ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

UNODC: ຂົງເຂດເອເຊຍ ໄດ້ເຫັນ ການເພີ້ມທະວີຂຶ້ນ ໃນການຄ້າຢາບ້າ


ຢາບ້າ ທີ່ເຈົ້າໜ້າທີ່ພາສີສະຫະລັດ ຍຶດເອົາໄດ້ຢູ່ໃນ ຫີບສົ່ງໄມ້ທູ່ ມາສູ່ເມືອງ Sacramento ລັດ California.
ຢາບ້າ ທີ່ເຈົ້າໜ້າທີ່ພາສີສະຫະລັດ ຍຶດເອົາໄດ້ຢູ່ໃນ ຫີບສົ່ງໄມ້ທູ່ ມາສູ່ເມືອງ Sacramento ລັດ California.

MC: ລາຍງານ​ສະ​ຫ​ະ​ປະ​ຊາ​ຊາດສະ​ບັບ​ນຶ່ງ ກ່ຽວ​ກັບ​ການ​ຄ້າ​ຢາ​
ເສບ​ຕິດ ຢູ່ໃນ​ທົ່ວ​ໂລກ ກ່າ​ວ​ວ່າ ເອ​ເຊຍ ໄດ້ປະ​ເຊີນ​ໜ້າເພີ້ມຂຶ້ນ
ກັບການ​ໃຊ້ ແລະ​ການລັກ​ລອບ​ການ​ຄ້າ​ຢາ​ບ້າປະເພດກະຕຸ້ນ
ປະສາດ ຫລື ATS ຍ້ອນສາມາດຊອກຫາ ​ ​ໄດ້​ງ່າຍຂຶ້ນ ສານ​ເຄ
ມີຕົ້ນ​ທີ່​ສຳ​ຄັນ ຈາກປະເທດຕ່າງໆຢູ່ໃນ​ຂົງ​ເຂດ​. ດັ່ງ​ທີ່ນັກ​ຂ່າວ
ວີ​ໂອ​ເອ Ron Corben ລາຍ​ງຈາກບາງກອກ ກໍແມ່ນວ່າຂົງ​ເຂດ​
ເອ​ເຊຍຍັງປ​ະ​ເຊີ​ນໜ້າ​ກັບ​ກາ​ນ​ທ້າ​ທາຍ​ ຈາກການ​ຄ້າ​ຢາເສບ​ຕິດ
ທີ່​ຜິດ​ກົດ​ໝາຍ ທາງອິນ​ເຕີ​ແນັດນຳດ້ວຍ. ກິ່ງສະຫວັນ ມີລາຍລະ
ອຽດກ່ຽວກັບເລື່ອງນີ້ ມາສະເໜີທ່ານ.

ລາຍງ​ານ​ຂອງອົງການຄວບຄຸມຢາເສບຕິດແລະຕໍ່ຕ້ານອາດຊະຍາກຳຂອງ ສະຫະປະຊາ
ຊາດ ຫລື UNODC ກ່າວ​ວ່າ ຂົງເຂດເອ​ເຊຍພົບເຫັນວ່າ ມີການເພີ້ມຂຶ້ນຢ່າງວ່ອງໄວໃນ
ການຜະລິດຢາບ້າ ປະເພດກະຕຸ້ນປະສາດ ​ATS ໃນລະ ຍະ​ບໍ່​ເທົ່າ​ໃດ​ປີທີ່​ຜ່ານ​ມານີ້ຢູ່​ໃນ​
ຂົງ​ເຂດ ຊຶ່ງປະກອບເປັນຫຼາຍ​ເຖິງ 50 ເປີ​ເຊັນ ຂອງບັນ​ດາຜູ້ຊົມໃຊ້​ຢາເສບຕິດດັ່ງກ່າວຢູ່
ໃນ​ໂລກ.

ຜູ້​ປະ​ສານ​ງານໂຄ​ງ​ການຂອງ UNODC ໃນເຂດເອເຊຍ​ຕາ​ເວັນ​ອອກ ທ່ານ Tun Nay
Soe ກ່າວ​ວ່າ ການ​ໃຊ້​ຢາ​ບ້າ ເປັນ​ບັນຫາທ້າ​ທາຍ​ທີ່ສຳຄັນຕໍ່​ຂົງ​ເຂດ​.

ທ່ານ Tun Nay Soe ກ່າວ​ວ່າ “​ຢາ​ບ້າ ຫລື Methamphetamine ນີ້​ແມ່ນ​ບັນ​ຫາ​ໃຫຍ່​
ທີ່​ສຸດ. ນັບແຕ່​ປີ 2008 ເປັນຕົ້ນມາ ມັນ​ໄດ້​ສ​ະ​ແດງ​ໃຫ້​ເຫັນ​ເຖິງ​ການ​ເຕີບ​ໂຕຢ່າງວ່ອງ​ໄວ.
ໃນ​ປີ 2008 ມັນ​ມີ​ພຽງ​ແຕ່ 32 ​ຫລື 33 ລ້ານເມັດ ເທົ່າ​ນັ້ນ ແຕ່​ໃນ​ປີ 2012 ພວກ​ເຮົາ​ມີ​
ເກືອບ
230 ລ້ານ​ເມັດ. ​ແລະ​ເຖິງ​ຢ່າງນັ້ນ ກໍຕາມ ຂໍ້​ມູນ​ຍັງ​ບໍ່​ທັນ​ຄົບຖ້ວນ​ເທື່ອ ແຕ່​ດ້ວຍ​ຂໍ້​ມູນ​ທີ່
ພວກເຮົາມີຢູ່ໃນປັດຈຸ​ບັນ​ນີ້ ພວກ​ເຮົາ​ສາ​ມາດ​ປະ​ເມີນ​ໄດ້​ວ່າ ມັນ​ຈະ​ບໍ່​ຫລຸດລະດັບຂອງ​ປີ 2012.”

ທ່າອຽງ​ທີ່ຄ້າ​ຍ​ຄື​ກັນນີ້ ກໍເປັນ​ຫລັກ​ຖານຢືນຢັນກັບ​ພວກໃຊ້ຢາ​ບ້າ ຊະນິດໃສໆ ​ທີ່​ຮູ້​ກັນ​ໃນ
ອີກຊື່ນຶ່ງວ່າ “ice” ນັ້ນ ໄດ້ສູງ​ຂື້ນ​ຢ່າງວ່ອງ​ໄວ​ຈາກສິບ​ປີ​ກ່ອນ​ຢູ່​ໃນ​ ປະ​ເທດລາວ ກຳ​ປູເຈຍ ໄທ ແລະ​ຫວຽດ​ນາມ. ​ການຍຶດຢາບ້າປະເພດ “ice” ​ຢູ່​ໃນ​ຂົງ​ເຂດ​ໃນແຕ່ລະປີ ແມ່ນ 1 ລ້ານ
6 ແສນ​ໂຕນ.

ສານເຄ​ມີ​ທີ່ສຳຄັນສຳລັບໃຊ້​ຜະ​ລິດປະເພດກະຕຸ້ນປະສາດ ແມ່ນມາ​ຈາກ​ຫລາຍ​ປະ​ເທດຢູ່​ໃນ​ຂົງ​ເຂດ ທີ່​ນຳ​ໜ້າໂດຍ ເກົາ​ຫລີ ຍີ່​ປຸ່ນ ສິງ​ກະ​ໂປ ໄທ ຈີນ ແລະ​ອິນ​ເດຍ ບ່ອນ​ທີ່​ສານເຄ
ມີເຫຼົ່ານີ້ ໄດ້ຖືກຫັນປ່ຽນ​ຈາກການໃຊ້ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ ມາ​ເປັນ​ການ​ຄ້າ​ທີ່​ຜິດ​ກົດ​ໝາຍ.

​ອົງການ UNODC ກ່າວ​ວ່າ ປະ​ມານ 243 ລ້ານ​ຄົນ ​ທີ່ມີອາ​ຍຸ​ ລະ​ຫວ່າງ 15 ຫາ 64 ປີ ຄື
ປະ​ມານ ຫ້າ​ເປີ​ເຊັນ​ຂອງ​ພົນ​ລະ​ເມືອງ​ໂລກ ກ່າວກັນ​ວ່າ ໄດ້​ໃຊ້​ຢາ​ເສບ​ຕິດທີ່​ຜິດ​ກົດ​ໝາຍ ​ໃນ​ຮອບປີ​ທີ່​ຜ່ານ​ມາ. ໃນແຕ່​ລະ​ປີ​ມີປະ​ມານ 200,000 ຄົນເສຍ​ຊີ​ວິດ​ເນື່ອງ​ມາ​ຈາກການ
ໃຊ້ຢາ​ເສບ​ຕິດທີ່​ຜິດ​ກົດ​ໝາຍ ໂດຍທີ່ທາງຄອບ ຄົວ​ຖືກປະ​ປ່ອຍ​ໃຫ້ໄດ້​ຮັບ​ຄວາມຍາກ​
ລຳ​ບາກ.

​ການຜະ​ລິດຢາຝິ່ນ ຊຶ່ງ​ເປັນວັດ​ຖຸ​ດິບສຳລັບເຮ​ໂຮ​ອິນນັ້ນ ແມ່ນນຳໜ້າໂດຍ ອັ​ຟ​ກາ​ນິ​ສ​ຖານ
ທີ່​ໄດ້ມີການເພີ້ມເນື້ອທີ່ໃນການປູກຝັງ​ຂື້ນ​ເຖິງ 36 ເປີ​ເຊັນ ໃນ​ປີ 2013 ເປັນ 154,000 ເຮັກ
​ຕາ ໂດຍສາມາດຜະລິດຝິ່ນໄດ້ 5,500 ໂຕນ ຊຶ່ງ ປະກອບເປັນ 80 ເປີ​ເຊັນຂອງການຜະລິດ
ຝິ່ນ​ຢູ່​ໃນໂລກ.

ພວກຄ້າຢາເສບຕິດ ທີ່ຖືກຈັບໄດ້ ຢູ່ລາວ ພ້ອມກັບຂອງກາງ
ພວກຄ້າຢາເສບຕິດ ທີ່ຖືກຈັບໄດ້ ຢູ່ລາວ ພ້ອມກັບຂອງກາງ

ຢູ່ໃນມຽນ​ມາ ຊຶ່ງເປັນປະ​ເທດ​ທີ່ຜະລິດຝິ່ນ ຫຼາຍເປັນອັນດັບ​ສອງ​ຂອງ​ໂລກ​ນັ້ນ ເນື້ອ​ທີ່ການ​ປູກ​ຝັງແມ່ນຍັງຢູ່​ໃນລະດັບປະ​ມານ 57,800 ເຮັກ​ຕາຊຶ່ງ​ສ່ວນ​ໃຫຍ່​ແລ້ວຢູ່​ໃນ​ລັດ​ສານ ທາງ
ພາກເໜືອຂອງປະເທດ.

ທ່ານ Tun Nay Soe ຈາກ ຈາກອົງການ UNODC ກ່າວ​ວ່າ ຄວາມ​ທຸກ​ຍາກ​ເປັນ​ແຮງ​ກົດ
ດັນຢູ່​ເບື້ອງ​ຫລັງພ​າ​ໃຫ້ພວກຊາວ​ບ້ານ​ໃນລັດສານຫັນໄປ​ຜະ​ລິດ​ຢາ​ຝິ່ນ.

ທ່ານ Tun Nay Soe ກ່າວ​ວ່າ “​ໝູ່​ບ້ານ​ທີ່ປູກຢາ​ຝິ່ນ​ສ່ວນ​ຫລາຍ ແມ່ນຢູ່​ໃນເຂດສອກ​ຫລີກ
ເພາະ​ສະ​ນັ້ນ​ສິ່ງ​ທີ່​ເກີດ​ຂື້ນ​ກໍຄື ສຳລັບພວກເຂົາ​ເຈົ້າຈະ​ປູກ​ພືດ ຜັກແລະນຳໄປ​ຂາຍ​ນັ້ນ​ ແມ່ນ
ມີຄວາມຍາກລຳ ​ບ​າກ ເພາະ​ວ່າ ລະ​ບົບການ​ຂົນ​ສົ່ງບໍ່​ສະ​ດວກ. ແຕ່​ການ​ປູກ​ຢາ​ຝິ່ນນັ້ນ​ມີ​ຄວາມ​ແຕກ​ຕ່າງ​ກັນຫຼາຍ. ​ເຂົາ​ເຈົ້າບໍ່​ມີ​ຄວາມ​ຈຳ​ເປັນ​ຕ້ອງ​ໄດ້​ນຳອອກ​ໄປ​ຂ​າຍ ພວກ​ຄ້າ​ຢາ​ເສບ​ຕິດ​ພຽງ​ແຕ່​ມາ​ເຄາະ​ປະ​ຕູ​ຂອງ​ເຂົາ​ເຈົ້າ​ເທົ່າ​ນັ້ນ. ​ຕາບ​ໃດ​ທີ່​ເຮົາຍັງ​ບໍ່​ມີ​ຄວາມ​ສາ​ມາດ
ແກ້ໄຂບັນ​ຫາຄວາມ​ທຸກ​ຍາກ​ຢູ່​ໃນ​ລັດ​ສານໄດ້ຂ້າ​ພະ​ເຈົ້າ​ບໍ່ຄິດ​ເລີຍວ່າພວກ​ເຮົ​າ​ຈະສາມາດ
ຍຸດຕິການ ​ປູກ​ຝິ່ນຢູ່​ໃນມຽນ​ມ​າໄດ້.”

​ອົງການ UNODC ກ່າ​ວ​ວ່າ ເຮ​ໂຣ​ອິນ ຍັງສືບຕໍ່ເປັນບັນຫາທີ່ສ້າງຄວາມວິຕົກ ກັງວົນທີ່
ສຳຄັນອັນນຶ່ງ ຢູ່​ໃນຫລາຍໆປະ​ເທດໃນເຂດເອ​ເຊຍ ຮວມ​ທັງ ຈີນ ມ​າ​ເລ​ເຊຍ ມຽນ​ມາ
ແລະ​ຫວຽດ​ນາມ.

​ທ່ານ Tun Nay Soe ກ່າວ​ວ່າ ການ​ຂົ່ມ​ຂູ່​ອີ​ກ​ຢ່າງ​ອື່ນ​ນັ້ນ​ກໍຄື ຜ່ານ​ກາ​ນ​ຜະ​ລິດ ແລະການ
ລັກລອບ​ຄ້າ​ຢາ​ເສບ​ຕິດ ທີ່ເຮັດຈາກສານເຄມີຊະ​ນິດ​ໃໝ່ ເພື່ອກະຕຸ້ນລະບົບສູນກາງເສັ້ນ
ປະສາດຫຼື psycho-active ແລະ​ການ​ຄ້າທາງ​ອິນ​ເຕີ​ແນັດ. ຢາ​ເສບ​ຕິດເຫລົ່າ​ນີ້ ມັກ​ຈະ​ຢູ່
ນອກ​ກົດ​ໝາຍ​ທີ່​ມີ​ຢູ່​ແລ້ວ ແລະ​ຮູ້ກັນພຽງ​ເລັກ​ນ້ອຍເຖິງ​ຜົນ​ກະ​ທົບ​ຕໍ່​ປະ​ຊາ​ຄົມ.

​ທາດແທ້ຂອງການ​ຄ້າ​ຢ​າ​ເສບ​ຕິດທີ່​ຜິດ​ກົດ​ໝາຍຜ່ານ​ທາງ​ອິນ​ເຕີ​ແນັດ ເຮັດໃຫ້ ເປັນການ
​ຍາກທີ່​ບັນ​ດາ​ເຈົ້າ​ໜ້າ​ທີ່ ຈະລະບຸພວກ​ທີ່​ເປັນ​ເຈົ້າ​ຂອງເວັບໄຊທ໌ ແລະ​ບັນ​ດາ​ຜູ້​ຊົມໃຊ້ ແລະ​
ເປັນ​ທີ່​ຮູ້​ກັນ​ໃນນາມ “ຕາໜ່າງ​ມືດ” ​ໂດຍທີ່​ບັນ​ດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ອາດ​ມີ​ມູນ​ຄ່າ​ເຖິງ​
ຫລາຍ​ພັນ​ລ້າ​ນ​ໂດ​ລາ.

ບັນ​ດາ​ເຈົ້າ​ໜ້າ​ທີ່ສະ​ຫະ​ປະ​ຊາ​ຊ​າດ ກ່າວ​ວ່າ ການລັກລອບ​ຄ້າ​ຢາ​ເສບ​ຕິດ​ທີ່​ຜິ​ດ​ກົດ​ໝາຍ
ນັ້ນ ຍັງສືບ​ຕໍ່​ຂະ​ຫ​ຍາຍຕົວ ຊຶ່ງ​ມັກ​ຈະເກີດຈາກບັນຫາ ຄວາມບໍ່ສອດຄ່ອງກັນແລະ​ການ​ສໍ້​
ລາດ​ບັງ​ຫລວງ​ຂອງ​ຜູ້ປະຕິບັດ​ກົດ​ໝາຍ ແລະ​ ບັນ​ຫາ​ດ້ານ​ຍຸ​ຕິ​ທຳ ແລະ​ສຸ​ຂະ​ພາບ.

The United Nations Office on Drugs and Crime (UNODC) released the 2014 World Drug Report on global drug trafficking Thursday to mark International Day against Drug Abuse and Illicit Trafficking.

Asia has faced increases in use and trafficking of amphetamine-type stimulants (ATS), the report says, aided by easy access to key precursor chemicals from regional economies. UNODC researchers also say the region is facing challenges from Internet trading in illegal drugs.

According to researchers, Asia has also witnessed a rapid rise in amphetamine-type stimulant production in recent years, and the region now accounts for up to 50 percent of the drug's global users.

Tun Nay Soe, UNODC program coordinator for East Asia, says methamphetamine use poses a major challenge to the region.

"Methamphetamine — this is the biggest issue," he said. "From 2008 it was showing the dramatic increase. In 2008 it was just only 32 or 33 million [pills], but in 2012 we have like over nearly 230 million. And even though the data is not completed yet ... we can project it is not going to be less than 2012."

A similar trend is evident with users of crystalline amphetamine, also known as "ice," which is up sharply from a decade ago in Laos, Cambodia, Thailand and Vietnam. Annual crystalline methamphetamine seizures in the region are at 11.6 metric tons.

Chemicals that are key to producing ATS-type drugs come from several regional countries, led by Korea, Japan, Singapore, Thailand, China and India, where chemicals are diverted from legal to illegal trade.

The UNODC says around 243 million people aged between 15 and 64 — about five percent of the world's population — are said to have used illicit drugs in the past year. Each year about 200,000 people die of illicit drug use, with families left to bear the hardship.

Production of opium, the raw material for heroin, is led by Afghanistan, which in 2013 was saw a 36 percent increase in cultivation area to 154,000 hectares. The country currently produces an estimated 5,500 tons of opium, accounting for 80 percent of global production.

In Myanmar, also known as Burma, the world's second largest opium producer, the area under cultivation stands at around 57,800 hectares — largely concentrated in northern Shan state.

The UNODC's Tun Nay Soe says poverty is the driving force behind the Shan villagers' production.

"Most of these opium growing villages are in remote areas," he said. "For them to grow cash crops and sell [them] is really difficult because transportation infrastructure is not really good. But growing opium is totally different. They do not need to go out and sell this. The traffickers just knock on their door. As long as we are not able to address the poverty issues in Shan state I don't really think we will be able to end this opium cultivation in Myanmar."

The UNODC says heroin remains a major concern across several Asian countries including China, Malaysia, Myanmar and Vietnam.

The other threat, says Tun Nay Soe, is through production and trafficking of new psycho-active substances and Web-based trading. The drugs are often categorized outside existing laws and little is known about the extent of their impact on the community.

The virtual trading in illicit drugs on the Internet
makes it difficult for authorities to identify website owners and users who are a part of the so-called "dark net," which authorities say may be worth billions of dollars.

U.N. officials say illegal trafficking in drugs is continuing to expand, often undermined by issues of inconsistent and corrupt law enforcement, and issues of justice and health.

XS
SM
MD
LG