ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ແລະ ກະຊວງຍຸຕິທໍາ ເປີດນຳໃຊ້ ເພຈຊ່ວຍເຫຼືອ ທາງດ້ານກົດໝາຍ


ພິທີເປີດນຳໃຊ້ເພສຊ່ວຍເຫຼືອທາງດ້ານກົດໝາຍ.
ພິທີເປີດນຳໃຊ້ເພສຊ່ວຍເຫຼືອທາງດ້ານກົດໝາຍ.

ເພື່ອເປັນການສົ່ງເສີມການຄຸ້ມຄອງລັດ ຄຸ້ມຄອງສັງຄົມດ້ວຍກົດໝາຍ ໃນ ສປປ ລາວ ອົງການພັດທະນາສາກົນຂອງສະຫະລັດອາເມຣິກາ ຫຼື USAID ຮ່ວມກັບ ມູນນິທິເອເຊຍສະຫນັບສະຫນູນກະຊວງຍຸຕິທໍາ ພັດທະນາເວັບເພຈກ່ຽວກັບການ ຊ່ວຍເຫຼືອທາງດ້ານກົດໝາຍ ເຊິ່ງໄດ້ເປີດນຳໃຊ້ຢ່າງເປັນທາງການ ໃນວັນທີ 26 ສິງຫາ 2021 ທີ່ຜ່ານມາ. ເພຈຊ່ວຍເຫຼືອທາງດ້ານກົດໝາຍ ແມ່ນຫນ້າທີ່ພັດທະ ນາຂຶ້ນມາໃຫມ່ ແລະ ເພີ່ມເຂົ້າໃນເວັບໄຊທ໌ຫຼັກ ຂອງກະຊວງຍຸຕິທໍາ ທີ່ມີຢູ່ແລ້ວ (www.moj.gov.la). ກະຊວງຍຸຕິທໍາຈະນໍາໃຊ້ເພຈດັ່ງກ່າວ ເພື່ອສະໜອງຂໍ້ມູນຂ່າວສານໃຫ້ແກ່ປະຊາຊົນລາວທົ່ວໄປ ກ່ຽວກັບການບໍລິການທາງດ້ານກົດໝາຍ. ເຂົາເຈົ້າສາມາດສົ່ງຄໍາຖາມ ຂໍຄວາມຊ່ວຍເຫລືອ ຂໍຄໍາແນະນໍາ ແລະ ຄໍາປຶກສາທາງດ້ານກົດຫມາຍ ຈາກກະຊວງໄດ້ ແບບບໍ່ເສຍຄ່າໃຊ້ຈ່າຍ. ການຊ່ວຍເຫຼືອທາງດ້ານກົດໝາຍ ຜ່ານບັນດາຫ້ອງການຕ່າງໆ ປະຈຳທ້ອງຖິ່ນ ລວມເຖິງການນຳໃຊ້ເພຈດັ່ງກ່າວ ຖືເປັນການຊ່ວຍປະຊາຊົນໃຫ້ເຂົ້າເຖິງລະບົບຍຸຕິທໍາໄດ້ງ່າຍ ຂຶ້ນແລະທົ່ວເຖິງ ໂດຍສະເພາະກຸ່ມທີ່ດ້ອຍໂອກາດ ເຊັ່ນ ຜູ້ທຸກຍາກ ຄົນພິການ ເດັກ​ ລວມທັງ ຜູ້ຖືກເຄາະຮ້າຍ ຈາກການໃຊ້ຄວາມຮຸນແຮງ ຫລື ຈາກການຄ້າມະນຸດ.

ເປັນກຽດເຂົ້າຮ່ວມເປັນສັກຂີພິຍານ ໃນພິທີເປີດນໍາໃຊ້ເພຈ ຢ່າງເປັນທາງການໂດຍທ່ານບຸນທາ ຊົງເຢີທ່າວ ຮອງລັດຖະມົນຕີກະຊວງຍຸຕິທໍາ ທ່ານໄມເຄິລ ຣອນນິ້ງ ຜູ້ຕາງໜ້າອົງການພັດທະນາສາກົນ ຂອງສະຫະລັດອາເມຣິກາ ທ່ານ ທອດ ວອສເຊລ ຜູ້ຕາງໜ້າອົງການມູນນິທິເອເຊຍ ແລະ ມີບັນດາທ່ານຫົວໜ້າກົມ ຮອງກົມຈາກກະຊວງຍຸຕິທໍາ ບັນດາກະຊວງທີ່ກ່ຽວຂ້ອງ ອົງການຈັດຕັ້ງມະຫາ ຊົນ ສະພາທະນາຍຄວາມ ສື່ມວນຊົນ ສະຖານທູດອາເມຣິກາ ແລະ ຄູ່ຮ່ວມພັດທະນາອື່ນໆ ເຂົ້າຮ່ວມທັງຫມົດ ຫຼາຍກວ່າ 60 ຄົນ.

ທ່ານໄມໂຄ ຣອນນິ້ງ ຜູ້ຕາງໜ້າອົງການພັດທະນາສາກົນ ຂອງສະຫະລັດ ໄດ້ກ່າວວ່າ
“ພິທີເປີດນໍາໃຊ້ເພຈຊ່ວຍເຫຼືອ ທາງດ້ານກົດໝາຍໃນມື້ນີ້ ສະແດງໃຫ້ເຫັນເຖິງຄວາມ
ມຸ່ງໝັ້ນຂອງສະຫະລັດອາເມຣິກາພາຍໃຕການຮ່ວມມືລະຫວ່າງ ສະຫະລັດແລະ ສປປ
ລາວ ເພື່ອສົ່ງເສີມການຄຸ້ມຄອງລັດ ຄຸ້ມຄອງສັງຄົມດ້ວຍ ກົດໝາຍ ດ້ວຍການຊ່ວຍໃຫ້
ປະຊາຊົນ ສາມາດເຂົ້າເຖິງລະບົບກົດຫມາຍ ແລະ ຄວາມຍຸຕິທໍາຫຼາຍຂຶ້ນ ໃນປນີ້ ສະ
ຫະລັດອາເມຣິກາ ແລະ ສປປ ລາວ ກຳລັງສະເຫຼີມສະຫຼອງ ຂອບການຮ່ວມມືແບບກວມ
ລວມ ຄົບຮອບ 5 ປີ ສະຫະລັດອາເມຣິກາ ມີຄວາມຍິນດີ ທີ່ຈະສືບຕໍ່ສະໜັບສະໜູນ ສປປ ລາວ ເພື່ອບັນລຸເປົ້າໝາຍການພັດທະນາປະເທດ.”

ເພຈຊ່ວຍເຫຼືອທາງດ້ານກົດໝາຍນີ້ ຈະເຮັດໃຫ້ປະຊາຊົນລາວ ສາມາດເຂົ້າເຖິງການບໍລິ
ການຊ່ວຍເຫຼືອທາງດ້ານກົດໝາຍເຊັ່ນສອບຖາມຂໍ້ມູນຂ່າວສານກ່ຽວກັບ ກົດໝາຍ ການ
ໃຫ້ຄໍາປຶກສາ ແລະການຮ່າງເອກະສາທາງດ້ານກົດໝາຍ ໄດ້ຫຼາຍຂຶ້ນກ່ວາເກົ່າ. ເພຈ
ຊ່ວຍເຫຼືອທາງດ້ານກົດໝາຍຍັງຊ່ວຍຜັນຂະຫຍາຍການ ຈັດຕັ້ງປະຕິບັດ ດໍາລັດວ່າດ້ວຍ
ການຊ່ວຍເຫຼືອທາງດ້ານກົດໝາຍ ເພີ່ມທະວີ ການເຂົ້າເຖິງລະບົບຍຸຕິທໍາ ແລະ ຮັບປະ
ກັນສິດເທົ່າທຽມກັນ ຕໍ່ຫນ້າກົດໝາຍ.

United States and Ministry of Justice Launch a Legal Aid Webpage to Assist Vulnerable Populations

VIENTIANE, LAO PDR — The Ministry of Justice (MOJ) launched the Legal Aid Webpage at a ceremony in Vientiane Capital on August 26, 2021. The Legal Aid Webpage was recently developed and added to the MOJ’s main website (moj.gov.la). The MOJ will use the webpage to provide Lao citizens with information about legal aid services. The public can go to the website, ask questions, and request advice and consultation from the MOJ free of charge. MOJ utilizes legal aid, including the webpage, to ensure that vulnerable people -- such as the poor, disadvantaged, people living with disabilities, children, victims of violence, and victims of human trafficking -- have access to legal resources.

The launch of the webpage was witnessed by Vice Minister of Justice Mr. Bountha Xongyhethao, USAID Country Representative Mr. Michael Ronning, and TAF Country Representative Todd Wassel and attended by representatives from the Ministry of Justice along with the press, lawyers, and development partners.

This Legal Aid Webpage was developed with support from the United States Agency for International Development (USAID) in partnership with the Asia Foundation through the USAID Legal Aid Support program.

“Today’s launch of the Legal Aid Webpage demonstrates the United States’ firm commitment under the U.S.-Laos Comprehensive Partnership to promote access to justice in Laos,” said Mr. Michael Ronning. “This year, the United States and the Lao PDR are celebrating the 5th anniversary of the Comprehensive Partnership, and the United States is proud to continue supporting Lao PDR to achieve its national development goals.”

The webpage will provide a greater number of Lao citizens with access to important legal aid services, including information and referrals for advice and documentation. The Legal Aid Webpage will also support the MOJ to increase access to justice for all and ensure equality, with the aim of building a more just and prosperous Lao PDR. To date, the program has doubled the

number of legal aid offices, which will benefit vulnerable populations across the country for many years to come.

XS
SM
MD
LG