ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄວາມເຂົ້າໃຈສະພາບການ ແລະວັດທະນະທໍາອາ​ເມ​ຣິ​ກັນ ​ທີ່ສະ​ແດງ​ອອກ​ຢູ່ໃນ​ຫ້ອງ​ຮຽນ ​ມີ​ຄວາມ​ສຳ​ຄັນ​ ສຳ​ລັບ​ນັກ​ສຶກ​ສາ​ຕ່າງ​ປະ​ເທດ ໃນ ສ​ຫລ


ນາງ Banned Words ທີ່​ເມືອງ Berkeley (ຊ້າຍ) ເອົາ​ບັດ​ຫລຸດ​ລາ​ຄາ​ສິນ​ຄ້າ ຫລື coupon ຍື່ນ​ໃຫ້​ນັກ​ຮຽນ​ຄົນ​ນຶ່ງ ທີ່​ຍ່າງ​ຢູ່​ຕາມ​ທາງ ໃນ​ມະ​ຫາ​ວິ​ທະ​ຍາ​ໄລ​ຄາ​ລິ​ຟໍ​ເນຍ, ວິ​ທະ​ຄານ​ໃນ​ເມືອງ Berkeley, ລັດ​ຄາ​ລິ​ຟໍ​ເນຍ, ໑ຂ ກໍ​ລະ​ກົດ, 2019. (ພາບ​ໂດຍ AP Photo/Jeff Chiu)
ນາງ Banned Words ທີ່​ເມືອງ Berkeley (ຊ້າຍ) ເອົາ​ບັດ​ຫລຸດ​ລາ​ຄາ​ສິນ​ຄ້າ ຫລື coupon ຍື່ນ​ໃຫ້​ນັກ​ຮຽນ​ຄົນ​ນຶ່ງ ທີ່​ຍ່າງ​ຢູ່​ຕາມ​ທາງ ໃນ​ມະ​ຫາ​ວິ​ທະ​ຍາ​ໄລ​ຄາ​ລິ​ຟໍ​ເນຍ, ວິ​ທະ​ຄານ​ໃນ​ເມືອງ Berkeley, ລັດ​ຄາ​ລິ​ຟໍ​ເນຍ, ໑ຂ ກໍ​ລະ​ກົດ, 2019. (ພາບ​ໂດຍ AP Photo/Jeff Chiu)

ໃນລາຍ​ການການ​ສຶກ​ສາ​ຂອງວີ​ໂອ​ເອ​ສຳ​ລັບ​ແລງມື້ນີ້ ພ​ວກ​ເຮົາ​ຈະ​ນຳ​ເອົາ​ບົດ​ຄວາມ ກ່ຽວ​ກັບ​ການ​ປັບ​ຕົວ​ຂອງ​ນັກ​ສຶກ​ສາ​ຕ່າງ​ປະ​ເທດ​ເຂົ້າ​ກັບ​ສະ​ພາບ​ແວດ​ລ້ອມ ​ຂອງ​ການ​ຮຽນ​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ​ຂອງ​ສະ​ຫະ​ລັດ. ​ບົວ​ສະ​ຫວັນມີ​ລາ​ຍ​ລະ​ອຽດໃນເລື້ອງນີ້​ມາ​ສະ​ເໜີທ່ານ ໂດຍ​ອີງ​ໃສ່​ບົດຂຽນ​ຂອງ Andrew Smith ທີ່​ຂຽນຢູ່​ໃນລາຍ​ການ​ຮຽນ​ພາ​ສາ​ອັງ​ກິດ​ຂອງວີ​ໂອ​ເອ ແລະ​ການ​ສຳ​ພາດ​ຂອງ​ນັກ​ສຶກ​ສາ​ລາວ ທີ່ກຳ​ລັງ​ຮຽນ ແລະ​ເຄີຍ​ຮຽນ​ຢູ່ໃນ​ສະ​ຫະ​ລັດ. ຊຶ່ງ​ຫົວ​ຂໍ້​ນີ້​ແບ່ງ​ອອກ​ເປັນ 3 ພາກ. ພາກ​ທີ 1 ​ຈະ​ເວົ້າ​ເຖິງ​ການ​ອອກ​ຄຳ​ຄິດຄຳ​ເຫັນຢູ່ໃນ​ຫ້ອງ​ຮຽນ​ອາ​ເມ​ຣິ​ກັນ. ຂໍ​ເຊີນ​ທ່ານ​ຮັບ​ຟັງ​ໄດ້​ໃນອັນ​ດັບ​ຕໍ່​ໄປ:

ເພື່ອ​ຢາກປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ຮຽນຢູ່​ສະ​ຫະ​ລັດ​ນັ້ນ ນັກສຶກສາຕ່າງປະເທດ ນອກ​ຈາກ​ຈະ​ກຽມ​ພ້ອມ​ຄວາມ​ຮູ້​ດ້ານວິ​ຊາ​ສະ​ເພາະ​ແລ້ວ ຍັງຕ້ອງໄດ້ເຂົ້າໃຈເຖິງສະພາບການ ແລະວັດທະນະທໍາຂອງ​ຄົນ​ອາ​ເມ​ຣິ​ກັນ ​ທີ່ສະ​ແດງ​ອອກ​ຢູ່ໃນ​ຫ້ອງ​ຮຽນໃນມະ​ຫາ​ວິ​ທະ​ຍາ​ໄລ​ອີກ​ດ້ວຍ.

ນັກ​ຊ່ຽວ​ຊານ​ບາງ​ຄົນ​ເວົ້າ​ວ່າ ຄວາມເຂົ້າໃຈກ່ຽວກັບສະພາບ​ການ ຫມາຍເຖິງ ການຮູ້ສະຖານະການທີ່ບາງສິ່ງບາງຢ່າງເກີດທີ່ຂຶ້ນຢູ່​ໃນ​ນັ້ນ ແລະຄໍາສັບຕ່າງໆ ທີ່ຖືກນໍາມາໃຊ້ຢູ່ໃນສະຖານະການສະເພາະອັນ​ນັ້ນ.

ດຣ. ຊູ​ແຊນ ບາ​ຣອນ (Susan Barone) ເປັນຜູ້ອໍານວຍການສູນພາສາອັງ ກິດ ທີ່ມະຫາວິທະຍາໄລແວນ​ເດີ​ບິລ​ທ໌ (Vanderbilt) ໃນເມືອງ​ແນ​ສວີ​ລ (Nashville) ລັດ​ເທັນ​ແນ​ສ​ຊີ ຊຶ່ງ​ສູນນີ້​ສະ​ໜອງ​ການຝຶກອົບຮົມພາສາອັງກິດ ໃຫ້​ແກ່ນັກສຶກສາຕ່າງປະເທດ.

ນັກ​ສຶກ​ສາ​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ Stanford ຟັງ​ການ​ບັນ​ລະ​ຍາຍ​ຂອງເພື່ອນ​ຮ່ວມ​ຫ້ອງ​ຮຽນ ຕໍ່​ພ​ວກ​ນາຍ​ທຶນ​ທີ່​ມາ​ຢ້ຽມ​ຢາມ​ຫ້ອງ​ຮຽນ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ຮຽນ​ວິ​ຊາການ​ເຮັດ​ທຸ​ລະ​ກິດ​ດ້ານ​ເທັກ​ໂນ​ໂລ​ຈີ ຫລື Technology Entrepreneurship ໃນ​ລັດ​ຄາ​ລິ​ຟໍ​ເນຍ, ວັນ​ທີ 11 ມີ​ນາ, 2014
ນັກ​ສຶກ​ສາ​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ Stanford ຟັງ​ການ​ບັນ​ລະ​ຍາຍ​ຂອງເພື່ອນ​ຮ່ວມ​ຫ້ອງ​ຮຽນ ຕໍ່​ພ​ວກ​ນາຍ​ທຶນ​ທີ່​ມາ​ຢ້ຽມ​ຢາມ​ຫ້ອງ​ຮຽນ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ຮຽນ​ວິ​ຊາການ​ເຮັດ​ທຸ​ລະ​ກິດ​ດ້ານ​ເທັກ​ໂນ​ໂລ​ຈີ ຫລື Technology Entrepreneurship ໃນ​ລັດ​ຄາ​ລິ​ຟໍ​ເນຍ, ວັນ​ທີ 11 ມີ​ນາ, 2014

​ເພື່ອຈະອະທິບາຍໃຫ້​ຮູ້​ເຖິງຄວາມໝາຍຂອງ​ຄຳ​ວ່າ ການເຂົ້າໃຈສະພາບການ ແລະ ວັດທະນະທໍາ​ທີ່ກ່ຽວຂ້ອງກັບຜົນສໍາເລັດທາງການ​ສຶ​ກ​ສານັ້ນ ດ​ຣ. ບາ​ຣອນ (Barone) ໄດ້ຍົກ​ເອົາຄໍາວ່າ participation ຊຶ່ງ​ໝາຍ​ເຖິງ​ການມີ​ສ່ວນ ຮ່ວມປະ​ກອບ​ຄຳ​ຄິດ​ຄຳ​ເຫັນຢູ່​ໃນ​ຫ້ອງ​ຮຽນ.

ທ່ານ​ນາງອະທິບາຍວ່າ ສໍາລັບນັກຮຽນໃນບາງພື້ນທີ່ຂອງໂລກ, ການມີສ່ວນ ຮ່ວມ​ໃນ​ຫ້ອງ​ຮຽນຫມາຍເຖິງການຟັງຢ່າງຕັ້ງໝົດ​ຕັ້ງ​ໃຈ, ໃນຂະນະທີ່ຢູ່ໃນເຂດ ອື່ນຂອງໂລກ ມັນອາດຈະຫມາຍເຖິງການເວົ້າໄວໆ ຊຶ່ງ​ສ່ວນ​ຫລາຍ​ແລ້ວແມ່ນ ​ບໍ່ຕ້ອງລໍຖ້າໃຫ້ຄົນອື່ນເວົ້າກ່ອນ. ດ​ຣ. ບາ​ຣອນ ເວົ້າອີກວ່າ ບາງຄັ້ງ ຄວາມເຂົ້າ​ໃຈຂອງນັກຮຽນໃນການມີສ່ວນຮ່ວມ ແມ່ນບໍ່ຄືກັນກັບ ຄວາມ ຄາດຫວັງຂອງອາຈານ. ​ທ່ານ​ນາງອະ​ທິ​ບາຍວ່າ, "ຄຳ​ນີ້ ເປັນຄຳສັບທີ່ຂຶ້ນ​ກັບ​ຄວາມ​ເຂົ້າ​ໃຈ​ຂອງ​ອາ​ຈານ ແລະ​ນັກ​ສືກ​ສາ​”. ແລະນັກຮຽນແຕ່ລະຄົນ ກໍຈະມີຄວາມເຂົ້າໃຈແຕກຕ່າງ​ກັນ ກ່ຽວກັບຄວາມຫມາຍຂອງມັນ.

ສ່ວນທ່ານ​ຈັນ​ທະ​ເນດ ພະ​ໄກ​ສອນທີ່​ເຄີຍເປັນ​ນັກສຶກ​ສາ​ລາວທີ່​ຮຽນ​ຂັ້ນປະ​ລິນ​ຍາ​ໂທ ໃນ​ມະ​ຫາ​ວິ​ທະ​ຍາ​ໄລ​ແບ​ຣນ​ດາຍ​ສ໌, ​ລັດ​ແມ​ສ​ຊາ​ຈູ​ແຊ​ສ ຕາມ​ທັດ​ສະ​ນະ​ສ່ວນ​ຕົວ​ແລ້ວ​ທ່ານ​ຄິດ​ວ່າ​ການ​ສື່ສານແບບສອງ​ທາງ​ທີ່​ເຫັນ​ທົ່ວ​ໄປຢູ່ໃນ​ມະ​ຫາ​ວິ​ທະ​ຍາ​ໄລຂອງ​ອາ​ເມ​ຣິ​ກັນນັ້ນ ກໍໄດ້​ເລີ້​ມ​ເອົາ​ໄປ​ນຳ​ໃຊ້​ກັນຢູ່ໃນຫລາຍ​ປະ​ເທດ ລວມ​ທັງ​ປະ​ເທດ​ລາວແລ້ວ ຊຶ່ງ​ທ່ານບອກວ່າ:​

ນັກ​ສຶກ​ສາ​ຕ່າງ​ປະ​ເທດ​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ນຶ່ງ​ຂອງ​ສະ​ຫະ​ລັດ
ນັກ​ສຶກ​ສາ​ຕ່າງ​ປະ​ເທດ​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ນຶ່ງ​ຂອງ​ສະ​ຫະ​ລັດ

ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ​ຈັນ​ທະ​ເນດ​ກໍ​ເວົ້າ​ວ່າ ນັກ​ສຶກ​ສາ​ທີ່​ມາ​ຈາກປະ​ເທດ​ທີ່ມີວັດ​ທະ​ນະ​ທຳ​ທະ​ນະ​ທຳ​ທີ່​ໃຫ້ມີ ຄວາມ​ຢຳ​ເກງ​ຜູ້​ອາ​ວຸ​ໂສກວ່າ ເຊັ່ນພໍ່​ແມ່ ແລະ ຄູ​ອາ​ຈານ ດັ່ງ​ທີ່​ເຫັນ​ທົ່ວ​ໄປ​ໃນ​ປະ​ເທດ​ຂົງເຂດ​ເອ​ເຊຍ ມັກ​ຈະອ່ານ ສະພາບການສະເພາະໃດ​ນຶ່ງໃນ​ເລື້ອງຄວາມ​ຄາດ​ຫວັງ​ຂອງການມີສ່ວນຮ່ວມໃນ​ຫ້ອງ​ຮຽນນັ້ນ​ ແຕກ​ຕ່າງ​ໄປ​ຈາກນັກ​ສຶກ​ສາ​ອາ​ເມ​ຣິ​ກັນ ຫລື ​ນັກ​ສຶກ​ສາທີ່​ມາ​ຈາກປະ​ເທດຕາ​ເວັນ​ຕົກ​ອື່ນໆ ທີ່​ມີ​ວັດ​ທະ​ນະ​ທຳ​ສົ່ງ​ເສີມ​ໃຫ້​ທຸກ​ຄົນປາກ​ເວົ້າ​ສະ​ແດງຄວາມ​ຄິດ​ເຫນ​ຂອງ​ຕົນອອກ​ມາ. ສະ​ນັ້ນ ທ່ານ​ຍອມ​ຮັບ​ວ່າ ມັນ​ເຮັດ​ໃຫ້ມີ​ຄວາມ​ຫຍຸ້ງ​ຍາກຫລາຍສຳ​ລັບ​ນັກ​ຮຽນ​ມາ​ຈາກຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ ໃຕ້​ເຊັ່ນລາວ ທີ່​ຈະອອກ​ຄຳ​ຄຳ​ເຫັນ​ຢ່າງ​ຫ້າວ​ກັນ​ໄດ້​ເມື່ອ​ຫວນ​ຄືນ​ເຖິງການ​ຮຽນຂອງ​ທ່ານໃນຂັ້ນປະ​ລິນ​ຍາ​ໂທ​ ຢູ່​ໃນ​ສະ​ຫະ​ລັດ ເມື່ອ​ປະ​ມານ 10 ກວ່າ​ປີກ່ອນ ຊຶ່ງ​ທ່ານສູ່​ຟັງ​ວ່າ:

ທ່ານຈັນທະເນດ ພະໄກສອນທີ່ໄດ້ຮັບທຶນ Fulbright ມາສຶກສາທີ່ມະຫາວິທະຍາໄລ Brandeis, ລັດແມສຊາຈແຊສ ໄດ້ຮັບໃບປະກາດສະນີຍະບັດປະລິນຍາໂທໃນປີ 2008
ທ່ານຈັນທະເນດ ພະໄກສອນທີ່ໄດ້ຮັບທຶນ Fulbright ມາສຶກສາທີ່ມະຫາວິທະຍາໄລ Brandeis, ລັດແມສຊາຈແຊສ ໄດ້ຮັບໃບປະກາດສະນີຍະບັດປະລິນຍາໂທໃນປີ 2008

ທ່ານ​ກ່າວ​ອີກວ່າ ໃນ​ສະ​ຫະ​ລັດ​ນັ້ນ ການ​ປະ​ກອບ​ຄຳ​ຄິດ​ເຫັນ​ຢູ່​ຫ້ອງ​ຮຽນ​ ແມ່ນ​ມີ​ຄວາມ​ສຳ​ຄັນ​ຫລາຍ ເພາະ​ຫລາຍໆ ​ວິ​ຊາມັນ​ກວມເອົາຫລາຍ​ເຖິງ​ປະ​ມານ 20 ເປີ​ເຊັນ​ຂອງ​ຄະ​ແນນທັງ​ໝົດຂອງ​ນັກ​ສຶກ​ສາ.

ນອກຈາກນັ້ນແລ້ວ, ດ​ຣ. ບາ​ຣອນ ກ່າວອີກວ່າ ຄວາມຫຍຸ້ງຍາກອີກອັນນຶ່ງສໍາ ລັບນັກຮຽນຕ່າງປະເທດບາງຄົນ ແມ່ນຄວາມເຂົ້າໃຈສຳ​ນວນ​ ໃນພາສາອັງກິດ ແລະພາ​ສາ​ທີ່​ໃຊ້​ໃນການສົນທະນາຢູ່​ໃນ​ຊີ​ວິດ​ປະ​ຈຳ​ວັນ​ຂອງນັກສຶກສາ ອາເມຣິ​ກັນ. ຢູ່ມະຫາວິທະຍາໄລແວນ​ເດີບິລ​ທ໌ນັ້ນ ທ່ານນາງສັງເກດເຫັນວ່າ ມັນ​ເປັນ​ເລື້ອງ​ຍາກ ສຳ​ລັບນັກສຶກສາຕ່າງປະເທດ ແມ່ນ​ແຕ່​ຜູ້ທີ່ມີລະດັບພາສາອັງກິດ ໃນທາງວິຊາການສູງກໍ​ຕາມ.

ສະຫລຸບ​ແລ້ວ​ ການ​ທີ່ຈະ​ປະ​ສົບ​ຜົນ​ສຳ​ເລັດ​ສູງ ຫລືຮຽນ​ຈົບ​ຕາມ​ຄາດ​ໝາຍໃນ​ມະ​ຫາ​ວິ​ທະ​ຍາ​ໄລ​ຂອງອາ​ເມ​ຣິ​ກັນ​ໄດ້​ນັ້ນ ນັກ​ສຶກ​ສາ​ຕ່າງ​ປະ​ເທດ ໂດຍ​ສະ​ເພາະ​ຜູ້​ທີ່​ມາ​ຈາກວັດ​ທະ​ນະ​ທຳ ​ທີ່ບໍ່ລຶ້ງ​ເຄີຍ​ກັບ​ການ​ອອກ​ຄຳ​ຄິ​ດຄຳ​ເຫັນ ​ໂຕ້​ຕອບ​ກັນກັບ​ເພື່ອນຮ່ວມ​ຫ້ອງຮຽນ ຫລື​ກັບ​ອາ​ຈານ​ນັ້ນ ແມ່ນ​ຕ້ອງ​ໄດ້​ປັບ​ຕົວຢ່າງ​ຫລວງ​ຫລາຍ​. ໃນພາກ​ຕໍ່ໄປ ພວກ​ເຮົາ​ຈະ​ນຳ​ເອົາຂໍ້​ແນະ​ນຳບາງ​ຢ່າງໃນ​ການ​ປັບ​ຕົວ​ ຂອງ​ນັກ​ສຶກ​ສາ​ຕ່າງ​ປະ​ເທດ​ຢູ່ໃນ​ສະ​ຫະ​ລັດ. ໂປດ​ຕິດ​ຕາມ​ຮັບ​ຟັງ​ດ້ວຍ.

ເບິ່ງວີ​ດິ​ໂອ​ເລື້ອງນັກ​ຮຽນ​ຕ່າງ​ປະ​ເທດ​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ​ອາ​ເມ​ຣິ​ກັນແຕ່ງ​ບົດ​ສອນ​ພາ​ສາ​ອັງ​ກິດ ສຳ​ລ​ັບ​ຄົນ​ຍົກ​ຍ້າຍ​ຖິ່ນ​ຖານ​ມາ​ຢູ່ ສ​ຫລ ໃໝ່ (ເປັນ​ພາ​ສາ​ອັງ​ກິດ)

English as a Second Language to help Immigrants
please wait

No media source currently available

0:00 0:01:41 0:00
XS
SM
MD
LG