ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ພວມພິຈາລະນາ ທີ່ຈະຕອບໂຕ້ ແບບ 'ປະສານງານ' ຕໍ່ການໂຈມຕີ ດ້ວຍແກັສພິດ ໃນຊີເຣຍ

ພາບນີ້ ໄດ້ຖືກເປີດເຜີຍ ໂດຍ ກຸ່ມປ້ອງກັນພົນລະເຮືອນຊີເຣຍ ໝວກຂາວ (Syrian Civil Defense White Helmets), ເຊິ່ງໄດ້ຢືນຢັນເຖິງທີ່ມາ ຂອງພາບນີ້ ອີງຕາມເນື້ອຫາຂອງມັນ ແລະອື່ນໆ ທີ່ອົງການຂ່າວ AP ລາຍງານ, ສະແດງໃຫ້ເຫັນ ຄວັນກຳລັງພຸ່ງຂຶ້ນ ຫຼັງຈາກການໂຈມຕີທາງອາກາດ ຂອງລັດຖະບານຊີເຣຍ ໃສ່ເມືອງດູມາ ໃນເຂດກູຕາ ຕາເວັນອອກ ຢູ່ທາງພາກຕາເວັນອອກຂອງນະຄອນຫຼວງ ດາມາສກັສ ຂອງຊີເຣຍ, ວັນທີ 7 ເມສາ 2018.

ໃນຂະນະທີ່ ສະຫະລັດ ພວມປຶກສາຫາລື ກັບບັນດາພັນທະມິດຂອງຕົນ ກ່ຽວກັບ
ຄວາມເປັນໄປໄດ້ ທີ່ຈະຕອບໂຕ້ທາງດ້ານທະຫານ ຕໍ່ການໂຈມຕີທີ່ສົງໄສວ່າ ໃຊ້
ອາວຸດເຄມີ ຢູ່ໃນຊີເຣຍ ເຊິ່ງຣັດເຊຍໄດ້ກ່າວໃນວັນພຸດມື້ນີ້ວ່າ ທຸກພັກ ທີ່ກ່ຽວຂ້ອງ
ຄວນລະເວັ້ນຈາກການກະທຳໃດໆ ທີ່ອາດຈະເຮັດໃຫ້ສະຖານະການທີ່ບອບບາງ
ຢູ່ໃນຂົງເຂດ ເກີດຄວາມບໍ່ທຸ່ນທ່ຽງ.

ຣັດເຊຍເປັນພັນທະມິດ ຂອງປະທານາທິບໍດີຊີເຣຍ ທ່ານບາຊາ ອາລ-ອາຊາດ ແລະ
ໄດ້ຕໍ່ສູ້ເພື່ອສະໜັບສະໜູນ ລັດຖະບານຂອງທ່ານ ໃນບັນຫາຂັດແຍ່ງ ຕັ້ງ ແຕ່ປີ 2015
ເປັນຕົ້ນມາ. ສ່ວນສະຫະລັດ ໄດ້ໜູນຫຼັງພວກຕໍ່ຕ້ານລັດຖະບານ ໃນຊີເຣຍ ແລະຖິ້ມ
ໂທດໃສ່ ກຳລັງຂອງທ່ານອາຊາດ ໃນການໂຈມຕີຢູ່ໃນເຂດ ກູຕາຕາເວັນອອກ ເມື່ອ
ວັນເສົາຜ່ານມານີ້ ທີ່ໄດ້ສັງຫານ ຢ່າງໜ້ອຍ 40 ຄົນ.

ໃນພາບຖ່າຍ ທີ່ເປີດເຜີຍ ໂດຍເຟສບຸກ ຂອງທາງການຊີເຣຍ ສະແດງໃຫ້ເຫັນການດຳລົງຕຳແໜ່ງ ຂອງປະທານາທິບໍດີ ຊີເຣຍ ທ່ານບາຊາ ອາລ-ອາຊາດ ໃນຂະນະທີ່ກ່າວຖະແຫລງ ຕໍ່ບັນດານັກການທູດຂອງຊີເຣຍ, ໃນນະຄອນຫຼວງ ດາມາກັສ, ວັນທີ 20 ສິງຫາ 2017.

ທັງ ຊີເຣຍ ແລະ ຣັດເຊຍ ຕ່າງກໍໄດ້ປະຕິເສດຕໍ່ຂໍ້ກ່າວຫາດັ່ງກ່າວ.

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໄດ້ເຕືອນພວກທີ່ຮັບຜິດຊອບວ່າ ຈະຕ້ອງ
ຮັບໂທດ “ຢ່າງໜັກ” ແລະທ່ານໄດ້ໂອ້ລົມຊ້ຳແລ້ວຊ້ຳອີກກັບຄູ່ຕຳແໜ່ງ ຂອງທ່ານ ຈາກ
ອັງກິດ ແລະ ຝຣັ່ງ ກ່ຽວກັບຄວາມເປັນໄປໄດ້ໃນການຕອບໂຕ້ ຕໍ່ການໂຈມຕີດັ່ງກ່າວນັ້ນ.

ທ່ານນາງ ເຮເຕີ ນາວເອີຕ ໂຄສົກກະຊວງການຕ່າງປະເທດ ໄດ້ກ່າວໃນວັນອັງຄານວານ
ນີ້ວ່າ “ພວກເຮົາກຳລັງສຶກສາເບິ່ງການຕອບໂຕ້ທີ່ມີການປະສານງານກັນ ການຕອບ
ໂຕ້ນັ້ນ ອາດເປັນສິ່ງໃດ ກໍໄດ້.”

ປະທານາທິບໍດີ ຂອງຝຣັ່ງ ທ່ານເອັມແມນນູແອລ ມາກຣົງ ໄດ້ກ່າວວ່າ ການຕັດສິນໃຈ
ຄວນຈະມີຂຶ້ນ “ໃນສອງສາມມື້ຂ້າງໜ້ານີ້” ແລະ ວ່າ ການໂຈມຕີທາງອາກາດໃດໆ
ຄວນແນເປົ້າໝາຍໃສ່ ສະຖານທີ່ຜະລິດສານພິດເຄມີຕ່າງໆ ຂອງລັດຖະບານຊີເຣຍ.

ສ່ວນ ລັດຖະມົນຕີວ່າການຕ່າງປະເທດ ຂອງອອສເຕຣເລຍ ທ່ານນາງ ຈູລີ ບິຊອປ ກ່າວ
ເພີ່ມວ່າ ການສະໜັບສະໜູນ ຂອງປະເທດທ່ານນາງ ໃນວັນພຸດມື້ນີ້ ສຳລັບມາດຕະການ
ໃດໆ ທີ່ “ໄດ້ຕັ້ງເປົ້າໝາຍ ໄດ້ຊັ່ງຊາ ແລະ ເໝາະສົມ.”

US Plans Response with Allies, UN is Deadlocked After Syria Attacks
please wait

No media source currently available

0:00 0:02:19 0:00

ນອກຈາກການຖິ້ມໂທດໃສ່ຊີເຣຍແລ້ວ ທ່ານທຣຳຍັງໄດ້ຖິ້ມໂທດໃສ່ ພວກທີ່ໜູນຫຼັງ
ທ່ານອາຊາດ ຢູ່ໃນອີຣ່ານ ແລະ ຣັດເຊຍ ສຳລັບ ການໂຈມຕີໃນເຂດກູຕາຕາເວັນອອກ.
ກຸ່ມສິ້ງຊອມການໃຊ້ອາວຸດເຄມີຂອງໂລກ ໄດ້ກ່າວໃນວັນອັງຄານວານນີ້ ວ່າ ຕົນຈະສົ່ງ
ທີມງານນຶ່ງ ໄປສອບສວນເຫດການທີ່ເກີດຂຶ້ນນັ້ນ.

ອົງການອະນາໄມໂລກ ຫຼື WHO ໄດ້ກ່າວໃນວັນພຸດມື້ນີ້ ວ່າ ອີງຕາມລາຍງານ ຈາກກຸ່ມ
ຄູ່ພາຄີຕ່າງໆຂອງຕົນແລ້ວ ກໍແມ່ນວ່າ 500 ຄົນ ຜູ້ທີ່ສະແຫວງຫາການປິ່ນປົວ ໃນວັນ
ເສົາຜ່ານມາ ໄດ້ສະແດງໃຫ້ເຫັນຮ່ອງຮອຍ ແລະ ອາການຕ່າງໆ ຂອງການສຳພັດກັບ
ສານພິດ. ອົງການ WHO ໄດ້ສະແດງອອກ ເຖິງຄວາມໂມໂຫ ຕໍ່ຄວາມສົງໄສ ຂອງການ
ໃຊ້ອາວຸດເຄມີ ແລະ ໄດ້ຮຽກຮ້ອງໃຫ້ອະນຸຍາດຕົນ ເຂົ້າໄປໃນພື້ນທີ່ໃນທັນທີ ເພື່ອທີ່ຈະ
ສະໜອງການຮັກສາປິ່ນປົວ.

ຢູ່ທີ່ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ໃນວັນອັງຄານວານນີ້ ຣັດເຊຍ ໄດ້
ໃຊ້ສິດຍັບຍັ້ງ ຕໍ່ຮ່າງຍັດຕິຂອງສະຫະລັດ ທີ່ຈະຈັດຕັ້ງຄະນະກຳມາທິການ ເພື່ອທຳ
ການສືບສວນສອບສວນ ແລະລະບຸໂທດ ສຳລັບການໂຈມຕີດ້ວຍອາວຸດເຄມີ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG