ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຫົວໜ້າ ອົງການອົບພະຍົບ ສປຊ ກ່າວວ່າ ໃນທີ່ສຸດ ການຕັ້ງຖິ່ນຖານໃໝ່ ຂອງຊາວອົບພະຍົມ ຈະສູງຂຶ້ນກວ່າເກົ່າ


ຂ້າຫຼວງໃຫຍ່ເພື່ອອົບພະຍົບຂອງສະຫະປະຊາຊາດ (UNHCR) ທ່ານຟີລິບໂປ ກຣານດີ ກ່າວໃນລະຫວ່າງ ກອງປະຊຸມຖະແຫລງການ ຮ່ວມກັບປະທານາທິບໍດີ ໂຄລອມເບຍ ທ່ານອີວານ ດູເກ ໃນນະຄອນຫຼວງ ໂບໂກຕາ ຂອງໂຄລອມເບຍ, ວັນຈັນ ທີ 8 ກຸມພາ 2021.
ຂ້າຫຼວງໃຫຍ່ເພື່ອອົບພະຍົບຂອງສະຫະປະຊາຊາດ (UNHCR) ທ່ານຟີລິບໂປ ກຣານດີ ກ່າວໃນລະຫວ່າງ ກອງປະຊຸມຖະແຫລງການ ຮ່ວມກັບປະທານາທິບໍດີ ໂຄລອມເບຍ ທ່ານອີວານ ດູເກ ໃນນະຄອນຫຼວງ ໂບໂກຕາ ຂອງໂຄລອມເບຍ, ວັນຈັນ ທີ 8 ກຸມພາ 2021.

ຂ້າຫຼວງໃຫຍ່ເພື່ອອົບພະຍົບຂອງສະຫະປະຊາຊາດ (UNHCR) ທ່ານຟີລິບໂປ ກຣານດີ ກ່າວວ່າ ທ່ານຫວັງວ່າ ຈະສົ່ງເສີມການຕັ້ງຖິ່ນຖານໃໝ່ຂອງຊາວອົບພະຍົບ ໃນທົ່ວໂລກ ຫຼັງຈາກທີ່ໄດ້ຫລຸດລົງຢ່າງໜັກ ຍ້ອນສາເຫດໂຣກລະບາດຂອງພະຍາດໂຄວິດ-19 ແລະການຫລຸດຈຳນວນລົງຢ່າງຫຼວງຫຼາຍ ທີ່ໃຫ້ເຂົ້າມາຕັ້ງຖິ່ນຖານໃໝ່ຢູ່ໃນສະຫະລັດ ພາຍໃຕ້ລັດຖະບານຊຸດກ່ອນຂອງທ່ານທຣຳ.

ທ່ານກຣານດີ ໄດ້ກ່າວຕໍ່ ທ່ານນາງ ຊີເລຍ ເມັນໂດຊາ ນັກຂ່າວຂອງວີໂເອເອ ໃນວັນອາທິດວານນີ້ ວ່າ “ບາດກ້າວທັງໝົດຈະເພີ້ມຂຶ້ນ ໃນສອງສາມເດືອນນີ້” ໃນການໃຫ້ສຳພາດທີ່ກົງກັບວັນອົບພະຍົບໂລກ ຫຼື World Refugee Day. ທ່ານກ່າວຕື່ມວ່າ “ໃນຕະຫຼອດປີ 2020 ພວກເຮົາໄດ້ຕັ້ງຖິ່ນຖານໃຫ້ຊາວອົບພະຍົບ ພຽງ 34,000 ຄົນໃນທົ່ວໂລກ. ໃນປີກ່ອນນັ້ນ ແມ່ນຫຼາຍກວ່າ 100,000 ຄົນ. ອັນເປັນການຫລຸດລົງຫຼວງຫຼາຍ.”

ທ່ານກຣານດີ ໄດ້ຍົກຍ້ອງລັດຖະບານຂອງທ່ານໄບເດັນທີ່ໄດ້ຍົກເລີກຂີດຈຳກັດ ການຮັບເອົາອົບພະຍົບຂອງສະຫະລັດ ຈາກຈຳນວນ 15,000 ຄົນໃນປີ 2020 ເປັນ 62,500 ຄົນສໍາລັບງົບປະມານປີໃນປັດຈຸບັນນີ້ ຊຶ່ງຈະສິ້ນສຸດລົງໃນວັນທີ 30 ກັນຍາ. ແຕ່ຫົວໜ້າເພື່ອອົບຂອງອົງການສະຫະປະຊາຊາດ ໄດ້ກ່າວຕື່ມວ່າ ການສົ່ງເສີມຈຳນວນຊາວອົບພະຍົບ ໄປປະເທດຕ່າງໆ ທີ່ຮັບເອົາພວກເຂົານັ້ນ ເຊັ່ນວ່າສະຫະລັດ ແມ່ນຕ້ອງໃຊ້ເວລາ.

ທ່ານກຣານດີ ເວົ້າວ່າ “ຂ້າພະເຈົ້າບໍ່ຮູ້ວ່າ ພວກເຮົາຈະສາມາດບັນລຸການຕັ້ງຖິ່ນຖານໃໝ່ຈຳນວນ 62,500 ຄົນ ໄດ້ຢ່າງໄວວາ ຫຼືບໍ່. ສິ່ງທີ່ສຳຄັນ ກໍແມ່ນວ່າ ມີຄວາມຕັ້ງໃຈຈະໃຫ້ເຖິງຈຳນວນນັ້ນ.”

ທ່ານກຣານດີ ໄດ້ກ່າວໄປ ໃນຂະນະທີ່ປະຊາຄົມຂອງໂລກ ໄດ້ສະເຫຼີມສະຫຼອງວັນອົບພະຍົບໂລກ ທີ່ໄດ້ຖືກກຳນົດໂດຍອົງການສະຫະປະຊາຊາດ ເພື່ອເປັນກຽດແລະສະເຫຼີມສະຫຼອງ ຄວາມມຸ້ງໝັ້ນໃນການຫລົບໜີຈາກສົງຄາມ ຄວາມອຶດຢາກຂອງຊາວອົບພະຍົບ ຄວາມຫາຍະນະດ້ານນິເວດວິທະຍາ ແລະສະຖາ ນະການທີ່ເປັນໄພຂົ່ມຂູ່ຕໍ່ຊີວິດ ອື່ນໆ.

ປະທານາທິບໍດີ ສະຫະລັດ ທ່ານໂຈ ໄບເດັນ ໄດ້ກ່າວໃນຖະແຫລງການເມື່ອວັນອາທິດ ວານນີ້ ວ່າ “ໃນມື້ນີ້ ພວກເຮົາຢັ້ງຢືນອີກ ຄໍາໝັ້ນໝາຍທີ່ສັກສິດຂອງພວກເຮົາ ທີ່ຈະບັນເທົາຄວາມທຸກຍາກໂດຍຜ່ານການບັນເທົາດ້ານມະນຸດ ສະທຳ ແລະເພີ້ມຄວາມພະຍາຍາມຂອງພວກເຮົາເປັນສອງເທົ່າ ເພື່ອໃຫ້ບັນລຸຂໍ້ແກ້ໄຂທີ່ຍືນຍົງສຳລັບຊາວອົບພະຍົບ ທີ່ລວມທັງ ຜ່ານການຕັ້ງຖິ່ນຖານໃໝ່. ພວກເຮົາຍັງໝັ້ນໝາຍທີ່ຈະພົວພັນໃນຄວາມພະຍາຍາມທາງດ້ານການທູດ ເພື່ອນຳມາຕໍ່ການສິ້ນສຸດ ບັນຫາຂັດແຍ້ງທັງຫຼາຍທີ່ມີຢູ່ຕໍ່ເນື່ອງ ອັນເຮັດໃຫ້ຊາວອົບພະຍົບສະແຫວງຫາຄວາມປອດໄພຢູ່ແຫ່ງຫົນອື່ນ.”

ອີງຕາມອົງການ UNHCR ແລ້ວ ມີຜູ້ນລີ້ໄພຫຼາຍຂຶ້ນຕື່ມ ກວ່າທີ່ເຄີຍເຫັນມາ ໃນມື້ນີ້. ໃນຖະແຫລງການສະບັບນຶ່ງ ອົງການຈັດຕັ້ງດັ່ງກ່າວເວົ້າວ່າ “ຈຳນວນຂອງຄົນທີ່ຫລົບໜີຈາກສົງຄາມ ຄວາມຮຸນແຮງ ການປະຫັດປະຫານ ແລະການລະເມີດສິດທິມະນຸດ ໃນປີ 2020 ແມ່ນໄດ້ສູງຂຶ້ນ ເກືອບເຖິງ 82 ລ້ານ 4 ແສນ ຄົນ” ເພີ້ມຂຶ້ນ 4 ເປີເຊັນ ຈາກ 79 ລ້ານ 5 ແສນຄົນ ເມື່ອທ້າຍປີ 2019 ຊຶ່ງໃນຕອນນັ້ນ ເປັນໂຕເລກທີ່ສູງສຸດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG