ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະກຳມາທິການ UNRWA ຂຽນຈົດໝາຍ ຫາ ປາແລັສໄຕນ໌


ຫົວໜ້າຂອງອົງການບັນເທົາທຸກ ແລະ ວຽກງານຂອງອົງການ
ສະຫະປະຊາຊາດ ສຳລັບອົບພະຍົບ ປາແລັສໄຕນ໌ ທ່ານ ປີແອ ກຣາເຮັນບູລ ໃຫ້ຄຳເຫັນໃນລະຫວ່າງການສຳພາດກັບອົງການ
ຂ່າວ AP ໃນນະຄອນ ເຈຣູຊາແລັມ. 23 ສິງຫາ, 2018.
ຫົວໜ້າຂອງອົງການບັນເທົາທຸກ ແລະ ວຽກງານຂອງອົງການ ສະຫະປະຊາຊາດ ສຳລັບອົບພະຍົບ ປາແລັສໄຕນ໌ ທ່ານ ປີແອ ກຣາເຮັນບູລ ໃຫ້ຄຳເຫັນໃນລະຫວ່າງການສຳພາດກັບອົງການ ຂ່າວ AP ໃນນະຄອນ ເຈຣູຊາແລັມ. 23 ສິງຫາ, 2018.

ຫົວໜ້າອົງການ ສະຫະປະຊາຊາດ ທີ່ຊ່ອຍເຫຼືອຊາວອົບພະຍົບ ປາແລັສໄຕນ໌ ໄດ້ຂຽນ
ຈົດໝາຍເປີດຊອງຫາພວກອົບພະຍົບ ແລະ ພະນັກງານຂອງອົງການດັ່ງກ່າວ ລຸນຫຼັງ
ຄຳປະກາດຂອງ ສະຫະລັດ ວ່າຕົນຈະຢຸດເຊົາໃຫ້ເງິນຊ່ອຍເຫຼືອແກ່ອົງການນັ້ນ.

ໃນຈົດໝາຍສະບັບດັ່ງກ່າວ ທີ່ຖືກເປີດເຜີຍໃນຕອນແລງວັນເສົາວານນີ້ ທ່ານ ປີແອ
ກຣາເຮັນບັລ ຫົວໜ້າໃຫຍ່ ຂອງອົງການບັນເທົາທຸກ ແລະ ວຽກງານຂອງ ສະຫະປະຊາ
ຊາດກ່າວວ່າ ການຕັດສິນໃຈຂອງ ສະຫະລັດ “ພຽງແຕ່ເປັນການຊຸກຍູ້ ການແກ້ໄຂບັນ
ຫາຂອງພວກເຮົາເທົ່ານັ້ນ.” ທ່ານກ່າວວ່າ ການຕັດສິນໃຈໃຫ້ທຶນມາຂອງປະເທດໃດນຶ່ງ
ຕາມປະຫວັດຄວາມເປັນມາແລ້ວ ເຖິງແມ່ນສ່ວນຫຼາຍຈະເປັນແບບໃຈກວ້າງ ແລະ ສະ
ໝໍ່າສະເໝີຢູ່ ແຕ່ກໍຈະບໍ່ປ່ຽນແປງ ຫຼືສ້າງຜົນກະທົບແນວໃດ ຕໍ່ວິທີການ ແລະ ຄວາມຮັບ
ຜິດຊອບຂອງພວກເຮົາຕໍ່ຊາວອົບພະຍົບ ປາແລັສໄຕນ໌ ເລີຍ.”

ລັດຖະບານ ທຣຳ ໄດ້ຕັດເງິນທຶນດັ່ງກ່າວແກ່ອົງການ UNRWA ໃນວັນສຸກຜ່ານມາ
ໂດຍເອີ້ນອົງການດັ່ງກ່າວວ່າ “ຄວາມຜິດພາດທີ່ເອົາຄືນໃຫ້ບໍ່ໄດ້.” ສ່ວນທ່ານນາງ ເຮເທີ
ນາວເອີດ ໂຄສົກກະຊວງການຕ່າງຕ່າງປະເທດ ກໍເວົ້າວ່າ “ອົງກອນນີ້ຂອງ ສະປະຊາ
ຊາດ “ໄດ້ຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະຢ່າງວ່ອງໄວ ປະຊາຄົມຜູ້ທີ່ໄດ້ຮັບໝາກຜົນ ທີ່ບໍ່
ມີຕຳແໜ່ງ ຊຶ່ງເປັນການບໍ່ເໝາະສົມ ທັງສ້າງວິກິດການຂຶ້ນມາເປັນເວລາຫຼາຍປີແລ້ວ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG