ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ມີທັດສະນະ ໃນແງ່ດີ ຫຼັງຈາກໄດ້ ເຈລະຈາ ການຄ້າ ກັບ ຈີນ 3 ວັນ ທີ່ປັກກິ່ງ


ຊາຍຈີນຄົນນຶ່ງ ກຳລັງກວດເບິ່ງ ໂທລະສັບມືຖືຂອງລາວ ຢູ່ໃກ້ໆ ທາງເຂົ້າ ກະຊວງການຄ້າ ໃນນະຄອນຫຼວງ ປັກກິ່ງ, ວັນທີ 9 ມັງກອນ 2019.
ຊາຍຈີນຄົນນຶ່ງ ກຳລັງກວດເບິ່ງ ໂທລະສັບມືຖືຂອງລາວ ຢູ່ໃກ້ໆ ທາງເຂົ້າ ກະຊວງການຄ້າ ໃນນະຄອນຫຼວງ ປັກກິ່ງ, ວັນທີ 9 ມັງກອນ 2019.

ການເຈລະຈາດ້ານການຄ້າ ເປັນເວລາ 3 ວັນ ຢູ່ທີ່ປັກກິ່ງ ລະຫວ່າງ ສະຫະ ລັດ ແລະ
ຈີນ ໄດ້ສິ້ນສຸດລົງໃນວັນພຸດວານນີ້ ໂດຍທຳນຽບຂາວ ໄດ້ສະແດງ ຄວາມຮູ້ສຶກໃນແງ່ດີ.

“ພວກເຮົາຄາດວ່າ ບາງສິ່ງບາງຢ່າງ ຈະອອກມາຈາກອັນນີ້” ໂຄສົກທຳນຽບຂາວ
ທ່ານນາງ ຊາຣາ ແຊນເດີສ໌ ໄດ້ກ່າວຕໍ່ ໂທລະພາບ Fox Business Network ແລະ
ກ່າວຕໍ່ໄປວ່າ “ພວກເຮົາກຳລັງກ້າວໄປສູ່ ຄວາມກ້ຳເກິ່ງຫຼາຍຂຶ້ນ ແລະຂໍ້​ຕົກ​ລົງ
ດ້ານການຄ້າ ທີ່​ສະ​ໜອງຕອບ ຊຶ່ງກັນແລະກັນ ກັບຈີນ.”

ແຕ່ ທ່ານນາງ ແຊນເດີສ໌ ໄດ້ກ່າວວ່າ ບໍ່ມີຜູ້ໃດຮູ້ເທື່ອວ່າ ສິ່ງທີ່ຕົກລົງກັນນັ້ນ ຈະເບິ່ງຄື
ແນວໃດ ຫຼື ໃນເວລາໃດ ທີ່ມັນຈະພ້ອມປະຕິບັດ.

ລັດຖະມົນຕີຊ່ວຍວ່າການ ກະຊວງການເງິນ ຮັບຜິດຊອບດ້ານຕ່າງປະເທດ ທ່ານ ເດວິດ ມາລແປັສ ແລະສະມາຊິກຄົນອື່ນໆ ຂອງຄະນະຜູ້ແທນ ການຄ້າ ສະຫະລັດ ທີ່ເດີນທາງໄປປະເທດຈີນ, ກັບຄືນມາຈາກການເຈລະຈາ ແລ້ວກຳລັງໄປຍັງໂຮງແຮມ ໃນປັກກິ່ງ, ວັນທີ 7 ມັງກອນ 2019.
ລັດຖະມົນຕີຊ່ວຍວ່າການ ກະຊວງການເງິນ ຮັບຜິດຊອບດ້ານຕ່າງປະເທດ ທ່ານ ເດວິດ ມາລແປັສ ແລະສະມາຊິກຄົນອື່ນໆ ຂອງຄະນະຜູ້ແທນ ການຄ້າ ສະຫະລັດ ທີ່ເດີນທາງໄປປະເທດຈີນ, ກັບຄືນມາຈາກການເຈລະຈາ ແລ້ວກຳລັງໄປຍັງໂຮງແຮມ ໃນປັກກິ່ງ, ວັນທີ 7 ມັງກອນ 2019.

ຫ້ອງການຜູ້ຕາງໜ້າດ້ານການຄ້າຂອງສະຫະລັດ ບໍ່ໄດ້ໃຫ້ລາຍລະອຽດໃດໆ ກ່ຽວກັບ
ການເຈລະຈາຢູ່ປັກກິ່ງ ນອກເໜືອຈາກການກ່າວວ່າ ພວກເຂົາເຈົ້າ ແມ່ນ “ໄດ້ເພັ່ງເລັງ
ໃສ່ ເລື່ອງຄຳສັນ​ຍາຂອງຈີນ ທີ່ຈະຊື້ ສິນຄ້າກະສິກຳ ພະລັງງານ ຜະລິດຕະພັນ ແລະ
ການບໍລິການ​ ອື່ນໆ ໃນຈຳນວນຫຼາຍສົມຄວນ ຈາກສະຫະລັດ.”

ແຕ່ຫ້ອງການດັ່ງກ່າວ ຍັງໄດ້ກ່າວອີກວ່າ ການຕົກລົງໃດໆ ກັບຈີນ ຕ້ອງໄດ້ຕິດຕາມເບິ່ງ
ດ້ວຍການກວດສອບຢັ້ງຢືນ ແລະ ການບັງຄັບໃຊ້ກົດລະບຽບ.

ບໍ່ມີຄຳເຫັນໃດໆເລີຍ ຈາກປັກກິ່ງ ກ່ຽວກັບການເຈລະຈາດັ່ງກ່າວ ຊຶ່ງຄວນໃຊ້ ເວລາ
ສອງວັນເທົ່ານັ້ນ ຫາກແຕ່ ໄດ້ກາຍໄປເປັນວັນທີສາມ ຫຼັງຈາກປາກົດວ່າ ໄດ້ມີຄວາມ
ກ້າວໜ້າເກີດຂຶ້ນ.

ນີ້ ເປັນການເຈລະຈາໂດຍກົງ ຄັ້ງທຳອິດ ລະຫວ່າງ ບັນດາເຈົ້າໜ້າທີ່ ຂອງສະຫະລັດ
ກັບ ຈີນ ນັບຕັ້ງແຕ່ ປະທານາທິບໍດີ ດໍໂນລ ທຣຳ ແລະ ທ່ານ ສີ ຈິ່ນຜິງ ໄດ້ພົບປະກັນ
ໃນເດືອນທັນວາ ປີກາຍນີ້ ຢູ່ໃນ ອາເຈັນຕິນາ ແລະໄດ້ຕັກລົງ ທີ່ຈະຍຸຕິ ສົງຄາມການຄ້າ
ລະຫວ່າງກັນ ເປັນເວລາ 90 ວັນ.

ທັງສອງຝ່າຍ ໄດ້ວາງການເກັບພາສີຢ່າງໜັກ ຕໍ່ສິນຄ້າສົ່ງອອກ ຂອງກັນແລະກັນ ເມື່ອ
ປີກາຍນີ້ ຫຼັງຈາກທີ່ ທ່ານ ທຣຳ ໄດ້ຈົ່ມກ່ຽວກັບ ການລັກຂະໂມຍ ເທັກໂນໂລຈີ ຂອງ
ສະຫະລັດ ໂດຍຈີນ ແລະ ການກົດດັນ ພວກບໍລິສັດ ຂອງສະຫະລັດ ທີ່ເຮັດທຸລະກິດ
ຢູ່ທີ່ນັ້ນ ໃຫ້ມອບຂໍ້ມູນເຊັ່ນນັ້ນ ໃຫ້ແກ່ຕົນ.

ສະຫະລັດ ຍັງໄດ້ຮ້ອງທຸກມາເປັນເວລາດົນນານແລ້ວ ກ່ຽວກັບວ່າ ລັດຖະບານ ຈີນ ໃຫ້
ການອຸດໜຸນ ບໍລິສັດຂອງຕົນ ທີ່ເຮັດໃຫ້ສິນຄ້າຕ່າງໆຂອງຈີນ ມີລາຄາຖືກ ກວ່າສິນຄ້າ
ຂອງສະຫະລັດ ຢູ່ໃນຕະຫຼາດໂລກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG