ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະ​ພາ​ອັງ​ກິດ ລົງ​ຄະ​ແນນ​ສຽງ ກ່ຽວ​ກັບ ຂໍ້​ຕົກ​ລົງ ​ຖອນ​ຕົວ ອອກ​ຈາກ​ ສະ​ຫະ​ພາບ​ຢູ​ໂຣບ


ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ ທ່ານ​ນາງ​ເທ​ຣີ​ຊາ ເມ ພົບ​ປະ ກັບ ປ.ສະ​ພາ​ຄະ​ນະ​ກຳ​ມາ​ທິ​ການ​ອີ​ຢູ ທ່ານ Jean-Claude Juncker ເພື່ອ​ໂອ້​ລົມ​ສົນ​ທະ​ນາ ໃນ​ສູນ​ກາງ​ໃຫຍ່ ທີ່​ນະ​ຄອນ Brussels, 11 ທັນ​ວາ 2018.
ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ ທ່ານ​ນາງ​ເທ​ຣີ​ຊາ ເມ ພົບ​ປະ ກັບ ປ.ສະ​ພາ​ຄະ​ນະ​ກຳ​ມາ​ທິ​ການ​ອີ​ຢູ ທ່ານ Jean-Claude Juncker ເພື່ອ​ໂອ້​ລົມ​ສົນ​ທະ​ນາ ໃນ​ສູນ​ກາງ​ໃຫຍ່ ທີ່​ນະ​ຄອນ Brussels, 11 ທັນ​ວາ 2018.

ສະ​ພາ​ອັງ​ກິດ ແມ່ນ​ໄດ້​ເລີ້ມໃນ​ອັນ​ທີ່​ເອີ້ນ​ວ່າ ການ​ລົງ​ຄະ​ແນນ​ສຽງ ເປັນເວລາ
3 ມື້ ໃນວັນ​ອັງ​ຄານ​ມື້​ນີ້ ເພື່ອ​ທີ່​ຈະ​ຕັດ​ສິນ​ໃ​ຈກ່ຽວ​ກັບ​ວ່າ​ຈະດຳ​ເນີນ​ງານ​ຕໍ່​ໄປ
ແບບ​ໃດ ໃນ​ການ​ຖອນ​ຕົວອອກ​ຈາກ​ສະ​ຫະ​ພາບ​ຢູ​ໂຣບ ຫຼື ອີ​ຢູ.

ບັນ​ດາ​ສະ​ມາ​ຊິກ​ສະ​ພາ ພາ​ກັນ​ລົງ​ຄະ​ແນນ​ສຽງໃນ​ວັນ​ອັງ​ຄານ​ມື້​ນີ້ກ່ຽວ​ກັບ
​ແຜນ ​ການ​ສະ​ບັບ​ຫຼ້າ​ສຸດ ​ຂອງນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ ທ່ານ​ນາງ​ເທ​ຣີ​ຊາ
ເມ, ອີງ​ຕາມ​ຂໍ້​ຕົກ​ລົງທີ່​ລັດ​ຖະ​ບານ​ຂອງ​ທ່ານ​ນາງ​ໄດ້​ບັນ​ລຸ​ກັນ​ກັບ​ທາງ ອີ​ຢູ
ໃນ​ປີ​ກາຍ​ນີ້.

​ແຜນ​ການ​ທີ່​ວ່າ​ນີ້ ​ໃນ​ຂັ້ນ​ຕົ້ນ ບໍ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ຫຼາຍ​ປານ​ໃດໃນ​ການ
ລົງ​ຄະ​ແນນ​ສຽງ​ເທື່ອ​ທຳ​ອິດ ແຕ່​ທ່ານ​ນາງ​ເມ ໄດ້​ເດີນ​ທາງ​ຄັ້ງ​ສຸດ​ທ້າຍ ໄປ​ຍັງ
ເມືອງ Strasbourg ໃນ​ວັນ​ຈັນ​ວານນີ້ ເພື່ອ​ປ່ຽນ​ເງື່ອນ​ໄຂ​ບາງ​ຢ່າງ​ໃນ​ການ​ໂອ້​ລົມ
ກັບ​ປະ​ທານ​ສະ​ພາ​ຄະ​ນະ​ກຳ​ມາ​ທິ​ການ​ອີ​ຢູ ທ່ານ Jean-Claude Juncker
ທີ່​ທ່ານ​ນາງ​ຫວັງ​ວ່າ​ ຈະໄດ້​ຮັບ​ການ​ສ​ະ​ໜັບ​ສະ​ໜຸນ​ຈາກ​ພວກ​ຝ່າຍ​ຄ້ານ​ຂອງ
​ທ່ານ​ນາງ​ນັ້ນ.

ທ່ານ​ນາງ​ເມ ໄດ້​ກ່າວ​ວ່າ ທ່ານ Juncker ໄດ້​ປະ​ກາດ “ການ​ປ່ຽນ​ແປງທີ່​ມີ​ຜົນ
ບັງ​ຄັບຕາມ​ກົດ​ໝາຍ”
ທີ່ເປັນ​ສ່ວນ​ນຶ່ງ​ໃນ​ການ​ແກ້​ໄຂ​ບັນ​ຫາ​ມາ​ເປັນ​ເວ​ລາ​ດົນ
ນານ ທີ່​ພົວ​ພັນ​ກັບເລື້ອງ​ຊາຍ​ແດນ​ລະ​ຫວ່າງ​ເຂດ​ໄອ​ຣ໌​ແລນ​ເໜືອ ຂອງ​ອັງ​ກິດ
ກັບ​ປະ​ເທດ​ໄອ​ຣ໌​ແລນ ທີ່ເປັນ​ສະ​ມາ​ຊິກ​ຂອງ​ອີ​ຢູ ນັ້ນ.

ຂໍ້​ຕົກ​ລົງ​ອັນ​ດັ້ງ​ເດີມນັ້ນ ​ຮຽກ​ຮ້ອງ​ຕໍ່​ອັນ​ທີ່​ເອີ້ນ​ວ່າ ເປັນການຕົກ​ລົງ​ທີ່​ຈະມີ​ຂຶ້ນ
ຕ່າງ​ຫາກ​ລະ​ຫວ່າງອັງ​ກິດແລະ​ອີ​ຢູ ຈົນ​ກວ່າ​ ພວກ​ເຂົາ​ເຈົ້າ​ເຮັດຂໍ້​ຕົກ​ລົງການ​ຄ້າ
ສະ​ບັບ​ໃໝ່. ຝ່າຍ​ຄ້ານ​ໃນສະ​ພາ​ອັງ​ກິດ ແມ່ນ​ເປັນ​ຫ່ວງ​ເປັນ​ໃຍ ກ່ຽວ​ກັບ​ການ​ບັງ
​ຄັບ​ໃຫ້​ອັງ​ກິດ​ປະ​ຕິ​ບັດ​ຕາມ ​ກົດ​ລະ​ບຽບ​ການ​ຂອງ​ອີ​ຢູ ແທນ​ທີ່ຈະ​ແມ່ນ​ການ​ເຂົ້າ
​ຄວບ​ຄຸມ​ນະ​ໂຍ​ບາຍ​ທາງການຄ້າ​ທັງ​ໝົດ​ຂອງ​ຕົນ.

ທ່ານ​ນາງ​ເມ ໄດ້​ກ່າວ​ວ່າ ກົດ​ລະ​ບຽບ​ການ​ໃໝ່​ນີ້ ແມ່ນ​ໄດ້​ຕົກ​ລົງ​ໃນ​ວັນ​ຈັນ​ວານ​ນີ້
ທີ່​ຈະ​ຄ້ຳ​ປະ​ກັນ​ຂໍ້ຕົກ​ລົງຕ່າງ​ຫາກ​ກັບ​ອີ​ຢູນັ້ນ ​ບໍ່​ແມ່ນ​ພາກ​ສ່ວນ​ຖາ​ວອນໃນ
ການ​ຖອນ​ຕົວຂອງ​ອັງ​ກິດ ​ອອກ​ຈາກ​ອີ​ຢູ.

ພັກ​ແຮງ​ງານ​ຊຶ່ງ​ເປັນ​ພັກຝ່າຍ​ຄ້ານ ໄດ້​ປະ​ຕິ​ເສດຕໍ່ແຜນ​ການ​ດັ່ງ​ກ່າວ ໂດຍ​ກ່າວ​ວ່າ
​ມັນ​ຍັງ​ຈະ​ບໍ່​ທັນ​ໄດ້ໄປ​ໄກພຽງ​ພໍ ທີ່​ຈະ​ເປັນການ​ບັນ​ເທົາຄວາມ​ເປັນ​ຫ່ວງ​ເປັນ​ໃຍ​ນີ້.

ທ່ານ Juncker ໄດ້ເຕືອນ​ອັງ​ກິດວ່າ​ ​ທາງເລືອກກຳ​ລັງ​ຈະ​ໝົດ​ລົງ​ໃນ​ການ​ຖອນ​ຕົວ
​ອອກ​ຂອງອັງ​ກິດແລ້ວ ທີ່​ໄດ້ກຳ​ນົດ​ໃ​ສ່​ວັນ​ທີ 29 ມີ​ນາ​ຈະ​ມາ​ນີ້.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG