ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ຈະຝຶກອົບຮົມ ເຈົ້າໜ້າທີ່ ກຳປູເຈຍ ປາບປາມ ອາຊະຍາກຳ ທາງອິນເຕີແນັດ


ບຸກຄົນນຶ່ງກຳລັງໃຊ້ສະມາດໂຟນ ເບິ່ງເຟສບຸກຂອງລາວ.
ບຸກຄົນນຶ່ງກຳລັງໃຊ້ສະມາດໂຟນ ເບິ່ງເຟສບຸກຂອງລາວ.

ສະຫະລັດ​ເຊື້ອ​ເຊີນ​ເຈົ້າໜ້າ​ທີ່​ອະ​ວຸ​ໂສ​ຂອງ​ກຳປູເຈຍ ​ໃຫ້ມາ​ຮຽນ​ຮູ້​ກ່ຽວ​ກັບ​ການ​ກໍ່​ອາ ​ຊະຍາກຳ​ທາງ​ອິນ​ເຕີ​ແນັດ​ຈາກ​ພວກ​ນັກ​ຊ່ຽວຊານ​ສະຫະລັດ.

ມີ​ຫລາຍໆ​ປະ​ເທດ ​ແລະ​ບັນດາ​ອົງການ​ຈັດຕັ້ງທີ່​ບໍ່​ຂຶ້ນກັບ​ລັດຖະບານ​ຈຳນວນ​ນຶ່ງ​ໄດ້​ ສະແດງ​ຄວາມ​ວິຕົກ​ກັງວົນ​ໃນ​ໄລຍະ​ສອງ​ສາມ​ປີຜ່ານມາກ່ຽວ​ກັບການ​ຮ່າງ​ກົດໝາຍ ​ການກໍ່​ອາ​ຊະ​ຍາ​ກຳ​ທາງ​ອິນ​ເຕີ​ແນັດ​ຂອງ​ກຳປູ​ເຈຍຊຶ່ງ​ພວກ​ຕຳ​ໜິຕິຕຽນ​ກ່າວ​ວ່າ ອາດ​ ຈະນຳ​ໃຊ້​ເພື່ອ​ຈຳກັດ​ຮັດ​ແຄບ​ສິດ​ເສລີພາບ​ໃນ​ການສະ​ແດງ​ອອກຊຶ່ງ​ຄວາ​ມຄິດ​ຄວາມ​ເຫັນ ​ແລະ​ປິດ​ປາກ​ປິດ​ສຽງ​ພວກ​ຄັດຄ້ານ​ທາງ​ການ​ເມືອງ​ ໃນຂະນະ​ທີ່​ຊາວ​ກຳປູ​ເຈຍ ຫັນໄປ​ໃຊ້​ເວັບ​ໄຊ​ສື່​ສັງຄົມ​ຕ່າງໆ​ເຊັ່ນ Facebook ​ເພື່ອແບ່ງປັນ​ຄວາມ​ຄິດ​ຄວາມ​ເຫັນ​ທາງ​ດ້ານ​ການ​ເມືອງ​ຂອງ​ພວກ​ເຂົາ​ເຈົ້ານັ້ນ.

ພວກວນັກສຶກສາ ຈາກມະຫາວິທະຍາໄລ ແຫ່ງຣາຊະອານາຈັກ ທີ່ພະນົມເປັນ ພວມໃຊ້ອິນເຕີແນັດ ທີ່ຮ້ານກາເຟແຫ່ງນຶ່ງ
ພວກວນັກສຶກສາ ຈາກມະຫາວິທະຍາໄລ ແຫ່ງຣາຊະອານາຈັກ ທີ່ພະນົມເປັນ ພວມໃຊ້ອິນເຕີແນັດ ທີ່ຮ້ານກາເຟແຫ່ງນຶ່ງ

ທ່ານ Kan Channmeta ​ເລຂາ​ປະຈຳ​ກະຊວງ​ໄປສະນີ​ແລະສື່ສານ​ຄົມມະນາຄົມ​ກ່າວ​ ວ່າ ທ່ານ​ກະວ່າ​ມີ​ຊາວ​ກຳປູ​ເຈຍ 7 ລ້ານ​ຄົນເກືອບ​ເຄິ່ງນຶ່ງ​ຂອງ​ພົນລະ​ເມືອງໃນເວລາ​ນີ້ ພາກັນ​ໃຊ້​ອິນ​ເຕີ​ແນັດ.

​ເອກ​ອັກຄະ​ລັດຖະທູດ​ສະຫະລັດ ທ່ານ William Heidt ກ່າວໃນຕົ້ນ​ເດືອນ​ມິຖຸນາ​ນີ້ວ່າ ສະຫະລັດ​ຕ້ອງການ​ຢາກ​ເຮັດ​ວຽກ​ຮ່ວມ​ກັບ​ລັດຖະບານ​ກຳປູ​ເຈຍ​ເພື່ອຄ້ຳປະກັນ​ວ່າ​ຊາວ​ກຳປູ​ເຈຍມີ​ສິດ​ເສລີພາບ​ໃນ​ການສະ​ແດງ​ຄວາມ​ຄິດ​ຄວາມ​ເຫັນອອນ​ລາຍ​ໄດ້.

ການ​ກໍ່​ອາ​ຊະ​ຍາ​ກຳ​ທາງ​ອິນ​ເຕີ​ແນັດ​ແມ່ນ​ບັນຫາ​ທີ່​ແທ້​ຈິງ​ຢູ່​ໃນ​ສະຫະລັດ​ແລະ​ກຳປູ​ເຈຍ​ ກໍຄື​ກັນ​ດັ່ງນັ້ນພວກ​ເຮົາ​ຈຶ່ງ​ເຮັດ​ວຽກ​ຮ່ວມ​ກັບ​ກຳປູເຈຍນັ້ນຄື​ຄຳ​ເວົ້າຂອງ​ເອກ​ອັກຄະ​ລັດ ຖະ ທູດ Heidt ​ເວລາ​ທ່ານ​ສະ​ເໜີ​ໃຫ້ການ​ຝຶກ​ອົບຮົມ. ທ່ານ​ເວົ້າວ່າ ຈະ​ມີ​ການ​ສົ່ງ​ພວກ​ເຈົ້າໜ້າ​ທີ່​ ມາ​ຍັງ​ສະຫະລັດ ​ເພື່ອ​ສຶກສາ​ເບິ່ງ​ວ່າ ລະບົບ​ກົດໝາຍ​ທາງ​ອິນ​ເຕີ​ແນັດ​ຂອງ​ພວກ​ເຮົາ​ເຮັດ​ວຽກ​ແບບ​ໃດ ສະຫະລັດ​ຄວບ​ຄຸມ ແລະ​ລົງ​ໂທດ​ພວກ​ກະທຳ​ຜິດ​ ກ່ຽວ​ກັບ​ເລື້ອງການ​ກໍ່​ອາ​ຊະ​ຍາ​ກຳ​ທາງ​ອິນ​ເຕີ​ແນັດແບບ​ໃດ.

ທ່ານ​ກ່າວ​ຕື່ມ​ວ່າ ພວກ​ເຮົາ​ຢາກ​ຈະ​ໃຫ້​ເປັນ​ທີ່​ແນ່ນອນ​ວ່າ ອິນ​ເຕີ​ແນັດ​ຂອງ​ພວກທ່ານ​ ຍັງເປັນ​ບ່ອນ​ທີ່​ມີ​ການສະ​ແດງ​ຄວາມ​ຄິດ​ຄວາມ​ເຫັນ​ໄດ້​ເຊັ່ນ​ດຽວ​ກັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG