ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພາຍ​ໃຕ້​ແຜນ​ການ​ປ້ອງ​ກັນ​ປະ​ເທດ​ໃໝ່, ຍີ່​ປຸ່ນ ອາດ​ກາຍ​ເປັນມະ​ຫາ​ອຳ​ນາດ​ໂລກ "ທີ່​ປົກ​ກະ​ຕິ"


ນັກ​ວິ​ສະ​ວະ​ກອນ​ບູ​ລະ​ນະ​ເຮືອ​ບິນ ກຽມ​ລາກ​ເຮ​ລິ​ຄັອບ​ເຕີ SH-60K ຢູ່​ເທິງ​ລານ​ແລ່ນ​ເຮື​ອ​ບິນ​ຂອງ​ກຳ​ປັ່ນ​ບັນ​ທຸກ​ເຮ​ລິ​ຄັອບ​ເຕີ​ປ້ອງ​ກັນ​ຕົວ​ທາງ​ທະ​ເລ​ຂອງ​ຍີ່​ປຸ່ນ JS Izumo (DDH-183), 26 ມິ​ຖຸ​ນາ 2019.
ນັກ​ວິ​ສະ​ວະ​ກອນ​ບູ​ລະ​ນະ​ເຮືອ​ບິນ ກຽມ​ລາກ​ເຮ​ລິ​ຄັອບ​ເຕີ SH-60K ຢູ່​ເທິງ​ລານ​ແລ່ນ​ເຮື​ອ​ບິນ​ຂອງ​ກຳ​ປັ່ນ​ບັນ​ທຸກ​ເຮ​ລິ​ຄັອບ​ເຕີ​ປ້ອງ​ກັນ​ຕົວ​ທາງ​ທະ​ເລ​ຂອງ​ຍີ່​ປຸ່ນ JS Izumo (DDH-183), 26 ມິ​ຖຸ​ນາ 2019.

ຍີ່​ປຸ່ນ ໃນ​ເດືອນນີ້​ໄດ້​ເອົາ​ບາດ​ກ້າວ​ທີ່​ສຳ​ຄັນ​ໄປ​ສູ່​ການຫຼຸດ​ຜ່ອນ​ການ​ຍັບ​ຢັ້ງ​ທະ​ຫານຫຼັງ​ສົງ​ຄາມ​ຂອງ​ເຂົາ​ເຈົ້າ, ດ້ວຍ​ການ​ເປີດ​ຕົວ​ນະ​ໂຍ​ບາຍ​ໃໝ່​ທີ່​ຈະ​ອະ​ນຸ​ຍາດ​ໃຫ້​ປະ​ເທດ​ທີ່​ມີ​ອຳ​ນາດ​ໃນ​ເອ​ເຊຍ​ນັ້ນ​ມີ​ບົດ​ບາດ​ທີ່​ໃຫຍ່​ຂຶ້ນ​ໃນ​ພາກ​ພື້ນ ແລະ ບັນ​ຫາ​ດ້ານ​ຄວາມ​ປອດ​ໄພ​ໂລກ.

ພາຍ​ໃຕ້​ແຜນ​ຍຸດ​ທະ​ສາ​ດ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ສະ​ບັບ​ໃໝ່ ແລະ ເອ​ກະ​ສານ​ອີກ​ສອງ​ສະ​ບັບ​ທີ່​ຖືກ​ເປີດ​ເຜີຍ​ໃນ​ກາງ​ເດືອນ​ທັນ​ວານີ້, ຍີ່​ປຸ່ນ​ຈະ​ຂະ​ຫຍາຍ​ການ​ໃຊ້​ຈ່າຍ​ທາງ​ທະ​ຫານ​ປະ​ມານ​ສອງ​ເທົ່າ​ໃນ​ 5 ປີ​ຕໍ່​ໜ້າ ແລະ ເປັນ​ຄັ້ງ​ທຳ​ອິດ​ທີ່​ຈະ​ສົ່ງ​ລູກ​ສອນ​ໄຟ​ທີ່​ສາ​ມາດ​ຍິງ​ໃສ່​ເປົ້າ​ໝາຍ​ໃນ​ປະ​ເທດ​ອື່ນໆ.

ນະ​ໂຍ​ບາຍ​ທີ່​ວ່າ​ນັ້ນ​ໄດ້​ທຳ​ລາຍ​ຂໍ້​ຫ້າມຫຼາຍ​ທົດ​ສະ​ວັດ​ໃນ​ຍີ່​ປຸ່ນ, ເຊິ່ງ​ໄດ້​ໃຊ້​ທ່າ​ທີ​ການ​ປ້ອງ​ກັນ​ປະ​ເທດ​ທີ່​ຂ້ອນ​ຂ້າງ​ຖືກ​ຄວບ​ຄຸມ​ພາຍ​ໃຕ້​ລັດ​ຖະ​ທຳ​ມະ​ນູນ​ຕໍ່​ຕ້ານ​ສົງ​ຄາມ​ທີ່​ຖືກ​ຮ່າງ​ຂຶ້ນ​ໂດຍ ສະ​ຫະ​ລັດ ລຸນຫຼັງ​ການ​ປະ​ລາ​ໄຊ​ໃນ​ສົງ​ຄາມ​ຄັ້ງ​ທີ​ສອງ​ຂອງ ຍີ່​ປຸ່ນ.

ທ່ານ ໂທ​ບາຍ​ອັ​ສ ແຮ​ຣິ​ສ (Tobias Harris), ນັກ​ຊ່ຽວ​ຊານ​ດ້ານ​ການ​ເມືອງ ຍີ່​ປຸ່ນ ແລະ ຮອງ​ຜູ້​ອຳ​ນວຍ​ການ​ຢູ່ກອງ​ທຶນ ມາ​ຊອ​ລ (Marshall) ເຢຍ​ຣະ​ມັນ ໄດ້​ກ່າວ​ວ່າ “ດ້ວຍ​ການ​ສຳ​ນຶກ​ເຖິງວິ​ໄສ​ທັດ​ທີ່​ຖືກ​ອະ​ທິ​ບາຍ​ໃນ​ເອ​ກະ​ສານ​ສາມ​ສະ​ບັບ​ນັ້ນ, ຍີ່​ປຸ່ນ ໃນ​ທີ່​ສຸດ​ອາດ​ກາຍ​ເປັນ​ “ປະ​ເທດ​ທີ່​ປົກ​ກະ​ຕິ” ໃນ​ແງ່​ຂອງ​ຄວາມ​ສາ​ມາ​ດ​ທີ່​ຈະ​ປ້ອງ​ກັນ​ຕົນ​ເອງ.”

ທ່ານ ແຮ​ຣິ​ສ ໄດ້​ກ່າວ​ໃນ​ຂໍ້​ຄວາມ​ທີ່​ຂຽນ​ລົງ​ໃນ​ອິນ​ເຕີ​ແນັດ​ວ່າ “ແຕ່​ເອ​ກະ​ສານ​ທີ່​ວ່ານີ້​ແມ່ນ​ຜົນ​ຂອງ​ຂັ້ນ​ຕອນ​ໄລ​ຍະ​ຍາວໃນ​ການ​ຄິດ ກ່ຽວ​ກັບ ສິ່ງ​ແວດ​ລ້ອມ​ຂອງ​ໄພ​ຂົ່ມ​ຂູ່​ທີ່​ມີ​ການ​ປ່ຽນ​ແປງ​ຂອງ ຍີ່​ປຸ່ນ.”

ຍີ່​ປຸ່ນ​ໄດ້​ຂະ​ຫຍາຍກອ​ງ​ທັບ​ທີ່​ແທ້​ຈິງ​ຂອງ​ເຂົາ​ເຈົ້າ​ຢ່າງ​ສະ​ໝ່ຳ​ສະ​ເໝີ, ທີ່​ເອີ້ນ​ວ່າ ກອງ​ກຳ​ລັງ​ປ້ອງ​ກັນ​ຕົວ ຍີ່​ປຸ່ນ, ໂດ​ຍ​ສະ​ເພາະ ຈີນ ໄດ້​ກາຍ​ມາ​ມີ​ອຳ​ນາດຫຼາຍ​ຂຶ້ນ ແລະ ດຸ​ຮ້າຍ​ກັບ​ເພື່ອ​ນ​ບ້ານ​ຂອງ​ເຂົາ​ເຈົ້າ​ໃນ​ທົດ​ສະ​ວັດ​ທີ່​ຜ່ານ​ມາ ຫຼື ປະ​ມານ​ນັ້ນ.

ແຕ່​ການ​ຫ້າມ​ຕາມ​ລັດ​ຖະ​ທຳ​ມະ​ນູນ​ທີ່​ຖືກ​ກຳ​ນົດ​ເອງ​ຂອງ​ຍີ່​ປຸ່ນ​ນັ້ນ ໝາຍ​ຄວາມ ວ່າ​ອຳ​ນາດ​ທາ​ງ​ທະ​ຫານ​ຂອງ​ເຂົາ​ເຈົ້າ​ຈະບໍ່ພິ​ສູດ​ຄວາມ​ສາ​ມາດພິ​ເສດ​ທາງ​ດ້ານ​ເສດ​ຖະ​ກິດ​ຂອງ​ເຂົາ​ເຈົ້າ. ແນວ​ໃດ​ກໍ່​ຕາມ ຍີ່​ປຸ່ນ ມີ​ເສດ​ຖະ​ກິດ​ທີ່​ໃຫຍ່​ທີ່​ສຸດ​ເປັນ​ອັນ​ດັບ​ສາມ​ຂອງ​ໂລກ, ເຂົາ​ເຈົ້າ​ມີ​ຕຳ​ແໜ່ງ​ອັນ​ດັບ 9 ໃນ​ການ​ໃຊ້​ຈ່າຍ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ​ໃນ​ໂລກ.

ນັ້ນ​ອາດ​ປ່ຽນ​ແປງ​ໃນ​ໄວໆ​ນີ້. ແຜນ​ການ​ໃໝ່​ດັ່ງ​ກ່າວ​ຈະ​ຂະ​ຫຍາຍ​ການ​ໃຊ້​ຈ່າຍ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ​ເປັນ 2 ເປີ​ເຊັນ​ຂອງຍອດ​ຜະ​ລິດ​ຕະ​ພັນ​ລວມ​ພາຍ​ໃນ​ຂອງ​ຍີ່​ປຸ່ນ, ເຊິ່ງ​ເພີ່ມ​ຂຶ້ນ 1 ເປີ​ເຊັນ​ຕາມ​ທຳ​ນຽມ, ໃນ 5 ປີ​ຂ້າງ​ໜ້າ. ຍີ່​ປຸ່ນ ຫຼັງ​ຈາກ​ນັ້ນ​ມີ​ແຕ່​ຈະ​ຕາມຫຼັງ ສະ​ຫະ​ລັດ ແລະ ຈີນ ໃນ​ການ​ໃຊ້​ຈ່າຍ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ​ໂດຍ​ລວມ, ນອກ​ຈາກ​ການ​ປ່ຽນ​ແປງ​ອື່ນໆ​ໃນ​ການ​ຈັດ​ຕຳ​ແໜ່ງ​ໂລກ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG