ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາຄວາມໝັ້ນຄົງ UN ນຳເອົາເລື້ອງສິດທິມະນຸດ ຂອງເກົາຫຼີເໜືອ ເຂົ້າວາລະກອງປະຊຸມ


ບັນດາປະ​ເທດສະມາ​ຊິກ ປະຈຳສະພາ​ຄວາມໝັ້ນຄົງ UN ​ໄດ້​ລົງ​ຄະ​ແນນ​ສຽງ ເພື່ອນຳເອົາ ສະພາບບັນຫາ ສິດທິມະນຸດຂອງພຽງຢາງ ເຂົ້າວາລະກອງປະຊຸມຂອງສະພາ ໃນລະຫວ່າງກອງປະຊຸມ ເມື່ອວັນຈັນທີ 22 ທັນວາ 2014.
ບັນດາປະ​ເທດສະມາ​ຊິກ ປະຈຳສະພາ​ຄວາມໝັ້ນຄົງ UN ​ໄດ້​ລົງ​ຄະ​ແນນ​ສຽງ ເພື່ອນຳເອົາ ສະພາບບັນຫາ ສິດທິມະນຸດຂອງພຽງຢາງ ເຂົ້າວາລະກອງປະຊຸມຂອງສະພາ ໃນລະຫວ່າງກອງປະຊຸມ ເມື່ອວັນຈັນທີ 22 ທັນວາ 2014.

ເກົາຫຼີ​ເໜືອ ​ໄດ້​ປະຕິ​ເສດ​ທີ່​ຈະ​ເຂົ້າຮ່ວມ​ໃນ​ກອງ​ປະຊຸມ ຂອງ
​ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ ຊຶ່ງ​ໃນ​ລະຫວ່າງ
ກອງ​ປະຊຸມ​ນັ້ນ ສະພາບ​ການ​ກ່ຽວ​ກັບ​ ເລື້ອງ​ການລະ​ເມີດ​ສິດ​ທິ
ມະນຸດ​ຂອງ​ພຽງ​ຢາງ ​ໄດ້ຖືກນຳ​ມາ​ຕຳ​ນິຕິ​ຕຽນ​ຢ່າງ​ໜັກ​ໜ່ວງ.

11 ປະ​ເທດຂອງຈຳນວນທັງໝົດ 15 ປະເທດສະມາ​ຊິກປະຈຳ
ສະພາ​ດັ່ງກ່າວ ​ໄດ້ພາກັນ​ລົງ​ຄະ​ແນນ​ສຽງ ​ໃນ​ວັນ​ຈັນ​ວານ​ນີ້ ​
ໃນ​ການສະໜັບສະໜຸນ ​ໃຫ້​ເອົາ​ບັນຫາດັ່ງກ່າວ​ນັ້ນ ​ເຂົ້າ​ໃນ​
ວາລະ​ປະຊຸມ ​ເໜືອ​ການ​ຄັດ ຄ້ານ​ຂອງ​ຈີນ ​ແລະ ຣັດ​ເຊຍ
ຊຶ່ງເປັນສະມາຊິກ​ຖາວອນ ​ສະຫະປະຊາຊາດ.

ບົດ​ລາຍ​ງານ​ຂອງ​ຄະນະ​ກຳ​ມະ​ທິການ​ກ່ຽວ​ກັບ​ສິດທິ​ມະນຸດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ​ເມື່ອ​ບໍ່​ນານ​ມາ​ນີ້ ​ກ່າວ​ວ່າ ການກໍ່ໂທດກຳຕ້ານມະນຸດຊາດ ​ໃນ​ປະ​ເທດ​ທີ່​ໂດດດ່ຽວ​ນັ້ນ ​ແມ່ນ​ເກີດ​ຂຶ້ນ​ຍ້ອນ ນະ​ໂຍບາຍ​ຕ່າງໆ​ ທີ່​ຈັດຕັ້ງຂຶ້ນຢູ່​ໃນ​ຂັ້ນສູງ​ສຸດ ​ຂອງ​ລັດຖະບານ.

ຢູ່​ທີ່​ກອງ​ປະຊຸມ​ໃນ​ວັນ​ຈັນ​ວານ​ນີ້ ທູດ​ສະຫະລັດ​ປະຈຳ UN ​ທ່ານ Samantha Power ​
ໄດ້​ບັນ​ລະ​ຍາຍ​ຊີວິດໃນ​ເກົາຫຼີ​ເໜືອ ຄື​ກັນ​ກັບ “ການ​ເປັນ​ຢູ່​ແບບ​ຝັນ​ຮ້າຍ.” ທ່ານ​ນາງ ​
ໄດ້ລຳດັບ​ຂັ້ນຕອນ​ຕ່າງໆ ທີ່​ພຽງ​ຢາງ​ຕ້ອງ​ເຮັດ ຖ້າ​ຫາກເລື້ອງ​ບັນຫາ​ດັ່ງກ່າວນັ້ນ ຈະ​ຖືກເອົາ​ອອກ​ຈາກ ວາລະ​ປະຊຸມຂອງ​ສະພາ​ຄວາມ​ໝັ້ນຄົງນັ້ນ.

ທ່ານ​ນາງ Power ​ເວົ້າວ່າ “​ເກົາຫຼີ​ເໜືອ ​ສາມາດ​ເລີ້ມ​ຕົ້ນ​ໂດຍ ​ເຮັດ​ຕາມ​ຄຳ​ແນະ​
ຕ່າງ​ໆ​ຂອງ​ຄະນະ​ກຳ​ມະ​ທິການສືບສວນ ​ເພື່ອ​ຮັບ​ຊາບ​ກັບ​ການລະ​ເມີດ​ຕ່າງໆ​
ທີ່​ເປັນ​ລະບົບ ທີ່​ຕົນ​ຍັງ​ສືບ​ຕໍ່​ປະຕິບັດຢູ່​ນັ້ນ ​ໃຫ້​ທັບ​ມ້າງ​ຄຸກ​ກັກ​ຂັງ​ບັນດາ​ນັກ​
ໂທດການ​ເມືອງ​ທັງຫຼາຍໂດຍ​ທັນທີ ປ່ອຍພວກນັກໂທດການເມືອງທັງໝົດ
ອະນຸຍາດ​ໃຫ້ບັນດາ​ຜູ້​ສັງ​ເກດ​ການ​ ເລື້ອງ​ສິດທິ​ມະນຸດ​ ທີ່ບໍ່​ຂຶ້ນກັບ​ລັດຖະບານ
​ເປັນ​ອິດ​ສະລະ ​ແລະ ​ເຂົ້າ​ໄປກວດກາແຫ່ງ​ຕ່າງໆ​ໄດ້ ໂດຍ​ບໍ່​ມີ​ການກີດ​ກັນ ​ແລະ
​ໃຫ້​ນຳ​ເອົາ​ພວກ​ທີ່​ມີ​ຄວາມ​ຮັບຜິດຊອບທັງຫຼາຍ ໃນ​ການລະ​ເມີດ​ຕ່າງໆ​ທີ່​ເປັນ​
ລະບົບ​ນັ້ນ ມາ​ລົງໂທດ.”

ພຽງ​ຢາງ​ໄດ້ ໝາຍ​ຫົວ​ພວກ​ຜູ້​ທີ່​ໄດ້​ຫລົບໜີ ​ອອກ​ໄປ​ຈາກ​ເກົາຫຼີ​ເໜືອ ​ແລະ ​ໄດ້ຊ່ວຍ​
ຄະນະ​ກຳ​ມະ​ທິການ ກ່ຽວກັບການສືບສວນ​ສອບ​ສວນ​ນັ້ນວ່າ ​ເປັນ “ມະນຸດ​ທີ່​ຊົ່ວຊ້າ​ທີ່​
ສຸດ”
​ ແລະ ກ່າວ​ວ່າ ​ຕົນ​ຈະ​ບໍ່​ເອົາ​ຫົວ ຊາ ຕໍ່ການ​ດຳເນີນການໃດໆ ຂອງ​ສະພາ​ຄວາມ​
ໝັ້ນຄົງສະຫະປະຊາຊາດ.

UN NORTH KOREA RIGHTS CNPK
please wait

No media source currently available

0:00 0:02:36 0:00

North Korea has refused to participate in a meeting of the U.N. Security Council at which its human rights situation came under heavy criticism.

Eleven of the 15 Council members voted Monday in support of putting the issue on the agenda, over the objection of permanent members China and Russia.

A recent U.N. human rights commission report said crimes against humanity in the reclusive nation are the result of policies set at the highest level of government.

At Monday's meeting, the United States and other Western members condemned North Korea's human rights record. U.S. Ambassador Samantha Power described life in North Korea as a "living nightmare." She outlined the steps Pyongyang must take if it is to be removed from the Security Council agenda:

"It can start by following the Commission of Inquiry's recommendations to acknowledge the systematic violations it continues to commit, immediately dismantle political prison camps and release all political prisoners, allow free and unfettered access by independent human rights observers and hold accountable those most responsible for its systematic violations."

Pyongyang labeled those who have escaped North Korea and helped the commission with its investigation as "human scum," and said it would ignore any action of the Council.

XS
SM
MD
LG