ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ UNICEF ຊ່ວຍເຫຼືອໃນການກູ້ໄພ ເຫດໄຟໄໝ້ ຢູ່ສູນອົບພະຍົບ ໂຣຮິງຢາ


ໄຟກຳລັງໄໝ້ຢູ່ສູນອົບພະຍົບ ບາລູຄາລີ, ຢູ່ເມືອງ ຄັອກສ໌ ບາຊາ, ປະເທດ ບັງກລາແດັສ. 22 ມີນາ, 2021. (Courtesy of Rohingya Right Team/MD Arakani/Handout via Reuters)
ໄຟກຳລັງໄໝ້ຢູ່ສູນອົບພະຍົບ ບາລູຄາລີ, ຢູ່ເມືອງ ຄັອກສ໌ ບາຊາ, ປະເທດ ບັງກລາແດັສ. 22 ມີນາ, 2021. (Courtesy of Rohingya Right Team/MD Arakani/Handout via Reuters)

ພະນັກງານອົງການກອງທຶນເດັກແຫ່ງສະຫະປະຊາຊາດ ຫຼື UNICEF ໄດ້ເດີນທາງຮອດສະຖານ ທີ່ເກີດເຫດໄຟໄໝ້ຢູ່ສູນອົບພະຍົບ ໂຣຮິງຢາ ໃນປະເທດ ບັງກລາແດັສ ເພື່ອຊ່ວຍເຫຼືອບັນດາເຈົ້າ ໜ້າທີ່ໃນທ້ອງຖິ່ນດ້ວຍການພະຍາຍາມກູ້ໄພ ແລະ ຊ່ວຍເຫຼືອ, ອີງຕາມຖະແຫຼງຂ່າວສະບັບນຶ່ງໃນວັນຈັນວານນີ້.

ສູນອົບພະຍົບ ໂຣຮິງຢາ ຢູ່ເມືອງ ຄັອກສ໌ ບາຊາ ແມ່ນນຶ່ງໃນສູນອົບພະຍົບທີ່ໃຫຍ່ທີ່ສຸດໃນໂລກ. ມັນແມ່ນບ້ານຂອງອົບພະຍົບປະມານ 877,000 ຄົນ, ເຊິ່ງຫຼາຍຄົນໃນນັ້ນໄດ້ຫຼົບໜີຈາກການກວາດລ້າງຊົນເຜົ່າໃນປະເທດ ມຽນມາ ເມື່ອສີ່ປີທີ່ຜ່ານມາ.

ອົບພະຍົບຫຼາຍກວ່າເຄິ່ງນຶ່ງແມ່ນເຊື່ອວ່າຈະເປັນເດັກນ້ອຍ, ອີງຕາມການກ່າວໃນຖະແຫຼງການຂອງ UNICEF.

ອົງການ UNICEF ໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ “ບູລິມະສິດສູງສຸດຂອງເຮົາແມ່ນເພື່ອນຳເອົາຄວາມປອດໄພ, ຄວາມໝັ້ນຄົງ ແລະ ການປົກປ້ອງມາສູ່ເດັກນ້ອຍໃນທັນທີ ດ້ວຍການປະ ສານງານກັບບັນດາເຈົ້າໜ້າທີ່ໆກ່ຽວຂ້ອງ, ເຈົ້າໜ້າທີ່ຜູ້ຕອບສະໜອງເຫດການສຸກເສີນ ແລະ ບັນ ດາອົງການຄູ່ຮ່ວມໃນສະຫະປະຊາຊາດ ແລະ ຊຸມຊົນອົງການທີ່ບໍ່ຂຶ້ນກັບລັດຖະບານ.”

ອົງການ UNICEF ຢ້ານວ່າຫຼາຍຄົນທີ່ໄດ້ຮັບບາດເຈັບຈະເປັນເດັກນ້ອຍ ແລະ ວ່າຫຼາຍຄົນໄດ້ຖືກແຍກອອກຈາກຄອບຄົວຂອງເຂົາເຈົ້າ, ອີງຕາມຖະແຫຼງການດັ່ງກ່າວ, ເຊິ່ງໄດ້ກ່າວວ່າພາລະກິດແມ່ນໄດ້ເລີ່ມຂຶ້ນແລ້ວ ເພື່ອຊ່ວຍເຫຼືອເດັກນ້ອຍທີ່ມີຄວາມຕ້ອງການ, ລວມຕົວຄອບຄົວຄືນ, ແລະ ນຳສົ່ງສິ່ງຂອງສຸກເສີນ ເຊັ່ນດຽວກັບນໍ້າດື່ມທີ່ສະອາດໄປໃຫ້ເຂົາເຈົ້າ.

ອົງການສັງຄົມວົງເດືອນແດງ ບັງກລາແດັສ ໄດ້ຂຽນຂໍ້ຄວາມໃນທວິດເຕີວ່າ “ລາຍງານ ກ່ຽວກັບ ການເສຍຊີວິດ ແລະ ບາດເຈັບແມ່ນກຳລັງຖືກຢືນຢັນ.”

ໃນຂໍ້ຄວາມດຽວກັນນັ້ນ, ເຂົາເຈົ້າໄດ້ລະບຸວ່າ ໄຟ “ໃນທີ່ສຸດກໍຖືກຄວບຄຸມໄດ້” ໃນສູນ ບາລູຄາລີ, ໂດຍກ່າວຢໍ້າວ່າມັນໄດ້ທຳລາຍບໍລິເວນທີ່ກວ້າງຂອງສະຖານທີ່ພັກອາໄສ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ.

ລາຍງານໄດ້ສະເໜີວ່າ ຕູບປະມານ 1,200 ອັນແມ່ນໄດ້ຖືກທຳລາຍ ໃນຂະນະທີ່ປະຊາຊົນປະ ມານ 10,000 ຄົນໄດ້ພັກອາໄສຢູ່ໂຮງຮຽນ.

ແນວໃດກໍຕາມອົງການ UNICEF ໄດ້ກ່າວວ່າ ຫຼາຍຄົນທີ່ບໍ່ມີບ່ອນຢູ່ອາໄສ ຍ້ອນໄຟໄໝ້ນັ້ນແມ່ນໄດ້ຖືກຍົກຍ້າຍອອກຈາກສະຖານທີ່, ເຂົາເຈົ້າໄດ້ກ່າວວ່າ “ຂອບເຂດຢ່າງເຕັມທີ່ຂອງໄພພິບັດ ແມ່ນຍັງບໍ່ໄດ້ຖືກຢືນຢັນເທື່ອ.”

UNICEF workers have arrived at the scene of a fire at a Rohingya refugee camp in Bangladesh to assist local authorities with rescue and recovery efforts, according to a press statement Monday.

The Rohingya refugee camp in Cox’s Bazar is one of the largest refugee settlements in the world. It is home to about 877,000 refugees, many of whom escaped ethnic cleansing in Myanmar four years ago.

More than half of the refugees are believed to be children, the UNICEF statement said.

"Our priority is to secure the immediate safety, security and protection of children in coordination with the concerned authorities, first responders and partner organizations in the U.N. and NGO community,” UNICEF said in the statement.

UNICEF fears many of the injured are children and that many have been separated from their families, according to the statement, which said efforts are under way to assist children in need, reunite families, and deliver emergency supplies as well as clean drinking water.

The Bangladesh Red Crescent Society tweeted “reports of casualties are being verified.”

In the same tweet, it indicated that the fire was "finally coming under control” in the Balukhali camp, noting it had destroyed a large expanse of shelters and facilities.

Reports suggest about 1,200 shacks have been destroyed while some 10,000 people were sheltered in schools.

Although UNICEF said many of the residents displaced by the inferno were evacuated, it said “the full extent of the disaster is yet to be confirmed."

XS
SM
MD
LG