ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ອາຣັບເອເມເຣສ ໄດ້ສົ່ງຍານຂອງຕົນ ໄປຍັງດາວພະອັງຄານ ເປັນຄັ້ງທໍາອິດ


ພາບຖ່າຍໃນວັນທີ 19 ກໍລະກົດ 2020 ສະແດງໃຫ້ເຫັນຈໍໂທລະພາບ ອອກຂ່າວກ່ຽວກັບການສົ່ງຍານສໍາຫລວດອະວະກາດ "Hope" ໄປຍັງດາວພະອັງຄານຢູ່ສູນກາງອະວະກາດ Mohammed Bin Rashid ໃນນະຄອນຫວງ Dubai ຂອງສະຫະລັດ ອາຣັບເອເມເຣສ
ພາບຖ່າຍໃນວັນທີ 19 ກໍລະກົດ 2020 ສະແດງໃຫ້ເຫັນຈໍໂທລະພາບ ອອກຂ່າວກ່ຽວກັບການສົ່ງຍານສໍາຫລວດອະວະກາດ "Hope" ໄປຍັງດາວພະອັງຄານຢູ່ສູນກາງອະວະກາດ Mohammed Bin Rashid ໃນນະຄອນຫວງ Dubai ຂອງສະຫະລັດ ອາຣັບເອເມເຣສ

ສະຫະລັດ ອາຣັບເອເມເຣສ ຫລື UAE ໄດ້ສົ່ງຍານຂອງຕົນ ໄປຍັງດາວພະອັງຄານໃນຕອນເດິກຂອງວັນຈັນມື້ນີ້ ຂະນະທີ່ປະເທດດັ່ງກ່າວໄດ້ພະຍາຍາມ ທີ່ຈະພັດທະນາຄວາມສາມາດທາງດ້ານວິທະຍາສາດແລະເທັກໂນໂລຈີຂອງຕົນ ແລະປ່ຽນອອກຈາກການເພິ່ງພາອາໄສຕໍ່ນໍ້າມັນຢູ່ນັ້ນ (ອີງຕາມລາຍງານຂອງອົງການຂ່າວຣອຍເຕີ້).

ຍານສໍາຫລວດ ຄວາມຫວັງ ຫລື Hope Probe ໄດ້ທະຍານອອກຈາກສູນກາງອະວະກາດແທເນກາສຊິມາ (Tanegashima) ຂອງຍີ່ປຸ່ນໃນເວລາ1:58 ໂມງເຊົ້າຂອງ UAE ຫລື 6:58 ໂມງເຊົ້າຂອງຍີ່ປຸ່ນໃນວັນອາທິດຫຼື 21:58 ໂມງ ຕາມເວລາມາດຕະຖານສາກົນ ເພື່ອເດີນທາງເປັນເວລາ 7 ເດືອນໄປຍັງ ດາວພະເຄາະສີແດງໜ່ວຍນັ້ນ, ບ່ອນທີ່ມັນຈະໂຄຈອນ ແລະສົ່ງຂໍ້ມູນກ່ຽວກັບຊັ້ນບັນຍາກາດກັບມາໃຫ້ໂລກ.

ການປະຕິບັດງານຄັ້ງທໍາອິດຂອງຊາວອາຣັບນີ້ ຊຶ່ງມີກໍານົດວ່າຈະສົ່ງຂຶ້ນໃນວັນ ທີ 14 ກໍລະກັດ ແຕ່ວ່າຖືກຊັກຊ້າໄປສອງຄັ້ງຍ້ອນອາກາດບໍ່ດີ.

ມີການປະຕິບັດງານໃນການສໍາຫລວດຢ່າງຫ້າວຫັນຢູ່ 8 ຍານ ໃນດາວພະອັງຄານໃນປັດຈຸບັນນີ້; ບາງຍານແມ່ນໂຄຈອນອ້ອມດາວພະເຄາະດັ່ງກ່າວ ແລະ ບາງຍານກໍໄດ້ລົງໄປເທິງພື້ນມັນແລ້ວ. ຈີນ ແລະສະຫະລັດ ຕ່າງກໍມີແຜນການ ທີ່ຈະສົ່ງຍານອະວະກາດຂຶ້ນໄປອີກໃນປີນີ້.

ການໄປປະຕິບັດງານ ໃນດາວພະອັງຄານຂອງເອເມເຣສ ມີຄ່າໃຊ້ຈ່າຍ 200 ລ້ານໂດລາ, ອີງຕາມລັດຖະມົນຕີກະຊວງວິທະຍາສາດທີ່ທັນສະໄໝ, ທ່ານ ຊາຣາ ອາທີຣິ (Sarah Amiri). ມັນແນເປົ້າໝາຍໃສ່ສະໜອງພາບທັງໝົດ ຂອງບັນຍາກາດໃນດາວພະອັງຄານເປັນຄັ້ງທໍາອິດ, ໂດຍສຶກສາການປ່ຽນແປງ ປະຈໍາວັນ ແລະຕາມລະດູການ.

UAE ທໍາອິດໄດ້ປະກາດແຜນການ ສໍາລັບການປະຕິບັດງານຂອງຕົນ ໃນປີ 2014 ແລະໄດ້ເລີ້ມຕັ້ງໂຄງການອະວະກາດແຫ່ງຊາດຂອງຕົນຂຶ້ນໃນປີ 2017 ເພື່ອພັດທະນາຄວາມຊ່ຽວຊານໃນທ້ອງຖິ່ນ. ພົນລະເມືອງ 9.4 ລ້ານຄົນຂອງ ປະເທດນີ້ ຊຶ່ງສ່ວນໃຫຍ່ແມ່ນເປັນກໍາມະກອນຕ່າງປະເທດ ແມ່ນຂາດພື້ນຖານ ດ້ານວິທະຍາສາດ ແລະອຸດສາຫະກໍາຂອງຊາດທີ່ບິນໄປຍັງອະວະກາດ.

ປະເທດນີ້ມີແຜນການອັນສູງທີ່ຈະໄປຕັ້ງຖິ່ານຖານຢູ່ດາວພະອັງຄານໃຫ້ໄດ້ໃນປີ 2117. ທ່ານ ຮາຊຊາ ອາລ-ແມນຊູຣີ (Hazza al-Mansouri) ກາຍເປັນຊາວອາເມເຣສຄົນທໍາອິດ ທີ່ຢູ່ໃນອະວະກາດໃນເດືອນກັນຍາຜ່ານມາ ເມື່ອທ່ານ ໄດ້ບິນໄປຍັງສະຖານີອະວະກາດສາກົນ.

ເພື່ອພັດທະນາ ແລະສ້າງຍານສໍາຫລວດ Hope Probe, ສູນກາງອະວະກາດ ໂມຮໍາເມດ ບິນ ຣາຊຮິດ (Mohammed Bin Rashid) ຂອງນະຄອນດູບາຍ ແລະອາເມເຣສ ຫລື MBRSC ໄດ້ເຮັດວຽກຮ່ວມກັນກັບ ສະຖາບັນການສຶກສາຂອງສະຫະລັດ.

ພາຍຫລັງທີ່ໄດ້ຍິງຍານອະວະກາດຂຶ້ນໄປໄດ້ 1 ຊົ່ວໂມງ, ຍານສໍາຫລວດດັ່ງ ກ່າວຈະໃຊ້ແຜງສ້າງພະລັງງານຈາກຕາເວັນ ເພື່ອສະໜອງພະລັງງານໃຫ້ແກ່ລະບົບສື່ສານ ແລະລະບົບຕ່າງໆຂອງຕົນ. ສູນກາງອະວະກາດ MBRSC ຢູ່ ນະຄອນດູບາຍ ຈາກນັ້ນ ຈະຄວບຄຸມເບິ່ງຍານອະວະກາດ ໃນຂະນະທີ່ມັນເດີນ ທາງໃນໄລຍະ 494 ລ້ານກິໂລແມັດໃນອັດຕາຄວາມໄວ 121,000 ກິໂລແມັດ ຕໍ່ຊົ່ວໂມງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG