ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອົງການ UNHCR ຍົກຍ້າຍອົບພະຍົບ ຫຼາຍກວ່າ 10,000 ຄົນ ໄປຍັງເຂດພາກກາງແລະເໜືອຂອງເມັກຊິໂກ


ພວກເດັກນ້ອຍລໍຖ້າກັບເດັນນ້ອຍອື່ນຢູ່ໃນພື້ນທີ່ສຳນັກງານ ຄະນະກຳມາທິການ ເພຶ່ອຊ່ອຍເຫຼືອອົບພະຍົບ ຂອງເມັກຊິໂກ, ໃນຂະນະທີ່ແມ່ຂອງພວກເຂົາກອງເອກະສານ ໃນເມືອງ ຕາປາຈູລາ ຂອງເມັກຊິໂກ, ວັນທີ 26 ເມສາ 2019.
ພວກເດັກນ້ອຍລໍຖ້າກັບເດັນນ້ອຍອື່ນຢູ່ໃນພື້ນທີ່ສຳນັກງານ ຄະນະກຳມາທິການ ເພຶ່ອຊ່ອຍເຫຼືອອົບພະຍົບ ຂອງເມັກຊິໂກ, ໃນຂະນະທີ່ແມ່ຂອງພວກເຂົາກອງເອກະສານ ໃນເມືອງ ຕາປາຈູລາ ຂອງເມັກຊິໂກ, ວັນທີ 26 ເມສາ 2019.

ອົງການຂ້າຫຼວງໃຫຍ່ດ້ານອົບພະຍົບ ຂອງສະຫະປະຊາຊາດ ຫຼື UNHCR ກ່າວວ່າ ຕົນໄດ້ຊ່ອຍເຫຼືອຊາວອົບພະຍົບຫຼາຍກວ່າ 10,000 ຄົນ ສ່ວນຫຼາຍແມ່ນມາຈາກເຂດອາເມຣິກາກາງ ເພື່ອເລີ້ມຕົ້ນຊີວິດຂອງພວກເຂົາ ເຈົ້າຢູ່ໃນຊຸມຊົນຕ່າງໆທີ່ມີຄວາມປອດໄພຫຼາຍຂຶ້ນແລະສ້າງສາເສດຖະກິດໄດ້ຢູ່ໃນເມັກຊິໂກ. ລີຊາ ສໄລນ໌ ມີລາຍງານ ໃຫ້ວີໂອເອ ຈາກນະຄອນເຈນີວາ ຊຶ່ງໄຊຈະເລີນສຸກ ຈະນຳເອົາລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຫຼາຍກວ່າ 70 ເປີເຊັນຂອງການຂໍລີ້ໄພທັງໝົດຢູ່ໃນເມັກຊິໂກນັ້ນ ແມ່ນໄດ້ຍື່ນມາຈາກເຂດພາກໃຕ້ຂອງປະເທດ ບ່ອນທີ່ໂອກາດຫາວຽກເຮັດງານທຳ ແລະການໃຫ້ບໍລິການ ແມ່ນມີຈຳກັດ. ຍ້ອນຜົນກະທົບດັ່ງກ່າວ ອົງການອົບພະຍົບຂອງສະຫະປະຊາຊາດ ຈຶ່ງໄດ້ລິເລີ້ມໂຄງການນະວັດຕະກຳໃນການລວມເຂົ້າໃນຊຸມຊົນ ເມື່ອປີ 2016 ເພື່ອຍົກຍ້າຍຊາວອົບພະຍົບ ເຂົ້າໄປຢູ່ໃນຊຸມຊົນຕ່າງໆ ໂດຍມີຄວາມຄາດຫວັງທີ່ຈະມີຊີວິດດີຂຶ້ນກວ່າເກົ່າ.

ໂຄສົກອົງການ UNHCR ທ່ານບາບາຣ ບາລລອດຈ໌ ກ່າວວ່າ ນັບຕັ້ງແຕ່ນັ້ນມາ ໂຄງການດັ່ງກ່າວ ໄດ້ຍົກຍ້າຍຊາວອົບພະຍົບ 10,000 ຄົນ ໄປຍັງ 8 ເມືອງ ໃນພາກກາງແລະພາກເໜືອຂອງເມັກຊິໂກ.

ທ່ານບາລລອດຈ໌ ເວົ້າວ່າ “ຢູ່ທີ່ນັ້ນ ຕະຫຼາດແຮງງານແລະເຮືອນຊານ ພ້ອມດ້ວຍລະບົບການສຶກສາແລະສາທາລະນະສຸກ ມີສັກກະຍະພາບທີ່ຈະຮອງຮັບເອົາຊາວອົບພະຍົບເຂົ້າໃນລະບົບ ດ້ວຍຜົນອັນນັ້ນ ເຮັດໃຫ້ມີການປ່ຽນແປງໃນດ້ານປະຊາກອນແລະເສດຖະກິດທີ່ຂະຫຍາຍຕົວຂຶ້ນ. ອົງການ UNHCR ສະໜັບສະໜຸນພວກທີ່ເຂົ້າຮ່ວມໃນໂຄງການ ດ້ວຍການໃຫ້ທີ່ພັກອາໄສຊົ່ວຄາວ ການປັບຕົວດ້ານວັດທະນະທຳ ການອົບຮົມດ້ານວິຊາຊີບ ການຈົດທະບຽນເຂົ້າໂຮງຮຽນ ແລະການຈັດຫາວຽກງານ.”

ທ່ານບາລລອດຈ໌ ກ່າວວ່າ ຊາວອົບພະຍົບສາມາດຍື່ນເອກະສານຂໍສັນຊາດຢູ່ເມັກຊິໂກໄດ້ ຫຼັງຈາກອາໄສເປັນພົນລະເມືອງຢ່າງຖາວອນ ໄດ້ສອງປີ. ທ່ານກ່າວອີກວ່າ ໂຄງການນີ້ ມີປະສິດທິພາບສູງຫຼາຍ. ການທົບທວນຄືນເມື່ອບໍ່ດົນມານີ້ ສະແດງໃຫ້ເຫັນວ່າ 92 ເປີເຊັນຂອງຊາວອົບພະຍົບທີ່ໄດ້ຖືກຍົກຍ້າຍນັ້ນ ໄດ້ເຮັດວຽກຢ່າງເປັນທາງການ ເມື່ອທຽບໃສ່ກັບຢູ່ໃນພາກໃຕ້ມີພຽງ 10 ເປີເຊັນເທົ່ານັ້ນ. ແລະທ່ານກ່າວວ່າ ລາຍໄດ້ໂດຍສະເລ່ຍແລ້ວ ສູງກວ່າຢູ່ໃນພາກໃຕ້ ເຖິງ 60 ເປີເຊັນ.

ທ່ານກ່າວວ່າ ບັນດາຊຸມຊົນໃນທ້ອງຖິ່ນ ຍັງໄດ້ຮັບຜົນປະໂຫຍດຈາກລາຍຮັບດ້ານການເກັບພາສີຫຼາຍຂຶ້ນ ແລະການປະກອບສ່ວນເຂົ້າໃນສະຫວັດດີການສັງຄົມ. ທ່ານກ່າວວ່າ ໂຄງການນີ້ ໄດ້ກາຍເປັນວິທີທາງທີ່ດີ ໃນການປ່ຽນແປງຊີວິດສຳລັບພວກທີ່ຂໍລີ້ໄພ ໂດຍສ່ວນໃຫຍ່ແລ້ວເປັນພວກທີ່ຫຼົບໜີອອກຈາກພາກພື້ນຂອງອາເມຣິກາກາງ ໃນການສະແຫວງຫາການປົກປ້ອງແລະຊີວິດທີ່ດີຂຶ້ນກວ່າເກົ່າ.

ທ່ານບາລລອດຈ໌ ເວົ້າວ່າ “ສາເຫດທັງຫຼາຍແມ່ນຮູ້ຈັກກັນດີຢູ່ແລ້ວ ຄື ຄວາມຮຸນແຮງ ຄວາມບໍ່ປອດໄພ….ຄວາມຫຍຸ້ງຍາກດ້ານເສດຖະກິດ ພ້ອມທັງຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ໜັກຂຶ້ນຕື່ມ ໄພທຳມະຊາດທີ່ເກີດຂຶ້ນຊ້ຳແລ້ວຊ້ຳອີກ ແລະການປ່ຽນແປງຂອງດິນຟ້າອາກາດ. ລວມທັງໝົດແລ້ວ ເຮັດໃຫ້ປະຊາຊົນເຖິງນຶ່ງລ້ານຄົນໃນເຂດອາເມຣິກາກາງໄດ້ຖືກກົດດັນໃຫ້ຍົກຍ້າຍຖິ່ນຖານ.”

ອົງການ UNHCR ກໍາລັງເພີ້ມເປົ້າໝາຍຂອງຕົນຂຶ້ນ ສໍາລັບໂຄງການລວມເຂົ້າໃນຊຸມຊົນຢູ່ໃນເມັກຊິໂກ. ອົງການນີ້ພວມຫາທາງ ທີ່ຈະຍົກຍ້າຍປະຊາຊົນ 20,000 ຄົນ ໃນແຕ່ລະປີ ຈາກພາກພື້ນຕອນໃຕ້ຂອງປະເທດດັ່ງກ່າວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG