ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເພື່ອ​​ສົນ​ທະ​ນາ​ກັນ​ໃຫ້ໄດ້​ດີ ນັກ​ສຶກ​ສາຕ່າງ​ປະ​ເທດ ແລະ ອາ​ເມ​ຣິ​ກັນ ​ຕ້ອງ​ຝຶກ​ຝົນຕົນ​ເອງ ໃນ​ການ​ສື່​ສານ​ກັບ​ຄົນຕ່າງ​ວັດ​ທະ​ນະ​ທຳ ​


ມະ​ຫາ​ວິ​ທະ​ຍາ​ໄລ​ອາ​ເມ​ຣິ​ກັນ ດຶງ​ດູດ​ເອົາ​ນັກ​ສຶກ​ສາ​ຕ່າງ​ປະ​ເທດຫລາຍກວ່າ 9 ແສນ​ຄົນ​ໃນ​ແຕ່​ລະ​ປີ

ໃນລາຍ​ການການ​ສຶກ​ສາ​ຂອງວີ​ໂອ​ເອ​ສຳ​ລັບ​ແລງມື້ນີ້ ພ​ວກ​ເຮົາ​ຈະ​ນຳ​ເອົາ​ບົດ​ຄວາມກ່ຽວ​ກັບ​ການ​ປັບ​ຕົວ​ຂອງ​ນັກ​ສຶກ​ສາ​ຕ່າງ​ປະ​ເທດ​ເຂົ້າ​ກັບ​ສະ​ພາບ​ແວດ​ລ້ອມ​ຂອງ​ການ​ຮຽນ​ ໃນ​ມະ​ຫາ​ວິ​ທະ​ຍາ​ໄລ​ຂອງ​ສະ​ຫະ​ລັດ. ​ບົວ​ສະ​ຫວັນ ຈະສືບຕໍ່​ນຳເອົາ ​ລາ​ຍງານເລື້ອງນີ້​ ທີ່​ອີງ​ໃສ່​ບົດຂຽນ​ຂອງ Andrew Smith ທີ່​ຂຽນຢູ່​ໃນລາຍ​ການ​ຮຽນ​ພາ​ສາ​ອັງ​ກິດ​ຂອງວີ​ໂອ​ເອ ແລະ​ການ​ສຳ​ພາດ​ຂອງ​ນັກ​ສຶກ​ສາ​ລາວ ທີ່ກຳ​ລັງ​ຮຽນ ​ຫລື​ເຄີຍ​ຮຽນ​ຢູ່ໃນ​ສະ​ຫະ​ລັດ ທີ່ຈົບ​ໄປ​ແລ້ວ ຊຶ່ງ​ມື້ນີ້​ ພວກ​ເຮົາ​ຈະ​ນຳ​ເອົາພາກ​ທີ 4 ​ຂອງຫົວ​ຂໍ້​ນີ້ທີ່ເວົ້າເຖິງຄວາມ​ສຳ​ຄັນຂອງ​ການ​ຝຶກ​ອົບ​ຮົມໃຫ້​ນັກ​ສຶກ​ສາໃນສະ​ຫະ​ລັດເອງ​ຄຸ້ນ​ເຄີຍ​ກັບ​ສຳ​ນຽງສຽງ​ເວົ້າພາ​ສາ​ອັງ​ກິດ​ຂອງ​ນັກ​ສຶກ​ສາ​ຕ່າງ​ປະ​ເທດ. ຂໍ​ເຊີນ​ທ່ານ​ຮັບ​ຟັງ​ໄດ້​ໃນອັນ​ດັບ​ຕໍ່​ໄປ:

ປາກັບນ້ຳມີ​ການ​ຕິດ​ພັນກັນສັນໃດ ມະນຸດແລະ​ວັດ​ທະ​ນະ​ທຳກໍມີ​ຄວາມ​ຕິດ​ພັນ​ກັນສັນ​ນັ້ນ​. ການ​ທີ່​ຄົ​ນ​ເຮົາ​ໜີອອກ​ຈາກວັດ​ທະ​ນະ​ທຳ​ນຶ່ງໄປ​ຢູ່​ໃນ​ສະ​ພາບ​ແວດ​ລ້ອມ​ຂອງ​ອີກວັດ​ທະ​ນະ​ທຳ​ນຶ່ງ ​ກໍ​ບໍ່​ຕ່າງ​ຫຍັງກັບການ​ເອົາ​ປາອອກ​ໄປ​ຈາກ​ນ້ຳ. ​ນັກ​ຮຽນ ນັກ​ສຶກ​ສາທີ່​ໄປ​ຮຽນຢູ່​ຕ່າງ​ປະ​ເທດທີ່​ມີພາ​ສາ ແລະ​ວັດ​ທະ​ນາ​ທຳ​ທີ່​ຕ່າງ​ກັນ​ຫລາຍ​ ກັບ​ວັດ​ທະ​ນະ​ທຳຂອງ​ຕົນເອງນັ້ນ ​ລ້ວນແລ້ວ​ແຕ່ຕ້ອງ​ໄດ້​ປັບ​ຕົວ ທາງ​ດ້ານ​ວັດ​ທະ​ນະ​ທຳ ແລະ​ສັງ​ຄົມ. ​ການ​ສຶກ​ສາ​ຄົ້ນ​ຄວ້າຫລາຍ ບັ້ນ ໄດ້​ຄົ້ນ​ພົບ​ມາຕະ​ຫລອດ​ໃນ​ຫລາຍ​ທົດ​ສະ​ວັດ​ມານີ້ວ່າ ​ນັກ​ສຶກ​ສາ​ທີ່​ມາ​ຈາກ​ປະ​ເທດທີ່​ມີ​ວັດ​ທະ​ນະ​ທຳ​ອື່ນ ເຖິງ​ຈະຮຽນ​ທີ່​ເກັ່ງ ແລະ​ມີການ​ກະ​ກຽມຫລາຍ​ປານ​ໃດກໍ​ຕາມ ເມື່ອ​ມາ​ຮຽນ​ຢູ່​ສະ​ຫະ​ລັດ ກໍຍັງ​ຕ້ອງ​ໄດ້​ປັບ​ຕົວ​ບໍ່​ຫລາຍ​ກໍ​ໜ້ອຍ ​ໃຫ້ເຂົ້າ​ກັບ​ສະ​ພາບແວດ​ລ້ອມ​ຂອງກ​ານ​ຮຽນຢູ່ໃນຫ້ອງ​ຮຽນ ແລະ​ລະ​ບົບ​ຂອງມະ​ຫາ​ວິ​ທະ​ຍາ​ໄລອາ​ເມ​ຣິ​ກັນ​ໄດ້.

ດັ່ງ​ທີ່​ໄດ້​ສະ​ເໜີ​ໄປ​ໃນ​ພາກ​ທີ 1 ຂອງ​ບົດ​ຄວາມນີ້ ທ່ານ​ຈັນ​ທະ​ເນດ ພະ​ໄກ​ສອນ ອະ​ດີດນັກ​ສຶກ​ສາປະ​ລິນ​ຍາ​ໂທ ​ທີ່​ໄດ້​ທຶນ​ມາ​ສຶກ​ສາ​ຕໍ່​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ​ແບ​ຣນ​ດາຍ​ສ໌, ​ລັດ​ແມ​ສ​ຊາ​ຈູ​ແຊ​ສ ໃຫ້​ຄຳ​ເຫັນ​ວ່າ ເພື່ອຈະສາ​ມາດປະ​ກອບ​ຄຳ​ຄິດ​ເຫັນໄດ້​ດີ​ໃນ​ເວ​ລາ​ສົນ​ທະ​ນາ​ໃນ​ຫ້ອງ​ຮຽນ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ອາ​ເມ​ຣິ​ກັນນັ້ນ ນັກ​ສຶກ​ສາຕ່າງ​ປະ​ເທດ ບໍ່​ພຽງ​ແຕ່​ກະກຽມ​ເທັກ​ນິກ​ໃນ​ການ​ເວົ້າ​ເທົ່າ​ນັ້ນ ແຕ່ຍັງກໍ​ຕ້ອງ​ປ່ຽນຄວາມ​ຄິດ​ຈິດ​ໃຈໃຫ້​ພ້ອ​ມ​ທີ່​ຈະ​ສື່​ສານແບບທີ່​ມີ​ລັກ​ສະ​ນະ​ສອງ​ທາງໄດ້. ສະ​ນັ້ນ, ໂດຍ​ອີງ​ໃສ່​ປະ​ສົບ​ການ​ຂອງ​ຕົນ​ເອງຊຶ່ງໃນ​ເມື່ອ​ກ່ອນ​ບໍ່​ຄ່ອຍ​ກ້າປາກ​ກ້າ​ເວົ້າຢູ່ໃນ​ຫ້ອງ​ຮຽນຫລາຍ​ປານ​ໃດ​ນັ້ນ ທ່ານໄດ້ໃຫ້​ຄຳ​ແນະ​ນຳ​ແກ່​ນັກ​ສຶກ​ສາ​ລາວເພື່ອ​ຈະ​ປັບ​ຕົວ​ຢູ່​ໃນຫ້ອງ​ຮຽນ​ອາ​ເມ​ຣິ​ກາໄດ້​ນັ້ນ ວ່າ:

ລິງໂດຍກົງ
ທ່ານຈັນທະເນດ ພະໄກສອນທີ່ໄດ້ຮັບທຶນ Fulbright ມາສຶກສາທີ່ມະຫາວິທະຍາໄລ Brandeis, ລັດແມສຊາຈແຊສ ໄດ້ຮັບໃບປະກາດສະນີຍະບັດປະລິນຍາໂທໃນປີ 2008
ທ່ານຈັນທະເນດ ພະໄກສອນທີ່ໄດ້ຮັບທຶນ Fulbright ມາສຶກສາທີ່ມະຫາວິທະຍາໄລ Brandeis, ລັດແມສຊາຈແຊສ ໄດ້ຮັບໃບປະກາດສະນີຍະບັດປະລິນຍາໂທໃນປີ 2008

ທ່ານ​ກ່າວ​ຕໍ່​ໄປ​ວ່າ:

ລິງໂດຍກົງ
ແຜນ​ທີ່​ປະ​ເທດ​ທີ່​ສົ່ງ​ນັກ​ສຶກ​ສາ​ມາ​ຮຽນ​ໃນ​ສະ​ຫະ​ລັດ
ແຜນ​ທີ່​ປະ​ເທດ​ທີ່​ສົ່ງ​ນັກ​ສຶກ​ສາ​ມາ​ຮຽນ​ໃນ​ສະ​ຫະ​ລັດ

ແຕ່​ນັກ​ຊ່ຽວ​ຊານ​ຫລາຍ​ຄົນ​ກໍ​ເຫັນ​ວ່າ ເພື່ອ​ໃຫ້​ການ​ສື່​ສານ​ ຫລື​ການສົນ​ທະ​ນາ​ໃນ​ຫ້ອງ​ຮຽນ​ມາ​ປະ​ສິດ​ທິ​ຜົນ​ດີນັ້ນ ມັນບໍ່​ແມ່ນ​ແຕ່ນັກ​ສຶກ​ສາ​ຕ່າງ​ປະ​ເທດຝ່າຍ​ດຽວເທົ່າ​ນັ້ນ​ທີ່ຕ້ອງ​ໄດ້​ປັບ​ຕົວ, ​ຝ່າຍ​ນັກ​ຮຽນ​ອາ​ເມ​ຣິ​ກັນ​ເອງ​ກໍ​ຕ້ອງ​ໄດ້​ຮຽນ​ຮູ້, ​ຝຶກ​ຝົນ ແລະ​ປັບ​ຕົວໃນວິ​ທີ​ສື່​ສານ​ກັບ​ຄົນ​ທີ່​ມາ​ຈາກ​ຫລາຍ​ວັດ​ທະ​ນະ​ທຳ​ໄດ້​ເຊັ່ນ​ກັນ. ສະ​ນັ້ນ​ ມະ​ຫາ​ວິ​ທະ​ຍາ​ໄລໃຫຍ່ໆ ຂອງ​ສະ​ຫະ​ລັດ ເຊັ່ນມະຫາວິທະຍາໄລເພີ​ດູ (Purdue) ຊຶ່ງເປັນ ມະຫາວິທະຍາໄລຂອງລັດອິນ​ເດຍ​ນາທີ່ມີນັກຮຽນ 50,000 ຄົນ ໂດຍ​ໃນ​ນັ້ນ 22 ເປີ​ເຊັນແມ່ນ ນັກ​ສຶກ​ສາ​ຕ່າງ​ປະ​ເທດ ໄດ້ໃຫ້​ຂໍ້​ແນະ​ນຳ​ວ່າ ວິທີນຶ່ງທີ່ມະຫາວິທະຍາໄລ ທີ່ພະຍາຍາມເຮັດ​ໃນ​ການຊ່ວຍເຫຼືອ ນັກສຶກສາຕ່າງປະເທດ ໃຫ້​ປັບ​ຕົວໄດ້ດີ​ຂຶ້ນ ກໍ​ຄືການສະ​ໜອງການຝຶກອົບຮົມວິ​ທີການສື່​ສານ​ລະ​ຫວ່າງ​ຄົນ​ທີ່​ມີ​ວັດ​ທະ​ນະ​ທຳ​ແຕກຕ່າງ​ກັນ​ ໃຫ້​ແກ່ນັກສຶກສາໃນສະຫະລັດ. ຕົວ​ຢ່າງ ເຊັ່ນມະຫາວິທະຍາໄລເພີ​ດູ (Purdue) ສະໜອງການຝຶກອົບຮົມທາງອອນໄລນ໌ ເພື່ອຊ່ວຍໃຫ້ ນັກສຶກສາອາເມຣິ​ກັນເຂົ້າໃຈສຳ​ນຽງເວົ້າ​ຂອງຄົນທີ່​ມາຈາກ​ຫລາຍ​ປະ​ເທດ​ທົ່ວ​ໂລກ​ໄດ້ດີຂຶ້ນ.

(ພາບ​ໃນ​ແຟ​ມ) ​ນັກ​ສຶກ​ສາ​ຕ່າງ​ປະ​ເທດ​ຢືນຢູ່ຕໍ່​ໜ້າ​ທຸງ​ຂອງ 70 ປະ​ເທດ ທີ່​ສົ່ງ​ນັກ​ສຶກ​ສາ​ມາ​ຮຽນໃນມະ​ຫາ​ວິ​ທະ​ຍາໄ​ລ Berea, ຕັ້ງ​ຢູ່​ລັດ ເຄັນ​ຕັກ​ກີ ຊຶ່ງ​ເປັນ​ມະ​ຫາ​ວິ​ທະ​ຍາ​ໄລທີ່​ມີ​ຊື່​ສຽງ​ແຫ່ງ​ນຶ່ງຂອງ​ອາ​ເມ​ຣິ​ກາ (ພາບ​ສົ່ງ​ໃຫ້​ໂດຍ Berea)
(ພາບ​ໃນ​ແຟ​ມ) ​ນັກ​ສຶກ​ສາ​ຕ່າງ​ປະ​ເທດ​ຢືນຢູ່ຕໍ່​ໜ້າ​ທຸງ​ຂອງ 70 ປະ​ເທດ ທີ່​ສົ່ງ​ນັກ​ສຶກ​ສາ​ມາ​ຮຽນໃນມະ​ຫາ​ວິ​ທະ​ຍາໄ​ລ Berea, ຕັ້ງ​ຢູ່​ລັດ ເຄັນ​ຕັກ​ກີ ຊຶ່ງ​ເປັນ​ມະ​ຫາ​ວິ​ທະ​ຍາ​ໄລທີ່​ມີ​ຊື່​ສຽງ​ແຫ່ງ​ນຶ່ງຂອງ​ອາ​ເມ​ຣິ​ກາ (ພາບ​ສົ່ງ​ໃຫ້​ໂດຍ Berea)

ທ່ານ​ນາງ​ແອ​ນແນັດ ເບັນ​ສັນ (Annette Benson) ເຮັດວຽກຢູ່ສູນກາງ​ສໍ​າລັບ​ຮຽນ​ຮູ້​ການ​ພົວ​ພັນ​ຂອງ​ຄົນ​ທີ່​ມີ​ວັດ​ທະ​ນະ​ທຳ​ຕ່າງ​ກັນ, ການໃຫ້ຄໍາປຶກສາ, ການປະເມີນ​ຜົນ ແລະການຄົ້ນຄວ້າ. ໃນອີເມລ​ທີ່​ຂຽນ​ຫາວິ​ທະ​ຍຸສຽງອາມ​ເຣິ​ກາ ຫລື Voice of America ນັ້ນ ທ່ານນາງຂຽນວ່າ ນັກຮຽນທຸກຄົນ “ຄາດວ່າຈະຝຶກທັກສະໃນ ການຟັງຂອງເຂົາເຈົ້າ” ເພື່ອຊ່ວຍໃຫ້ເຂົາເຈົ້າເຂົ້າໃຈສຳນຽງທີ່ແຕກຕ່າງກັນ. ທ່ານ​ນາງ​ອະ​ທິ​ບາຍ​ວ່າ ໂດຍ​ການ​ເຮັດວິທີນີ້, ນັກສຶກສາຕ່າງປະເທດບໍ່ເປັນ​ພຽງ ກຸ່ມດຽວເທົ່າ​ນັ້ນ ທີ່ຮັບຜິດຊອບໃນການຊ່ວຍໃຫ້​ຄົນອື່ນເຂົ້າໃຈຕົນ​ເອງ ນັກ​ສຶກ​ສາ​ອາ​ເມ​ຣິ​ກັນ​ກໍ​ຕ້ອງ​ໄດ້​ມີ​ສ່ວນ​ປັບ​ຕົວ​ເອງ​ເຊັ່ນ​ກັນ.

ນາງວຽງສະຫວັນ ໄຊຈະເລີນ ທີ່ໄດ້ຮັບທຶນ Fulbright ໄປສຶກສາໃນສະຫະລັດ ເປັນເວລາສອງປີ ແລະໄດ້ລະດັບປະລິນຍາໂທ ຈາກມະຫາວິທະຍາໄລພາກໃຕ້ຂອງລັດນິວແຮມເຊີ.
ນາງວຽງສະຫວັນ ໄຊຈະເລີນ ທີ່ໄດ້ຮັບທຶນ Fulbright ໄປສຶກສາໃນສະຫະລັດ ເປັນເວລາສອງປີ ແລະໄດ້ລະດັບປະລິນຍາໂທ ຈາກມະຫາວິທະຍາໄລພາກໃຕ້ຂອງລັດນິວແຮມເຊີ.

ສະຫລຸບ​ແລ້ວ ​ເພື່ອ​ຈະ​ຊ່ວຍ​ໃຫ້ນັກ​ສຶກ​ສາ​ຕ່າງ​ປະ​ເທດໂດຍ​ສະ​ເພາະ​ຜູ້​ທີ່​ມາ​ຈາກວັດ​ທະ​ນະ​ທຳ​ທີ່ບໍ່ຄຸ້ນເຄີຍ​ກັບ​ການຮຽກ​ຮ້ອງ​ໃຫ້​ອອກ​ຄຳ​ຄິ​ດຄຳ​ເຫັນ​ໂຕ້​ຕອບ​ກັນກັບ​ເພື່ອນຮ່ວມ​ຫ້ອງຮຽນ​ແລະກັບ​ອາ​ຈານ​ໄດ້​ດີນັ້ນ ບໍ່​ແມ່ນ​ມີ​ແຕ່​ນັກ​ສຶກ​ສາ​ຈາກ​ຕ່າງ​ປະ​ເທດ​ເທົ່າ​ນັ້ນ​ທີ່​ຕ້ອງ​ໄດ້ປັບ​ຕົວ​ ທາງນັກ​ສຶກ​ສາ​ອາ​ເມ​ຣິ​ກັນ​ເອງ​ກໍ​ຕ້ອງ​ຝຶກ​ຝົນ​ຕົນ​ເອງໃຫ້ມີ​ຄ​ວາມຄຸ້ນ​ເຄີຍ​ກັບການ​ສື່​ສານ​ຂອງນັກ​ສຶກ​ສາ​ມາຈາກ​ຫລາຍ​ປະ​ເທດເຊັ່ນ​ກັນ. ໃນພາກ​ຕໍ່ໄປ ກໍ​ຄື​ພາກ​ສຸດ​ທ້າຍ​ໃນ​ຫົວ​ຂໍ້​ນີ້ ພວກ​ເຮົາ​ຈະ​ນຳ​ເອົາວິ​ທີ​ການຊຶມ​ຊັບເອົາ​ວັດ​ທະ​ນະ​ທຳອາ​ເມ​ຣິ​ກັນ ​ເພື່ອ​ຈະໃຫ້ນັກ​ສຶກ​ສາ​ຕ່າງ​ປະ​ເທດ​ປັບ​ຕົວເຂົ້າ​ກັບ​ສະ​ພາບ​ແວດ​ລ້ອມ​ຂອງ​ກາ​ນ​ຮຽນຢູ່ໃນ​ສະ​ຫະ​ລັດໄດ້. ໂປດ​ຕິດ​ຕາມ​ຮັບ​ຟັງ​ດ້ວຍ.

XS
SM
MD
LG