ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການລະເມີດ ຂອງກອງກໍາລັງຣັດເຊຍ ທີ່ຖືກກ່າວຫາ ຢູ່ໃນຢູເຄຣນ ອາດຮ້າຍ​ແຮງ​ ເທົ່າ​ກັບ ການ​ກໍ່ອາຊະຍາກໍາສົງຄາມ


ແຟ້ມຮູບ-ນັກສືບສວນຊາວຝຣັ່ງ ທີ່ເດີນທາງເຂົ້າໄປໃນຢູເຄຣນ ເພື່ອດໍາເນີນການສືບສວນ ກ່ຽວກັບອາຊະຍາກໍາສົງຄາມ ທ່າມກາງການຮຸກຮານຢູເຄຣນ ຂອງຣັດເຊຍ, ພາກັນຢູ່ໃກ້ໆກັບຂຸມຝັງສົບຂະໜາດໃຫຍ່ ໃນໂຕເມືອງບູ​ຊາ, ຂົງເຂດກີຢິບ, ປະເທດຢູເຄຣນ ເມື່ອວັນທີ 12 ເມສາ 2022.
ແຟ້ມຮູບ-ນັກສືບສວນຊາວຝຣັ່ງ ທີ່ເດີນທາງເຂົ້າໄປໃນຢູເຄຣນ ເພື່ອດໍາເນີນການສືບສວນ ກ່ຽວກັບອາຊະຍາກໍາສົງຄາມ ທ່າມກາງການຮຸກຮານຢູເຄຣນ ຂອງຣັດເຊຍ, ພາກັນຢູ່ໃກ້ໆກັບຂຸມຝັງສົບຂະໜາດໃຫຍ່ ໃນໂຕເມືອງບູ​ຊາ, ຂົງເຂດກີຢິບ, ປະເທດຢູເຄຣນ ເມື່ອວັນທີ 12 ເມສາ 2022.

ໜ່ວຍງານຕິດຕາມກວດກາຂອງອົງການສະຫະປະຊາຊາດຢູ່ໃນຢູເຄຣນ ກ່າວວ່າ ການລະເມີດກົດໝາຍທາງດ້ານມະນຸດສະທໍາ ແລະກົດໝາຍທາງດ້ານສິດທິມະນຸດລະຫວ່າງປະເທດ ເປັນຈໍານວນຫຼວງຫຼາຍ ທີ່ໄດ້ມີ​ການກ່າວ​ຫາ​ວ່າ ສ້າງຂຶ້ນໂດຍກອງກໍາລັງຣັດເຊຍນັ້ນ ອາດມີ​ຄວາມ​ຮ້າຍ​ແຮງ​ ເທົ່າ​ກັບອາຊະຍາກໍາຂອງສົງຄາມໄດ້. ລິຊາ ສໄລນ໌ (Lisa Schlein) ລາຍງານໃຫ້ VOA ຈາກນະຄອນເຈເນວາ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ທາງທີມງານ ໄດ້ດໍາເນີນການບັນທຶກກ່ຽວກັບການລະເມີດຕ່າງໆຫຼາຍຮ້ອຍຄັ້ງ ນັບຕັ້ງແຕ່ຣັດເຊຍໄດ້ບຸກລຸກເຂົ້າໄປໃນຢູເຄຣນ ເມື່ອ 76 ມື້ທີ່ຜ່ານມາ. ຢ່າງ ໃດກໍຕາມ ຫົວໜ້າຄະນະໜ່ວຍງານຕິດຕາມກວດກາດ້ານສິດທິມະນຸດຢູ່ໃນ ຢູ ເຄຣນ, ທ່ານນາງມະທີລດາ ບັອກເນີ (Matilda Bogner) ກ່າວວ່າ ຈົນເຖິງຂະນະນີ້ ຫຼັກຖານຕ່າງໆທີ່ໄດ້ລວບລວມມາ​ໄດ້ນັ້ນ ຍັງ​ບໍ່​ທັນ​ເປັນ​ຮອຍ​ແມ່ນ​ແຕ່​ໜ້ອຍ​ດຽວຕໍ່​ພື້ນ​ຜິວຂອງຄວາມໂຫດຮ້າຍໃນຂອບເຂດ​ການ​ກໍ່​ອາ​ຊະ​ຍາ​ກຳທີ່ເກີດຂຶ້ນໃນຊ່ວງເວລານັ້ນ​ເລີຍ.

ລາຍງານຫຼ້າສຸດສະແດງໃຫ້ເຫັນວ່າ ມີພົນລະເຮືອນທີ່ບາດເຈັບລົ້ມຕາຍຍ້ອນສົງ ຄາມດັ່ງກ່າວນີ້ຫຼາຍກວ່າ 7,000 ຄົນ ລວມເຖິງຜູ້ທີ່ໄດ້ເສຍ​ຊີ​ວິດ​ໄປແລ້ວປະ ມານ 3,390 ຄົນ. ທ່ານນາງ ບັອກເນີ ກ່າວວ່າ ໂຕເລກທີ່ແນ່ນອນນັ້ນ ອາດຈະສູງກວ່ານີ້.

ແຟ້ມຮູບ-ບໍລິເວນທີ່ຢູ່ອາໄສຂອງປະຊາຊົນໄດ້ຮັບຄວາມເສຍຫາຍ ເຊິ່ງຖ່າຍຮູບໃນເມືອງຊູຮູອີບ ໃກ້ກັບເມືອງຄາກີບ ທ່າມກາງການໂຈມຕີ ຢູເຄຣນ ຂອງ ຣັດເຊຍ, ເມື່ອວັນທີ 5 ພຶດສະພາ 2022.
ແຟ້ມຮູບ-ບໍລິເວນທີ່ຢູ່ອາໄສຂອງປະຊາຊົນໄດ້ຮັບຄວາມເສຍຫາຍ ເຊິ່ງຖ່າຍຮູບໃນເມືອງຊູຮູອີບ ໃກ້ກັບເມືອງຄາກີບ ທ່າມກາງການໂຈມຕີ ຢູເຄຣນ ຂອງ ຣັດເຊຍ, ເມື່ອວັນທີ 5 ພຶດສະພາ 2022.

ທ່ານນາງບັອກເນີ ກ່າວເສີມອີກວ່າ ການເສຍຊີວິດຂອງຄົນຜູ້ນຶ່ງມັນບໍ່ແມ່ນພຽງ ແຕ່ໂຕເລກທີ່ເປັນສະຖິຕິ, ແຕ່ ການເສຍຊີວິດຜູ້ນຶ່ງນັ້ນ ໝາຍເຖິງຊີວິດນຶ່ງໄດ້ຖືກທໍາລາຍ, ຜູ້ເຊິ່ງຄວາມຝັນຕ່າງໆໃນອະນາຄົດນັ້ນ ໄດ້ຖືກທໍາລາຍໃຫ້ໝົດໄປ.

ຣັດເຊຍ ປະຕິເສດວ່າ ຕົນບໍ່ໄດ້ແນເປົ້າໝາຍໃສ່ພົນລະເຮືອນ.

ເມື່ອອາທິດແລ້ວນີ້, ທ່ານນາງບັອກເນີ ແລະເພື່ອນຮ່ວມງານຂອງລາວໄດ້ພາກັນໄປຢ້ຽມຢາມ 14 ເມືອງຢູ່ໃນເຂດ ກີຢິບ ແລະເຊີນິຮິບ ທີ່ຖືກເຂົ້າຢຶດຄອງໂດຍກອງກໍາລັງທະຫານຣັດເຊຍ ຈົນເຖິງທ້າຍເດືອນມີນານີ້.

ທ່ານນາງກ່າວວ່າ ຜູ້ຄົນທີ່ພວກເຂົາເຈົ້າໄດ້ພົບນັ້ນ ພາກັນເລົ່າໃຫ້ຟັງກ່ຽວກັບຍາດພີ່ນ້ອງ ແລະໝູ່ເພື່ອນຂອງພວກເຂົາເຈົ້າທີ່ຖືກຍິງ ແລະຖືກສັງຫານໂດຍພວກທະຫານຣັດເຊຍ ໃນລະຫວ່າງທີ່ພະຍາຍາມພາກັນລົບໜີ. ຢູ່ໃນໝູ່ບ້ານແຫ່ງນຶ່ງ, ທ່ານນາງ ແລະທີມງານໄດ້ພົບກັບຜູ້ຊາຍອາຍຸ 70 ປີຄົນນຶ່ງທີ່ໃຊ້ເວລາ 24 ມື້ລີ້ຊ່ອນຢູ່ໃນຫ້ອງໃຕ້ດິນ ຂອງໂຮງຮຽນທ້ອງຖິ່ນແຫ່ງນຶ່ງ.

ທ່ານນາງມາທີລດາ ບັອກເນີ ກ່າວວ່າ:

“ລາວເລົ່າໃຫ້ພວກເຮົາ ຟັງດ້ວຍນໍ້າຕາທີ່ໄຫຼອອກມາວ່າ ມີຄົນຫຼາຍເຖິງ 138 ຄົນ ຢູ່ໃນຫ້ອງທີ່ມີຄວາມກວ້າງພຽງແຕ່ 76 ແມັດມົນທົນ, ເຊິ່ງຜູ້ທີ່ນ້ອຍທີ່ສຸດ ມີອາຍຸພຽງແຕ່ 2 ເດືອນເທົ່ານັ້ນ.”

ທ່ານນາງ ບັອກເນີ ກ່າວວ່າ ທີມຕິດຕາມກວດກາໄດ້ເຫັນ ໂຮງຮຽນຈໍານວນຫຼາຍ, ໂຮງໝໍຕ່າງໆ ແລະອາຄານທີ່ພັກອາໄສອື່ນໆໄດ້ຖືກທໍາລາຍໃນຫຼາຍໆຂົງເຂດທີ່ພວກເພິ່ນໄດ້ພາກັນໄປຢ້ຽມຢາມ. ທ່ານນາງກ່າວວ່າ ມີໂບດຄຣິສຕຽນ, ຢິວ ແລະສະຖານທີ່ທາງສາສະໜາອິ​ສ​ລາມ 50 ແຫ່ງໄດ້ຮັບຄວາມເສຍຫາຍທົ່ວປະເທດຢູເຄຣນ.

ແຟ້ມຮູບ-ເຫຼັກກາງເຂນ ທີ່ເຄີຍຕິດຕັ້ງຢູ່ເທິງຍອດຫຼັງຄາຂອງໂດມ ຕັ້ງຢູ່ທາງນອກຂອງໂບດທີ່ໄດ້ຮັບຄວາມເສຍຫາຍໃນເມືອງ ລູກາຊິບກາ (Lukashivka), ທາງທິດເໜືອຂອງປະເທດຢູເຄຣນ , ເມື່ອວັນທີ 22 ເມສາ 2022.
ແຟ້ມຮູບ-ເຫຼັກກາງເຂນ ທີ່ເຄີຍຕິດຕັ້ງຢູ່ເທິງຍອດຫຼັງຄາຂອງໂດມ ຕັ້ງຢູ່ທາງນອກຂອງໂບດທີ່ໄດ້ຮັບຄວາມເສຍຫາຍໃນເມືອງ ລູກາຊິບກາ (Lukashivka), ທາງທິດເໜືອຂອງປະເທດຢູເຄຣນ , ເມື່ອວັນທີ 22 ເມສາ 2022.

ທ່ານນາງກ່າວໃຫ້ຟັງວ່າ ທີມງານຂອງທ່ານນາງໄດ້ຮັບຂໍ້ມູນທີ່ໜ້າເຊື່ອຖືກ່ຽວກັບການສັງຫານຢ່າງຜິດກົດໝາຍເປັນຈໍານວນຫຼາຍ, ​ການທໍລະມານ, ຂໍ້ກ່່າວຫາກ່ຽວກັບການຂົ່ມຂືນ ລວມທັງການຂົມຂືນແບບ​ລຽນ​ຄິວແລະການຫາຍສາບສູນ, ເຊິ່ງທ່ານນາງ ບັອກເນີ ກ່າວວ່າ:

“ພວກເຮົາໄດ້ທໍາການບັນທຶກບາງກໍລະນີ ທີ່ກອງທະຫານຂອງຣັດເຊຍຈັບໂຕພົນລະເຮືອນ ເຊິ່ງສ່ວນໃຫຍ່ແມ່ນຊາຍໜຸ່ມ, ແລ້ວຍົກຍ້າຍພວກເຂົາເຈົ້າໄປ
ເບລາຣຸສ ແລະຈາກນັ້ນກໍຍົກຍ້າຍໄປຣັດເຊຍ ເຊິ່ງຢູ່ທີ່ສູນກັກຂັງນັ້ນ ພວກເຂົາເຈົ້າໄດ້ຖືກຄວບຄຸມໂຕເພື່ອລໍຖ້າພິຈາລະນາຄະດີ. ເວົ້າໂດຍລວມ, ນັບຕັ້ງແຕ່ວັນທີ 24 ກຸມພາ ພວກເຮົາໄດ້ມີການບັນທຶກ 204 ກໍລະນີຂອງການບັງຄັບເຮັດໃຫ້ຫາຍສາບສູນ, ເຊິ່ງເຫດການຕ່າງໆຂອງພວກເຂົາທັງຫຼາຍເຫຼົ່າ ນັ້ນ ແມ່ນຖືກກະທໍາໂດຍກອງກໍາລັງຕິດອາວຸດແລະກຸ່ມຕ່າງໆທີ່ກ່ຽວຂ້ອງຂອງ ຣັດເຊຍ.”

ທ່ານນາງ ບັອກເນີ ກ່າວວ່າ ທີມງານຂອງທ່ານນາງໄດ້ຮັບລາຍງານກ່ຽວກັບນັກໂທດສົງຄາມທີ່ຖືກທໍລະມານ, ການປະຕິບັດທີ່ທາລຸນ ແລະການກັກຂັງທີ່ບໍ່ສາມາດຕິດຕໍ່ກັບພາຍນອກໄດ້ໂດຍກອງກໍາລັງຕິດອາວຸດ ຢູເຄຣນ ແລະ ຣັດເຊຍ. ທ່ານນາງໃຫ້ຂໍ້ສັງເກດວ່າ ນີ້ເປັນການລະເມີດກົດບັດຂັ້ນພື້ນຖານຂອງ​ກົດ​ໝາຍດ້ານມະນຸດສະທໍາສາກົນ ແລະສົມຄວນທີ່ຈະຕ້ອງຢຸດ.

ທ່ານນາງກ່າວວ່າ ພາລະກິດການຕິດຕາມກວດການີ້ ຈະເຜີຍແຜ່ລາຍງານການຄົ້ນພົບຕ່າງໆ ຂອງໜ່ວຍງານອອກມາໃນເດືອນມິຖຸນາ. ເຖິງແມ່ນຈະມີບັນທຶກກ່ຽວກັບການລ່ວງລະເມີດໂດຍກອງກໍາລັງ ຢູເຄຣນ ແລະ ຣັດເຊຍ, ແຕ່ທ່ານນາງໄດ້ຕັ້ງຂໍ້ສັງເກດວ່າ ລໍາດັບການລະເມີດສິດທິມະນຸດໂດຍຣັດເຊຍນັ້ນ ແມ່ນສູງກວ່າຫຼາຍ.

ອ່ານບົດລາຍງານນີ້ເປັນພາສາອັງກິດ

XS
SM
MD
LG