ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ກັນຍາ ໒໐໒໓

ສະຫະລັດ ລືບຊື່ຄິວບາ ອອກຈາກບັນຊີ ລັດທີ່ໃຫ້ການອຸບປະຖຳ ກຸ່ມກໍ່ການຮ້າຍ


ປະທານາທິບໍດີສະຫະລັດ ທ່ານ Barack Obama (ຂວາ) ແລະ ປະທານາທິບໍດີຄິວບາ ທ່ານ Raul Castro (ຊ້າຍ) ສຳພັດມືກັນ.

ໃນ​ວັນ​ສຸກ​ວານ​ນີ້ ສະຫະລັດ ​ໄດ້​ລຶບຊື່​ ຄິວ​ບາ​ອອກ​ຈາກ​ບັນຊີ
ດຳ ທີ່​ລະບຸ​ວ່າ ປະ​ເທດ​ຄອມ​ມິ​ວນິສດັ່ງກ່າວໃຫ້ການອຸບປະຖຳ
ຕໍ່ການ​ກໍ່​ການ​ຮ້າຍ ອັນ​ເປັນອີກບາດ​ກ້າວນຶ່ງ ​ໄປ​ສູ່​ການ​ຟື້ນຟູ
ຄວາມສຳພັນ​ດ້ານ​ການ​ທູດ ລະ​ຫວ່າງ​ສອງ​ປະ​ເທດ ຫລັງຈາກ
ໄດ້ມີການປະເຊີນໜ້າກັນມາໄດ້ຫ້າ​ສິບ​ປີ​.

ບໍ່ດົນຫລັງຈາກໄດ້ພົບປະ​ກັບປະທາ​ນາ​ມິ​ບໍດີຄິວ​ບາທ່ານ Raul
Castro ເມື່ອ ເດືອນ​ເມສາປີນີ້ ປະທານາທິບໍດີສະຫະລັດ ທ່ານ
Barack Obama ​ໄດ້​ປະ ກາດ​ເຖິງຄວາມ​ຕັ້ງ​ໃຈ​ຂອງ​ທ່ານ​ ທີ່
​ຈະລຶບຊື່ຄິວ​ບາ ອອກ​ຈາກ​ບັນຊີ​ດຳ ​ໃນ​ຂະ ນະ​ທີ່​ທັງ​ສອງປະ​
ເທດ ກ້າວ​ໄປ​ສູ່​ການ​ເປີດສະຖານທູດ​ຄືນ​ໃໝ່ທີ່ ນະຄອນຫລວງ
ວໍ​ຊິງ​ຕັນ ​ແລະ​ຮາ​ວາ​ນາ. ລັດຖະສະພາສະຫະລັດ ມີ​ເວລາຢູ່45 ມື້​ ເພື່ອ​ປະ​ຕິ​ເສດຕໍ່ການ
ເຄື່ອນໄຫວດັ່ງກ່າວ ​ແຕ່​ບໍ່​ໄດ້​ກະທຳ.

Havana Welcomes US Decision to Remove Cuba From Terror List
please wait

No media source currently available

0:00 0:01:53 0:00

ແຕ່ແນວໃດກໍຕາມ ທຳນຽບຂາວກ່າວ​ວ່າ ຍັງບໍ່​ມີກຳນົດເວລາທີ່ໄດ້ຕັ້ງໄວ້ ເພື່ອ ເປີດສະ
ຖານທູດ ຢູ່​ໃນທັງ​ສອງ​ປ​ະ​ເທດເທື່ອ. ​ໂຄສົກທຳນຽບຂາວ ທ່ານ Josh Earnest ກ່າວ​
ວ່າ “ຍັງມີ​ບັນຫາ​ຈຳນວນນຶ່ງ ທີ່​ຈະຕ້ອງໄດ້ຮັບການ​ແກ້​ໄຂ.”

ຄິວ​ບາ ຍັງຄັດ​ຄ້ານ​ຕໍ່ຄຳຮຽກຮ້ອງຂອງ ສະຫະລັດ ກ່ຽວກັບ​ໂຄງການປະຊາທິປະ​ໄຕ ​
ແລະ ການອະນຸຍາດໃຫ້ບັນດາ​ນັກ​ການ​ທູດສະຫະລັດ ​ສາມາດ​ເດີນທາງ​ໄປ​ທົ່ວ​ປະ​ເທດ
​ແລະ ພົບ​ປະ​ຢ່າງ​ເສລີກັບພວກຄັດຄ້ານລັດຖະບານໄດ້.

​ໃນ​ຂະນະທີ່ການ​ທົບ​ທວນຂອງ ລັດຖະສະພາ ​ສີ້​ນສຸດ​ລົງ​ໃນ​ວັນ​ສຸກ​ວານ​ນີ້ ລັດຖະມົນຕີ
ຕ່າງປະ​ເທດ ທ່ານ John Kerry ​ໄດ້​ລຶບຊື່ຄິວ​ບາອອກ​ຈາກ​ບັນຊີປະເທດ​ໃຫ້ການສະ
ໜັບສະໜຸນການ​ກໍ່​ການ​ຮ້າຍ​ຢ່າງ​ເປັນ​ທາງ​ກາ​ນ. ສະຫະລັດ ກ່າວ​ວ່າ ຕົນຍັງ​ມີ “ຄວາມ​
ເປັນ​ຫ່ວງ​ທີ່ສຳຄັນ ​ແລະ​ຍັງບໍ່​ເຫັນ​ພ້ອມຢ່າງ​ກວ້າງ​ຂວາງ ກ່ຽວ​ກັບນະ​ໂຍບາຍ​ຄິວ​ບາ​
ແລະ​ພາກ​ປະ​ຕິ​ບັດຂອງຄິວບາ.” ​ເຖິງ​ຢ່າງ​ໃດ​ກໍ​ດີ ກະຊວງ​ການຕ່າງປະ​ເທດ ສະຫະລັດ
ກ່າວ​ວ່າ ​ປະ​ເທດເກາະດອນເພື່ອນ​ບ້ານ ສະຫະລັດ ດັ່ງກ່າວ ບໍ່​ໄດ້​ໃຫ້ການ​ສະໜັບສະ
ໜູນ ກຸ່ມ​ກໍ່​ການ​ຮ້າຍ​ນາໆ​ຊາດ​ ໃນ​ໄລຍະຫົກ​ເດືອນທີ່​ຜ່ານ​ມາ ​ແລະ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ
ຍາ​ແກ່ສະຫະລັດວ່າ ຕົນຈະ​ບໍ່​ກະທຳ​ໃນ​ອະນາຄົດ​ຂ້າງ​ໜ້າອັນ​ເປັນ​ເງື່ອນໄຂສຳຄັນໃນ
ການລຶບຊື່ຄິວ​ບາ ອອກ​ບັນຊີດັ່ງກ່າວ.

US Cuba
please wait
Embed

No media source currently available

0:00 0:00:55 0:00

XS
SM
MD
LG