໃນ​ແມ່​ນ້ຳ​ຂອງ ຕໍ່​​ປະ​ເທດ​ ຢູ່​ເຂດ​ລຸ່ມ​ແມ່​ນ້ຳ​ຂອງ


​ແຟ້ມ - ເຂື່ອນ​ດາ​ຊາວ​ຊານ ໃນ​ແຂວງ​ຢຸນ​ນານ​ຂອງ​ຈີນ
​ແຟ້ມ - ເຂື່ອນ​ດາ​ຊາວ​ຊານ ໃນ​ແຂວງ​ຢຸນ​ນານ​ຂອງ​ຈີນ

ໃນ​ການປາ​ກົດ​ຕົວ​ຕໍ່ໜ້າ​ຄະ​ນະ​ກຳ​ມະ​ການ​ວຽກ​ງານ​ຕ່າງ​ປະ​ເທດ​ຂອງສະ​ພາຕ່ຳ​ສະ​ຫະ​ລັດ​ໃນ​ອາ​ທິດ​ຜ່ານ​ມານີ້ ບັນ​ດານັກຊ່ຽວ​ຊານໄດ້​ຍົກ​ເອົາ​ຄວາມ​ເປັນຫ່ວງກ່ຽວ​ກັບຜົນ​ກະ​ທົບ​ຂອງ​ກາ​ນສ້າງເຂື່ອນ​ໄຟຟ້າ​ຂອງ​ຈີນ ​ຢູ່​ສ່ວນ​ເທີງ​ຂອງ​ແມ່​ນ້ຳຕໍ່​ສິ່ງ​ແວດ​ລ້ອມທີ່​ເຮັດ​ໃຫ້​ສະ​ພາບ​ດິນ​ຟ້າ​ອາ​ກາດ​ປ່ຽນ​ແປງ ແລະ​ກະ​ທົບ​ໃສ່ ລະ​ບົບ​ນິ​ເວດ​ວິ​ທະ​ຍາ ໃນ​ຂົງ​ເຂດ​ແມ່​ນ້ຳຂອງທີ່ນັບ​ມື້ນັບ​ຮ້າຍ​ແຮງ​ຂຶ້ນ:

“ອຸ​ນ​ນະ​ພູມທີ່ເພີ້ມຂຶ້ນ ແລະ​ການ​ປ່ຽນ​ແປງ​ປະ​ລິມານ ຫລື ຄວາມ​ແຮງຂອງ​ນ້ຳ​ຝົນ ກຳ​ລັງ​ທຳ​ລາຍ​ບ້ານ​ເຮືອນ, ພື້ນຖານ​ໂຄງ​ລ່າງ ​ແລະການ​ປະມົງ. ລະດັບນໍ້າທະເລທີ່ເພີ່ມຂຶ້ນ ​ກໍ​ຄາດ​ວ່າ ຈະເຮັດໃຫ້ມີນ້ຳເຄັມເພີ່ມຂຶ້ນ ແລະ ມີນໍ້າຖ້ວມ ໃນເຂດທົ່ງພຽງແມ່ນໍ້າຂອງ, ເຊິ່ງຈະສ້າງຄວາມເສຍຫາຍໃຫ້ແກ່ພືດພັນໃນ ເຂດທີ່ມີຜົນຜະລິດຫຼາຍທີ່ສຸດຂອງອ່າງແມ່​ນ້ຳ​ຂອງ. ຍ້ອນ​ວ່າ​ພາກ​ພື້ນນີ້ ​ຜະລິດ​ເຂົ້າ​ປະມານ 50 ລ້ານ​ໂຕນ​ຕໍ່​ປີ, ການ​ປ່ຽນ​ແປງ​ຂອງ​ສິ່ງ​ແວດ​ລ້ອມ​ດັ່ງກ່າວ​ອາດ​ເປັນ​ໄພ​ຂົ່ມຂູ່​ຕໍ່​ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ​ຂອງ​ໂລກ. ຖ້າ​ຫາກ​ບໍ່​ໄດ້​ຮັບ​ການ​ແກ້​ໄຂ, ທ່າ​ອ່ຽງ​ທີ່ເປັນ​ບັນ​ຫາ​ເຫຼົ່າ​ນີ້​ຈະ​ຮ້າຍ​ແຮງ​ຂຶ້ນ​ຍ້ອນ​ເຂື່ອນ​ທີ່​ລັດຖະບານ​ຈີນ​ທີ່ໄດ້​ສ້າງ​ມາ​ຫຼາຍ​ສິບ​ປີ​ ຢູ່​ເຂດ​ເທີງ​ຂອງ​ແມ່​ນ້ຳຂອງ.” ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານເກ​ຣກ ໂພ​ລິງ (Greg Poling) ນັກ​ຄົ້ນ​ຄວ້າ​ອາ​ວຸ​ໂສ ແລະ​ອຳ​ນວຍ​ການ​ໂຄງ​ການ​ເຂດ​ເອ​ເຊຍຕາ​ເວັນ​ອອກ​ສຽງ​ໃຕ້ຂອງ​ສູນ​ກາງ​ສຶກ​ສາ​ດ້ານ​ຍຸດ​ທະ​ສາດ ແລະສາ​ກົນ."

ທ່ານ​ກ່າວຕໍ່​ໄປ​ວ່າ: “ການ​ບໍ​ລິ​ຫານ​ເຂື່ອນ​ຂອງ​ປັກ​ກິ່ງ ໄດ້​ສະ​ແດງ​ໃຫ້ເຫັນ​ວ່າ ພາ​ໃຫ້​ເກີດການ​ປ່ຽນ​ແປງ​ຢ່າງ​ໃຫຍ່​ຫລວງ​ຕໍ່​ລະ​ດັ​ບ​ຂອງ​ນ້ຳ​ໃນ​ເຂດ​ລຸ່ມ​ແມ່​ນ້ຳ​ຂອງ ຍົກ​ຕົວ​ຢ່າງ​ເຊັ່ນ​ໃນ​ປີ 2019 ການ​ກັກ​ນ້ຳ​ໄວ້ຂອງ​ເຂື່ອນ​ຢູ່​ເຂດເທີງແມ່​ນ້ຳ​ຂອງ ເຮັດ​ໃຫ້​ເກີດ​ໄພ​ແຫ້ງ​ແລ້ງ​ຢູ່​ປະ​ເທດ​ໃນ​ເຂດ​ລຸ່ມ​ແມ່​ນ້ຳ​ຂອງ ເຖິງ​ແມ່ນ​ວ່າ​ມີ​ຝົນຕົກ​ຫລາຍ​ເກີນ​ລະ​ດັບສະ​ເລ່ຍ, ມີ​ຫິ​ມະ​ເປື່ອຍ ຢູ່​ໃນ​ສ່ວນ​ເທີງ​ຂອງ​ແມ່​ນ້ຳ​ຂອງ​ກໍ​ຕາມ.”

ທັງ​ໝົດ​ນີ້ ມັນ​ສ້າງຄວາມ​ເສຍ​ຫາຍແກ່​ປະ​ຊາ​ຊົນ​ 60 ລ້ານກວ່າ​ຄົນຢູ່​ໃນ​ເຂດ​ລຸ່ມ​ແມ່​ນ້ຳ​ຂອງ​ທີ່ລ​ວມມີ​ ລາວ, ໄທ, ມຽນ​ມາ, ກໍ​າ​ປູ​ເຈຍ ແລະ​ຫວຽດ​ນາມ.

XS
SM
MD
LG