ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຍງານໄດ້ຄົ້ນພົບວ່າ ຄວາມຫຼາກຫຼາຍ ທາງຊີວະພາບໃຕ້ນໍ້າ ຢູ່ໃກ້ກັບເສັ້ນສູນສູດ ແມ່ນກຳລັງຫຼຸດລົງ


Climate Change Ocean Life -- USAGM
please wait

No media source currently available

0:00 0:01:53 0:00

ລາຍງານຫຼ້າສຸດທີ່ຖືກເປີດເຜີຍໂດຍສະຖາບັນການສຶກສາແຫ່ງຊາດ ກ່ຽວກັບ ວິທະຍາສາດໄດ້ວາດພາບທີ່ເປັນຕາຢ້ານ ກ່ຽວກັບ ການຫຼຸດລົງຂອງຊີວິດທີ່ຫຼາກຫຼາຍໃນມະຫາສະໝຸດ. ການສຶກ ສາດັ່ງກ່າວໄດ້ດຳເນີນມາຫຼາຍທົດສະວັດ ແລະ ດັ່ງທີ່ນັກຂ່າວວີໂອເອ ອາຣາຊ ອາຣາບາຊາດີ ລາຍງານນັ້ນ, ບັນດານັກຄົ້ນຄວ້າໄດ້ເຊື່ອມໂຍງການຫຼຸດລົງຂອງສາຍພັນຕ່າງໆໃສ່ການເພີ່ມຂຶ້ນຂອງອຸນຫະພູມໃນມະຫາສະໝຸດ. ພຸດທະສອນ ມີລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ການຄົ້ນຄວ້າ ທີ່ຖືກເປີດເຜີຍໃນວັນຈັນທີ່ຜ່ານມາໄດ້ສະແດງໃຫ້ເຫັນຄວາມກ່ຽວພັນທີ່ແຂງແກ່ນລະຫວ່າງການເພີ່ມຂຶ້ນຂອງອຸນຫະພູມຢູ່ໜ້ານໍ້າທະເລ ກັບການຫຼຸດລົງປະມານ 50 ເປີເຊັນຂອງສາຍພັນສັດໃນນໍ້າທະເລ-ມະຫາສະໝຸດທັງໝົດທົ່ວໂລກໃນພຽງ 40 ປີ.

ທ່ານ ເຊບາສຕຽນ ເຟີສ໌ (Sebastian Ferse) ນັກຄົ້ນຄວ້າປະກາລັງ ແລະ ນັກນິເວດວິທະຍາ ໄດ້ກ່າວວ່າ “ໃນປະຫວັດສາດນິເວດວິທະຍານີ້ແມ່ນແສງວາບ. ມັນແມ່ນພຽງການກະພິບຕາເທົ່ານັ້ນ. ທີ່ຈະເຫັນການປ່ຽນແປງຢ່າງວ່ອງໄວດັ່ງກ່າວ, ຫຼື ການປ່ຽນແປງແບບນັ້ນທີ່ໄດ້ເກີດຂຶ້ນຢ່າງວ່ອງໄວຫຼາຍ. ຂ້າພະເຈົ້າຢາກເວົ້າວ່າມັນແມ່ນສິ່ງທີ່ໜ້າປະຫຼາດໃຈຫຼາຍ.”

ນັກຄົ້ນຄວ້າ ແລະ ນັກນິເວດວິທະຍາ ທ່ານ ເຊບາສຕຽນ ເຟີສ໌ ກ່າວວ່າປະກາລັງໄດ້ເລີ່ມເຄື່ອນໄປທິດເໜືອ ແລະ ໃຕ້ສູ່ຂົ້ວໂລກ, ເປັນສັນຍານທີ່ວ່າມັນກຳລັງປັບຕົວເຂົ້າກັບນໍ້າທີ່ອຸ່ນ. ແຕ່ທ່ານສົງ ໄສວ່າການປ່ຽນແປງນັ້ນສາມາດເກີດຂຶ້ນໄວ ພໍທີ່ຈະປັບຕົວໃຫ້ເຂົ້າກັບສະພາບອາກາດປ່ຽນແປງຫຼືບໍ່.

ສິ່ງທີ່ມີຊີວິດຕ່າງໆທີ່ສາມາດເຄື່ອນໄຫວໄດ້ຢ່າງງ່າຍດາຍສ່ວນໃຫຍ່ແມ່ນໄດ້ ເຮັດແນວນັ້ນແລ້ວ, ອີງຕາມການກ່າວຂອງນັກຄົ້ນຄວ້າ ທ່ານນາງ ໄຈຢາ ຊາວດາຣີ.

ທ່ານນາງ ໄຈຢາ ຊາວດາຣີ, ນັກຊີວະພູມສາດຈາກມະຫາວິທະຍາໄລ ໂກເອັທ໌ ໄດ້ກ່າວວ່າ “ພວກເຮົາໄດ້ຄົ້ນພົບວ່າສິ່ງທີ່ມີຊີວິດໃນທະເລເກືອບທຸກຊະນິດໄດ້ຍ້າຍໜີ, ຍ້າຍໜີຈາກເສັ້ນສູນສູດ, ແລະ ພວກມັນແມ່ນກຳລັງລວມກັນຢູ່ໃນລະຫວ່າງເຂດຮ້ອນ ແລະ ເຂດອົບອຸ່ນ, ແລະ ນັ້ນແມ່ນ ບ່ອນທີ່ພວກເຮົາມີສິ່ງທີ່ມີຊີວິດຕ່າງໆຫຼາຍທີ່ສຸດ.”

ນັກວິທະຍາສາດອະນຸລັກສິ່ງແວດລ້ອມ ທ່ານ ສຕວດ ພິມ ກ່າວວ່າ ການສຶກສາໂດຍສະຖາບັນການສຶກສາແຫ່ງຊາດ ກ່ຽວກັບ ວິທະຍາສາດ ໄດ້ສະແດງໃຫ້ເຫັນແນວໂນ້ມທີ່ກວ້າງຂວາງທີ່ຕ້ອງ ການຢາກໄດ້ຮັບຄວາມສົນໃຈ.

ທ່ານ ສຕວດ ພິມ ນັກວິທະຍາສາດອະນຸລັກທຳມະຊາດ ຢູ່ມະຫາວິທະຍາໄລ ດູກ ໄດ້ກ່າວວ່າ “ຂ້າ ພະເຈົ້າໝາຍຄວາມວ່າ, ສິ່ງທີ່ພວກເຮົາກຳລັງເຮັດຕໍ່ໂລກນີ້ແມ່ນໄດ້ກໍ່ໃຫ້ເກີດການທຳລາຍຢ່າງມະຫາສານໃນທຸກວິທີທາງ, ແລະ ຂ້າພະເຈົ້າຄິດວ່າພວກເຮົາຕ້ອງຄວບຄຸມມັນ.”

ທ່ານ ພິມ ກ່າວວ່າ ບັນດານັກວິທະຍາສາດຕ້ອງການຂໍ້ມູນເພີ່ມເຕີມ ແລະ ລາຍລະອຽດ ເພື່ອສຶກ ສາຄວາມເປັນຫ່ວງທີ່ເພີ່ມຂຶ້ນ ກ່ຽວກັບ ຕ່ອງໂສ້ອາຫານ. ບັນດານັກຊ່ຽວຊານເວົ້າວ່າ ຄວາມຫຼາກຫຼາຍທາງຊີວະພາບ ແມ່ນອົງປະກອບທີ່ສຳຄັນຕໍ່ສານອາຫານ.

ອົງການກອງທຶນສັດປ່າໂລກ ເວົ້າວ່າ ປະມານສາມພັນລ້ານຄົນໃນທົ່ວໂລກກາງຕໍ່ອາໄສທາດໂປຣຕີນຈາກປາທີ່ຖືກລ້ຽງ ຫຼື ຈັບໄດ້ໃນນໍ້າ.

A recent report published by the National Academy of Sciences paints a grim picture of declining diversity in ocean life. The study spanned decades, and as VOA’s Arash Arabasadi reports, researchers link a drop in species to a rise in ocean temperature.

Research published Monday shows a strong correlation between rising sea surface temperatures and a roughly 50-percent drop worldwide in the total number of open-water species in just 40 years.

“In geological history this is a blip. It’s just a wink of an eye. To see such rapid changes, or such changes occurring so rapidly, is something that’s astonishing, I would say.”

Researcher and ecologist Sebastian Ferse says coral reefs have begun moving north and south toward the poles, a sign they’re adapting to warmer waters. But he questions if the shift can happen fast enough to adjust to the changing climate.

The species that can easily move have largely done so, says researcher Chhaya Chaudhary ((TCHAI-ah CHAW-dar-ee)).

“We found that almost all the marine species have moved away, are moving away from the equator, and they are accumulating in the sub-tropics, and that’s where we have the higher peak in the species diversity.”

Conservation scientist Stuart Pimm says the study by the National Academy of Sciences shows broad trends that demand attention.

“I mean, what we are doing to the planet is causing an enormous amount of disruption in all sorts of ways, and I think we have to get a handle on that.”

Pimm says scientists need more data and details to study growing concerns about the food chain. Experts say biodiversity is an essential component to nutritional food.

The World Wildlife Fund says approximately three billion people worldwide rely on proteins fished, farmed, or caught in the water.

XS
SM
MD
LG