ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ UNESCO ເຕືອນທາງການລາວວ່າ ມີຫຼາຍກິດຈະກໍາທີ່ຈະສົ່ງຜົນກະທົບຕໍ່ສະຖານະ​ໃນການເປັນເມືອງມໍລະດົກໂລກຂອງຫຼວງພະບາງ


ທັດສະນີຍະພາບ ໃນນະຄອນຫຼວງພະບາງ.
ທັດສະນີຍະພາບ ໃນນະຄອນຫຼວງພະບາງ.

ອົງການ UNESCO ເຕືອນທາງການລາວວ່າ ມີຫຼາຍກິດຈະກໍາທີ່ຈະສົ່ງຜົນກະທົບຕໍ່ສະຖານະຂອງການເປັນເມືອງມໍລະດົກໂລກຂອງຫຼວງພະບາງ ເຊິ່ງລວມທັງການສ້າງເຂື່ອນເທິງແມ່ນໍ້າຂອງອີກດ້ວຍ, ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ເຈົ້າໜ້າທີ່ໃນກະຊວງຖະແຫຼງຂ່າວ-ວັດທະນະທໍາ ແລະທ່ອງທ່ຽວເປີດເຜີຍວ່າ ອົງການເພື່ອການສຶກສາວິທະຍາສາດ ແລະວັດທະນະທໍາແຫ່ງສະຫະປະຊາຊາດ (UNESCO) ໄດ້ສົ່ງຈົດໝາຍເຕືອນເຖິງລັດຖະບານລາວເມື່ອບໍ່ດົນມານີ້ ເພາະເຫັນວ່າມີຫຼາຍກິດຈະກໍາ ແລະຫຼາຍໂຄງການພັດທະນາທີ່ໄດ້ມີການ ຈັດຕັ້ງປະຕິບັດໄປໃນແນວທາງທີ່ຂັດແຍ້ງຕໍ່ຂໍ້ກໍານັດທີ່ກ່ຽວກັບການເປັນມໍລະ ດົກໂລກ ຂອງເມືອງຫຼວງພະບາງ ຕົວຢ່າງເຊັ່ນ ໂຄງການພັດທະນາ ໄດ້ມີການບຸກລຸກເຂົ້າໄປໃນເຂດສະຫງວນຂອງມໍລະດົກໂລກ ການຕໍ່ເຕີມອາຄານຕ່າງໆທີ່ຂັດຕໍ່ກົດລະບຽບວ່າດ້ວຍມໍລະດົກໂລກ ແລະການທີ່ມີການອະນຸຍາດໃຫ້ດໍາເນີນກິດຈະການສະຖານບັນເທີງ ທີ່ກະທົບຕໍ່ວັດທະນະທໍາ-ປະເພນີທີ່ດີງາມຂອງຊາວຫຼວງພະບາງເປັນຕົ້ນ, ດັ່ງທີ່ເຈົ້າໜ້າທີ່ກະຊວງຖະແຫຼວງຂ່າວໄດ້ໃຫ້ການຢືນຢັນວ່າ:

“ສິ່ງທ້າທາຍ ແລະຄວາມສ່ຽງໃນການປົກປັກຮັກສາມໍລະດົກໂລກ-ຫຼວງພະບາງ ເປັນຕົ້ນແມ່ນມີບາງໂຄງການພັດທະນາ ກະໄດ້ຮັບການທັກທ້ວງຈາກສູນມໍລະດົກໂລກ UNESCO ມີບາງໂຄງການກໍ່ສ້າງ ກໍໄດ້ມີການບຸກລຸກຂອບເຂດສະຫງວນຕ່າງໆ ບາງກິດຈະກໍາກໍ່ສ້າງ-ສ້ອມແປງ-ຕໍ່ເຕີມ ດໍາເນີນບໍ່ຖືກຕ້ອງ ບໍ່ສອດຄ້ອງກັບກົດລະບຽບທີ່ວາງໄວ້ ມີການຖົມໜອງນໍ້າໃນບັນຊີອະນຸລັກ ຖົມດິນເຂດສະຫງວນທົ່ງນາ ດິນຕີນພູ ເຂດຂຸດຄົ້ນຫິນພູ ຖາງປ່າ ຕັດຕົ້ນໄມ້ຢູ່ໃນເຂດປ້ອງກັນ ຮູບແບບການດໍາລົງຊີວິດແບບດັ້ງເດີມ ບັນຍາ ກາດໂຕເມືອງ ມູນເຊື້ອອັນດີງາມທີ່ເປັນເອກະລັກມີຈໍານວນນຶ່ງມີລັກສະນະເຊື່ອມຖອຍ.”

ສ່ວນຜູ້ຊ່ຽວຊານດ້ານສິ່ງແວດລ້ອມທໍາມະຊາດ ສະຖາບັນວິໄຈພູມສາດ ມະ ນຸດສາດແຫ່ງມະຫາວິທະຍາໄລຊິດນີ ປະເທດອອສເຕຣເລຍ ໃຫ້ທັດສະນະວ່າ ບັນຫາທີ່ໜ້າເປັນຫ່ວງຢ່າງຍິ່ງ ແລະຖືວ່າມີສ່ວນກ່ຽວຂ້ອງໂດຍກົງກັບເມືອງມໍລະດົກໂລກຫຼວງພະບາງ ກໍຄືໂຄງການສ້າງເຂື່ອນຫຼວງພະບາງເທິງແນວນໍ້າຂອງທີ່ມີຄວາມສ່ຽງສູງທີ່ຈະເກີດອັນຕະລາຍຕໍ່ຊີວິດຂອງປະຊາຊົນລາວຢ່າງກວ້າງຂວາງ ເພາະໂຄງການຕັ້ງຢູ່ເຂດທີ່ມີຮອຍເລື່ອນແຜ່ນດິນໄຫວທີ່ຍັງຄົງມີພະລັງຄວາມຮ້ອນທີ່ສາມາດຈະເຮັດໃຫ້ເກີດແຜ່ນດິນໄຫວໄດ້ທຸກຍາມ ແລະຖ້າຫາກວ່າມີແຜ່ນດິນໄຫວເກີດຂຶ້ນແທ້ ກໍອາດຈະສ້າງຜົນກະທົບຕໍ່ໂຄງສ້າງເຂື່ອນຫຼວງພະບາງຢ່າງຫຼີກລ່ຽງບໍ່ໄດ້, ເພາະສະນັ້ນ ຖ້າຫາກວ່າບໍ່ມີການສຶກສາສໍາຫຼວດກ່ຽວກັບບັນຫານີ້ຢ່າງຮອບດ້ານ ກໍອາດຈະເຮັດໃຫ້ປະ ຊາຊົນລາວຕ້ອງດໍາເນີນຊີວິດຢູ່ກັບການສ່ຽງໄພອັນຕະລາຍທີ່ຈະເກີດຂຶ້ນຈາກໂຄງການເຂື່ອນຫຼວງພະບາງໄດ້ທຸກເມື່ອທີ່ເກີດເຫດແຜ່ນດິນໄຫວນັ້ນ, ດັ່ງທີ່ຜູ້ຊ່ຽວຊານໄດ້ໃຫ້ການຢືນຢັນວ່າ:

“ມີຄວາມໜ້າເປັນຫ່ວງກ່ຽວກັບເຂື່ອນຫຼວງພະບາງຢ່າງຫຼວງຫຼາຍ ວ່າຈະສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະຄຸນຄ່າທາງມໍລະດົກໂລກຂອງເມືອງ, ອັນໄດ້ສົ່ງຜົນກະທົບຕໍ່ດ້ານວັດທະນະທໍາ ແລະທິວທັດທໍາມະຊາດ ເພາະເຂົາເຈົ້າໄດ້ສ້າງອ່າງເກັບນໍ້າທີ່ມີຄວາມຍາວ 70 ກິໂລແມັດຂຶ້ນມາ, ເຊິ່ງຫາງຂອງມັນກໍຈະຢູ່ຈຸດ ທີ່ຈະສ້າງເຂື່ອນປາກແບງຕໍ່ໄປ, ໝາຍຄວາມວ່າ ພວກທ່ານໄດ້ປ່ຽນ​ແປງແມ່ນໍ້າຂອງຈາກສາຍນໍ້າໄຫຼ ໄປເປັນສາຍ ນໍ້າຂັງແລ້ວ.”

ໂດຍອີງຕາມຂໍ້ມູນສະຖິຕິຂອງກົມອຸຕຸນິຍົມວິທະຍາຂອງໄທລຍງານວ່າ ໃນຊ່ວງປີ 2019-2023 ຜ່ານມານັ້ນ ໄດ້ເກີດເຫດແຜ່ນດິນໄຫວໃນເຂດແຂວງພາກເໜືອຂອງລາວ ໂດຍສະເລ່ຍ 25 ຄັ້ງຕໍ່ປີ ໂດຍທີ່ມີແຮງສັ່ນສະເທືອນຮອດລະດັບ 6.4 ນັ້ນ ໄດ້ເກີດຂຶ້ນໃນປີ 2019 ແລະໃນປີ 2023 ຢູ່ໃນເຂດແຂວງໄຊຍະບູລີ ແລະຫຼວງພະບາງສາມາດຮັບຮູ້ເຖິງແຮງສັ່ນສະເທືອນໄດ້ເຖິງນະຄອນຫຼວງວຽງຈັນ ແລະພາກອິສານຂອງໄທ ທັງຍັງມີຄວາມສ່ຽງທີ່ຈະກະທົບຕໍ່ເມືອງມໍລະດົກໂລກຫຼວງພະບາງອີກດ້ວຍ ເພາະວ່າໂຄງການທີ່ຕັ້ງເຂື່ອນຫຼວງພະບາງ ຢູ່ເໜືອເຂດເມືອງມໍລະດົກໂລກ ພຽງແຕ່ 25 ກິໂລ ແມັດເທົ່ານັ້ນ ເຊິ່ງອາດຈະເຮັດໃຫ້ເກີດການປ່ຽນແປງໄດ້ ທັງໃນດ້ານປະລິ ມານ ທິດທາງ ການໄຫຼ ແລະລະດັບຄວາມແຮງຂອງກະແສນໍ້າທີ່ບໍ່ພຽງແຕ່ຈະສົ່ງຜົນກະທົບຕໍ່ສັດນໍ້າ ແລະສິ່ງແວດລ້ອມທໍາມະຊາດຢູ່ເຂດຕອນລຸ່ມຂອງເຂື່ອນເທົ່ານັ້ນ ແຕ່ກໍຍັງມີຄວາມສ່ຽງທີ່ຈະກະທົບຕໍ່ເມືອງມໍລະດົກໂລກຫຼວງພະບາງດ້ວຍ ເພາະກະແສນໍ້າທີ່ປ່ຽນແປງນັ້ນ ອາດຈະສົ່ງຜົນກະທົບຕໍ່ພູມສັນຖານ ແລະສະພາບແວດລ້ອມຂອງເມືອງມໍລະດົກໂລກຫຼວງພະບາງດ້ວຍນັ້ນເອງ.

ແຕ່ແນວໃດກໍຕາມ, ເຈົ້າໜ້າທີ່ຂັ້ນສູງໃນຄະນະກໍາມາທິການແມ່ນໍ້າຂອງ (MRC) ໄດ້ຢືນຢັນວ່າ ກຸ່ມຜູ້ລົງທຶນໃນໂຄງການເຂື່ອນຫຼວງພະບາງຍັງຈະເດີນໜ້າກໍ່ສ້າງເຂື່ອນໃຫ້ສໍາເລັດຕາມແຜນການທີ່ວາງໄວ້ ກໍຄືພາຍໃນປີ 2029 ດ້ວຍການນໍາໃຊ້ເທັກໂນໂລຈີທີ່ທັນສະໄໝໃນການກໍ່ສ້າງເພື່ອປ້ອງກັນຜົນກະທົບຕໍ່ສັງຄົມ ແລະສິ່ງແວດລ້ອມທໍາມະຊາດໃຫ້ໄດ້ຢ່າງແທ້ຈິງ ເຊິ່ງ ລວມເຖິງການປ້ອງກັນຜົນກະທົບທີ່ມີລັກສະນະເປັນຜົນກະທົບທີ່ຂ້າມຊາຍແດນໃນແນວແມ່ນໍ້າຂອງດ້ວຍ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG