ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສ​ປ​ຊ ເຕືອນ​ວ່າ ການ​ຫ້າມ​ຕໍ່​ພະ​ນັກ​ງານ​ຊ່ວຍ​ເຫຼືອ​ແມ່​ຍິງ​ ຍິ່ງ​ຈະ​ເຮັດ​ໃຫ້​ອັ​ຟ​ກາ​ນິ​ສ​ຖານ ຖືກ​ໂດດ​ດ່ຽວ​ຕື່ມ​ຂຶ້ນ


ແຟ້ມ - ແມ່​ຍິງ​ອັ​ຟ​ກາ​ນິ​ສ​ຖານ​ຢືນ​ຢູ່ນອກ​ສວນ​ສະ​ໜຸກ ທີ່​ນະ​ຄອນ​ຫຼວງ​ກາ​ບູ​ລ ເມື່ອ​ວັນ​ທີ 10 ພະ​ຈິກ 2022.
ແຟ້ມ - ແມ່​ຍິງ​ອັ​ຟ​ກາ​ນິ​ສ​ຖານ​ຢືນ​ຢູ່ນອກ​ສວນ​ສະ​ໜຸກ ທີ່​ນະ​ຄອນ​ຫຼວງ​ກາ​ບູ​ລ ເມື່ອ​ວັນ​ທີ 10 ພະ​ຈິກ 2022.

ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ ທູດ​ພິ​ເສດ​ຂອ​ງ​ຕົນ​ຢູ່​ອັ​ຟ​ກາ​ນິ​ສ​ຖານ​ໄດ້​ກົດ​ດັນ​ໃຫ້​ຄະ​ນະ​ປົກ​ຄອງ​ຕາ​ລີ​ບານ ​ຕ່າວ​ປີ້ນ​ການ​ຫ້າມໃນ​ການ​ເຮັດ​ວຽກ​ແລະ​ການ​ສຶກ​ສາ​ຂອງ​ພວກ​ແມ່​ຍິງ​ແລະ​ເດັກ​ຍິງ ເພື່ອປ້ອງ​ກັນ​ບໍ່​ໃຫ້​ປະ​ເທດ ​ທີ່​ພວມ​ເກີດ​ວິ​ກິດ​ການ​ດັ່ງ​ກ່າວ​ ຖືກ​ໂດດ​ດ່ຽວ​ເພີ້ມ​ຕື່ມ.

ທ່ານ​ມາ​ກັ​ສ ພັອດ​ແຊ​ລ (Markus Potzel) ຮັກ​ສາ​ການ​ຫົວ​ໜ້າ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ໃນ​ອັ​ຟ​ກາ​ນິ​ສ​ຖານ ຫຼື UNAMA ຖ່າຍ​ທອດ​ຄຳ​ຮຽກ​ຮ້ອງ​ຂອງ​ປະ​ຊາ​ຄົມ​ສາ​ກົນ ໃນ​ລະ​ຫວ່າງ​ການ​ພົບ​ປະ​ທີ່​ນະ​ຄອນ​ຫຼວງ​ກາ​ບູ​ລ ກັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນຂອງ​ຕາ​ລີ​ບານ ທ່ານ​ຊີ​ຣາ​ຈຸດ​ດິນ ຮັກ​ກາ​ນີ.

ອົງ​ການ UNAMA ຂຽນ​ລົງ​ໃນ​ທວີດ​ເຕີ້​ລຸນ​ຫຼັງ​ການ​ພົບ​ປະ​ວ່າ “ການ​ຫ້າມ​ຕໍ່​ບັນ​ດາ​ພະ​ນັກ​ງານ​ຊ່ວຍ​ເຫຼືອ​ແມ່​ຍິງ​ອັ​ຟ​ກາ​ນິ​ສ​ຖານຈະ​ເຮັດ​ໃຫ້​ວິ​ກິດ​ການ​ດ້ານ​ມະ​ນຸ​ດ​ສະ​ທຳ​ຮ້າຍ​ແຮງ​ຕື່ມ​ຂຶ້ນ​ໂດຍ​ຈະ​ກໍ່​ໃຫ້​ເກີດ​ຄວາມ​ທຸກ​ທໍ​ລະ​ມານ​ທາງ​ດ້ານ​ເສດ​ຖະ​ກິດ​ເພີ້ມ​ຂ​ຂຶ້ນ​ແລະ​ອັ​ຟ​ກາ​ນິ​ສ​ຖານ​ຈະ​ຖືກ​ໂດດ​ດ່ຽວ​ໜັກ​ຂຶ້ນ.”

ໃນ​ປີ​ກາຍນີ້ ຄະ​ນະ​ປົກ​ຄອງ​ຕາ​ລີ​ບານ ທີ່​ມີ​ແຕ່​ພວກ​ຜູ້​ຊາຍ​ລ້ວນໆ​ໄດ້​ສັ່ງ​ໃຫ້ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ ທີ່​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ ທັງ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ ໂຈະ​ການ​ໃຊ້​ພະ​ນັກ​ງານ​ແມ່​ຍິງ​ຊາວ​ອັ​ຟ​ກາ​ນິ​ສ​ຖານ ​ໃນ​ທັນ​ທີ ທີ່​ບໍ່​ໄດ້​ໃສ່​ຜ້າ​ປົກ​ຫົວ​ແລະບໍ່​ໄດ້​ແຍກ​ກັນ​ທາງ​ເພດ​ຕາມ​ຂໍ້​ບັງ​ຄັບ​ຢູ່​ບ່ອນ​ເຮັດ​ວຽກ.

ປະ​ຊາ​ຄົມ​ສາ​ກົນ​ໄດ້​ພ​າ​ກັນ​ປະ​ນາມ​ ຕໍ່​ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ໃນ​ທັນ​ທີ ໂດຍ​ເວົ້າ​ວ່າ ມັນ​ຈະ​ສົ່ງ “ຜົນຕິດ​ຕາມ​ມາທີ່​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ຊີ​ວິດ​ໃນ​ທັນ​ທີ” ຕໍ່​ຊາວ​ອັ​ຟ​ກາ​ນິ​ສ​ຖານ​ທັງ​ໝົດ.

ຫ້ອງ​ການ​ຂອງ​ທ່ານ​ຮັກ​ກາ​ນີ ໃຫ້​ການ​ຢືນ​ຢັນ​ກ່ຽວ​ກັບ​ຖະ​ແຫຼງ​ການ ​ລຸນ​ຫຼັງ​ການ​ພົບ​ປະ​ກັບ​ທ່ານ​ພັອດ​ແຊ​ລໂດຍ​ກໍໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງຂອງ​ທ່ານໃນ​ເລື້ອງ​ການ​ສຶກ​ສາ​ຂອງ​ພວກ​ແມ່​ຍິງ​ ແລະ​ການ​ຈຳ​ກັດ​ຮັດ​ແຄບ​ອື່ນໆ.

ຖະ​ແຫຼງ​ການ​ໄດ້​ອ້າງ​ຄຳ​ເວົ້າ​ຂອງ​ລັດ​ຖະ​ມົນ​ຕີ​ຄົນ​ສຳ​ຄັນ​ຂອງ​ຕາ​ລີ​ບານ​ທີ່​ກ່າວ​ຕໍ່​ຄະ​ນະ​ຜູ້​ແທນ​ຂອງ​ສະ​ຫະ​ປະ​ຊາ​ຊາດວ່າ “ພວມ​ມີ​ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ ເພື່ອ​ຫ້າ​ທາງ​ແກ້​ໄຂ​ບັນ​ຫານີ້​ຢູ່” ແລະ​ກ່າວ​ວ່າ “ການ​ແກ້​ໄຂ​ທີ່​ມີ​ເຫດ​ຜົນ ​ແລະ​ຖ​າ​ວອນພວມ​ຫາ​ທາງ​ຕົກ​ລົງ​ກັນຢູ່ ແມ່ນ​ຫຍັງ​ທີ່​ທຽບ​ເທົ່າ​ກັບ​ກົດ​ໝາຍ​ຊາ​ເຣຍ​ ແລະ​ວັດ​ທະ​ນະ​ທຳ​ຂອງ​ປະ​ຊາ​ຊົ​ນ​ພວກ​ເຮົາ.”

ທ່ານ​ຮັກ​ກາ​ນີ​ຢືນ​ຢັດ​ວ່າ ຄະ​ນະ​ນຳ​ພາ​ຂອງ​ຕາ​ລີ​ບານ “ພວມ​ຄິດ​ສຳ​ລັບ​ຄວາມ​ຢູ່​ດີ​ເປັນ​ສຸກ​ຂອງ​ປະ​ຊາ​ຊົນ ແລະ​ມີ​ຄວາມ​ໝັ້ນ​ໝາຍ​ຕໍ່​ສິ່ງນັ້ນ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG