ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກຂອງອົງການ UNESCO ຈະຕັດສິນໃຈ ກ່ຽວກັບການກັບຄືນເຂົ້າຮ່ວມຂອງ ສະຫະລັດ


ແຟ້ມຮູບ-ຮູບທີ່ຖ່າຍຢູ່ຊັ້ນເທິງສຸດຂອງຫໍ Eiffel Tower ສະແດງໃຫ້ເຫັນມຸມດ້ານສູງຊອງນະຄອນຫຼວງປາຣີ, ພ້ອມດ້ວຍຕຶກສໍານັກງານໃຫຍ່ຂອງອົງການ, ວັນທີ 1໌ ກໍລະກົດ 2020.
ແຟ້ມຮູບ-ຮູບທີ່ຖ່າຍຢູ່ຊັ້ນເທິງສຸດຂອງຫໍ Eiffel Tower ສະແດງໃຫ້ເຫັນມຸມດ້ານສູງຊອງນະຄອນຫຼວງປາຣີ, ພ້ອມດ້ວຍຕຶກສໍານັກງານໃຫຍ່ຂອງອົງການ, ວັນທີ 1໌ ກໍລະກົດ 2020.

ບັນ​ດາ​ປະ​ເທດສະ​ມາ​ຊິກຂອງອົງການ UNESCO ຈະພົບປະກັນໃນທ້າຍອາ ທິດນີ້ ກ່ຽວ​ກັບ​ຄວາມ​ພະ​ຍາ​ຍາມ​ຂອງ​ລັດ​ຖະ​ບານ​ທ່ານ ໄບເດັນ ທີ່​ຈະເຂົ້າ ຮ່ວມອົງການທາງດ້ານວິທະຍາສາດ ແລະວັດທະນະທໍາຂອງອົງການສະ ຫະປະຊາຊາດອີກຄັ້ງ ເຊິ່ງມີສໍານັກງານໃຫຍ່ຢູ່ໃນນະຄອນຫຼວງປາຣີຄືນ​ອີກ, ເຊິ່ງການເຄື່ອນໄຫວດັ່ງກ່າວ ຈະອັດ​ສີດເງິນສະໜັບສະໜຸນຫຼາຍຮ້ອຍລ້ານ ໂດລາ ເຂົ້າໃນກອງທຶນຂອງ​ເຂົາ​ເຈົ້າ ແລະໃຫ້ສະຫະລັດ ມີ​ປາກ​ສຽງ​ໃນ​ການປັບຮູບຮ່າງຂອງໂຄງການຕ່າງໆ ໂດຍມີຕັ້ງແຕ່ການປ່ຽນແປງທາງ ສະພາບອາກາດ ໄປຮອດລະບົບການສຶກສາ ແລະປັນຍາປະດິດ.
ມີພຽງບໍ່ເທົ່າໃດຄົນເທົ່ານັ້ນທີ່ຄາດວ່າ ຜົນອອກມາຈະເປັນທີ່ປະຫຼາດໃຈ, ເຊິ່ງ ຈະໄດ້ຈັດຂຶ້ນຢູ່ທີ່ກອງປະຊຸມພາກພິເສດຂອງອົງການ UNESCO ໃນວັນພະ ຫັດ ແລະ ວັນສຸກທີ່ຈະມາເຖິງນີ້. ຍັງບໍ່ມີລາຍງານກ່ຽວກັບ ການຄັດຄ້ານທີ່ຈິງ ຈັງໂດຍສະມາຊິກ 193 ຄົນຂອງອົງການ, ເຖິງແມ່ນວ່າ ຈີນ ແລະ ຣັດເຊຍ ຈະມີການສະເໜີໃນບາງບັນຫາ ແລະການເຕືອນບາງຢ່າງກໍຕາມ.

ແຟ້ມຮູບ-ຜູ້ອໍານວຍການໃຫຍ່ຂອງອົງການ UNESCO ທ່ານນາງອູເດຣ ອາຊູເລ (Audrey Azoulay) ສະແດງຄໍາປາໄສ ເພື່ອປະກາດການຂໍເຂົ້າຮ່ວມສະຖາບັນຄືນຂອງສະຫະລັດ, ຢູ່ທີ່ສໍານັກງານໃຫຍ່ຂອງອົງການ UNESCO ໃນນະຄອນຫຼວງປາຣີ, ວັນທີ 12 ມິຖຸນາ 2023.
ແຟ້ມຮູບ-ຜູ້ອໍານວຍການໃຫຍ່ຂອງອົງການ UNESCO ທ່ານນາງອູເດຣ ອາຊູເລ (Audrey Azoulay) ສະແດງຄໍາປາໄສ ເພື່ອປະກາດການຂໍເຂົ້າຮ່ວມສະຖາບັນຄືນຂອງສະຫະລັດ, ຢູ່ທີ່ສໍານັກງານໃຫຍ່ຂອງອົງການ UNESCO ໃນນະຄອນຫຼວງປາຣີ, ວັນທີ 12 ມິຖຸນາ 2023.

ຢ່າງ​ໃດ​ກໍ່​ຕາມ, ເຖິງວ່າຈະມີຫຼາຍໆຄົນຍິນດີສໍາລັບການເຄື່ອນໄຫວຂອງ ວໍຊິງຕັນ ເພື່ອເຂົ້າຮ່ວມຄືນ ຍ້ອນ​ຄວາມກັງວົນທີ່ຜູ້ແຂ່ງຂັນເຊັ່ນ ຈີນ ກໍາລັງຈະ​ມາ​ທົ​ດ​ແທນ​ນັ້ນ, ຜູ້ສັງເກດການບາງຄົນມີຄວາມສົງໄສວ່າ ດົນປານໃດທີ່ການ ຕ້ອນຮັບນັ້ນຈະຍັງຄົງຢູ່. ການເລຶອກຕັ້ງປະທານາທິບໍດີສະຫະລັດທີ່ກໍາລັງຈະມີ ຂຶ້ນໃນປີໜ້ານີ້, ອາດຈະນໍາເອົາລັດຖະບານອື່ນໆທີ່ເປັນສັດຕູຕໍ່ນະໂຍບາຍຕ່າງໆ ແລະເປັນສັດຕູຕໍ່ການເປັນສະມາຊິກຂອງອົງການ UNESCO ເຂົ້າມາ.

ແຕ່​ປະ​ເທດ​ອື່ນໆ​ໄດ້​ສະ​ເໜີ​ແນະ​ວ່າ ອິ​ສ​ຣາ​ແອ​ລ, ເຊິ່ງໄດ້​ທຳ​ການ​ຕັດ​ທຶນ ແລະ ໃນທີ່ສຸດກໍອອກຈາກອົງການໄປນັ້ນ, ຄວນເດີນຕາມບາດກ້າວຂອງວໍຊິງຕັນ ເພື່ອກັບເຂົ້າມາຮ່ວມອີກຄັ້ງ.

ສໍາລັບອົງການ UNESCO ເອງ ແມ່ນມີ​ຄວາມ​ເຫັນ​ດີ​ຢ່າງ​ກະ​ຕື​ລື​ລົ້ນທີ່ສຸດ ຕໍ່​ການ​ຂໍ​ຂອງ ສະຫະລັດ ທີ່​ຈະ​ກັບເຂົ້າມາຮ່ວມອີກຄັ້ງໃນຕົ້ນເດືອນນີ້. ເລຂາທິ ການໃຫຍ່ ທ່ານອູເດຣ ອາຊູເລ, ຜູ້ທີ່ພະຍາຍາມທີ່ຈະລຶບລ້າງແນວ​ຄວາມ​ຄິດທີ່ວ່າ UNESCO ມີແນວຄິດຕໍ່ຕ້ານ ອິສຣາແອລ ແລະຮຽກຮ້ອງ ໃຫ້ ສະຫະລັດກັບຄືນເຂົ້າມາຮ່ວມນັ້ນ ໄດ້ຮ້ອງສິ່ງນີ້ວ່າ “ເປັນຊ່ວງເວລາແຫ່ງປະ ຫວັດສາດ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG