ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍານອະວະກາດພະລັງງານແສງຕາເວັນ ທີ່ບໍ່ມີຄົນຂັບ ຂອງສະຫະລັດ ໄດ້ລົງຈອດແລ້ວ ລຸນຫຼັງໃຊ້ເວລາບິນ 908 ມື້


ເຮືອບິນໂຄຈອນທົດລອງຂອງໂບອິ້ງ X-37B (OTV) ໄດ້ປາກົດໃຫ້ເຫັນຢູ່ສູນກາງອະວະກາດເຄເນດີ ຂອງອົງການນາຊາ ໃນລັດຟລໍຣິດາ, ວັນເສົາ ທີ 12 ພະຈິກ 2022.
ເຮືອບິນໂຄຈອນທົດລອງຂອງໂບອິ້ງ X-37B (OTV) ໄດ້ປາກົດໃຫ້ເຫັນຢູ່ສູນກາງອະວະກາດເຄເນດີ ຂອງອົງການນາຊາ ໃນລັດຟລໍຣິດາ, ວັນເສົາ ທີ 12 ພະຈິກ 2022.

ຍານອະວະກາດທີ່ບໍ່ມີຄົນຂັບຂອງກອງທັບສະຫະລັດ ໄດ້ລົງຈອດໃນຕອນເຊົ້າວັນເສົາແລ້ວນີ້ ລຸນຫຼັງທີ່ໃຊ້ເວລາ​ບິນເປັນປະຫວັດການ 908 ມື້ ບິນຢູ່ໃນ​ວົງ​ໂຄຈອນເພື່ອດໍາເນີນງານກ່ຽວກັບການທົດລອງທາງດ້ານວິທະຍາສາດ ແລະການປະຕິບັດພາລະກິດຄັ້ງທີ 6 ຂອງຍານດັ່ງກ່າວ, ອີງຕາມລາຍງານຂອງອົງການຂ່າວ AP.

ຍານທີ່ໃຊ້ພະລັງງານແສງຕາເວັນ ເຊິ່ງມີລັກສະນະເປັນຍານອະວະກາດ​ໄປ​ກັບ ຂະໜາດນ້ອຍ ໄດ້ລົງຈອດຢູ່ສູນກາງອະວະກາດເຄ​ນເນດີ ຂອງອົງການນາຊາ,​ເຊິ່ງພາລະ​ກິດກ່ອນໜ້ານີ້ ແມ່ນໃຊ້ເວລາ 780 ມື້.

ທ່ານຈິມ ຊີລຕັນ (Jim Chilton) ຮອງປະທານອະວຸໂສຂອງບໍລິສັດໂບອິ້ງ ແລະເປັນຜູ້ພັດທະນາຍານອະວະກາດນີ້ກ່າວວ່າ “ນັບຕັ້ງແຕ່​ໄດ້​ມີ​ການ​ສົ່ງຍານ X-37B ເທື່ອທໍາອິດ ໃນປີ 2010, ມັນໄດ້ທໍາລາຍສະຖິຕິ ແລະໄດ້ສ້າງຄວາມເປັນໄປໄດ້ທີ່ດີເລີດແກ່ປະເທດຊາດຂອງພວກເຮົາ ໃນການທົດລອງແລະລວບ ລວມເທັກໂນໂລຈີອັນໃໝ່ຂຶ້ນມາໃນທັນທີທັນໃດ.”

ນີ້ແມ່ນເທື່ອທໍາອິດ ທີ່ຍານອະວະກາດ ໄດ້ບັນ​ທຸກ​ອຸບ​ປະ​ກອນການທົດລອງ​ສຳລັບ​ການຄົ້ນຄວ້າ ໃນຫ້ອງປະຕິບັດການທາງກອງທັບເຮືອ, ສະຖາບັນການສຶກສາທາງກອງທັບອາກາດສະຫະລັດ ແລະພາກສ່ວນ ອື່ນໆ. ຫຼັກສູດການສຶກສາດັ່ງກ່າວ ແມ່ນແຍກອອກມາຈາກຍານພາຫະນະ ເພື່ອໃຫ້ໝັ້ນໃຈວ່າ ມັນມີຄວາມປອດໄພ ກ່ອນລົງຈອດ.

ໃນພາກການທົດລອງນັ້ນ ປະກອບມີລະບົບດາວທຽມທີ່ມີຊື່ວ່າ ຟອລຄອລແຊັດ-8 (FalconSat-8), ເຊິ່ງຖືກອອກແບບ ແລະສ້າງຂຶ້ນມາໂດຍສະຖາບັນການສຶກສາຂອງນັກຮຽນທະຫານ ທີ່ເປັນຮຸ້ນສ່ວນດຽວກັນ ກັບຫ້ອງປະຕິບັດການຄົ້ນຄວ້າຂອງກອງທັບອາກາດ. ມັນໄດ້ຖືກສົ່ງອອກໄປໃນເດືອນຕຸລາ ປີ 2021, ແລະຍັງຄົງບິນຢູ່ໃນວົງໂຄຈອນ.

ການທົດລອງອື່ນໆ ແມ່ນການປະເມີນຈາກຜົນກະທົບຂອງເຄື່ອງວັດແສງຢູ່ໃນອະວະກາດໄລຍະຍາວ.

ປັດຈຸບັນ, ຍານອະວະກາດ X-37B ແມ່ນໄດ້ບິນຫຼາຍກວ່າ 1 ພັນ 300 ລ້ານໄມລ໌ ແລະໃຊ້ເວລາລວມທັງໝົດຢູ່ໃນອະວະກາດ 3,774 ມື້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG