ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກໍາປັ່ນບັນທຸກເຮືອບິນ ຂອງສະຫະລັດ ຮ່ວມເຝິກແອບ ກັບກອງທັບເຮືອ ຍີ່ປຸ່ນ ແລະ ເກົາຫລີໃຕ້ (ວີດີໂອ ລາວ/ອັງກິດ)


US Aircraft Carrier Strike Group Shrugs Off North Korean Threats
please wait

No media source currently available

0:00 0:03:01 0:00
ລິງໂດຍກົງ

ເບິ່ງວີດີໂອ ກ່ຽວກັບລາຍງານນີ້ ເປັນພາສາອັງກິດ.

ເມື່ອ​ຕົ້ນເດືອນ​ນີ້ ​ເກົາຫຼີ​ເໜືອ​ ໄດ້ກ່າວ​ໂຈມ​ຕີ​ຢ່າງ​ໃຫຍ່​ ຕໍ່​ການ​
ຊ້ອມ​ກູ້​ໄພ​ທາງ​ທະ​ເລທີ່ີ​ປະກອບດ້ວຍ​ກໍາລັງ​ທະຫານສະຫະລັດ
​ເກົາ​ຫຼີໃຕ້ ​ແລະຍີ່ປຸ່ນ. ຄໍາ​ຂູ່​ຂອງ​ພຽງ​ຢາງ​ຕໍ່​ການ​ຊ້ອມ​ລົບ ແບບ​
ນັ້ນ ແມ່ນ​ມີ​ຂຶ້ນ​ເປັນ​ປະ​ຈໍາ​ຢູ່​ແລ້ວ ​ແຕ່​ການ​ຊ້ອມ​ລົບ​ຄັ້ງ​ນີ້ ມີ​ຂຶ້ນ
ກ່ອນ​ໜ້າແຜນການ​ຂອງ​ສະຫະລັດ ທີ່​ຈະເສີມ​ສະມັດຖະພາບ​
ທາງ​ກອງທັບ​ຂອງ​ຕົນ ຢູ່​ໃນຂົງ​ເຂດ ຊຶ່ງເລຶ່ອງນີ້​ກໍ​ປະກົດ​ວ່າ​ ໄດ້
ສ້າງ​ຄວາມ​ເປັນ​ຫ່ວງ​ ​ໃຫ້​ຈີນ​ນໍາ​ເຊັ່ນ​ກັນ. Daniel Schearf ຜູ້​
ສື່​ຂ່າວ​ວີ​ໂອ​ເອ ປະ​ຈໍາ​ກຸງ​ໂຊ​ລ ​ເກົາ​ຫຼີໃຕ້ສົ່ງລາຍ​ງານ​ມາຈາກ​
ກໍ່າ​ປັ່ນ​ບັນທຸກ​ເຮືອບິນ ທີ່​ໃຊ້​ພະລັງ​ນີວ​ເຄຼຍ USS George
Washington ຂອງ​ສະຫະລັດ ທີ່​ລອຍລໍາຢູ່​ນອກ​ຝັ່ງ​ທະ​ເລ​ຂອງ​
ເກົາ​ຫຼີ​ໃຕ້ ຊຶ່ງດາຣາ ຈະ​ນໍາ​ມາສະ​ເໜີ​ທ່ານ.


ເບິ່ງວີດີໂອ ກ່ຽວກັບລາຍງານນີ້ ເປັນພາສາລາວ:


ເຮືອບິນ​ລົບ​ໄອ​ພົ່ນ​ແລ່ນ​ຂຶ້ນຈາກດາດ​ຟ້າຂອງ​ກໍ່າ​ປັ່ນ​ USS George Washington
ທີ່​ ລອຍລໍາຢູ່​ນອກ​ຝັ່ງ​ທະ​ເລ​ຂອງ​ເກົາ​ຫຼີ​ໃຕ້ ຊຶ່ງແມ່ນ​ນຶ່ງ​ໃນ​ຈໍານວນສິບລໍາຂອງກອງທັບ
ເຮືອສະຫະລັດ ​ອັນທີ່​ເອີ້ນກັນ​ວ່າ ກໍ່າ​ປັ່ນ​ບັນທຸກ​ເຮືອບິນ​ຂະໜາດ​ຍັກ ຊຶ່ງເປັນ​ກໍ່າ​ປັ່ນລົບ
​ຂະໜາດ​ໃຫຍ່​ທີ່​ສຸດ​ທີ່​ເຄີຍ​ສ້າງ​ມາ. ການ​ຊ້ອມ​ລົບ​ກັນ​ເມື່ອ​ບໍ່​ດົນ​ມາ​ນີ້ ທີ່​ມີກໍ່າ​ປັ່ນ​ຈາ​ກ
ຍີ່ປຸ່ນແລະ​ເກົາຫຼີ​ໃຕ້ ​ປະ​ກອບ​ສ່ວນ​ນໍາ​ນັ້ນ ແມ່ນສຸມ​ໃສ່​ພາລະກິດ​ດ້ານການ​ກູ້​ໄພ​ແລະ​
ດ້ານ​ມະນຸດສະ​ທໍາ ​ແຕ່ໄດ້ຖືກ​ກ່າວ​ໂຈມ​ຕີ​ຢ່າງ​ໃຫຍ່​ຈາກ​ເກົາ​ຫຼື​ເໜືອ​.

ສື່​ມວນ​ຊົນ​ຂອງລັດ​ເກົາຫລີ​ເໜືອ​ເອີ້​ນ ການ​ຊ້ອມລົບສາມ​ຝ່າຍ​ນີ້ວ່າ ​ເປັນບົດ​ນໍາໜ້າ ການ​ກໍ່ສົງຄາມ.

ຕິດຕາມ​ໄປ​ກັບກໍ່າ​ປັ່ນບັນທຸກ​ເຮືອບິນ​ແ​ຕ່ລະ​ລໍາ​ຂອງ​ສະຫະລັດ​ນັ້ນ ຈະ​ມີ​ກໍ່າ​ປັ່ນສະໜັບ
ສະໜຸນ​ຈໍານວນ​ນຶ່ງ​ ຊຶ່ງ​ມີ​ທັງເຮືອ​ລົບ​ຂະໜາດ​ນ້ອຍ​ໃຫຍ່​ແລະເຮືອ​ບໍາລຸງ ​ແລະ​ບາງ​ເທື່ອ​
ກໍ​ມີ​ເຮືອ​ດໍາ​ນໍ້າ​ຕິດຕາມ​ໄປ​ນໍາ ຊຶ່ງ​ລວມທັງ​ໝົດ​ແລ້ວ ​ແມ່ນ​ຈະ​ມີທະຫານ​ເຮືອ​ຫຼາຍກ່ວາ
7 ພັນ​ຄົນ ​ແລະ​ກໍາ​ປັ່ນຝຸງ​ນີ້​ທັງ​ໝົດ​ນັ້ນ​ເອີ້ນ​ວ່າ strike group ຫຼືກຸ່ມ​ໂຈມ​ຕີ.

​ພົນ​ເຮືອ​ເອກ Mark Montgomery ຜູ້​ບັນຊາ​ການ strike group ຂອງ ກໍ່າ​ປັ່ນ​ USS George Washington ບໍ່​ໃຫ້​ຄວາມ​ສໍາຄັນ​ແກ່​ສໍານ​ວນ​ໂວຫານ​ຂອງ​ພຽງ​ຢາງ.

ນາຍ​ພົນ Mark ​ເວົ້າ​ວ່າ: “ສໍາລັບ​ພວກ​ເຮົາ​ແລ້ວ ພວກ​ເຮົາ​ບໍ່​ເຄີຍ​ໄດ້​ປ່ຽນ​ແປງ
ຈັງຫວະ​ການປະຕິບັດ​ການ​ຂອງ​ພວກ​ເຮົາ ຫຼື​ປ່ຽນ​ແປງ​ລັກສະນະ ຫຼື ຂອບ​ເຂດ
ທີ່​ພວກ​ເຮົາ​ເຝິກ​ແອບ​ກໍາລັງ​ທະຫານ​ຂອງ​ພວກ​ເຮົາ​ນັ້ນ ແຕ່​ຢ່າງ​ໃດ​ເລີຍ ​ແລະ
ຂ້າພະ​ເຈົ້າຂໍ​ປ່ອຍໃຫ້ທາງ​ຂັ້ນ​ສູງ ຫາລື​ກັນ​ສະກ່ຽວ​ກັບຜົນ​ກະທົບ ຈາກການ​
ກະທໍາໃດໆ​ທີ່​ສະ​ເພາະ​ເຈາະ​ຈົງ​ ຂອງ​ເກົາຫຼີ​ເໜືອນັ້ນ.”


​ເຖິງ​ແມ່ນ​ມີ​ການກ່າວ​ໂຈມ​ຕີຈາກເກົາຫຼີ​ເໜືອກໍ​ຕາມ ​ແຕ່ນາຍ​ພົນ Montgomery ກໍ
ເວົ້າ​ວ່າ ການ​ຊ້ອມ​ລົບ​ກັນ​ດັ່ງກ່າວ ​ແມ່ນສໍາຄັນຕໍ່​ການ​ຮັກສາຄວາມພ້ອມເອົາໄວ້.

ນາຍ​ພົນ​ Montgomery ​ເວົ້າ​ວ່າ: “ເປັນ​ທີ່​ຊັດ​ເຈນ​ທີ່​ສຸດ ກໍ່າ​ປັ່ນ​ບັນທຸກ​ເຮືອບິນ ​
ແລະ​ກໍ່​າປັ່ນ​ເຫຼົ່າ​ນີ້ ມີພາລະກິດ​ຫຼາຍໆຢ່າງ. ແຕ່ຂ້າພະ​ເຈົ້າຂໍເວົ້າ​ວ່າ ພວກ​ເຮົາ​
ເຝິກ​ແອບ​ສໍາລັບພາກ​ປະຕິບັດ​ຫຼາຍ​ຢ່າງຄື​ກັນ ​ເຊັ່ນການ​ປ້ອງ​ກັນ​ທາງ​ອາກາດ​
ການ​ປ້ອງ​ກັນ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ສົງຄາມຕໍ່ຕ້ານ​ກໍ່າ​ປັ່ນ​ດໍາ​ນໍ້າ ສົງຄາມ​ຕໍ່
ຕ້ານ​ພາກ​ພື້ນ​ດິນ ຊຶ່ງ​ແທ້ໆ​ແລ້ວແມ່ນເປັນພາລະກິດ​ໃນ​ຂອບ​ເຂດ​ກວ້າງຂວາງ
ທີ່​ເຮົາ​ເຫັນ​ຢູ່​ໃນ​ໜ່ວຍ​ໂຈມ​ຕີ​ຂອງກໍ່າ​ປັ່ນ​ບັນທຸກ​ເຮືອບິນ ​ແລະ​ພວກ​ເຮົາ​ກໍ​ພ້ອມ​
ໃນ​ທຸກໆ​ດ້ານ.”


​ແຄັປຕັນ Greg Fenton ຜູ້​ບັນຊາ​ການກໍ່າ​ປັ່ນ USS George Washington ​ເວົ້າ​ວ່າ
ການ​ຊ້ອມ​ລົບ​ຍັງ​ຊ່ວຍເຮັດ​ໃຫ້ການ​ຕິດ​ຕໍ່​ສື່ສານ​ກັນ ລະຫວ່າງກອງທັບ​ຈາກ​ທັງສາມ​
ປະ​ເທດ ​ເປັນ​ໄປ​ຢ່າງ​ລາບ​ລື່ນອີກ.

ແຄັປຕັນ Fenton ​ເວົ້າ​ວ່າ: “ຂ້າພະ​ເຈົ້າ​ຢາກ​ຈະ​ຈັດ​ລັກສະນະ​ຂອງການຊ້ອມ​ລົບ​
ນີ້ວ່າ ສໍາ​ເລັດຜົນໃນ​ດ້ານ​ຕ່າງໆ​ທີ່​ພວກ​ເຮົາໄດ້​ສຸມ​ຄວາມ​ສົນ​ໃຈ​ໃສ່​ ​ເຊ່ນເລຶ່ອງ
ການ​ຊ່ວຍ​ເຫຼືອດ້ານ​ມະນຸດສະ​ທໍາ​ເປັນ​ຕົ້ນ. ​ແລະ​ແນ່ນອນ​ວ່າ ມັນ​ກໍແມ່ນຈະ​ມີ
​ສິ່ງ​ທ້າ​ທາຍ​ແລະ​ຄວາມແຕກ​ຕ່າງທີ່​ລະອຽດ​ອ່ອນ ໃນ​ວິທີ​ການ​ທີ່​ພວກ​ເຮົາ​ສື່ສານ
​ກັນ​ນັ້ນ ​ແຕ່​ໂດຍ​ລວມ​ແລ້ວ ພວກ​ເຮົາ​ແມ່ນປະສົບ​ຜົນ​ສໍາ​ເລັດ​ຫຼາຍໃນ​ການ​ຂ້າມ
​ຜ່ານ​ຄວາມ​ຫຍຸ້ງຍາກ​ເຫຼົ່າ​ນັ້ນ.”


ກໍ່າ​ປັ່ນ​ບັນທຸກ​ເຮືອບິນ USS George Washington ​ບັນທຸກ​ເຮືອບິນປະມານ 80 ລໍາ
ພ້ອມ​ດ້ວຍ​ລູກ​ເຮືອ​ອີກ 6,000 ຄົນ. ທ່ານ Shin In-kyun ​ແຫ່ງ​ເຄືອ​ຂ່າຍປ້ອງ​ກັນເກົາຫຼີ
ຫຼື Korea Defense Network ຊຶ່ງ​ເປັນ​ກຸ່ມ​ນະ​ໂຍບາຍ​ເອກ​ກະຊົນ​ ກ່າວ​ວ່າ ສະມັດຖະ
ພາບຢ່າງ​ມະຫາສານ​ທີ່​ວ່າ​ນີ້ ​ເຮັດ​ໃຫ້​ເກີດ​ປະຕິກິລິຍາ​ຢ່າງ​ໃຫຍ່​ຈາກ​ເກົາຫຼີ​ເໜືອ.

ທ່ານ Shin ​ເວົ້າ​ວ່າ: “ຂ້າພະ​ເຈົ້າຄິດ​ວ່າ ​ເກົາຫຼີ​ເໜືອ​ຕອບ​ໂຕ້​ດ້ວຍຄໍາ​ເວົ້າແບບ ເກາະຜິດ​ ກໍຍ້ອນ​ວ່າ​ ກອງທັບ​ເກົາ​ຫຼື​ເໜືອ​ຈະເບິ່ງ​ຄື​ວ່າອ່ອນ​ແອ​ ຖ້າ​ຫາກວ່າ ເຂົາ​ເຈົ້າບໍ່​ເຮັດ​ຫຍັງ​ເລີຍ ​ເພື່ອເຕືອນກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງກໍ່າ​ປັ່ນ USS George Washington ນັ້ນ.”

​ແຜ​ນການ​ຂອງ​ສະຫະລັດ ທີ່​ຈະ​ເສີມ​ຂະຫຍາຍ​ການ​ມີໜ້າ​ຂອງ​ກອງທັບ​ຂອງ​ຕົນ ຢູ່​ໃນ​
ຂົງ​ເຂດ​ເອ​ເຊຍ​ປາຊິ​ຟິກນັ້ນ ອາດ​ສາມາດ​ນໍາ​ເອົາ​ກໍ່າ​ປັ່ນ​ລົບ​ມາ ​ປະ​ຈໍາ​ການ​ຢູ່​ເຂດ​ນ່ານ
ນໍ້າ​ນີ້ ຕື່ມອີກຫຼາຍ​ລໍາ. ​ເລຶ່ອງນີ້​ແມ່ນ​ສ້າງ​ຄວາມ​ເປັນ​ຫ່ວງໃຫ້​ແກ່​ຈີນ​ ທີ່ໄດ້​ທໍາ​ການ​ເສີມ​
ສ້າງ​ກອງທັບ​ເຮືອ​ຂອງ​ຕົນ​ ​ໃນ​ຂະນະ​ທີ່ອ້າງ​ເອົາກໍາ​ມະ​ສິດ​ໃນ​ດິນ​ດອນ​ໃນເຂດ​ທະ​ເລ​
ຈີນໃຕ້ ຢ່າງ​ໜັກ​ແໜ້ນ​ຂຶ້ນ​ນັ້ນ.

​ເມື່ອ​ປີຜ່ານມາ​ນີ້ ປັກ​ກິ່ງກໍ​ໄດ້ເປີດ​ຕົວ​ກໍ່າ​ປັ່ນ​ບັນທຸກ​ເຮືອບິນ ​ລໍາ​ທໍາ​ອິດ​ຂອງຕົນ. ເມື່ອຖືກ
ຖາມ​ວ່າ ກຸ່ມ​ໂຈມຕີຂອງ​ທ່ານ​ຈະ​ເຮັດແນວ​ໃດ ຖ້າ​ຫາກ​ຈີນ​ໃຊ້​ກໍ່າ​ປັ່ນລໍານີ້ ທໍາ​ການເກາະ​
ຜິດ ພົນ​ເຮືອ​ເອກ Mark Montgomery ຜູ້​ບັນຊາ​ການ strike group ຂອງກໍ່າ​ປັ່ນ​ USS
George Washington ​ໃຫ້​ຄວາມ​ເຫັນ​ດັ່ງ​ນີ້:

“​ກອງທັບ​ເຮືອ​ຂອງ​ສະຫະລັດ ​ແລະ​ຈີນ ມີການ​ຮ່ວມ​ມື​ກັນຢ່າງໃກ້ຊິດ​ ກ່ຽວ​ກັບ​
ຫຼາຍໆ​ບັນຫາ​. ສະ​ນັ້ນ ຄວາມ​ຄິດ​ທີ່​ວ່າ​ພວກ​ເຮົາ​ຈະ​ວາງແຜນການໄວ້ ສໍາລັບ
​ຮັບ​ມື​ກັບສິ່ງໃດ​ສິ່ງນຶ່ງ​ສະ​ເພາະ​ເຈາະ​ຈົງແບບ​ນັ້ນ ຖື​ວ່າເປັນ​ການບໍ່​ເໝາະ​ສົມ​ເລີ​ຍ.”


ປັດຈຸບັນ​ ມີ​ກໍ່າ​ປັ່ນ​ບັນທຸກ​ເຮືອບິນ​ ທີ່​ປະຕິບັດ​ການ​ຢູ່​ໃນ​ທົ່ວ​ໂລກ ພຽງແຕ່ 20 ລໍາ​ເທົ່ານັ້ນ
ຊຶ່ງກໍ່າ​ປັ່ນ​ເຫຼົ່າ​ນີ້​ເປັນ​ທັງ​ ສັນຍາ​ລັກ​ແຫ່ງ​ກຽດ​ແລະ​ຊື່​ສຽງ ​ທັງ​ເປັນ​ຊັບ​ສິນ​ຂອງກອງທັບ​ທີ່​ມີ​
ພະລັງ​ຂອງຊາດ. ດ້ວຍ​ເຫດ​ນີ້ ປະ​ເທດ​ຕ່າງໆ ​ເຊັ່ນ ຈີນ ​ແລະ​ອິນ​ເດຍ ຈຶ່ງພາກັນສ້າງແລະ​
ນໍາ​ເອົາ​ກໍ່າ​ປັ່ນ​ບັນທຸກ​ເຮືອບິນ​ຂອງຕົນ​ເອງ​ ອອກ​ປະ​ຈໍາ​ການ.
XS
SM
MD
LG