ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສປຊ ໃຫ້ສັນຍາວ່າ ຈະຍັງສືບຕໍ່ ປະຕິບັດວຽກງານ ຢູ່ອັຟການິສຖານ ຂະນະທີ່ທະຫານ ສຫລ ໄດ້ຖອນອອກໄປແລ້ວ


ຍິງສາວອັຟການິສຖານທີ່ເປັນອົບພະຍົບຢູ່ພາຍໃນປະເທດອູ້ມນ້ອງໄປຍ່າງຫລິ້ນຢູ່ໃກ້ກັບເຮືອນພັກເຊົາຊົ່ວຄາວໃນສູນອົບພະຍົບແຫ່ງນຶ່ງໃນເຂດຊານເມືອງຂອງນະຄອນຫລວງກາບູລຂອງອັຟການິສຖານ, ວັນທີ 20 ມິຖຸນາ, 2019
ຍິງສາວອັຟການິສຖານທີ່ເປັນອົບພະຍົບຢູ່ພາຍໃນປະເທດອູ້ມນ້ອງໄປຍ່າງຫລິ້ນຢູ່ໃກ້ກັບເຮືອນພັກເຊົາຊົ່ວຄາວໃນສູນອົບພະຍົບແຫ່ງນຶ່ງໃນເຂດຊານເມືອງຂອງນະຄອນຫລວງກາບູລຂອງອັຟການິສຖານ, ວັນທີ 20 ມິຖຸນາ, 2019

ໂດຍທີ່ມີການຖອນທະຫານນາໆຊາດອອກຈາກອັຟການິສຖານ, ພະແນກຕ່າງໆ ຂອງອົງການສະຫະປະຊາຊາດ ໃຫ້ຄໍາໝັ້ນສັນຍາວ່າຈະຍັງຄົງຢູ່ໃນປະເທດ ທີ່ເຕັມໄປດ້ວຍຫຍຸ້ງຍາກລໍາບາກແຫ່ງນັ້ນແລະຊ່ວຍເຫຼືອປະຊາ ຊົນຫຼາຍລ້ານຄົນ, ເຊິ່ງສ່ວນໃຫຍ່ແລ້ວແມ່ນຜູ້ທີ່ຖືກຍົກຍ້າຍຖິ່ນຖານພາຍໃນປະເທດ. Lisa Schlein ລາຍງານໃຫ້ວີໂອເອຈາກນະຄອນເຈນີວາ ຊຶ່ງບົວ ສະຫວັນ ມີລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ປັດຈຸບັນນີ້ ກຸ່ມຕາລີບານໄດ້ຮັບຜິດຊອບການປົກຄອງປະເທດ ແຕ່ບໍ່ມີລັດຖະບານທີ່ເປັນສູນກາງເທື່ອ. ພະແນກຕ່າງໆຂອງອົງການສະຫະປະຊາຊາດກ່າວວ່າ ສິ່ງນັ້ນແມ່ນເປັນບັນຫາ. ຢ່າງໃດກໍ່ຕາມ, ເຂົາເຈົ້າກໍໃຫ້ຄໍາເຫັນວ່າ ເຂົາເຈົ້າໄດ້ສົນທະນາກັບກຸ່ມຕາລີບານ ແລະກຸ່ມອື່ນໆມາເປັນເວລາຫຼາຍທົດສະວັດແລ້ວກ່ຽວກັບການເຂົ້າເຖິງຜູ້ຄົນທີ່ມີຄວາມຕ້ອງການການຊ່ວຍເຫລືອ.

ໂຄສົກຂອງຫ້ອງການປະສານງານໃນດ້ານມະນຸດສະທຳຂອງອົງການສະຫະປະຊາຊາດ, ທ່ານເຢນສ໌ ແລກເກ (Jens Laerke) ກ່າວວ່າ ທ່ານເຊື່ອວ່າປະສົບການຈະຊ່ວຍໃຫ້ອົງການຊ່ວຍເຫຼືອຕ່າງໆ ໄດ້ຮັບການຍອມຮັບທີ່ຈໍາເປັນເພື່ອດຳເນີນການຊ່ວຍຊີວິດຂອງເຂົາເຈົ້າໄວ້.

ທ່ານ ແລກເກ (LAERKE) ກ່າວດັ່ງນີ້:
"ກອງທັບຕ່າງໆ ໄດ້ອອກໄປແລ້ວ ແຕ່ອົງການສະຫະປະຊາຊາດຍັງຢູ່ຕໍ່ໄປ, ແລະພວກເຮົາມຸ້ງໝັ້ນທີ່ຈະຢູ່ທີ່ນັ້ນ. ແລະນັ້ນແມ່ນສິ່ງທີ່ພວກເຮົາໄດ້ເວົ້າຕັ້ງ ແຕ່ຕົ້ນແລ້ວ, ແລະນັ້ນແມ່ນສິ່ງທີ່ພວກເຮົາກໍາລັງເຮັດຢູ່. ພຽງແຕ່ຢາກຢໍ້າເຕືອນໃຫ້ທ່ານຮູ້ວ່າ ພວກເຮົາໄດ້ຈັດສົ່ງການຊ່ວຍເຫຼືອດ້ານມະນຸດສະທຳໄປໃຫ້ປະຊາຊົນປະມານ 8 ລ້ານຄົນແລ້ວ ພາຍໃນປີນີ້ເທົ່ານັ້ນ. ສະນັ້ນ, ຂ້າ ພະເຈົ້າຄິດວ່າ ມັນເປັນພຽງຕົວເລກທີ່ສະແດງໃຫ້ເຫັນວ່າພວກເຮົາຢູ່ຫັ້ນເພື່ອຈະຢູ່ຕໍ່ໄປ.”

ອົງການສະຫະປະຊາຊາດມີເປົ້າໝາຍທີ່ຈະຊ່ວຍເຫຼືອຄົນ 16 ລ້ານຄົນໃນປີນີ້, ລວມທັງປະຊາຊົນ 3 ລ້ານ 5 ແສນຄົນທີ່ຖືກບັງຄັບໃຫ້ຍົກຍ້າຍອອກຈາກບ້ານເຮືອນຂອງເຂົາເຈົ້າຍ້ອນຄວາມຂັດແຍ້ງ. ແຕ່ຢ່າງໃດກໍ່ຕາມ, ອົງ ການດັ່ງກ່າວຍອມຮັບວ່າ ມັນອາດຈະເປັນໄປບໍ່ໄດ້ ເນື່ອງຈາກວ່າຕົນໄດ້ຮັບເງິນພຽງແຕ່ 39 ເປີເຊັນຂອງການຂໍທຶນຊ່ວຍເຫລືອດ້ານມະນຸດສະທໍາທີ່ມີມູນຄ່າ 1 ຕື້ 3 ແສນໂດລານັ້ນ.

ອົງການອະນາໄມໂລກ ຫລື WHO ປະສົບຜົນສຳເລັດໃນການຂົນເອົາອຸປະ ກອນການແພດ 12.5 ໂຕນ ບິນເຂົ້າໄປໃນສະໜາມບິນ ມາຊາ-ອີ-ຊາຣີຟ (Mazar-i-Sharif) ໃນອັຟການິສຖານ. ໂຄສົກຂອງອົງການອະນາໄມໂລກ, ທ່ານນາງມາກາເຣັດ ແຮຣີສ (Margaret Harris) ກ່າວວ່າຍັງມີຄວາມຕ້ອງ ການຄວາມຊ່ວຍເຫລືອຫຼາຍຢູ່.

ທ່ານນາງກ່າວວ່າ ອົງການອະນາໄມໂລກກຳລັງວາງແຜນການຂົນສົ່ງທາງອາ ກາດອີກສອງຄັ້ງໃນອາທິດນີ້ ຈາກສູນການດ້ານການຈັດສົ່ງຂອງ WHO ໃນນະຄອນ ດູບາຍ ແລະ ກຳລັງຊອກຫາທາງເລືອກອື່ນເພື່ອໃຫ້ມີການຂົນສົ່ງເຄື່ອງຊ່ວຍເຫລືອເຂົ້າໄປໃນປະເທດນັ້ນຫຼາຍຂຶ້ນ.

ທ່ານນາງເວົ້າອີກວ່າ WHO ເປັນຫ່ວງວ່າຫຼາຍອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດ ຖະບານຈະຖືກບັງຄັບໃຫ້ຫຼຸດຂະໜາດການປະຕິບັດງານລົງ ແລະປິດສະຖານ ທີ່ບໍລິການສາທາລະນະສຸກຂອງເຂົາເຈົ້າຍ້ອນຂາດເງິນ. ທ່ານນາງເວົ້າວ່າ ສິ່ງນັ້ນກຳລັງເຮັດໃຫ້ຊາວອັຟການິສຖານຫຼາຍລ້ານຄົນຂາດການດູແລປິ່ນປົວສຸຂະພາບຈຳເປັນອັນຕົ້ນຕໍ ແລະໃນລະດັບລອງລົງມາ. ທ່ານນາງ ແຮຣິສກ່າວດັ່ງນີ້:
“ຂອບເຂດຂອງການບໍລິການທີ່ຈະໄດ້ຮັບຜົນກະທົບລວມມີການສັກຢາກັນພະຍາດໃຫ້ກັບເດັກນ້ອຍ, ການດູແລໃນການຝາກທ້ອງ, ການດູແລຫຼັງຄອດລູກ, ແລະການເກີດລູກສໍາລັບແມ່ຍິງທີ່ຖືພາ. ການດູແລສຸຂະພາບດ້ານການຂາດສານອາຫານ - ແລະສູນປິ່ນປົວພະະຍາດ COVID ແລະການບໍລິການທີ່ ຈຳເປັນດ້ານອື່ນໆ ກໍ່ຈະໄດ້ຮັບຜົນກະທົບເຊັ່ນກັນ. ມີການຄາດຄະເນວ່າ ການປິດສະຖານທີ່ບໍລິການສຸຂະພາບທຸກ 50 ແຫ່ງໃດ ອາດຈະເຮັດໃຫ້ມີແມ່ ຍິງເສຍຊີວິດ 5 ຄົນ ແລະເດັກນ້ອຍອາຍຸຕໍ່າກວ່າ 5 ປີ ກໍຈະເສຍຊີວິດຕື່ມອີກ 58 ຄົນໃນທຸກມື້.”

ບັນດາອົງການຊ່ວຍເຫຼືອກ່າວວ່າ ເຂົາເຈົ້າຢ້ານວ່າໂສກນາດຕະກຳທີ່ໄດ້ເກີດຂຶ້ນຢູ່ໃນອັຟການິສຖານຈະບໍ່ສາມາດເບິ່ງເຫັນໄດ້ອີກຕໍ່ໄປໃນເວລານີ້ ໂດຍທີ່ວ່າການຍົກຍ້າຍຄົນອອກຈາກນະຄອນຫຼວງກາບູລໂດຍທາງການບິນໄດ້ສິ້ນສຸດລົງແລ້ວ.

ຂ້າຫຼວງໃຫຍ່ດ້ານອົບພະຍົບຂອງສະຫະປະຊາຊາດ, ທ່ານ ຟີລິບໂປ ແກຣນດີ (Filippo Grandi) ເຕືອນວ່າ ວິກິດການດ້ານມະນຸດສະທຳ ທີ່ຍິ່ງໃຫຍ່ກວ່ານີ້ຫລາຍແມ່ນຫາກໍ່ເລີ່ມຕົ້ນຂຶ້ນ. ທ່ານກໍາລັງຮຽກຮ້ອງໃຫ້ປະເທດຕ່າງໆ ໃຫ້ ເປີດຊາຍແດນຂອງເຂົາເຈົ້າໄວ້ສໍາລັບຊາວອັຟການິສຖານທີ່ຫຼົບໜີຈາກການຂົ່ມເຫັງແລະຄວາມຂັດແຍ້ງ ແລະຜູ້ທີ່ມີຄວາມຕ້ອງການການປົກປ້ອງຈາກສາກົນ.

ອ່ານລາຍງານນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG