ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສປຊ ຮຽກຮ້ອງໃຫ້ໄທ ໃຊ້ມາດຕະຖານສາກົນ ກ່ຽວກັບ ການທໍລະມານ ແລະຫາຍສາບສູນ


ແຜນທີ່ປະເທດໄທ
ແຜນທີ່ປະເທດໄທ

ຫ້ອງການສິດທິມະນຸດອົງການສະຫະປະຊາຊາດ ໄດ້ຮຽກຮ້ອງຕໍ່ປະເທດໄທໃຫ້ ປະກາດ
ເປັນກົດໝາຍ ກ່ຽວກັບການຫ້າມທໍລະມານ ແລະການຫາຍສາບສູນ ທີິ່ ໄດ້ມາດຕະຖານ
ກົດໝາຍສາກົນຢ່າງຄົບຖ້ວນ.

ຫ້ອງການອົງການສະຫະປະຊາຊາດ ກ່າວຢູ່ໃນຖະແຫຼງການ ໃນວັນສຸກມື້ນີ້ວ່າຮ່າງກົດ
ໝາຍໄດ້ໃຫ້ການອະນຸມັດໂດຍຄະນະລັດຖະບານ “ເປັນບາດກ້າວທີ່ສຳຄັນແຕ່ຮ່າງກົດ
ໝາຍທີ່ໄດ້ຮັບການອະນຸມັດດັ່ງກ່າວ ຍັງຂາດຫລັກການສາກົນ ທີ່ສຳຄັນ ຮວມທັງການ
ຫ້າມບໍ່ໃຫ້ທໍລະມານ ແລະບໍ່ໃຫ້ມີການບັງຄັບໃຫ້ກັບຄືນ ປະເທດ ຊຶ່ງທັງສອງແມ່ນບໍ່ໃຫ້
ຄວາມສຳຄັນຕໍ່ຢູ່ໃນກົດໝາຍສາກົນ.”

ນອກນັ້ນຍັງເວົ້າເພີ້ມວ່າ “ຄວາມໝາຍຂອງອາຊະຍາກຳ ຢູ່ໃນກົດໝາຍທີ່ມີການສະເໜີ
ນັ້ນ ຍັງບໍ່ສອດຄ່ອງກັບມາດຕະຖານຂອງກົດໝາຍສາກົນ.”

ທ່ານນາງຊິນເທຍ ເວລິໂກ ຜູ້ຕາງໜ້າຂົງເຂດເອເຊຍຕາເວັນອອກສຽງໃຕ້ ຂອງ ຫ້ອງ
ການສິດທິມະນຸດສະຫະປະຊາຊາດ ຢູ່ບາງກອກກ່າວວ່າ “ກົດໝາຍພາຍ ໃນປະເທດ
ສາມາດສະໜອງຢ່າງມີປະສິດທິຜົນ ໃນການແກ້ໄຂທາງກົດໝາຍຕໍ່ ບັນດາຜູ້ເຄາະຮ້າຍ
ແລະຄອບຄົວ ຖ້າມັນສອດຄ່ອງກັບສົນທິສັນຍາຕ້ານການ ທໍລະມານ ແລະຄວາມໂຫດ
ຮ້າຍອື່ນໆ ຄວາມບໍ່ມີມະນຸດສະທຳ ບໍ່ໃຫ້ການເຄົາລົບຫຼືການລົງໂທດ (CAT) ແລະສົນ
ທິສັຍາສາກົນໃນການປົກປ້ອງຄົນທັງໝົດ ຈາກການຖືກບັງຄັບໃຫ້ຫາຍສາບສູນ
(CPPED).”

ປະທດໄທໄດ້ລົງນາມຂໍ້ຕົກລົງ CAT ໃນປີ 2007 ແລະຂໍ້ຕົກລົງ ICPPED ຂອງຕົນໃນ
ປີ 2012.

ທ່ານນາງເວີລິໂກກ່າວວ່າ “ຄວາມເຕັມໃຈຂອງປະເທດໄທທີ່ຈະອອກກົດໝາຍ ທີ່ສາມາດ
ຮວມເອົາຫລັກການ ທີ່ຖືກເທີດທູນຢູ່ໃນກົດໝາຍສິດທິກົດມະນຸດສາ ກົນຈະສະແດງໃຫ້
ເຫັນຄວາມໝັ້ນໝາຍຂອງການຮັບເອົາບໍ່ໃຫ້ມີການທໍລະມານ ເດັດຂາດແລະບັງຄັບໃຫ້
ຫາຍສາບສູນ ພ້ອມທັງຄວາມຍຸຕິທໍາແກ່ບັນດາຜູ້ເຄາະ ຮ້າຍຈາກອາຊະຍາກຳເຫຼົ່ານີ້.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG