ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກໍາປັ່ນບັນທຸກເຮືອບິນ ຂອງສະຫະລັດ ຮ່ວມເຝິກແອບ ກັບຍີ່ປຸ່ນແລະເກົາຫລີໃຕ້


ເມື່ອ​ຕົ້ນເດືອນຕຸລາ​ນີ້ ​ເກົາຫຼີ​ເໜືອ​ໄດ້ກ່າວ​ໂຈມ​ຕີ​ຢ່າງ​ໃຫຍ່ຕໍ່​ ການ​ຊ້ອມ​ກູ້​ໄພ​ທາງທະ​ເລ ທີ່ປະກອບ​ດ້ວຍ​ກໍາລັງ​ທະຫານ ສະຫະລັດ ​ເກົາ​ຫຼີ​​ໃຕ້ ​ແລະ ຍີ່ປຸ່ນ. ຄໍາ​ຂູ່​ຂອງ​ພຽງ​ຢາງ​ຕໍ່​ການ​ ຊ້ອມ​ລົບ​​ແບບ​ນັ້ນ ແມ່ນ​ມີ​ຂຶ້ນ​ເປັນ​ປະ​ຈໍາ​ຢູ່​ແລ້ວ ​ແຕ່​ການ​ ຊ້ອມ​ລົບ​ຄັ້ງ​ນີ້ ມີ​ຂຶ້ນກ່ອນ​ໜ້າແຜນການ​ຂອງ​ສະຫະລັດ ທີ່ ​ຈະເສີມ​ສະມັດຖະພາບ​ທາງ​ກອງທັບ​ຂອງ​ຕົນ ຢູ່​ໃນຂົງ​ເຂດ ຊຶ່ງ​ເລຶ່ອງນີ້​ກໍ​ປະກົດ​ວ່າ​ໄດ້ສ້າງ​ຄວາມ​ເປັນ​ຫ່ວງ​ ​ໃຫ້​ຈີນ​ນໍາ ​ເຊັ່ນ​ກັນ. ຜູ້​ສື່​ຂ່າວ​ ວີ​ໂອ​ເອ ປະ​ຈໍາ​ກຸງ​ໂຊ​ລ ​ເກົາ​ຫຼີໃຕ້ ສົ່ງ ລາຍ​ງານ​ມາຈາກ​ກໍ່າ​ປັ່ນ​ບັນທຸກ​ເຮືອ ບິນ ທີ່​ໃຊ້​ພະລັງ​ນີວ ​ເຄຼຍ USS George Washington ຂອງ​ສະຫະລັດ ທີ່ ​ລອຍລໍາ ຢູ່​ນອກ​ຝັ່ງ​ທະ​ເລ​ຂອງ​ເກົາ​ຫຼີ​ໃຕ້.

ຂ່າວປະເພດຕ່າງໆ

XS
SM
MD
LG