ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາ​ທິດສຸດ​ທ້າຍ ຂອງການ​ ໂຄ​ສະ​ນາ ເລືອກຕັ້ງ ກາງ ສະໄໝ ຂອງ ສ​ຫລ ເຕັ​ມ​ໄປ​ດ້ວຍ​ຄວາມຫວັ່ນ​ໄຫວ


US Midterm Campaign Enters Final Week Amid Tension, Uncertainty
please wait

No media source currently available

0:00 0:03:26 0:00

ການ​ໂຄ​ສະ​ນາ ເລືອກຕັ້ງ ກາງສະໄໝ ຂອງ ສ​ຫລ ຍ່າງ​ເຂົ້າ ອາ​ທິດ ​ສຸດ​ທ້າຍ ທີ່​ເຕັ​ມ​ໄປ ​ດ້ວຍ​ຄວາມ ຫວັ່ນ​ໄຫວ ທ້າມ​ກາງ ຄວາມ​ເຄັ່ງ​ເຕັງ ແລະ ຄວາມບໍ່ແນ່ນອນ

ໃນ​ເວ​ລາ​ອີກບໍ່​ພໍ​ນຶ່ງ​ອາ​ທິດ ​ກ່ອນ​ຈະ​ຮອດມື້ເລືອກຕັ້ງກາງສະໄໝເພື່ອເລືອກເອົາ​ສະມາ​
ຊິກມາ​ປະ​ຈຳ​ໃນ​ລັດ​ຖະ​ສະ​ພາສະ​ຫະ​ລັດນັ້ນ ຊາວ​ອາ​ເມ​ຣິ​ກັນ ພາ​ກັນຮູ້​ສຶກ​ບໍ່ສະບາຍໃຈ
ພາຍ​ຫລັງ​ທີ່​ມີ​ການ​ສັງ​ຫານ​ໝູ່​ ຢູ່​ວັດຊາວ​ຢີວ ໃນ​ເມືອງ​ພີ​ສ​ເບີກ ແລະ​ການຈັບ​ກຸມຊາຍ
​ຄົນ​ນຶ່ງ ​ທີ່​ຖືກ​ກ່າວ​ຫາ​ວ່າ​ໄດ້​ສົ່ງ​ລະ​ເບີດ​ທໍ່​ນໍ້າ ໄປ​ຫາ​ພວກ​ສັງ​ກັດພັກ​ເດ​ໂມ​ແຄ​ຣັດຄົນ​ສຳ
​ຄັນຕ່າງໆ. ພວກ​ປ່ອນ​ບັດ​ເລືອກ​ຕັ້ງ ຈະ​ເລືອກ​ເອົາສະ​ມາ​ຊິກ​ລັດ​ຖະ​ສະ​ພາສະຫະ​ລັດ
ຊຸດ​ໃໝ່ ໃນ​ວັນ​ທີ 6 ພະ​ຈິກ​ທີ່​ຈະ​ມາ​ເຖິງນີ້ແລະ​ຜົນ​ການ​ເລືອກ​ຕັ້ງ​ອາດ​ຈະ​ເຮັດ​ໃຫ້​ຄວາມ
​ດຸ່ນ​ດ່ຽງ​ກັນ​ ທາງ​ອຳ​ນາດ ​ໃນ​ນະ​ຄອນ​ວໍ​ຊິງ​ຕັນ ມີ​ການ​ປ່ຽນ​ແປງ ແລະ​ມີ​ຜົນ​ກະທົບ​ຢ່າງ
​ເລິກ​ເຊິ່ງ​ ຕໍ່​ການດຳ​ລົງ​ຕຳ​ແໜ່ງປະ​ທາ​ນາ​ທິ​ບໍ​ດີ​ຂອງທ່ານ​ທ​ຣຳໃນ​ສອງ​ປີ​ຂ້າງ​ໜ້ານີ້. ຈີມ
ມາ​ໂລນ (Jim Malone) ນັກ​ຂ່າວແຫ່ງ​ຊາດ ​ຂອງ​ວີ​ໂອ​ເອ ມີລາຍລະ​ອຽດ​ກ່ຽວ​ກັບການ
​ໂຄ​ສະ​ນາ​ຫາ​ສຽງ​ໃນ​ມື້​ສຸດ​ທ້າຍ ​ກ່ອນ​ການ​ເລືອກ​ຕັ້ງ​ກາງ​ສະ​ໄໝຈາກນະຄອນຫລວງວໍ
​ຊິງ​ຕັນ ຊຶ່ງ ບົວ​ສະ​ຫວັນ ຈະນຳສະເໜີທ່ານ ໃນອັນດັບຕໍ່ໄປ.

ຢູ່​ໃນ​ເມືອງ​ພີ​ສ​ເບີກ ໄດ້ມີ​ການ​ໃຕ້​ທຽນ​ໄວ້​ອາ​ໄລ ​ແກ່ດວງວິນ​ຍານ​ຂອງ ພວກ​ໄດ້​ຮັບ​ເຄາະ​
ຮ້າຍ​ຈາກ​ການ​ຍິງ​ສັງ​ຫານ​ໝູ່ຢູ່​ວັດ​ Tree of Life ຂອ​ງຊາວ​ຢີວທີ່​ເຕັມ​ໄປ​ດ້ວຍການ​ຫລັ່ງ
​ນ້ຳ​ຕາ.

ມີ​ການ​ປະ​ນາມ​ການກໍ່​ຄວາມ​ຮຸນ​ແຮງ ແລະ​ຂໍ​ຮ້ອງ​ໃຫ້​ມີ​ຄວາມ​ສາ​ມັກ​ຄີ​ກັນຈາກ​ປະ​ທາ​ນາ
​ທິ​ບໍ​ດີ ທ​ຣຳ."ພວກ​ເຮົາປະ​ນາມຄວາມຊົ່ວ​ຮ້າຍຢ່າງ​ເປັນ​ປະ​ຫວັດ​ການ ຂອງ​ລັດ​ທິ​ຕໍ່​ຕ້ານ​
ຊາວ​ຢີວ ແລະ​ຄວາມຊົ່ວ​ຮ້າຍ​ໃນ​ຮູບ​ແບ​ບ​ອື່ນໆ ​ທຸກ​ຢ່າງ ແລະ​ເປັນໜ້າ​ເສຍ​ໃຈ, ຄວາມ​
ຊົ່ວ​ຮ້າຍ​ ແມ່ນ​ມີ​ຢູ່​ຫລາຍຮູບ ຫລາຍແບບ. ແລະ​ພວກ​ເຮົາ​ມາໂຮມໃຈ​ກັນ​ເປັນ​ຄົນ​ອາ​
ເມ​ຣິ​ກັນ​ອັນ​ນຶ່ງ​ອັນ​ດຽວ,"
ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ທ​ຣຳ.

ເຫດການ​ຍິງປືນ​ໃສ່​ວັດ​ຊາວ​ຢີວ ແລະ​ການ​ຈັບ​ກຸມຊາຍ​ຄົນ​ນຶ່ງ​ທີ່​ຖືກ​ກ່າວ​ຫາ​ວ່າ​ໄດ້​ສົ່ງ​ລະ
​ເບີດ​ທໍ່ນໍ້າ ​ໄປ​ຫາ​ພວກ​ສັງ​ກັດພັກ​ເດ​ໂມ​ແຄ​ຣັດຄົນ​ສຳ​ຄັນ ແລະໄປ​ຫາ​ຜູ້​ທີ່​ຕຳ​ໜິ​ທ່ານ​ທ​ຣຳ
ໄດ້​ເຮັດ​ໃຫ້​ສະ​ພາບ​ຄວາມ​ເຄັ່ງ​ຕຶງ​ ແລະ​ຄວາມບໍ່​ແນ່ນອນເພີ້ມ​ທະ​ວີ​ຂຶ້ນ ໃນ​ສີ່ ຫ້າ​ມື້​ຂອງ
​ການໂຄ​ສະ​ນາ​ຫາ​ສຽງໃນ​ການ​ເລືອກ​ຕັ້ງກາງ​ສະ​ໄໝນີ້, ອີງ​ຕາມ​ທ່ານ ຈອນ ຮູ​ແດກ
(John Hudak)ຈາກ​ສະ​ຖາ​ບັນ BROOKINGS. ​ທ່ານ​ກ່າວ​ດັ່ງ​ນີ້
"​ເອີ່, ​ປະ​ເທດ​ກຳ​ລັງ​ເຕັມ​ໄປ​ດ້ວຍ​ຄວາມ​ທຸກ​ລະ​ທົມ. ອັນ​ນີ້ ​ເປັນ​ເຫດ​ການຊຸດ​ນຶ່ງ ຊຶ່ງ​
ເກີດ​ຂຶ້ນທັງ​ໝົດຢູ່​ອາ​ເມ​ຣິ​ກາ ​ເລື້ອຍ​ໂພດ, ກະເທົ່າ​ນັ້ນ​ແຫລ້ວ, ການ​ກະ​ທຳ​ທີ່​ໃຊ້​ຄວາມ
​ຮຸນ​ແຮງ ແລະ​ການ​ກະ​ທຳ​ທີ່​ເປັນ​ການ​ໂຈມ​ຕີຕໍ່​ເພື່ອນ​ຮ່ວມ​ຊາດ ຊາວ​ອາ​ເມ​ຣິ​ກັນ
ໂດຍ​ຄົນ​ອາ​ເມ​ຣິ​ກັນ​ເອງ."


ອະ​ດີດ​ຮອງປະ​ທາ​ນາ​ທິ​ບໍ​ດີ ໂຈ​ໄບ​ເດັນ ແມ່ນ​ນຶ່ງ​ໃນ​ບັນ​ດາ​ຄົນ​ທີ່​ຮຽກ​ຮ້ອງ​ໃຫ້ຢູ່​ໃນ​ຄວາມ​
ສະ​ຫງົບ. ທ່ານ​ກ່າວ​ວ່າ "ຂ້າ​ພະ​ເຈົ້າ​ຮູ້​ວ່າ ບາງ​ຄັ້ງ ຄວາມ​ໂກດ​ແຄ້ນ, ຄວາມ​ກຽດ​ຊັງ,
ຄວາມ​ໂຫດ​ຮ້າຍ ປາ​ກົດ​ວ່າ​ຈະ​ເຮັດ​ໃຫ້​ພວກ​ເຮົາຮູ້​ສຶກວ່າ ​ຈະທົນ​ບໍ່​ໄຫວ​, ແລະ​ມັນ​ຂຶ້ນ
​ກັບ​ພວກ​ຜູ້​ນຳ​ຂອງ​ພວກ​ເຮົາ ​ທີ່​ຈະ​ເປັນ​ຄົນ​ອອກ​ປາກອອກ​ສຽງ, ເປັນ​ຄົນ​ເຮັດ​ໃຫ້​ບັນ​
ຍາ​ກາດ​ເຢັນ​ລົງ ແລະ​ເຮັດ​ໃຫ້​ມີ​ການໃຫ້​ກຽດ​ກັນສ່ວນ​ໃດ​ສ່ວນ​ນຶ່ງ​ກັບ​ມາ​ອີກ ​ຢູ່ໃນ​ການ​
ໂອ້​ລົ​ມ​ກັນ​ໃນ​ລະ​ດັບ​ຊາດ."

ພວກ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ​ບາງ​ຄົນ​ກໍເວົ້າວ່າ ການ​ໂຈມ​ຕີ​ຕໍ່​ພັກ​ອື່ນ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ
ມີສ່ວນ​ໃນການສ້າງ​ບັນ​ຍາ​ກາດ​ທາງ​ການ​ເມືອງ​ທີ່​ຖືກ​ກ່າວ​ຫາ​ຢູ່ນັ້ນ.

ແຕ່ ທ່ານ​ນາງ ແຊຣາ ແຊນ​ເດີ​ສ໌ (Sarah Sanders), ໂຄ​ສົກ​ປະ​ຈຳ​ທຳ​ນຽບ​ຂາວ​ຕອບ​ວ່າ
ການ​ເວົ້າ​ຈັ່ງ​ຊັ້ນ ແມ່ນບໍ່​ຖືກ. ທ່ານ​ນາງ ກ່າວ​ວ່າ
"ສິ່ງ​ທີ່​ວົງ​ການ​ຂ່າວ​ສານ​ເຮັດກ່ອນ​ໝູ່​ທີ່​ສຸດ ກໍ​ແມ່ນ​ຕໍາ​ນິ​ປະ​ທາ​ນາ​ທິ​ບໍ​ດີ ແລະ​ເຮັດ​ໃຫ້​
ທ່ານ​ຮັບ​ຜິດ​ຊອບ​ຕໍ່​ການ​ກະ​ທຳ​ທີ່​ໜ້າ​ເຫລືອ​ເຊື່ອ​ພວກນີ້. ເມື່ອ​ເປັນ​ເຊັ່ນ​ນັ້ນ ການ​ຕອບ​
ໂຕ້​ຄືນກ່ອນ​ໝູ່​ໝົດ ກໍ​ຄື​ຄວາມ​ເວົ້າ​ແບບເຫລືອ​ອົດ ເຫລືອ​ທົນ."

ລູກ​ເຂີຍ​ຂອງ​ທ່ານ ທ​ຣຳ, ທ່ານ ຈາ​ເຣັດ ຄຸ​ສ​ເນີ ທີ່​ໃສ່​ຊຸດ ຢາ​ມູ​ລ​ກີ ຂອງ​ຊາວ​ຢິວ ແລະ ລູກສາວ, ທ່ານນາງ ອີວານກາ ທຣຳ (ທີ​ສອງ​ຈາກ​ຊ້າຍ) ຢືນກົງໄວ້​ອາ​ໄລແກ່ດວງວິນ​ຍານ​ຂອງ​ພວກ​ເສຍ​ຊີ​ວິດ ທີ່​ວັດ​ຊາວ​ຢີວ ທີ່​ເມືອງ​ພີ​ສ​ເບີກ ໃນ​ວັນ​ທີ 30 ຕ​ຸ​ລາ, 2018
ລູກ​ເຂີຍ​ຂອງ​ທ່ານ ທ​ຣຳ, ທ່ານ ຈາ​ເຣັດ ຄຸ​ສ​ເນີ ທີ່​ໃສ່​ຊຸດ ຢາ​ມູ​ລ​ກີ ຂອງ​ຊາວ​ຢິວ ແລະ ລູກສາວ, ທ່ານນາງ ອີວານກາ ທຣຳ (ທີ​ສອງ​ຈາກ​ຊ້າຍ) ຢືນກົງໄວ້​ອາ​ໄລແກ່ດວງວິນ​ຍານ​ຂອງ​ພວກ​ເສຍ​ຊີ​ວິດ ທີ່​ວັດ​ຊາວ​ຢີວ ທີ່​ເມືອງ​ພີ​ສ​ເບີກ ໃນ​ວັນ​ທີ 30 ຕ​ຸ​ລາ, 2018

ທາງ​ດ້ານ​ທ່ານ​ທ​ຣຳ​ແລ້ວ ​ກໍ​ແມ່ນວ່າເພິ່ນໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາໄວ້ວ່າ ຈະ​ໂຄ​ສະ​ນາ​ຫາ​ສຽງ
ຢ່າງ​ຫ້າວ​ຫັນ​ຈົນ​ຮອດມື້​ເລືອກ​ຕັ້ງ ​ກ່ຽວ​ກັບ​ບັນ​ຫາ​ທີ່​ສຳ​ຄັນ​ຕໍ່​ພວກ​ທີ່​ສະ​ໜັບ​ສະ​ໜູນ​ເພິ່ນ
ເຊັ່ນ​ເລື້ອງ​ຄົນ​ເຂົ້າ​ເມືອງເປັນຕົ້ນ. ​ທ່ານ​ກ່າວ​ວ່າ
"ພັກ​ເດ​ໂມ​ແຄ​ຣັດ​ໄດ້​ຊຸກ​ຍູ້​ຢ່າງ​ເປີ​ດ​ເຜີຍໃຫ້​ຄົນ​ຕ່າງ​ຊາດ​ທີ່​ເຂົ້າ​ເມືອງ​ຜິດ​ກົດ​ໝາຍ​
ຫລາຍ​ລ້ານ​ຄົນ​ນັ້ນ ໃຫ້​ລະ​ເມີດ​ກົດ​ໝາຍ​ຂອງ​ພວກ​ເຮົາ, ລ່ວງ​ລ້ຳ​ຊາຍ​ແດນ​ຂອງ​ພວກ​
ເຮົາ ແລະ​ເຮັດ​ໃຫ້​ບ້ານ​ເມືອງ​ເຮົາ​ຫລົ້ມ​ຈົມ. ນັ້ນ​ຄື​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ."


ສ່ວນ​ພວ​ກ​ສັງ​ກັດພັກ​ເດ​ໂມ​ແຄ​ຣັດແມ່ນ​ໄດ້​ສຸມ​ໃສ່​ເລື້ອງ​ການ​ດູ​ແລ​ປິ່ນ​ປົວ​ສຸ​ຂະ​ພາບ​ເປັນ​
ສ່ວນໃຫຍ່​ໃນ​ການ​ໂຄ​ສະ​ນາ​ຫາ​ສຽງຂອງພວກເພິ່ນ ແຕ່​ວ່າ ການ​ເວົ້າ​ກ່ຽວ​ກັບທ່ານ ​ທ​ຣຳ
ກໍແມ່ນເປັນ​ຫົວ​ຂໍ້​ທີ່​ເວົ້າ​ຢ່າງກວ້າງ​ຂວາງ​ເຊັ່ນ​ກັນ, ອີງ​ຕາມ ທ່ານ ຈີມ ແຄ​ສ​ເລີ
(Jim Kessler) ຈາກ​ອົງ​ການ Third Way ຊຶ່ງ ທ່ານ​ກ່າວ​ດັ່ງ​ນີ້
"ພວກ​ສັງ​ກັດພັກ​ເດ​ໂມ​ແຄ​ຣັດ ຢາກ​ເຮັດ​ໃຫ້​ການ​ໂຄ​ສະ​ນາ​ຫາ​ສຽງ​ນີ້ ເປັນ​ການ​ເວົ້າ
​ກ່ຽວ​ກັບເລື້ອງ​ການ​ດູ​ແລ​ປິ່ນ​ປົວ​ສຸ​ຂະ​ພາບສຸ​ຂະ​ພາບ ແລະ​ຮ່າງ​ກົດ​ໝາຍ ການເກັບ​
ພາ​ສີ ແລະ​ກ່ຽວ​ກັບ​ທ່ານ ດໍ​ໂນ​ລ ທ​ຣຳ. ແລະ​ມາ​ເວົ້າ​ກັນ​ກົງໆເທາະ, ອັນ​ນີ້ ​ແມ່ນ​ຈະ​
ເປັນ​ການ​ເວົ້າ​ກ່ຽວ​ກັບທ່ານ ດໍ​ໂນ​ລ ທ​ຣຳ ທັງ​ນັ້ນ."

(ຈາກ​ຊ້າຍ​ໄປ), ສະ​ມາ​ຊິກ​ສະ​ພາ​ສູງ Richard Blumenthal ສັງ​ກັດພັກ​ເດ​ໂມ​ແຄ​ຣັດໃນ​ລັດ ຄອນ​ເນັກ​ຕິ​ກັດ, ສະ​ມາ​ຊິກ​ສະ​ພາ​ສູງ Kamala Harris, ສັງ​ກັດພັກ​ເດ​ໂມ​ແຄ​ຣັດ ຈາກ​ລັດ​ຄາ​ລິ​ຟໍ​ເນຍ, ສະ​ມາ​ຊິກ​ສະ​ພາ​ສູງ Mazie Hirono, ສັງ​ກັດພັກ​ເດ​ໂມ​ແຄ​ຣັດ ຈັກ​ລັດ​ຮາ​ວາຍ ກ່າວ​ຕໍ່​ພວກ​ຊຸມ​ນຸມ ຄັດ​ຄ້ານ​ການ​ຮັບ​ຮອງ​ເອົາ​ທ່ານ ຄາ​ແວ​ນໍ ໃຫ້​ເປັນ ຜູ້​ພິ​ພາກ​ສາ ​ສານ​ສູ​ງ​ສຸດ, ​ທີ 28 ກັນ​ຍາ, 2018
(ຈາກ​ຊ້າຍ​ໄປ), ສະ​ມາ​ຊິກ​ສະ​ພາ​ສູງ Richard Blumenthal ສັງ​ກັດພັກ​ເດ​ໂມ​ແຄ​ຣັດໃນ​ລັດ ຄອນ​ເນັກ​ຕິ​ກັດ, ສະ​ມາ​ຊິກ​ສະ​ພາ​ສູງ Kamala Harris, ສັງ​ກັດພັກ​ເດ​ໂມ​ແຄ​ຣັດ ຈາກ​ລັດ​ຄາ​ລິ​ຟໍ​ເນຍ, ສະ​ມາ​ຊິກ​ສະ​ພາ​ສູງ Mazie Hirono, ສັງ​ກັດພັກ​ເດ​ໂມ​ແຄ​ຣັດ ຈັກ​ລັດ​ຮາ​ວາຍ ກ່າວ​ຕໍ່​ພວກ​ຊຸມ​ນຸມ ຄັດ​ຄ້ານ​ການ​ຮັບ​ຮອງ​ເອົາ​ທ່ານ ຄາ​ແວ​ນໍ ໃຫ້​ເປັນ ຜູ້​ພິ​ພາກ​ສາ ​ສານ​ສູ​ງ​ສຸດ, ​ທີ 28 ກັນ​ຍາ, 2018

​ພວກ​ສັງ​ກັດພັກ​ເດ​ໂມ​ແຄ​ຣັດ ມີ​ຄວາມ​ຄາດ​ຫວັງ​ວ່າ ຈະ​ໄດ້ຮັບຄະແນນສຽງ​ຫຼາຍຂຶ້ນຢູ່
ໃນສະ​ພາ​ຕ່ຳ.

ແຕ່​ວ່າ ພວກ​ສັງ​ກັດພັກ​ຣີ​ພັບ​ບ​ລິ​ກັນກໍຢູ່​ໃນ​ທ່າ​ທີ່ ທີ່ວ່າ​ອາດຈະ​ເປັນ​ໄປໄດ້ ​ທີ່ຈະ​ໄດ້ຢຶດ​
ຄອງ​ການເປັນ​ພັກທີ່​ມີ​ສຽງ​ສ່ວນ​ຫລາຍ ໂດຍ​ມີ​ຄະ​ແນນ​ສູ​ສີ​ກັນ ໃນ​ສະ​ພາ​ສູງ, ​ອີງ​ຕາມ
ທ່ານ ຈອນໂຟ​ເຈີ,ຈາກ​ສູນ​ກາງວ່າ​ດ້ວຍ​ນະ​ໂຍ​ບາຍ​ຂອງ​ສອງ​ພັກ. ທ່ານ​ກ່າວ​ວ່າ
"ແລະ​ບາງສິ່ງ ບາງ​ຢ່າງ​ທີ່​ເກີດຂຶ້ນ​ຢູ່​ໃນ​ຫລາຍໆມື້ ວ່າງມໍ່ໆ​ມານີ້ ກັບການ​ຮັບ​ຟັງ​ຄຳ​
ໃຫ້​ການ​ຂອງ (ຜູ້​ພິ​ພາກ​ສາ ແບ​ຣດ) ຄາ​ແວ​ນໍ ແລະ ພວກ​ສັງ​ກັດພັກ​ຣີ​ພັບ​ບ​ລິ​ກັນ
ແມ່ນຄ້າຍ​ກັບ​ວ່າ ຈະກັບ​ຄືນ​ມາ​ບ້ານເກົ່າ ຍ້ອນ​ວ່າ​ເຫດການນັ້ນໄດ້​ຊ່ອຍ. ສະ​ນັ້ນ
ໂດຍ​ລວມ​ແລ້ວ ເກືອບ​ວ່າ​ມັນ​ຈະ​ເປັນ​ໄຊ​ຊະ​ນະ​ຂອງພວກ​ສັງ​ກັດພັກ​ເດ​ໂມ​ແຄ​ຣັດ ​
ໂດຍ​ອາດ​ມີ​ບ່ອນ​ທີ່​ເປີດ​ໄຟ​ອັນ​ຮຸ່ງ​ແຈ້ງໃຫ້​ແກ່ພວກ​ສັງ​ກັດພັກ​ຣີ​ພັບ​ບ​ລິ​ກັນຢູ່​ໃນ
​ສະ​ພາ​ສູງ."


ມີນ້ຳ​ໜັກສຽງແມ່ນ​ສູງ​ຫລາຍ. ສະ​ພາ​ຕ່ຳ​ທີ່​ຄວບ​ຄຸມ​ໂດຍ​ພັກ​ເດ​ໂມ​ແຄ​ຣັດຈະສາ​ມາດ​ສະ
ກັດກັ້ນ ນະ​ໂຍ​ບາຍ​ທີ່​ທ່ານ​ທ​ຣຳ​ຢາກ​ວາງ​ອອກ​ມາໄດ້ ແລະ​ເຮັດ​ໃຫ້​ມີ​ການ​ສືບ​ສວນ
ຫລາຍ​ຢ່າງຕໍ່​ທຳ​ນຽບ​ຂາວ​ ທີ່ພວມຢູ່​ໃນ​ການ​ຄຸ້ມ​ຄອງ​ຂອງ​ທ່ານ​ທ​ຣຳ, ຊຶ່ງ​ຈະ​ເຮັດ​ໃຫ້
ຄວາມ​ຫວັງ​ທີ່​ຈະ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ຄືນ​ໃໝ່ ເປັນ​ປະ​ທາ​ທິ​ບໍ​ດີ​ຂອງ​ທ່ານ ທ​ຣຳ ໃນ​ປີ
2020 ມີ​ຄວາມ​ສັບ​ສົນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG