ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ມາເລເຊຍ ຖືກຍົກລະດັບ ໃນບົດລາຍງານ ການຄ້າມະນຸດ ທີ່ເປັນບັນຫາ ໂຕ້ແຍ້ງ ຂອງ ສະຫະລັດ


ເຈົ້າໜ້າທີ່ ມາເລເຊຍ ຈັດການຝັງສົບໃຫ້ແກ່ຊາວ ມຸສລິມ ທີ່ເປັນຜູ້ເຄາະຮ້າຍ ໃຫ້ແກ່ພວກຄ້າມະນຸດ 21 ຄົນ, ເຊິ່ງເຊື່ອວ່າເປັນຊາວ ມຸສລິມ ໂຣຮິງຢາ ຍົກຍ້າຍຖິ່ນຖານ. ຖືກຄົ້ນພົບຢູ່ໃນຫຼຸມຝັງສົບຕື້ນ ໃນປ່າເຂດຊາຍແດນ ໄທ ໃນເມືອງ Kedah ປະເທດ ມາເລເຊຍ. 22 ມິຖຸນາ 2015.
ເຈົ້າໜ້າທີ່ ມາເລເຊຍ ຈັດການຝັງສົບໃຫ້ແກ່ຊາວ ມຸສລິມ ທີ່ເປັນຜູ້ເຄາະຮ້າຍ ໃຫ້ແກ່ພວກຄ້າມະນຸດ 21 ຄົນ, ເຊິ່ງເຊື່ອວ່າເປັນຊາວ ມຸສລິມ ໂຣຮິງຢາ ຍົກຍ້າຍຖິ່ນຖານ. ຖືກຄົ້ນພົບຢູ່ໃນຫຼຸມຝັງສົບຕື້ນ ໃນປ່າເຂດຊາຍແດນ ໄທ ໃນເມືອງ Kedah ປະເທດ ມາເລເຊຍ. 22 ມິຖຸນາ 2015.

ປະ​ເທດ​ ມາ​ເລ​ເຊຍ ​ໄດ້ຖືກ​ຍົກ​ລະດັບ​ ຂຶ້ນມາ​ຢູ່ກຸ່ມ​ທີ​ສອງ ໃນ​ບົດ​ລາຍ​ງານປະຈຳ​ປີ ວ່າດ້ວຍການ​ຄ້າ​ມະນຸດ ຂອງ ກະຊວງຕ່າງ ປະເທດສະຫະລັດທີ່ກວມເອົາ 188 ລັດຖະບານ ​ທັງໆທີ່ໄດ້ຮັບ ການຄັດຄ້ານຈາກພວກນັກເຄື່ອນໄຫວສິດທິມະນຸດ ແລະ ລັດຖະ ສະພາສະຫະລັດຈຳນວນ​ນຶ່ງ. ນັກຂ່າວວີໂອເອ Steve Herman ມີລາຍງານຈາກ ຫ້ອງການປະຈຳເຂດ ເອເຊຍຕາເວັນອອກສຽງ ໃຕ້ ຂອງພວກເຮົາ ທີ່ບາງກອກ ເຊິ່ງ ພຸດທະສອນ ຈະນຳລາຍລະ ອຽດມາ ສະເໜີທ່ານ.

ລັດຖະບານທ່ານໂອບາມາ “ໄດ້ໃຫ້ຄວາມສຳຄັນທາງດ້ານການ ເມືອງເໜືອກົດເກນ ພື້ນຖານດ້ານສິດທິມະນຸດ,” ອີງຕາມຄຳເວົ້າຂອງ ທ່ານ Robert Menendez, ສະມາ ຊິກສະພາສູງສະຫະລັດ ສັງກັດ ພັກເດໂມແຄຣັດ ຈາກລັດນິວເຈີຊີ, ເຊິ່ງໃນຖະແຫຼງການ ຂອງທ່ານປະຕິຍານວ່າ ຈະຄັດຄ້ານຕໍ່ກັບການຍົກລະດັບ ດັ່ງກ່າວ.

ການປ່ຽນແປງການຈັດລຳດັບສຳລັບມາເລເຊຍ ແມ່ນເບິ່ງກັນວ່າເປັນ ການທັບມ້າງກຳແພງ ກີດກັ້ນປະເທດດັ່ງກ່າວ ໃນການເຂົ້າຮ່ວມພາຄີ ຂ້າມມະຫາສະມຸດປາຊີຟິກ ຫລື TPP ທີ່ມີ ສະມາຊິກ 12 ປະເທດພາຍໃຕ້ການນຳພາໂດຍ ສະຫະລັດ.

ການເຈລະຈາຂັ້ນສຸດທ້າຍກ່ຽວກັບ ຂໍ້ຕົກລົງການຄ້າດັ່ງກ່າວ ແມ່ນ ກຳລັງຢູ່ທີ່ລັດ ຮາວາຍ ຂອງ ສະຫະລັດ ໃນເວລານີ້.

ສະມາຊິກສະພາຝ່າຍຄ້ານ ມາເລເຊຍ ທ່ານ Ong Kian Ming ກ່າວວ່າ ເຖິງແມ່ນວ່າ ກະຊວງການຕ່າງປະເທດຈະໃຫ້ການຢືນຢັນ, ແຕ່ວ່າສະຖານະການ ດ້ານຄ້າມະນຸດໃນ ປະເທດຂອງທ່ານ ແມ່ນບໍ່ໄດ້ດີຂຶ້ນເລີຍ.

ທ່ານ Ong ເວົ້າວ່າ “ຂ້າພະເຈົ້າບໍ່ເຫັນເຫດຜົນ​ມີ​ນ້ຳໜັກຫຼາຍພໍປານໃດ ວ່າເປັນຫຍັງ ມາເລເຊຍ ຈິ່ງຖືກຍົກລະດັບແຕ່ ໄທ ບໍ່ຖືກ. ດັ່ງນັ້ນຂ້າພະເຂົ້າຄິດວ່າ ສະມາຊິກ ສະພາສູງ Menedez ແລະ ເພື່ອນຮ່ວມງານຂອງທ່ານ ຄວນຈະໄດ້ຮັບຟັງ ແລະ ຂ້າພະເຈົ້າ ຫວັງວ່າຈະມີຂໍ້ມູນເພີ່ມເຕີມອອກມາ ໃນລະຫວ່າງການພິຈາລະນາຫຍັງ ກໍຕາມຂອງທ່ານສະມາຊິກສະພາສູງ ທີ່ພວກເຂົາຈະຂໍຮ້ອງ.”

ສະພາສູງໄດ້ອະນຸມັດຮ່າງກົດໝາຍດັ່ງກ່າວ ໃນເດືອນມິຖຸນາຜ່ານມາ ເຮັດໃຫ້ປະທານາ ທິບໍດີ ໂອບາມາມີອຳນາດໃນການເຈລະຈາຂະຫຍາຍ ການຄ້າ ແຕ່ວ່າໄດ້ຫ້າມບໍ່​ໃຫ້​ມີຂໍ້ ຕົກລົງກັບປະເທດຢູ່ໃນກຸຸ່ມທີ 3 ຂອງ ບົດລາຍງານການຄ້າມະນຸດ.

ບົດລາຍງານປີ 2015 ປະກາດວ່າ ມາເລເຊຍ ໄດ້ທຳ “ຄວາມພະຍາ ຍາມທີ່ຄວາມ ສຳຄັນ” ເພື່ອໃຫ້ສອດຄ່ອງກັບມາດຕະຖານຂອງບົດລາຍ ການຄ້າມະນຸດໂດຍເພີ່ມການ ກວດສອບ ແລະ ດຳເນີນຄະດີ. ແຕ່ວ່າ ພວກເຂົາກໍໄດ້ສະແດງຄວາມເປັນຫວ່ງສຳລັບ ການຕັດສິນລົງໂທດ ທີ່ ມີຈຳນວນຕ່ຳຢ່າງບໍ່ສົມສ່ວນທຽບໃສ່ບັນຫາ ການຄ້າມະນຸດໃນ ຂອບເຂດ ທີ່ກວ້າງຂວາງຢູ່ໃນປະເທດ.

ອະດີດເອກອັກຄະລັດຖະທູດ ສະຫະລັດ ປະຈຳ ມາເລເຊຍ ທ່ານ John Malottພັນລະນາ ການປະເມີນຄ່າມາເລເຊຍ ຂອງບົດລາຍ ງານ TIP ວ່າເປັນການຂັດແຍ້ງ ຕົນເອງ.

ທ່ານ Malott ໄດ້ກ່າວຕໍ່ ວີໂອເອ ວ່າ “ມັນເກືອບເບິ່ງຄືວ່າ ຄົນບາງ ຄົນຫາກໍໄດ້ຕັດ ສິນຄືວ່າ, ພວກເຮົາຕ້ອງໃຊ້ຄຳສັບ ‘ຄວາມພະຍາຍາມ ອັນສຳຄັນ’ ເພາະວ່ານັ້ນ ແມ່ນຂໍ້ກຳນົດທີ່ທາງດ້ານກົດໝາຍສຳລັບການ ຍົກລະດັບ” “ແຕ່ວ່າຄຳເວົ້າທີ່ພວກ ເຂົາໃຊ້ ມັນບໍ່ໄປນຳກັນ, ສຳລັບ ສະຖິຕິທີ່ພວກເຂົາໃຊ້ ຫຼື ຂໍ້ເທັດຈິງທີ່ໃຊ້ໃນການ ບັນລະຍາຍຂອງພວກ ເຂົາ.”

ປະເທດ ໄທ ດັ່ງທີ່ຄາດໄວ້, ຍັງຄົງເປັນໜຶ່ງໃນບັນດາ 23 ປະເທດ ລວມທັງ ເກົາຫຼີເໜືອ ທີ່ຖືກຈັດຢູ່ໃນກຸ່ມທີ່ຕິດອັນອັບຕ່ຳສຸດ.

ລັດຖະມົນຕີ ຕ່າງປະເທດຂອງ ໄທ ກ່າວວ່າ ຕົນ “ບໍ່ເຫັນດີຢ່າງແຮງ” ກັບການຕັດສິນ ຂອງ ສະຫະລັດ ທີ່ຍັງຈັດຕົນໄວ້ຢູ່ ກຸ່ມທີ 3 ເຊິ່ງພວກ ເຂົາ “ບໍ່ໄດ້ນຳເອົາມາພິຈາລະນາ ຄວາມພະຍາຍາມທີ່ສຳຄັນໂດຍລັດ ຖະບານໄທ ໃນທຸກຂົງເຂດ ລະຫວ່າງປີທີ່ ຜ່ານມາ.”

ສ່ວນ ສປປ ລາວ ບົດລາຍງານຂອງກະຊວງການຕ່າງປະເທດສະຫະລັດ ຍັງຖືກຈັດໃຫ້ຢູ່ ໃນກຸ່ມທີ 2.

XS
SM
MD
LG