ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູນີເຊັຟ: ເດັກນ້ອຍ ທີ່ຂາດທາດອາຫານ ໃນ ອັຟການິສຖານ ມີຊີວິດສ່ຽງຕໍ່ຄວາມຕາຍ


ເດັກຊາຍຜູ້ນຶ່ງຍ່າງຢູ່ໃນເຮືອນຫລັງນຶ່ງ ເກືອບວ່າບໍ່ມີຫຍັງ ຍັງເຫລືອໄວ້ໃຫ້ ຢູ່ໃນແຂວງກັນດາຮາ ທາງໃຕ້ນະຄອນ
ຫລວງກາບູລ ອັຟການິສຖານ ວັນທີ 3 ມີນາ 2019. ອົງ
ການທຶນເພື່ອເດັກນ້ອຍ ຂອງ ສຫລ ກຳລັງຂໍເງິນ ໄປປິ່ນປົວ ພວກເດັກນ້ອຍອັຟການິສຖານ ທີ່ຂາດທາດອາຫານ.
ເດັກຊາຍຜູ້ນຶ່ງຍ່າງຢູ່ໃນເຮືອນຫລັງນຶ່ງ ເກືອບວ່າບໍ່ມີຫຍັງ ຍັງເຫລືອໄວ້ໃຫ້ ຢູ່ໃນແຂວງກັນດາຮາ ທາງໃຕ້ນະຄອນ ຫລວງກາບູລ ອັຟການິສຖານ ວັນທີ 3 ມີນາ 2019. ອົງ ການທຶນເພື່ອເດັກນ້ອຍ ຂອງ ສຫລ ກຳລັງຂໍເງິນ ໄປປິ່ນປົວ ພວກເດັກນ້ອຍອັຟການິສຖານ ທີ່ຂາດທາດອາຫານ.

ອົງການທຶນສຳລັບເດັກນ້ອຍຂອງ ສະຫະປະຊາຊາດ ກຳລັງຮ້ອງຂໍເອົາເງິນ ເພື່ອປິ່ນ
ປົວເດັກນ້ອຍຫລາຍໆຮ້ອຍພັນຄົນ ໃນອັຟການິສຖານ ທີ່ຂາດທາດອາຫານຢ່າງຮ້າຍ
ແຮງ ຊຶ່ງຫຼາຍໆຄົນມີຊີວິດຢູ່ ພໍຢູ່ລອດເທົ້ານັ້ນ. Lisa Schein ສົ່ງລາຍງານເລື້ອງນີ້ມາ
ໃຫ້ວີໂອເອຈາກນະຄອນເຈນີວາ ດັ່ງ ສາລີ ຈະນຳລາຍລະອຽດມາສະເໜີທ່ານ ໃນອັນ
ດັບຕໍ່ໄປ.

ເດັກນ້ອຍອັຟການິສຖານປະມານ ສອງລ້ານຄົນ ກຳລັງຂາດທາດອາຫານຢ່າງຮ້າຍ
ແຮງ. ໃນຈຳນວນດັ່ງກ່າວ ກໍແມ່ນມີ 600,000 ຄົນ ທີ່ໄດ້ຮັບຄວາມທໍລະມານ ຍ້ອນ
ການຂາດທາດອາຫານຢ່າງຮ້າຍແຮງ. ໂຄສົກຜູ້ນຶ່ງຂອງອົງການທຶນສຳລັບເດັກນ້ອຍ
ຂອງສະຫະປະຊາຊາດ ທ່ານ ຄຣິສຕົຟ ບູລີແອຣັກ ກ່າວວ່າ ມັນເປັນການຂາດທາດ
ອາຫານ ທີ່ເປັນອັນຕະລາຍທີ່ສຸດ ໃນໝູ່ພວກເດັກນ້ອຍ ໂດຍເວົ້າວ່າ:

“ເດັກນ້ອຍຜູ້ໃດກໍຕາມທີ່ໄດ້ຮັບຄວາມທໍລະມານ ຈາກການຂາດທາດອາຫານ ທີ່ຮ້າຍ
ແຮງ ແມ່ນເປັນວິກິດການ ແລະຈຳເປັນຈະຕ້ອງໄດ້ປິ່ນປົວ ເພື່ອໃຫ້ລອດພົ້ນ. ພວກເຮົາ ບໍ່ສາມາດທີ່ຈະບອກພວກທ່ານໄດ້ ວ່າເດັກນ້ອຍຈະມີຈຳນວນທໍ່ໃດ ທີ່ຈະຕາຍໄປ. ແຕ່
ພວກເຮົາກໍຈະສາມາດບອກທ່ານໄດ້ວ່າ ພວກເດັກນ້ອຍທີ່ຂາດທາດອາຫານຢ່າງຮ້າຍ
ແຮງ ແມ່ນມີທ່າທາງວ່າ ຈະເສຍຊີວິດຫຼາຍກວ່າພວກທີ່ມີສຸຂະພາບດີເປັນຈຳນວນ 11
ເທົ້າ.

ອັຟການິສຖານ ກັບເຢເມັນ ແລະຊູດານໃຕ້ ເປັນນຶ່ງໃນຈຳນວນ ຫລາຍໆປະເທດ ທີ່ມີ
ພວກເດັກນ້ອຍຕໍ່າກວ່າອາຍຸຫ້າປີ ທີ່ເສຍຊີວິດ ຍ້ອນພະຍາດຂາດທາດອາຫານທີ່ຮ້າຍ
ແຮງ. ໄພແຫ້ງແລ້ງໃນປີ 2018 ຍິ່ງໄດ້ເຮັດໃຫ້ສະພາບດັ່ງກ່າວ ຮ້າຍແຮງຂຶ້ນຕື່ມ.

ການສຳຫລວດດ້ານໂພສະນາການເມື່ອບໍ່ດົນນີ້ ໃນທົ່ວອັຟການິສຖານ ໄດ້ພົບເຫັນວ່າ ໃນຈຳນວນ 34 ແຂວງ ມີ 22 ແຂວງ ແມ່ນຂາດທາດອາຫານແບບສຸກເສີນຢ່າງຮ້າຍແຮງ. ໃນປີກາຍນີ້ ອົງການ ຢູນີເຊັຟ ໄດ້ຊ່ອຍເຫຼືອແບບກອບກູ້ຊີວິດໄວ້ ໃນເກືອບເຄິ່ງນຶ່ງຂອງ
ປະເທດ ພວກເດັກນ້ອຍ ທີ່ຂາດເຂີນອາຫານການກິນ. ມັນໄດ້ແນໃສ່ 60 ເປີເຊັນ ຫຼື
375,000 ຄົນ ໃນຈຳພວກເດັກນ້ອຍດັ່ງກາວໃນປີນີ້. ແຕ່ທ່ານ ບູລີແອຣັກ ກໍໄດ້ບອກ ວີ
ໂອເອ ວ່າ ຢູນີເຊັຟ ພວມສູ້ຊົນ ເພື່ອໃຫ້ທຶນຊ່ອຍເຫຼືອ ພາລະກິດຂອງຕົນຢູ່. ເພິ່ນເວົ້າວ່າ ອົງການຂອງເພິ່ນຕ້ອງການເງິນ 7 ລ້ານ ໂດລາທັນທີ ໂດຍເວົ້າວ່າ:

“ພວກເຮົາເປັນຜູ້ຊ່ອຍເຫຼືອແຕ່ພຽງຜູ້ດຽວ ໃນການຮັກສາປິ່ນປົວພວກເດັກນ້ອຍທີ່ຂາດ
ທາດອາຫານທີ່ຮ້າຍແຮງນີ້. ພວກເຮົາຕ້ອງການເງິນທຶນດັ່ງກ່າວ ໃນອີກສາມອາທິດນີ້
ບໍ່ດັ່ງນັ້ນ ພວກເຮົາກໍຈະບໍ່ໄດ້ສົ່ງພວກອາຫານປິ່ນປົວ ໄປຍັງສະຖານທີ່ສຸຂາອະນາໄມ
1,300 ແຫ່ງ ທີ່ກຳລັງລໍຄອຍຢູ່.”

ໃນປີນີ້ ຢູນີເຊັຟ ໄດ້ຊ່ອຍເຫຼືອໃນການປິ່ນປົວພະຍາດຂາດທາດອາຫານທີ່ຮ້າຍແຮງ ພວກເດັກນ້ອຍຫຼາຍກວ່າ 73,000 ຄົນ. ທ່ານ ບູລີແອຣັກ ກ່າວວ່າ ເພິ່ນມີແຜນການ
ພ້ອມແລ້ວ ທີ່ຈະລົງມື ໄປໃຫ້ເຖິງພວກເດັກນ້ອຍ ໃຫ້ໄວທີ່ສຸດເທົ້າທີ່ຈະໄວໄດ້ເມື່ອໃດ
ເງິນໄປຮອດ.

ທ່ານໄດ້ເຕືອນວ່າ ສະຖານະພາບເລື້ອງໂພສະນາການສຳລັບເດັກນ້ອຍໃນອັຟການິສ
ຖານຈະຮ້າຍແຮງຂຶ້ນ ຖ້າປາສະຈາກເງິນທຶນໄປຊ່ອຍ ຕາມສາຍທາງທີ່ມີໄວ້.

About two million children in Afghanistan are acutely malnourished. Of those, 600,000 face severe acute malnutrition, the most dangerous form of undernutrition in children, said Christophe Boulierac, a spokesman for the U.N. Children's Fund.

"Any child suffering from severe acute malnutrition is a crisis and needs to be treated to survive," he said. "We cannot tell you how many children will die, but we can tell you that a child with severe acute malnutrition is 11 times more likely to die than their healthy peers."

Afghanistan, alongside Yemen and South Sudan, is among the countries with the highest numbers of children under age five suffering from severe acute malnutrition. Severe drought in 2018 has worsened the situation.

Recent nutrition surveys across Afghanistan find 22 out of 34 provinces are above the emergency threshold of acute malnutrition. Last year, UNICEF provided life-saving assistance to nearly half of the country's most nutritionally deprived children. It is aiming to reach 60 percent, or 375,000, of those children this year.

But UNICEF is struggling to fund its operation. The agency needs an immediate injection of $7 million, Boulierac said.

"We are the sole provider of this treatment against severe acutely malnourished children," he told VOA. "We need urgent funding in three weeks, otherwise, we will not send the necessary ready-to-use therapeutic food treatment to the 1,300 health facilities that are waiting for that."

This year, UNICEF has provided treatment to more than 73,000 severely malnourished children. Boulierac said plans are in place to immediately scale up the operation to reach more children as soon as more money is available.

He also warned that the nutritional status of Afghanistan's children is likely to worsen without more secure funding in the pipeline.

XS
SM
MD
LG