ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູນີເຊັບ ກ່າວວ່າ ຈຳນວນຜູ້ເສຍຊີວິດຈາກລະເບີດຝັງດິນ ເພີ້ມຂຶ້ນເປັນ 1,052 ຄົນ ໃນປີກາຍນີ້


ແຟ້ມພາບ - ທະຫານມຽນມາ ເບິ່ງຂຸມທີ່ເກີດຈາກລະເບີດຝັງດິນຢູ່ຂົວແຫ່ງນຶ່ງໃນບ້ານມ່ອງ ນາມາ ແຕງ, ວັນທີ 12 ພະຈິກ 2016. ອົງການຢູນີເຊັບລາຍງານໃນວັນທີ 3 ເມສາ 2024 ວ່າ ໃນປີ 2023 ມີຜູ້ເສຍຊີວິດຫຼາຍກວ່າ 1,000 ຄົນຍ້ອນລະເບີດຝັງດິນຢູ່ໃນມຽນມາ.
ແຟ້ມພາບ - ທະຫານມຽນມາ ເບິ່ງຂຸມທີ່ເກີດຈາກລະເບີດຝັງດິນຢູ່ຂົວແຫ່ງນຶ່ງໃນບ້ານມ່ອງ ນາມາ ແຕງ, ວັນທີ 12 ພະຈິກ 2016. ອົງການຢູນີເຊັບລາຍງານໃນວັນທີ 3 ເມສາ 2024 ວ່າ ໃນປີ 2023 ມີຜູ້ເສຍຊີວິດຫຼາຍກວ່າ 1,000 ຄົນຍ້ອນລະເບີດຝັງດິນຢູ່ໃນມຽນມາ.

ຈຳນວນ​ຜູ້​ເສຍ​ຊີວິດ​ແລະບາດເຈັບຂອງ​ພົນລະ​ເຮືອນ ຮວມ​ທັງ​ເດັກນ້ອຍ​ທີ່​ຖືກສັງຫານ ຫຼືເສຍອົງຄະ ຍ້ອນ​ລະ​ເບີດ​ຝັງ​ດິນ ​ແລະວັດຖຸ​ລະ​ເບີດ​ໃນ​ມຽນມາ ​ເພີ່ມ​ຂຶ້ນ​ຫຼາຍກວ່າສອງເທົ່າ ໃນ​ປີ​ກາຍ​ນີ້ ​ເປັນ 1,052 ຄົນ, ອົງການເພື່ອ​ເດັກ​ຂອງ​ສະຫະ​ປະຊາ​ຊາດ ກ່າວ​ ໃນຂະນະທີ່ຄວາມຂັດແຍ້ງ ໄດ້ເພີ້ມຂຶ້ນໃນປະເທດທີ່ທຸກຍາກດັ່ງກ່າວ, ອີງຕາມອົງການຂ່າວຣອຍເຕີສ໌.

ອົງການກອງທຶນເພື່ອເດັກນ້ອຍຂອງອົງການສະຫະປະຊາຊາດ ຫຼື UNICEF ກ່າວວ່າ ລະເບີດຝັງດິນ ແລະວັດຖຸລະເບີດທີ່ຕົກຄ້າງຈາກສົງຄາມເຮັດໃຫ້ມີຜູ້ເສຍຊີວິດເພີ່ມຂຶ້ນ 270 ເປີເຊັນ ໃນປີ 2023, ເຊິ່ງລວມມີຜູ້ເສຍຊີວິດ 188 ຄົນ ແລະຜູ້ໄດ້ຮັບບາດເຈັບ 864 ຄົນ, ເພີ່ມຂຶ້ນຈາກ 390 ຄົນຂອງຜູ້ໄດ້ຮັບບາດເຈັບ ແລະເສຍຊີວິດ ໃນປີ 2022. ໃນຈຳນວນດັ່ງກ່າວ ມີພວກເດັກນ້ອຍຫຼາຍກວ່າ 20 ເປີເຊັນຂອງຜູ້ເຄາະຮ້າຍຈາກລະເບີດຝັງດິນທັງໝົດໃນປີກາຍນີ້.

ມຽນມາ​ໄດ້​ເກີດ​ຄວາມ​ວຸ້ນວາຍ​ນັບ​ຕັ້ງ​ແຕ່​ທະຫານ​ໄດ້​ຢຶດອຳນາດ​ຈາກ​ລັດຖະບານ​ທີ່ມາຈາກການ​ເລືອກ​ຕັ້ງ​ໃນ​ການ​ກໍ່ລັດຖະປະຫານ ​ໃນ​ປີ 2021, ​ໄດ້​ຍຸຕິບາດກ້າວ​ຕ່າງໆຂອງການເປັນ​ປະຊາທິປະ​ໄຕ. ຄວາມຂັດແຍ້ງດັ່ງກ່າວ ໄດ້ເຮັດໃຫ້ມຽນມາກາຍເປັນປະເທດນຶ່ງທີ່ມີລະເບີດຝັງດິນຫຼາຍທີ່ສຸດໃນໂລກ.

​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ກຳລັງຕໍ່ຕ້ານຂອງ​ພົນລະ​ເຮືອນ​ປະກອບ​ອາວຸດ ​ໄດ້​ສົມທົບ​ກັບ​ກຸ່ມ​ປະກອບ​ອາວຸດ​ຊົນ​ເຜົ່າ​ ທີ່​ມີ​ມາ​ແຕ່​ດົນ​ນານ ​ເພື່ອ​ຕໍ່ສູ້ກັບ​ກອງທັບ. ການນຳຂອງລັດຖະບານທະຫານ ​ໄດ້​ຕົກ​ຢູ່​ພາຍ​ໃຕ້​ຄວາມ​ກົດ​ດັນ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ພາຍຫຼັງຄວາມພ່າຍແພ້​ໃນ​ສະໜາມ​ຮົບ​ ໃນ​ການ​ໂຈມ​ຕີ​ຢ່າງ​ກວ້າງຂວາງ​ຂອງ​ກຸ່ມ​ຕໍ່ຕ້ານລັດຖະບານທະຫານ ​ທີ່​ໄດ້​ເລີ້ມ​ຂຶ້ນ​ໃນ​ເດືອນ​ຕຸລາທີ່ຜ່ານມາ.

ອົງການ UNICEF ກ່າວ​ວ່າ ລະເບີດຝັງດິນ ແລະ​ວັດຖຸລະ​ເບີດ ​ອື່ນໆ ​ໄດ້​ຖືກ​ນຳ​ໃຊ້​ຢ່າງ​ບໍ່ມີການ​ຈຳ​ແນກ​ຈາກ​ທຸກ​ຝ່າຍ​ໃນ​ຄວາມຂັດແຍ້ງທີ່​ເພີ່ມ​ຂຶ້ນ.

​ໂຄສົກ​ຂອງ​ລັດຖະບານ​ທະຫານທ່ານ​ນຶ່ງ ​ບໍ່​ໄດ້ໃຫ້ຄຳຕອບ​ ​ຕໍ່​ການ​ຂໍຄວາມເຫັນ​ຈາກອົງການຂ່າວ Reuters​.

ທ່ານ ນາງ ເດໂບຣາ ໂຄມິນີ (Debora Comini), ຜູ້ອໍານວຍການອົງການ UNICEF ປະຈໍາພາກພື້ນເອເຊຍຕາເວັນອອກ ແລະ ປາຊີຟິກ ກ່າວວ່າ "ການນຳໃຊ້ລະເບີດຝັງດິນບໍ່ພຽງແຕ່ເປັນສິ່ງທີ່ໜ້າຕໍາໜິຕິຕຽນເທົ່ານັ້ນ ແຕ່ຍັງຜິດກົດໝາຍ ພາຍໃຕ້ກົດໝາຍມະນຸດສະທໍາສາກົນອີກດ້ວຍ".

​ອີງຕາມ​ຂໍ້​ມູນ​ຂອງ UNICEF, ພື້ນທີ່ໃຈກາງທາງການກະເສດ​ຂອງ​ແຂວງ Sagaing ກວມ​ເອົາ​ຫຼາຍ​ກວ່າ 35 ເປີເຊັນ ຂອງ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ລະ​ເບີດ​ຝັງ​ດິນ ​ໃນ​ປີ 2023.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG