ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ມອບທຶນ ການພັດທະນາ ກະສິກຳ 73,000 ໂດລາ ໃຫ້ແກ່ສະມາຄົມມັນຕົ້ນລາວ


ພິທີ ເຊັນສັນຍາໃຫ້ທຶນຊ່ວຍເຫຼືອ ໃນໂຄງການລະບົບແນວພັນມັນຕົ້ນແບບຍືນຍົງ ລະຫວ່າງ ສະມາຄົມປູກມັນຕົ້ນຂອງແຂວງສາລະວັນ (LCA) ແລະກະຊວງກະສິກຳຂອງສະຫະລັດອາເມຣິກາ (USDA) ເມື່ອວັນທີ 10 ທັນວາ 2020.
ພິທີ ເຊັນສັນຍາໃຫ້ທຶນຊ່ວຍເຫຼືອ ໃນໂຄງການລະບົບແນວພັນມັນຕົ້ນແບບຍືນຍົງ ລະຫວ່າງ ສະມາຄົມປູກມັນຕົ້ນຂອງແຂວງສາລະວັນ (LCA) ແລະກະຊວງກະສິກຳຂອງສະຫະລັດອາເມຣິກາ (USDA) ເມື່ອວັນທີ 10 ທັນວາ 2020.

ສະຫະລັດອາເມຣິກາໄດ້ມອບທຶນຈໍານວນ 73,000 ໂດລາໃຫ້ແກ່ສະມາຄົມມັນ ຕົ້ນລາວ (LCA)ໂດຍຜ່ານໂຄງການສ້າງຄວາມເຊື່ອມໂຍງກັບເຄືອຂ່າຍກະສິກໍາ (CLEAN) ຂອງກະຊວງກະສິກໍາຂອງສະຫະລັດອາເມຣິກາ (USDA) ໃນວັນທີ 10 ເດືອນທັນວາທີ່ຜ່ານມາ. ທຶນດັ່ງກ່າວຍັງຈະໄດ້ປະກອບສ່ວນເຂົ້າໃນການຝຶກອົບຮົມທາງດ້ານເຕັກນິກໃຫ້ແກ່ສະມາຊິກ ຂອງສະມາຄົມ (LCA) ຈໍານວນ 8,000 ຄົນ ຢູ່ທີ່ແຂວງສາລະວັນ ເພື່ອເປັນການປະກອບສ່ວນເຂົ້າໃນການພັດທະນາລະບົບແນວພັນມັນຕົ້ນໃຫ້ມີຄວາມຍືນຍົງ ສາມາດນໍາໄປສູ່ຄຸນນະພາບຂອງຜົນລະປູກ ແລະ ຜົນພະລິດທີ່ມີຄຸນນະພາບສູງ. ໃນງານດັ່ງກ່າວແມ່ນມີຜູ້ເຂົ້າຮ່ວມຫລາຍກວ່າ 50 ທ່ານ, ລວມທັງເຈົ້າຫນ້າທີ່ຕາງຫນ້າຈາກ ກະຊວງກະສິກໍາ ແລະ ປ່າໄມ້ ເຈົ້າແຂວງສາລະວັນ ຕາງຫນ້າຈາກສະຖາບັນຄົ້ນຄວ້າກະສິກຳປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ແລະມາຈາກ (CIAT). ທຶນທີ່ໄດ້ມອບໃຫ້ຫລ້າສຸດນີ້ ແມ່ນເປັນສ່ວນຫນຶ່ງ ຂອງຈໍານວນ 9 ລ້ານໂດລາເຊິ່ງເປັນຄວາມໝາຍໝັ້ນຂອງລັດຖະບານສະຫະລັດອາເມຣິກາໃນການຊ່ວຍໃຫ້ ສປປ ລາວເພື່ອການຈະພັດທະນາຂະແໜງກະສິກໍາ ໃນຕໍ່ຫນ້າ.

ໂຄງການ(CLEAN) ແມ່ນໄດ້ຮັບການຈັດຕັ້ງປະຕິບັດໂດຍ ອົງການວິນຣັອກສາກົນໂດຍການຮ່ວມມືກັບກະຊວງກະສິກໍາ ແລະປ່າໄມ້. ໃນປີ 2019 ໂຄງ ການ (CLEAN) ຍັງໄດ້ຈັດງານຝຶກອົບຮົມກ່ຽວກັບມັນຕົ້ນເປັນຄັ້ງທໍາອິດຢູ່ທີ່ແຂວງສາລະວັນ ໂດຍສຸມໃສ່ການເພີ່ມຜົນພະລິດມັນຕົ້ນ ຄຸນນະພາບ ແລະ ຄວາມເປັນໄປໄດ້ໃນການຂະຫຍາຍຕະຫຼາດ.

ຫົວຫນ້າໂຄງການ CLEAN ທ່ານ Alex Dahan ໄດ້ກ່າວວ່າ: ມື້ນີ້ພວກເຮົາໄດ້ລົງມືເຮັດຕາມຄວາມໝາຍໝັ້ນຕໍ່ອຸດສາຫະກຳມັນຕົ້ນ ທີ່ມີທ່າແຮງຂອງການສົ່ງອອກປະມານ 200 ລ້ານ ໂດລາ ຂອງອຸດສາຫະກໍາການສົ່ງອອກ ໃນ ສປປ ລາວ, ເພື່ອທີ່ຈະໄດ້ເຮັດໃຫ້ມີການເຕີບໂຕຢ່າງຕໍ່ເນື່ອງ ໃນຄະນະດຽວກັນ ພ້ອມທັງຮັບປະກັນວ່າ ການນຳໃຊ້ເທັກໂນໂລຢີທີ່ທັນສະໄໝຍັງເປັນການຊ່ວຍໃຫ້ຊາວກະຊິກອນສາມາດຮັກສາຄຸນພາບຂອງຜົນລະປູກ ແລະ ຜົນພະລິດທີ່ມີຄຸນນະພາບສູງ.

ລະບົບການຮັກສາແນວພັນໃຫມ່ຍັງເປັນການຊ່ວຍເພີ່ມໃຫ້ຊາວກະສິກອນໃນການເຂົ້າເຖິງຄຸນນະພາບທີ່ສູງ, ແນວພັນທີ່ດີພ້ອມທັງຊ່ວຍເຂົ້າໃນການເກັບມ້ຽນມັນຕົ້ນຕື່ມອີກ. ທຶນການຊ່ວຍເຫຼືອຄັ້ງນີ້ຍັງເປັນການສ້າງຄວາມໝັ້ນໃຈໃຫ້ແກ່ຜູ້ຊື້ຈາກຕ່າງປະເທດທີ່ກຳລັງຊອກຫາຊື້ມັນຕົ້ນຈາກ ສປປ ລາວ ແລະ ໃນຂະນະດຽວກັນຍັງເປັນການໃຫ້ການຈະຊ່ວຍໃຫ້ຊາວກະສິກອນທາງດ້ານເຕັກນິກເພື່ອພັດທະນາໃຫ້ມີຄວາມຍືນຍົງຂອງຜົນພະລິດ ແລະ ຄວາມອາດສາມາດໃນການແຂ່ງຂັນ ແລະ ຍັງເປັນການສ້າງລາຍໄດ້ທີ່ໝັ້ນຄົງ ແລະ ສູງຂື້ນ.

ທຶນການຊ່ວຍເຫຼືອໃນຄັ້ງນີ້ ແມ່ນເປັນການສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນ ຂອງປະຊາຊົນ ສະຫະລັດອາເມຣິກາ ໃນການປະກອບສ່ວນຊ່ວຍໃຫ້ ສປປ ລາວ ບັນລຸງເປົ້າໝາຍການພັດທະນາ. USDA ພາຍໃຕ້ ໂຄງການ Food for Progress program (FFPr) ໄດ້ໃຫ້ທຶນຈຳນວນ 9 ລ້ານໂດລາ ແກ່ ອົງການວິນຣັອກສາກົນ ເພື່ອຈັດຕັ້ງປະຕິບັດ ໂຄງການ (CLEAN). ນອກຈາກໂຄງການ (CLEAN) ແລ້ວ ສະຫະລັດອາເມຣິກາໂດຍຜ່ານ USDA ແມ່ນໄດ້ໃຫ້ການຊ່ວຍເຫຼືອໂຄງການອາຫານທ່ຽງ ໃນ ສປປ ລາວ ນັບຕັ້ງແຕ່ປີ 2006 ພາຍໄຕ້ໂຄງການ McGovern-Dole Program ເຊິ່ງໄດ້ປະກອບ ສ່ວນອາຫານທ່ຽງໃນແຕ່ລະວັນສຳລັບໂຮງຮຽນ ປະຖົມຫຼາຍກວ່າ 700 ໂຮງ ຮຽນ ໃນທົ່ວ 6 ແຂວງ.

VIENTIANE, LAO PDR— A grant of more than USD73,000 was awarded to the Lao Cassava Association (LCA) on December 10, 2020, by the United States through the United States Department of Agriculture’s (USDA) Creating Linkages for Expanded Agricultural Networks (CLEAN) Project. The grant supports technical training for more than 8,000 LCA members in Salavan Province for the development of a sustainable cassava seed system that will lead to higher quality planting material and increased yields. More than 50 people attended the event, including representatives from the Ministry of Agriculture and Forestry (MAF), the Governor of Salavan Province, the National Agriculture and Forestry Research Institute (NAFRI), and the International Center for Tropical Agriculture (CIAT). This latest grant is one part of a 9-million-dollar commitment by the United States to help the Lao PDR further develop its agricultural sector.

The CLEAN Project is implemented by Winrock International with partners at MAF. In 2019 CLEAN organized the first Cassava Workshop in Salavan Province, focused on enhancing productivity, quality, and market extension possibilities.

“Today we are putting words into action to ensure that the cassava industry, a potential USD200 million export industry for Lao PDR, will steadily grow while also making sure the farmers, through modern technology, can maintain high quality plants and higher yields,” said CLEAN project director Alex Dahan.

The new seed system increases the farmers’ access to high quality, healthy cassava seedlings and stems, and provides additional storage for dried cassava. This grant will provide assurance to international buyers looking to buy Lao cassava while also providing Lao farmers with technical assistance that improves their crop’s sustainability and competitiveness, giving the farmers higher and more reliable income.

This grant is the latest demonstration of the commitment of the American people to helping the Lao PDR achieve its development goals. The USDA, under its Food for Progress program (FFPr), awarded USD9 million to Winrock to implement the CLEAN Project. In addition to the CLEAN Project, the United States, also through the USDA, has been providing school-feeding assistance to the Lao PDR since 2006 under the McGovern-Dole Program which provides a daily hot lunch to primary school students in over 700 schools across six provinces.

XS
SM
MD
LG