ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກ ລັດຖະສະພາ ຂອງ ສະຫະລັດ ຂູ່ຈະຕັດ ການຊ່ວຍ ເຫຼືອຕໍ່ ປາກິສຖານ


ລູກສອນໄຟຖືກບັນຈຸໃສ່ລົດ ໃນລະຫວ່າງການເດີນສວນສະໜາມ ສະເຫຼີມສະຫຼອງວັນຊາດ ປາກິສຖານ ໃນນະຄອນຫຼວງ Islamabad, ເດືອນມີນາ 2015.
ລູກສອນໄຟຖືກບັນຈຸໃສ່ລົດ ໃນລະຫວ່າງການເດີນສວນສະໜາມ ສະເຫຼີມສະຫຼອງວັນຊາດ ປາກິສຖານ ໃນນະຄອນຫຼວງ Islamabad, ເດືອນມີນາ 2015.

ສະມາຊິກລັດຖະສະພາຂອງ ສະຫະລັດ ຈາກທັງສອງພັກການ ເມືອງທີ່ສຳຄັນ ຕ່າງ​ກໍໄດ້ສະແດງຄວາມເປັນຫ່ວງກ່ຽວກັບການ ເພີ່ມຂຶ້ນຂອງຄັງອາວຸດນິວເຄລຍ ປາກິສຖານ ແລະ ກ່າວວ່າ ປະ ເທດດັ່ງກ່າວຍັງເປັນບ່ອນຫຼົບລີ້ສຳລັບພວກກໍ່ການຮ້າຍ ແລະ ເປັນແຫຼ່ງທີ່ມາຂອງແນວຄິດອິສລາມຫົວຮຸນແຮງນຳ​ດ້ວຍ.

ຄະນະກຳມະການ ກິດຈະການຕ່າງປະເທດ ທີ່ມີອິດທິພົນ​ຂອງ​ສະພາ ຕ່ຳໄດ້ຈັດ​ໃຫ້​ມີ​ການ​ຮັບ​ຟັງ​ຄຳ​ໃຫ້ການໃນວັນພຸດວານນີ້ ເພື່ອສຳຫຼວດ​ເບິ່ງການຮ່ວມມືຕໍ່ຕ້ານພວກກໍ່ການຮ້າຍຂອງ ປາກິສ ຖານ, ຄວາມພະ ຍາຍາມປະຕິຮູບການສຶກສາ ຂອງພວກເຂົາເຈົ້າ ແລະ ການ​ໃຫ້​ຄວາມຊ່ວຍເຫຼືອຂອງ ສະຫະລັດ ຕໍ່ ປາກິສຖານ.

ປະທານຄະນະກຳມະການທີ່​ສັງກັດພັກຣີພັບບລີກັນທ່ານ Ed Royce ໄດ້ກ່າວວ່າ ຄັງນິວ ເຄລຍຂອງ ປາກິສຖານ ແມ່ນຢູ່ໃນເປົ້າໝາຍທີ່ຈະກາຍເປັນອັນດັບ 3 ຂອງໂລກ ແລະ ວ່າ ການເພີ່ມຂອງອາວຸດນິວເຄລຍຍຸດທະວິທີຂະໜາດນ້ອຍ ແລະ ຂີປະນາວຸດໄລຍະ​ໄກຂອງ ພວກເຂົາເຈົ້າ ໃນສອງສາມປີທີ່ຜ່ານມາແມ່ນເປັນບັນຫາໜັກຍິ່ງກວ່າເກົ່າ. ທ່ານ Royce ກ່າວວ່າ ນີ້ແມ່ນປະເທດໜຶ່ງ ເຊິ່ງໃຊ້ຈ່າຍນຶ່ງ​ສ່ວນ​ຫ້າ​ຂອງງົບ ປະມານທັງ​ໝົດ ​ເຂົ້າໃນດ້ານ ທະຫານ, ແຕ່ວ່າຕ່ຳກວ່າ 2.5 ​ເຂົ້າໃນດ້ານການສຶກສາ.

ຜູ້​ທີ່​ໄປ​ຖະ​ແຫຼງ​ໃຫ້ລັດຖະບານທ່ານ ໂອບາມາ ​ໃນ​ການ​ຮັບ​ຟັງ​ຄຳ​ໃຫ້ການ​ນີ້ແມ່ນທ່ານ Richard Olsen ຜູ້ຕາງ​ໜ້າພິເສດຂອງສະຫະລັດ ສຳລັບ ອັຟການິສຖານ ແລະ ປາກິສຖານ. ທ່ານທູດ Olson ໄດ້ກ່າວວ່າ ສະຫະລັດ ໄດ້ມີການເຈລະຈາຢ່າງ​ກົງ​ໄປ​ກົງມາໃນບາງດ້ານກັບ ປາກິສຖານ ກ່ຽວກັບ ຄັງອາວຸດນິວເຄລຍ ຂອງພວກເຂົາເຈົ້າ ແລະ ຄວາມເປັນຫ່ວງທາງດ້ານ ຄວາມໝັ້ນຄົງອື່ນໆ. ທ່ານໄດ້ກ່າວວ່າ ລັດຖະບານທ່ານ ໂອບາມາ ບໍ່ໄດ້ ເຈລະຈາກ່ຽວກັບປະ ເພດຂອງຂໍ້ຕົກ ລົງນິວເຄລຍກັບ ປາກິສຖານ ດັ່ງທີ່ ສະຫະລັດ ໄດ້ປະຕິບັດກັບ ອິນເດຍ.

ສະມາຊິກຈາກທັງ ຈາກພັກເດໂມແຄຣັດ ແລະ ຣີພັບບລີກັນ ຢູ່​ໃນ​ຄະ ນະ​ກຳມະການ ໄດ້ກ່າວ​ເຖິງຄວາມເປັນຫ່ວງຢ່າງແຮງວ່າ ສະຫະລັດ ໄດ້ສະໜອງເງິນ 30 ກວ່າຕື້ໂດລາໃນການຊ່ວຍ ເຫຼືອ ປາກິສຖານ ທາງດ້ານເສດຖະກິດ ແລະ ທະຫານ ນັບຕັ້ງແຕ່ການໂຈມຕີກໍ່ການຮ້າຍ​ເມື່ອ ວັນທີ 11 ກັນຍາ 2001 ເປັນຕົ້ນມາ, ໂດຍກ່າວວ່າ ລັດຖະ ບານ Islamabad ແມ່ນຍັງມີສ່ວນ ຮ່ວມຢ່າງເລິກເຊິ່ງໃນການສະໜັບສະໜູນເຄືອຂ່າຍກໍ່ການຮ້າຍ.

Congress Pakistan
please wait
Embed

No media source currently available

0:00 0:00:40 0:00

XS
SM
MD
LG