ທຳນຽບຫ້າແຈ ຫຼື Pentagon ກ່າວວ່າ ທະຫານສະຫະລັດ ຈຳນວນປະມານ 11,000
ຄົນ ກຳລັງປະຈຳການ ຢູ່ໃນອັຟການິສຖານ ໃນປັດຈຸບັນ ຊຶ່ງບໍ່ແມ່ນ 8,400 ຄົນ ດັ່ງທີ່
ກະຊວງປ້ອງກັນປະເທດ ໄດ້ລາຍງານໄປ ກ່ອນໜ້ານີ້.
ຕົວເລກທີ່ສູງຂຶ້ນນັ້ນ ໄດ້ຖືກເປີດເຜີຍ ຫຼັງຈາກ ລັດຖະມົນຕີປ້ອງກັນປະເທດ ທ່ານ ຈິມ
ແມດຕິສ ໄດ້ຮຽກຮ້ອງໃຫ້ຄຳນວນເບິ່ງ ຈຳນວນ ກຳລັງທະຫານ ທີ່ຄັກແນ່ ໃນຂະນະທີ່
ລັດຖະບານທ່ານທຣຳ ພວມທຳງານຊອກຫານະໂຍບາຍໃໝ່ ສຳລັບອັຟການິສຖານ.
ຫົວໜ້າໂຄສົກ ຢູ່ທີ່ທຳນຽບຫ້າແຈ ທ່ານນາງ Dana White ກ່າວຕໍ່ບັນດານັກຂ່າວ ໃນ
ວັນພຸດວານນີ້ ວ່າ ການກະປະມານ ຈຳນວນທະຫານ 11,000 ຄົນນັ້ນ ແມ່ນອີງຕາມ
ວິທີການຄິດໄລ່ແບບທີ່ເຮັດໃຫ້ເຂົ້າໃຈງ່າຍ ທີ່ສະໜອງ “ຄວາມໂປ່ງໃສ” ຫຼາຍຂຶ້ນ
ໃນຂະນະດຽວກັນ ກໍແມ່ນ “ເພີ່ມຄວາມອາດສາມາດຂອງ ບັນດາຜູ້ບັນຊາການ
ເພື່ອປັບໂຕໃຫ້ເຂົ້າກັບສະພາບການ ຢູ່ໃນສະໜາມລົບ.”
ຊົມວີດີໂອ: ຈຳນວນ ກຳລັງທະຫານ ສະຫະລັດ ພວມສູງຂຶ້ນ
ຕົວເລກຂອງທະຫານທີ່ຕ່ຳກວ່າ ທີ່ໄດ້ບົ່ງຊີ້ໃຫ້ເຫັນກ່ອນໜ້ານັ້ນ ແມ່ນບໍ່ໄດ້ລວມ
ພວກສະມາຊິກທະຫານ ທີ່ໄດ້ຖືກມອບໝາຍໃຫ້ໄປປະຈຳການ ຢູ່ໃນອັຟການິສຖານ
ເປັນເວລາຕ່ຳກວ່າ 120 ວັນ ຫຼື ຮັບພາລະໜ້າທີ່ ໄລຍະສັ້ນ ທີ່ອາດຈະລວມທັງ ການ
ສະໜັບສະໜູນ ໃນດ້ານການສູ້ລົບຊົ່ວຄາວ ຫຼື ພາລະກິດການເກັບກູ້ ວັດຖຸອຸປະກອນ
ຕ່າງໆເປັນຕົ້ນ.
ພົນໂທ Kenneth “Frank” McKenzie Jr. ຫົວໜ້າອຳນວຍການເສນາທິການຮ່ວມ
ໄດ້ກ່າວວ່າ ວິທີການໃໝ່ຂອງການຄິດໄລ່ຈຳນວນທະຫານ ຢູ່ໃນສະໜາມ ນັ້ນ ແມ່ນໃຊ້
ການຄຳນວນທີ່ໃກ້ຄຽງ ແທນທີ່ວ່າ ຈະຄິດໄລ່ຕົວເລກ ຂອງຈຳນວນທະຫານທີ່ຖືກຕ້ອງ
ເລີຍ. ອັນນີ້ ທ່ານໄດ້ກ່າວວ່າ ຈະອຳນວຍໃຫ້ບັນດາຜູ້ບັນຊາການ “ສາມາດປ່ຽນແປງ
ສະພາບການໄດ້ຫຼາຍຂຶ້ນ” ໃນເວລາມັນກ່ຽວພັນກັບ ການສົ່ງກຳລັງທະຫານໄປ
ສະໜາມລົບ.