ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແອັບພລີເຄຊັ້ນ ພິເສດ ຖືກນຳມາໃຊ້ ເພື່ອສອນ ແລະ ໃຫ້ຄວາມບັນເທີງແກ່ ເດັກນ້ອຍ ໃນລະຫວ່າງ ການປິດ ໂຮງຮຽນ ຍ້ອນ COVID-19


COVID Home School Tech Tools -- USAGM
please wait

No media source currently available

0:00 0:02:48 0:00

Unique Apps That Educate and Entertain During COVID-19 School Closures

ການປິດໂຮງຮຽນ ທີ່ມີສາເຫດມາຈາກໂຣກລະບາດ ໄວຣັສໂຄໂຣນາ ໝາຍຄວາມວ່າ ພໍ່ແມ່ຈຳ ນວນຫຼາຍ ຈະພະຍາຍາມຄິດຫາວິທີ ເພື່ອສິດສອນ ແລະ ໃຫ້ຄວາມບັນເທີງ ແກ່ລູກຂອງເຂົາເຈົ້າຢູ່ບ້ານ. ໃນຂະນະທີ່ມັນມີທາງ ເລືອກອື່ນໆຢູ່ໃນໂລກອອນໄລນ໌ຫຼາຍຢ່າງ, ພໍ່ແມ່ບາງຄົນກໍມີຄວາມເປັນຫ່ວງ ກ່ຽວກັບ ການໃຊ້ເວລາ ຢູ່ຕໍ່ໜ້າຈໍຄອມພິວເຕີຫຼາຍໂພດ. ນັກຂ່າວວີໂອເອ ເອລິຊາເບັດ ລີ ມີລາຍລະອຽດ ກ່ຽວກັບ ແອັບພລີເຄຊັນ ສອງຢ່າງທີ່ປະ ສານຮ່າງກາຍ ແລະ ລະບົບດິຈິຕອລເຂົ້າກັນ ສະນັ້ນພວກນັກຮຽນທີ່ຮຽນ ຢູ່ບ້ານ ຈຶ່ງຈະໄດ້ຮັບຜົນປະໂຫຍດ ຈາກສອງຢ່າງນັ້ນ ເຊິ່ງ ພຸດທະສອນ ຈະນຳລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ສຳລັບບັນດາພໍ່ແມ່ຜູ້ທີ່ມີຄວາມເປັນຫ່ວງ ກ່ຽວກັບ ການໃຊ້ເວລາຢູ່ໜ້າຈໍຄອມ ພິວເຕີຫຼາຍໂພດ ເວລາທີ່ລູກຂອງເຂົາເຈົ້າຢູ່ບ້ານນັ້ນ, ເຂົາເຈົ້າບໍ່ໄດ້ໂດດດ່ຽວ.

ທ່ານ ເດວິດ ໂດຣບິກ ໄດ້ກ່າວວ່າ ຖ້າເຈົ້າເສຍເວລາເບິ່ງ YouTube, Instagram ກັບ Tik Tok ນັ້ນແມ່ນການໃຊ້ເວລາຢູ່ໜ້າຈໍແນວບໍ່ເປັນ ປະໂຫຍດທີ່ເຈົ້າຕ້ອງກຳຈັດ.

ນັ້ນແມ່ນທ່ານ ເດວິດ ໂດຣບິກ, ຜູ້ຮ່ວມກໍ່ຕັ້ງບໍລິສັດ ແອັບພລີເຄຊັນ Vividbooks, ເປັນແອັບທີ່ໃຊ້ພາບເໝືອນໂລກທີ່ເປັນຈິງ ເພື່ອນຳເອົາປຶ້ມ ຕຳລາການຮຽນທີ່ຖືກອອກແບບມາເປັນພິເສດ ໃຫ້ມີຊີວິດຊີວາ ກ່ຽວກັບ ຄວາມຄິດວິຊາຟີຊິກທີ່ຍາກ.

ທ່ານ ເດວິດ ໂດຣບິກ ກ່າວວ່າ ຖ້າເຈົ້າເບິ່ງປຶ້ມແບບດັ້ງເດີມທຸກຫົວ ທີ່ພວກ ເດັກນ້ອຍໃຊ້ທຸກມື້ນີ້ ຫຼື ອັນທີ່ເຂົາເຈົ້າໃຊ້ເມື່ອ 40 ປີທີ່ຜ່ານມາ, ເຈົ້າຈະເຫັນ ແຜ່ນພາບຂະໜາດນ້ອຍບາງອັນ ແລະ ມີໂຕໜັງສືຫຼາຍພໍສົມຄວນຢູ່ອ້ອມມັນ.

ຄວາມຄິດບາງອັນແມ່ນເຂົ້າໃຈງ່າຍໃນການປະຕິບັດ.

ຜ່ານຄອມພິວເຕີຕັ້ງໂຕະ ຫຼື ອຸປະກອນໂທລະສັບມືຖື, ໜ້າຂອງແອັບພລີເຄຊັນ Vividbooks ແມ່ນສາມາດພິມອອກມາໄດ້. ແລ້ວຜ່ານແອັບພລີເຄຊັ້ນນັ້ນ, ການຖືໂທລະສັບມືຖືຢູ່ເທິງໜ້າແອັບນັ້ນ ມັນຈະແຕ້ມພາບລະບາຍຢູ່ໃນໜ້ານັ້ນ.

ແອັບພລີເຄຊັນ ດັ່ງກ່າວປັດຈຸບັນນີ້ມີໃຫ້ໂຫຼດເອົາສຳລັບໂທລະສັບມືຖືຍີ່ຫໍ້ Apple. ເວີຊັ້ນ ເວັບໄຊ້ ແລະ ໂທລະສັບ ແອນດຣອຍ ແມ່ນຄາດວ່າຈະ ອອກມາໃນເດືອນມິຖຸນານີ້.

ໃນລະຫວ່າງສະຖານະການໂຣກລະບາດນີ້, ບັນດາພໍ່ແມ່ສາມາດເຂົ້າຫາໜ້າ ປຶ້ມຕຳລາການຮຽນໄດ້ ໂດຍບໍ່ເສຍຄ່າໃຊ້ຈ່າຍ. ເປົ້າໝາຍອາຍຸ ແມ່ນເດັກ ນ້ອຍຜູ້ທີ່ມີອາຍຸລະຫວ່າງ 10 ຫາ 12 ປີ. ບໍລິສັດດັ່ງກ່າວມີແຜນທີ່ຈະເພີ່ມ ວິຊາເຄມີ ແລະ ຊີວະສາດ ແລະ ຂະຫຍາຍວັດຖຸການຮຽນອອກໄປສຳລັບ ອາຍຸອື່ນໆ.

ແອັບພລີເຄຊັນ ອີກອັນນຶ່ງທີ່ປະສົມໂລກຄວາມຈິງ ກັບ ດິຈິຕອລແມ່ນ DoodleMatic, ຜະລິດໂດຍບໍລິສັດ Tink Digital. ຜູ້ກໍຕັ້ງຂອງມັນແມ່ນທ່ານ ມາຕິນ ຮອສແມັນ, ທີ່ເວົ້າວ່າແອັບ DoodleMatic ຈະອະນຸຍາດໃຫ້ຜູ້ໃຊ້ພົວ ພັນກັບແອັບດັ່ງກ່າວຢ່າງຄ່ອງແຄ້ວ.

ທ່ານ ມາຕິນ ຮອສແມັນ ໄດ້ກ່າວວ່າ ເທັກໂນໂລຈີແມ່ນສິ່ງທີ່ດີຫຼາຍ. ມັນ ຢູ່ອ້ອມຮອບພວກເຮົາ, ແລະ ມັນມີສິ່ງທີ່ມະຫັດສະຈັນຫຼາຍຢ່າງຢູ່ຂ້າງນອກນັ້ນ. ແຕ່ຫຼາຍຢ່າງທີ່ພວກເດັກນ້ອຍໃຊ້ນັ້ນບາງເທື່ອແມ່ນບໍ່ປະຕິກິລິຍາຫຍັງ.

ແທນທີ່ຈະຫຼິ້ນວິດີໂອເກມ ແລະ ບໍລິໂພກຄວາມຄິດຂອງຄົນຜູ້ອື່ນນັ້ນ, ພວກເດັກນ້ອຍສາມາດທີ່ຈະອອກແບບວິດີໂອເກມຂອງເຂົາເຈົ້າເອງ, ທຳອິດແມ່ນອອກແບບຢູ່ເຈ້ຍກັບສີທີ່ສະເພາະເຈາະສົງທີ່ບອກ ໂປຣແກຣມ ວ່າບາງສິ່ງແມ່ນ ອາວາຕ້າ, ເປົ້າໝາຍ ຫຼື ອັນຕະລາຍ. ແລ້ວ, ເຂົາເຈົ້າ ກໍສາມາດຖ່າຍຮູບແຕ້ມຈາກໂທລະສັບຜ່ານແອັບພລີເຄຊັນ, ແລະ ມັນກໍ ຈະກາຍເປັນວິດີໂອເກມ.

ທ່ານ ມາຕິນ ຮອສແມັນ ໄດ້ກ່າວວ່າ ພວກເຮົາມີຄວາມເຊື່ອໝັ້ນຢ່າງແຂງຂັນວ່າ ຄວາມສ້າງສັນ ແລະ ຈິນຕະນາການ ແມ່ນທັກສະທີ່ສຳຄັນສຳລັບ ທຸກໆອາຊີບ ທີ່ເຈົ້າອາດໄດ້ເຮັດ.

ເດັກນ້ອຍສາມາດອອກແບບເກມພາບແຕ້ມສອງຢ່າງໂດຍບໍ່ເສຍຄ່າໃຊ້ຈ່າຍ, ແລ້ວຈ່າຍເງິນບໍ່ເຖິງພຽງ 30 ໂດລາ ເພື່ອສ້າງຕື່ມອີກ 1,000 ອັນ.

School closures caused by the coronavirus pandemic mean many parents are trying to come up with ways to educate and entertain their children at home. While there are many online options, some parents worry about too much screen time. VOA’s Elizabeth Lee has the details on two applications that combine the physical and digital so students learning at home get the best of both worlds.

For parents who are worried about too much screen time when their children are home, they’re not alone.

“If you're wasting your time on YouTube, Instagram and TikTok, that's the bad kind of screen time that we want to eliminate.”

That’s David Drobik, co-founder of Vividbooks, an app that uses augmented reality to bring specially designed textbook pages to life on difficult physics concepts.

“If you look at any traditional textbook that kids use today or that they used to use over the last 40 years, you see some small diagrams and plenty of texts around them.”

Some concepts are easier to understand in action.

Through a desktop or mobile device, Vividbooks pages can be printed out. Then through the app, holding the mobile device over the page will animate the illustration on the page.

The app is currently only available for Apple mobile devices. Web and Android versions are expected in June.

During the pandemic, parents can access textbook pages for free. The target age: children who are 10- to 12 years old. The company plans to add chemistry and biology content, and expand material for more ages.

Another app that combines the real world with the digital is DoodleMatic, by Tink Digital. Its founder, Martin Horstman, says DoodleMatic allows users to actively engage with the app.

“Technology is great. It's all around us, and there are so many fantastic things out there. But a lot of the way maybe kids use it is passive.”

Instead of playing video games and consuming other people’s ideas, children can design their own video games, first on paper with specific colors that tell the program whether something is an avatar, a goal or a hazard. Then, they can take a picture of the drawing from a mobile device through the app, and it becomes a video game.

“We believe strongly that creativity and imagination is such an important skill for every career path that you might end up taking.”

Kids can design two animated games for free, then pay just under $30 to create 1,000 more.

XS
SM
MD
LG